ຫມູ່ບ້ານເຜົ່າຍະເຫີນ

ຈາກ ວິກິພີເດຍ

ຫມູ່ບ້ານເຜົ່າຍະເຫີນ: ຕັ້ງຢູ່ລະຫວ່າງທາງຂຶ້ນນ້ຳຕົກເຊກະຕາມ ຊົນເຜົ່ານີ້ມີຄວາມເປັນຊົນນະບົດສູງຫລາຍ ໃຊ້ຊີວິດແບບເພິ່ງພາທຳມະຊາດ ເຊັ່ນ: ຕັດໄມ້ຂາຍ, ຫາສັດປ່າ ເຊັ່ນ: ກະຮອກ, ກະແຕ ແລະ ນົກ. ລວມໄປເຖິງການປູກພືດຜັກ ມີຫ້ອງຮຽນເປັນເຮືອນໄຟໄມ້ຫລັງນ້ອຍໆ ມີກະດານ ແລະ ໂຕະນັກຮຽນ 1 ຫ້ອງໃຫ້ເດັກນ້ອຍຊົນເຜົ່າໄດ້ຮຽນຫນັງສື ມີເຄື່ອງຕຳເຂົ້າທີ່ໃຊ້ແຮງງານຄົນຕຳ ເລົ້າເຂົ້າເກັບເຂົ້າ ແລະ ຫ້ອງຖ່າຍດິນທີ່ຂູດຂຶ້ນມາເອງ