ຫນູຮັກ ພູມສະຫວັນ

ຈາກ ວິກິພີເດຍ

ສະຫາຍ ໜູຮັກ ພູມສະຫວັນ ເກີດເມື່ອວັນທີ 9 ເມສາ 1910 ທີ່ບ້ານພະລຸກາມຸກດາຫານ ເປັນບຸດຂອງທ້າວ ທອງພັກ ແລະ ນາງ ບັນທູນ ໄດ້ສ້າງຄອບຄົວກັບນາງ ຈັນທົມ ໃນປີ 1933 ແລະ ມີລູກຮ່ວມກັນ 4 ຄົນ ຕໍ່ມາສະຫາຍໄດ້ ສ້າງຄອບຄົວກັບນາງ ບຸນມາ ໃນປີ 1944.

ສະຫາຍຫນູຮັກເປັນນັກປະຕິວັດທີ່ເຮັດເພຶ່ອຊາດຢ່າງສຸດກົດສຸດປາຍ ແລະຍຶກຫມັ້ນໃນອຸດົມການຈົນຕາຍ, ທ່ານຖືກຈັດເຂົ້າເປັນຜູ້ນຳປະຕິວັດຜູ້ທີສອງ ຮອງຈາກ ທ່ານ ໄກສອນ ພົມວິຫານ. ເຖິງທ່ານ ຫນູຮັກ ຈະຖືຈັດເຂົ້າເປັນຜູ້ທີສອງກໍຕາມ ແຕ່ທ່ານກໍເປັນບຸກຄົນທີ່ຄົນລາວທັງຊາດ ໃຫ້ຄວາມເຄົາລົບ ແລະນັບຖື ແຕ່ກ່ອນແມ່ນແຕ່ ຕົວທ່ານ ໄກສອນ ພົມວິຫານເອງ ກໍຍອມທຳຕາມຄວາມເຫັນຂອງ ທ່ານຫນູຮັກ ພູມສະຫວັນ.

ການເຄື່ອນໄຫວປະຕິວັດຂອງສະຫາຍ ໜູຮັກ ພູມສະຫວັນ ໃນແຕ່ລະໄລຍະດັ່ງນີ້:

- ປີ 1945 ສະຫາຍເປັນໜຶ່ງໃນບັນດາຜູ້ກໍ່ຕັ້ງ ຂະບວນການປະຕິວັດຂອງປະເທດເຮົາ.

- ປີ 1949 ໄດ້ຮັບການແຕ່ງຕັ້ງເປັນປະທານຄະນະກຳມະການລາວຕໍ່ຕ້ານ ປະຈຳພາກຕາເວັນອອກ ທັງຮັບ ຜິດຊອບກະກຽມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ເພື່ອຈັດຕັ້ງລັດຖະບານລາວຕໍ່ຕ້ານ.

- ປີ 1950 ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີວ່າການ ກະຊວງການເງິນຂອງລັດຖະບານລາວຕໍ່ຕ້ານ.

- ປີ 1954 ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະເຈລະຈາ ຂອງຝ່າຍແນວລາວຮັກຊາດທີ່ວຽງຈັນ.

- ປີ 1955 ກອງປະຊຸມໃຫຍ່ ຄັ້ງທີ I ເຊິ່ງເປັນກອງປະຊຸມໃຫຍ່ ສ້າງຕັ້ງພັກປະຊາຊົນລາວ (ໃນປັດຈຸບັນແມ່ນ ພັກປະຊາຊົນປະຕິວັດລາວ) ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການສູນກາງພັກ.

- ປີ 1958 ເປັນສະມາຊິກສະພາຜູ້ແທນລາຊະດອນ ໃນສະໄໝລວມລາວ ຄັ້ງທີ I ທັງເປັນເລຂາພັກ ພາກ ສ່ວນສູນກາງຢູ່ວຽງຈັນ.

- ປີ 1959 ສະຫາຍຖືກລັດຖະບານລາຊະອານາຈັກຈັບກຸມຄຸມຂັງ ພ້ອມດ້ວຍສະເດັດເຈົ້າສຸພານຸວົງ ແລະ ຜູ້ ນຳຈຳນວນໜຶ່ງຂອງແນວລາວຮັກຊາດ.

- ປີ 1960-1962 ເປັນກຳມະການໃນຄະນະເຈລະຈາ ເພື່ອຈັດຕັ້ງລັດຖະບານປະສົມ ຄັ້ງທີ 2 ທັງເປັນເລຂາ ພັກ ພາກສ່ວນສູນກາງ ຢູ່ຄັງໄຂ (ແຂວງຊຽງຂວາງ) ເປັນຜູ້ຊີ້ນຳພາກສ່ວນເຂົ້າຮ່ວມ ໃນລັດຖະບານປະສົມ.

- ປີ 1966 ເປັນຜູ້ປະຈຳການຂອງຄະນະປະຈຳສູນກາງພັກ ຮັບຜິດຊອບວຽກງານຈັດຕັ້ງ ແລະວຽກງານເສດ ຖະກິດການເງິນ.

- ເດືອນ 2 ປີ 1972 ໄດ້ຮັບການແຕ່ງຕັ້ງເປັນຜູ້ຮັບຜິດຊອບຊີ້ນຳວຽກງານເສດຖະກິດ.

- ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເລືອກຕັ້ງສະຫາຍເປັນຮອງນາ ຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງການເງິນຂອງລັດຖະບານ ແຫ່ງ ສປປ ລາວ.

- ເດືອນ 4 ປີ 1982 ແລະ ເດືອນ 11 ປີ 1986 ສະຫາຍໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະ ມົນຕີຜູ້ທີ 1 ທັງເປັນຜູ້ປະຈຳການສະພາລັດຖະມົນຕີ ຊີ້ນຳກຸ່ມເສດຖະກິດ.

- ປີ 1989 ໄດ້ຮັບການເລືອກຕັ້ງເປັນຜູ້ແທນສະພາປະຊາຊົນສູງສຸດ ແລະ ໄດ້ຮັບການເລືອກຕັ້ງເປັນປະທານ ສະພາປະຊາຊົນສູງສຸດ ຊຸດທີ 2 ທັງເປັນປະທານຄະນະກຳມະການຮ່າງລັດຖະທຳມະນູນ.

- ວັນທີ 25/11/1992 ສະຫາຍໄດ້ຮັບການເລືອກຕັ້ງ ໂດຍກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນ ສູງສຸດ ຊຸດທີ 2 ໃຫ້ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງວັນທີ 24 ກຸມພາ 1998.

ສະຫາຍ ໜູຮັກ ພູມສະຫວັນ ໄດ້ຮັບການເລືອກຕັ້ງເປັນກຳມະການສູນກາງພັກ ໃນກອງປະຊຸມໃຫຍ່ ຄັ້ງທີ I ຄັ້ງທີ II ຄັ້ງທີ III ຄັ້ງທີ IV ແລະ ຄັ້ງທີ V ຂອງພັກ ໃນປີ 1955 ປີ 1972 ປີ 1982 ປີ 1986 ແລະ ປີ 1991 ສະຫາຍໄດ້ຮັບ ການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 2 ເຖິງກອງປະຊຸມໃຫຍ່ຄັ້ງທີ 5.

ສະຫາຍໄດ້ຮັບການແຕ່ງຕັ້ງເປັນທີ່ປຶກສາ ຂອງຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມໃຫຍ່ຄັ້ງທີ VI ແລະ ຄັ້ງທີ VII ຂອງພັກ ໃນປີ 1996 ແລະ ປີ 2001.

ສະຫາຍໄດ້ມໍລະນະກຳ ໃນທ້າຍປີ 2008

ອ້າງອີງ[ດັດແກ້]


ບັນນານຸກົມ[ດັດແກ້]