ຫນອງນົກທະເລສາບ

ຈາກ ວິກິພີເດຍ

ແຫລ່ງ​ທ່ອງ​ທ່ຽວ​ໃນ​ບ້ານເຮົາ​ບໍ່​ວ່າ​ຈະ​ຢູ່​ທາງ​ພາກ​ເຫນືອ, ກາງ ແລະ ໃຕ້ ລ້ວນ​ແຕ່​ມີ​ຄວາມຫລາກ​ຫລາຍ​ຂອງ​ທຳ​ມະ​ຊາດທີ່​ຫນ້າ​ປະ​ທັບ​ໃຈ​ຈົນ​ນັບ​ບໍ່​ຖ້ວນ, ແຕ່​ຍັງ​ມີ​ອີກ​ແຫລ່ງ​ທ່ອງ​ທ່ຽວ ອີກ​ແຫ່ງ​ຫນຶ່ງ​ອັນ​ທີ່​ພິ­ເສດ​ສຸດໆ ບໍ່​ແມ່ນ​ແຫລ່ງ​ທ່ອງ​ທ່ຽວ​ທາງປະ­ຫວັດ­ສາດ ຫລື ວັດ­ທະ­ນະ­ທຳ ແຕ່​ຢ່າງ­ໃດ, ແຕ່​ມັນ​ເປັນ​ບ່ອນ​ທີ່ທ່ານ​ຈະ​ໄດ້​ຄົ້ນ​ພົບ​ອັນ​ແປກ​ໃຫມ່ ເບິ່ງ​ຄວາມ​ສວຍ​ງາມ​ຂອງ​ມັນດ້ວຍ​ຕົວ​ເອງ ຈົນ​ຜູ້​ທີ່​ບໍ່​ເຄີຍ​ໄດ້ ພົບ​ເຫັນ​ບໍ່​ຫນ້າ​ຈະ​ເຊື່ອ​ເລີຍ​ວ່າ ເປັນ​ໄປ​ໄດ້​ແນວ­ໃດ ເພາະ​ທະ­ເລສາບ​ແຫ່ງ​ນີ້​ບໍ່​ໄດ້​ເປັນ​ສະ­ຖານ­ທີ່ເປົ່າ­ແປນ​ມີ​ພຽງ​ນ້ຳ, ແຕ່​ເປັນບ່ອນ­ຢູ່​ອາ­ໄສ​ຂອງ​ນົກ​ປ່າ ແລະ ສັດ​ນ້ຳ​ຫລາຍ​ຊະ­ນິດ, ທີ່​ອາ­ໄສຫນອງ​ແຫ່ງ​ນີ້​ຍ້ອນ​ມີ​ນ້ຳ​ຂັງ ຄ້າງ​ຢູ່ຕະ­ຫລອດ​ລະ­ດູ​ການ​ທັງແລ້ງ ແລະ ຝົນ ຈະ​ມີ​ນົກ​ປ່າ ຫລາຍ​ພັນ​ໂຕ ໂດຍ​ສະ­ເພາະ​ເປັນນົກ­ຍາງ, ນົກ​ເປັດ​ນ້ຳ​ທີ່​ຫລາຍກວ່າ​ຫມູ່ ແລະ ນົກ​ອື່ນໆ​ອີກ​ພາກັນ​ດຳ­ລົງ​ຊີ­ວິດ​ຢູ່​ໃນ​ຫນອງ​ນ້ຳແຫ່ງ​ນີ້.

ທະ­ເລ­ສາບ​ທີ່​ກ່າວ​ມາ​ຂ້າງເທິງ​ນັ້ນ​ຕາມ​ຄົນ​ທ້ອງ­ຖິ່ນ​ແຖບ ນັ້ນ​ເຂົາ­ເຈົ້າ​ມັກ​ເອີ້ນ​ເປັນ​ສອງ​ຊື່ວ່າ: ຫນອງ​ນົກ ຫລື ທະ­ເລ­ສາບຂອງ​ນົກ, ເຫດ­ຜົນ​ທີ່​ເອີ້ນ​ທະ­ເລສາບ​ນີ້ ກໍ່​ຍ້ອນ​ໃຫ້​ສົມ​ກັບ ຄວາມ​ຍິ່ງ​ໃຫຍ່, ຫລາກ​ຫລາຍຂອງ​ນົກ​ນາໆ​ຊະ­ນິດ​ທີ່​ມາ​ຈາກຫລາຍ​ບ່ອນ​ມາ​ເຕົ້າ­ໂຮມ​ກັນ​ຢູ່ບ່ອນ​ນີ້ ເຊິ່ງ​ຈະ​ບໍ່​ເຄີຍ​ເຫັນ​ບ່ອນໃດ​ຫລາຍ​ເທົ່າ​ນີ້, ຫນອງ​ແຫ່ງ​ນີ້ ລັກ­ສະ­ນະ​ເປັນ​ປ່າ​ທາມມີ​ນ້ຳ​ຂັງ ຕະ­ຫລອດ​ປີ ແລະ ເປັນ​ບ່ອນ​ອາໄສ​ຂອງ​ນົກ ແລະ ສັດ​ນ້ຳ​ທຸກ​ຊະນິດ​ຫລາຍ​ກວ່າ​ບ່ອນ​ອື່ນ ເຊິ່ງ​ຢູ່ບໍ່​ໄກ​ປານ­ໃດ​ໃນ​ເຂດ​ບ້ານ​ສິ­ວິ­ໄລ ເມືອງ​ໂທລະ​ຄົມ ແຂວງ​ວຽງ​ຈັນນີ້​ເອງ ຕາມ​ປົກ­ກະ­ຕິ​ແລ້ວ​ເຄີຍ​ໄດ້ຍິນ​ແຕ່​ຫນອງ​ປາ​ບໍ່​ຮູ້​ວ່າ​ຫນອງນົກ​ເປັນ​ແນວ­ໃດ, ຫນອງ​ນົກ​ເປັນສະ­ຖານ­ທີ່​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນເອງ ເປັນ​ບ່ອນ​ອາ­ໄສ​ນອນ​ຢູ່ຕາມ​ພຸ່ມ­ໄມ້, ກົກ​ຫນາມ​ປາ­ດຸກ​ທີ່ເກີດ​ຕາມ​ຫນອງ​ກາງ​ນ້ຳ ມັນ​ຈະເຕົ້າ­ໂຮມ​ກັນ​ໃນ​ຕອນ​ໃກ້​ຕາ­ເວັນ ຈະ​ຕົກ​ດິນທັງ​ເປັນ​ເຂດ​ທີ່​ໄດ້​ຮັບການ​ອະ­ນຸ​ຮັກ​ໄວ້​ເປັນ​ຢ່າງ​ດີ, ເພື່ອ​ຮັບ­ປະ­ກັນ​ບໍ່​ໃຫ້​ມີ​ການ​ລ່ານົກ​ມາ​ເປັນ​ອາ­ຫານ ຫລື ເປັນ​ສິນຄ້າ​ໃນ​ທ້ອງ​ຕະ­ຫລາດ​ທາງ​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ໄດ້​ຮັກ­ສາ​ສາຍພັນ​ຂອງ​ນົກ​ນາໆ​ຊະ­ນິດ​ໃຫ້​ຂະຫຍາຍ​ສືບ​ພັນ​ໄປ ຫນອງ​ນົກ​ທີ່ວ່າ​ນີ້​ມີ​ເນື້ອ­ທີ່​ປະ­ມານ 60 ເຮັກຕາ ໃນ​ບໍ­ລິ­ເວນ​ຄູ​ກັນ​ນ້ຳ​ມີ​ປາເປັນ​ຈຳ­ນວນ ​ຫລາຍ​ພາ­ກັນ​ອາໄສ​ຢູ່, ຫນອງ​ດັ່ງ­ກ່າວ​ເປັນ​ບ່ອນແພ່​ພັນ​ຂອງ​ພວກ​ນົກ​ປ່າ​ທີ່​ອາ­ໄສ ພ້ອມ​ກັນ​ນັ້ນ ຫນອງ​ດັ່ງ­ກ່າວ​ຍັງເປັນ​ບ່ອນ​ແພ່​ພັນ​ຂອງ​ສັດ​ທີ່​ດຳລົງ​ຊີ­ວິດ​ທ່າມ­ກາງ​ດິນ­ແດນ​ທີ່ປຽກ​ຊຸ່ມ​ໄປ​ດ້ວຍ​ນ້ຳ, ຜູ້​ຮັບ​ຜິດຊອບ​ປ່າ​ທາມ​ແຫ່ງ​ນີ້​ໃຫ້​ຮູ້​ວ່າ: ໃນ​ເຂດ​ຫນອງ​ບ່ອນ​ນີ້​ມີ​ນົກ­ຍາງປະ­ມານ 8.000 ກວ່າ​ໂຕ, ນົກເປັດ​ນ້ຳ​ອີກ​ປະ­ມານ 2.000 ກວ່າ​ໂຕ ແລະ ນົກ​ປະ­ເພດ​ອື່ນ​ອີກຈຳ­ນວນ​ຫນຶ່ງ, ຖ້າ​ຫາກ​ທ່ານ​ຢາກໄປ​ສະ­ຖານ­ທີ່​ດັ່ງ­ກ່າວ​ກໍ່​ບໍ່​ຍາກພຽງ​ແຕ່​ເດີນ­ທາງ​ອອກ​ໄປ​ຈາກຕົວ​ເມືອງ​ວຽງ​ຈັນ ມຸ່ງ​ຫນ້າ​ໄປຕາມ​ຖະ­ຫນົນ​ເລກ​ທີ 13 ໃຕ້ເຂົ້າສູ່​ຫລັກ 12, ໃນ​ເມື່ອ​ກ່ອນ​ແມ່ນຫລັກ 10 ພໍ​ໄປ​ຮອດ​ໄລ­ຍະ​ຫນຶ່ງລ້ຽວ​ໄປ​ຕາມ​ທາງ​ເບື້ອງ​ຂວາ​ມືຂ້າມ​ນ້ຳ​ງື່ມ ໂດຍ​ຜ່ານ​ຂົວ​ທ່າງ່ອນ, ມາ​ຮອດ​ຫລັກ 56 ລ້ຽວຊ້າຍ​ເຂົ້າ​ທາງ​ດິນ​ແດງ​ສາຍຫນຶ່ງ (ບໍ່​ມີ​ປ້າຍ​ບອກ) ແຕ່​ມີຮ້ານ​ອາ­ຫານ ແລະ ໂຮງ­ຮຽນ ຫລັງ​ຫນຶ່ງ​ຕັ້ງ​ຢູ່​ເບື້ອງ​ແຈ​ມຸມຂອງ​ຂອບ​ທາງ​ເປັນ​ສິ່ງ​ບອກທາງ​ແທນ, ຂີ່​ລົດ​ໄປ​ຕາມ​ທາງ​ດິນແດງ​ປະ­ມານ 7 ກິ­ໂລ­ແມັດ ກໍ່ເຖິງ​ບ້ານ​ສີ­ວິ­ໄລ, ເມື່ອ​ໄປ​ຮອດສະ­ຖານ­ທີ່​ນັ້ນ​ກໍ່​ສາ­ມາດ​ຍ່າງທ່ຽວ​ຊົມ​ຫນອງ​ນົກ​ທ່າມ­ກາງທຳ​ມະ​ຊາດ​ຂອງ​ຟຸ່ມ​ໄມ້​ນ້ອຍ-ໃຫຍ່​ຢັ່ງ­ຢາຍ ຕາມ​ບໍ­ລິ­ເວນ​ແຄມຫນອງ, ສະ­ຖານ­ທີ່​ດັ່ງ­ກ່າວ ເຫມາະ​ສຳ­ລັບ​ການ​ສ້າງ​ທີ່​ພັກໂຮງ­ແຮມ​ນອນ​ຄ້າງ​ຄືນ, ເພື່ອເບິ່ງ​ນົກ​ຈຳ­ນວນ​ຫລາຍ​ພັນ​ໂຕບິນ​ຕາມ​ພູ­ຜາ​ປ່າ­ໄມ້​ມາ​ພັກ​ຢູ່​ທີ່​ນີ້ ໃນ​ຍາມ​ຕາ­ເວັນ​ໃກ້​ຈະ​ອັດ​ສະດົງ.

ຫາກ​ທ່ານ​ສົນ­ໃຈ​ຢາກ​ໄປ​ສຳຜັດ​ຄວນ​ສຶກ​ສາ​ຂໍ້​ມູນ​ລະ­ອຽດດ້ວຍ​ການ​ສອບ​ຖາມ​ຜູ້­ນຳ​ທ່ຽວ ພາຍ​ໃນ​ບ້ານ​ກໍ່​ໄດ້ ສຳ­ລັບ​ລະ­ດູ​ທີ່ເຫມາະ​ສົມ​ທີ່​ສຸດ​ໃນ​ການ​ໄປທ່ຽວ​ເຊັ່ນ​ນີ້​ກໍ່​ແນະ­ນຳ​ເລີຍ​ລະ­ດູ ແລ້ງ​ແມ່ນ​ດີ​ທີ່​ສຸດ, ສ່ວນ​ລະ­ດູ­ຝົນທາງ​ເຂົ້າ ອາດ​ຈະ​ລຳ­ບາກ​ແດ່ເພາະ​ເປັນ​ທາງ​ດິນ​ແດງ, ສະຫລຸບ​ງ່າຍໆ​ກໍ່​ຄື​ຖ້າ​ຫາກ​ທ່ານ​ຈະໄປ​ໃນ​ລະ­ດູ​ໃດ​ກໍ່​ໄດ້​ເຊັ່ນ​ກັນ​ເພາະພາບ​ຫມູ່​ນົກ​ປ່າ​ຈຳ­ນວນ​ຫລາຍ ລ້ວນ​ແຕ່​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນໃຈ​ໃຫ້​ແກ່​ຜູ້​ຊົມ​ບໍ່​ຫນ້ອຍ​ເລີຍ, ໃນ​ຫນອງ​ນົກ​ກໍ່​ມີ​ນົກ​ຫລາຍ​ສົມຄວນ​ຈົນ​ໄດ້​ຮັບ​ຄວາມ​ຍ້ອງ­ຍໍ​ວ່າ ສະ­ຖານ­ທີ່​ງົດ​ງາມ​ຂອງ​ທິວ​ທັດທຳ​ມະ​ຊາດ​ແຫ່ງ​ທະ­ເລ­ ສາບ​ທີ່ເຕັມ​ໄປ​ດ້ວຍ​ນົກ​ປ່າ​ກໍ່​ວ່າ​ໄດ້, ຖ້າໃຜ​ໄດ້​ເຫັນ​ຮັບ­ຮອງ​ວ່າ​ຖືກ​ໃຈແນ່­ນອນ.