ຫງວຽນເຕິນຢຸງ

ຈາກ ວິກິພີເດຍ
Nguyễn Tấn Dũng (2014)

ສະຫາຍ ຫງວຽນເຕິນຢຸງ ເກີດໃນວັນທີ 17 ພະຈິກ 1949, ທີ່ເມືອງກາມາວ, ແຂວງກາມາວ.

ານສຶກສາ[ດັດແກ້]

ຈົບຊັ້ນປະລິນຍາຕີ ວິຊາກົດຫມາຍ ແລະ ວິຊາທິດສະດີການເມືອງຊັ້ນສູງ.

ສະຫາຍ ຫງວຽນເຕິນຢຸງ ຖືກເລືອກຕັ້ງເປັນກຳມະການສູນກາງພັກກອມມູນິດຫວຽດນາມ, ສະໄຫມຄັ້ງທີ VI, VII, VIII, IX, X ແລະ XI, ເປັນກຳມະການກົມການເມືອງສູນກາງພັກ ສະໄຫມທີ VIII, IX, X ແລະ XI ແລະ ເປັນສະມາຊິກສະພາ ແຫ່ງຊາດສະໄຫມທີ X, XI, XII ແລະ XIII.

ປະຫວັດການເຄື່ອນໄຫວ[ດັດແກ້]

l ແຕ່ເດືອນພະຈິກ 1961 ຫາເດືອນກັນຍາ 1981

ສະຫາຍ ຫງວຽນ ເຕິນຢຸງ ຮັບໃຊ້ໃນກອງທັບປະຊາຊົນຫວຽດນາມ, ເປັນຫົວໜ້າກອງຮ້ອຍເສນາຮັກ, ເປັນຫົວໜ້າການ ເມືອງຂອງກອງພັນ ແລະ ເປັນຫົວໜ້າການເມືອງກອງພັນໃຫຍ່ໃນຕຳແໜ່ງພັນຕີ.

l ແຕ່ເດືອນຕຸລາ 1981 ຫາເດືອນທັນວາ 1994

ສະຫາຍ ຫງວຽນ ເຕິນຢຸງ ຮຽນຢູ່ໂຮງຮຽນພັກຊັ້ນສູງຫງວຽນອາຍກວັກ, ເປັນກຳມະການພັກແຂວງກຽນຢາງ, ເປັນຮອງ ຫົວໜ້າຄະນະຈັດຕັ້ງຂອງຄະນະພັກແຂວງ, ເປັນກຳມະການປະຈຳຄະນະພັກແຂວງກຽນຢາງ ແລະ ເປັນເລຂາຄະນະພັກ ເມືອງຫາຕຽນ, ເປັນຮອງເລຂາຜູ້ປະຈຳການຂອງຄະນະພັກແຂວງກຽນຢາງ, ເປັນຮອງເລຂາຄະນະພັກແຂວງ ແລະ ປະທານ ກຳມະການປະຊາຊົນແຂວງກຽນຢາງ; ເປັນສະມາຊິກຂອງສະພາປະຊາຊົນແຂວງ; ເປັນເລຂາຄະນະພັກແຂວງກຽນຢາງ.

l ແຕ່ເດືອນມັງກອນ 1995 ຫາເດືອນພຶດສະພາ 1996

ເປັນຮອງລັດຖະມົນຕີກະຊວງຕຳຫລວດ, ເປັນກຳມະການຂອງຄະນະພັກຕຳຫລວດສູນກາງ.

l ແຕ່ເດືອນມິຖຸນາ 1996 ຫາເດືອນສິງຫາ 1997

ເປັນກຳມະການຂອງຄະນະປະຈຳກົມການເມືອງສູນກາງພັກກອມມູນິດຫວຽດນາມ; ຫົວໜ້າກຳມາທິການເສດຖະກິດ ຂອງສູນກາງພັກ, ຮັບຜິດຊອບວຽກງານການເງິນ.

l ແຕ່ເດືອນກັນຍາ 1997 ຫາເດືອນມິຖຸນາ 2006

ເປັນຮອງນາຍົກລັດຖະມົນຕີຜູ້ປະຈຳການຂອງລັດຖະບານ ແຫ່ງ ສສ ຫວຽດນາມ, ເປັນກຳມະການກົມການເມືອງສູນ ກາງພັກ, ເປັນຮອງເລຂາຂອງອົງຄະນະພັກຂອງຫ້ອງວ່າການລັດຖະບານ, ປະທານສະພານະໂຍບາຍດ້ານການເງິນ ແລະ ການຄັງແຫ່ງຊາດ.

l ແຕ່ປີ 1998 ຫາ 1999

ເປັນປະທານທະນາຄານແຫ່ງລັດຫວຽດນາມ, ເລຂາຂອງອົງຄະນະພັກຂອງທະນາຄານແຫ່ງລັດຫວຽດນາມ.

l ແຕ່ເດືອນກໍລະກົດ 2006 ຫາປະຈຸບັນ

ເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ເປັນກຳມະການກົມການເມືອງສູນກາງພັກ, ເລຂາອົງຄະນະພັກຂອງຫ້ອງວ່າການລັດຖະບານ.