ສົ້ມປານ້ອຍ

ຈາກ ວິກິພີເດຍ

ສົ້ມປານ້ອຍ ເປັນອາຫານລາວປະເພດໜຶ່ງທີ່ເຮັດຈາກປາຊິວ ແລະ ປານ້ອຍທີ່ມີລັກສະນະຄ້າຍປາຊິວ ນ້ຳຈືດ.

ເຊິ່ງຈະຄັ້ນປາສົດທີ່ສະອາດ, ເດັດຫົວ ຫລື ບໍ່ເດັດຫົວ ກັບເກືອ ແລະ ເຂົ້າຂົ່ວ ຫລື ແປງນົວ (ຕາມທີ່ມັກ) ຫລັງຈາກນັ້ນ ບັນຈຸໃນພະຊະນະ ແລະ ອັດໄວ້ຈົບດີ

ແລະ ລໍຖ້າປະມານ ສາມ ຫາ ສີ່ ວັນ ປາຈຶ່ງກາຍເປັນສົ້ມ ຫລັງຈາກນັ້ນ ກໍ່ແຕ່ງສົ້ມປາຕາມໃຈມັກໄດ້.


ສົ້ມປານ້ອຍ Som pa noy
ກຳເໜີດ
ແຫຼ່ງກຳເໜີດລາວ
ພູມິພາກພາກກາງ, ພາກໃຕ້, ພາກອີສານຂອງໄທ
ລາຍລະອຽດ
ຊະນິດສົ້ມ
ເຄື່ອງປຸງຫຼັກປານ້ອຍ, ເກືອ, ເຂົ້າຂົ່ວ, ໝາກເຜັດສົດ, ໝາກເຂືອຂື່ນ, ຫົວສີໄຄສົດ...