ສົມບັດ ສົມພອນ
ສົມບັດ ສົມພອນ ເປັນນັກພັດທະນາສັງຄົມຊາວລາວແລະເຈົ້າຂອງລາງວັນແມັກໄຊໄຊ ເຊີ່ງໄດ້ຫາຍຕົວໄປຍ້ອນຖືກລັກພາໂຕ ຢູ່ນະຄອນຫຼວງວຽງຈັນໃນມື້ທີ່ 15 ທັນວາ ປີ 2012 ແມ້ວ່າລັດຖະບານລາວປະຕິເສດການເຊື່ອມໂຍງແລະອ້າງວ່າບໍ່ມີສ່ວນຮູ້ເຫັນ ແຕ່ເຊື່ອວ່າມີທິດສະດີສົມຄົບຄິດຫຼາຍພໍທີ່ເຮັດໃຫ້ເຊື່ອວ່າລັດຖະບານລາວວາງແຜນການລັກພາຕົວ ເນື່ອງຈາກວ່າບໍ່ເຄີຍຍອມເປີດເຜີຍການລັກພາຕົວເລີຍແມ້ແຕ່ນ້ອຍ
ປະຫວັດ[ແກ້ໄຂ]
ທ່ານສົມບັດ ສົມພອນ ເກີດເມື່ອມື້ທີ່ 17 ກຸມພາ ປີ 1952 ຢູ່ບ້ານດອນຂຽວ ເມືອງໜອງບົກ ແຂວງຄຳມ່ວນ ປະເທດລາວ ເພີ່ນໄດ້ເກີດໃນຄອບຄົວທີ່ຍາກຈົນ ແລະເປັນລູກກົກຂອງພີ່ນ້ອງທັ້ງໝົດ ຕໍ່ມາ ເພີ່ນໄດ້ທືນຮຽນຕໍ່ຢູ່ສະຫະລັດອະເມລິກາແລະໄດ້ຮຽນໃນລະດັບຊັ້ນມັດທະຍົມສືກສາຢູ່ ລັດວິດສະຄອນຊິນ ສະຫະລັດອະເມລິກາ ຕໍ່ມາ ໃນຊຸມຕົ້ນທົດສະວັດທີ່ 70 ເພີ່ນໄດ້ຮັບທືນຮຽນຕໍ່ຢູ່ ມະຫາວິທະຍາໄລຮາວາຍ ແລະໄດ້ຮຽນຈົບປະລິນຍາຕີສາຂາການສືກສາໃນປີ 1974 ແລະປະລິນຍາໂທສາຂາກະເສດຕະກຳໃນປີ 1978.[໑]
ຕໍ່ມາ ທ່ານສົມບັດໄດ້ກັບມາປະເທດລາວຫຼັງຈາກການປ່ຽນແປງລະບອບການປົກຄອງແລ້ວໃນຊຸມປີ 1981 ວຽກທຳອິດທີ່ເພີ່ນໄດ້ເຮັດແມ່ນ ການສອນວິທີການເຮັດກະເສດຢ່າງຍັ່ງຍືນ ເພື່ອສົ່ງເສີມຄວາມປອດໄພຂອງອາຫານທີ່ມາຈາກການກະເສດ ນອກຈາກນີ້ເພີ່ນຍັງເປັນຜູ້ບຸກເບີກການໃຊ້ເຕັກນິກການປະເມີນໃນຊົນນະບົດແບບມີສ່ວນຮ່ວມໃນລາວດ້ວຍ ໃນປີ 1996 ເພີ່ນໄດ້ຮັບອະນຸຍາດຈາກກະຊວງສືກສາທິການຂອງປະເທດລາວໃຫ້ເຮັດການກໍ່ຕັ້ງສູນອົບຮົມຮ່ວມພັດທະນາ (PADETC) ເພື່ອຝືກການອົບຣົມໄວໜຸ່ມແລະເຈົ້າໜ້າທີ່ພັດທະນາທ້ອງຖີ່ນ.[໒]
ຕາມຊີວະປະຫວັດຂອງເພີ່ນທີ່ມີການເຜີຍແຜ່ໃນປີ 2005 PADETC ໄດ້ດຳເນີນການເລີ່ມຫຼາຍໆໂຄງການເພື່ອສົ່ງເສີມການໃຊ້ເຕັກໂນໂລຈີທີ່ເປັນມິດກັບສິ່ງແວດລ້ອມແລະສົ່ງເສີມຜູ້ປະກອບການຣາຍຍ່ອຍ ໂຮມໄປເຖີງການແນະນຳການໃຊ້ປຸ໋ຍອິນຊີ, ການຣີໄຊເຄີນຂີ້ເຫຢື່ອແລະເຕົານ້ຳມັນເຊື້ອເພີງທີ່ມີປະສິດທິພາບ ແລະການປະເມີນຜົນຮູບແບບໃໝ່ສຳລັບອົງກອນທຸລະກິດການກະເສດລາຍເລັກ ໂຄງການນີ້ໄດ້ດຳເນີນວຽກໃນຖານະສ່ວນໜື່ງຊອງການຝືກອົບຮົມອາສາສະໝັກໄວໜຸ່ມແລະການຝືກຮຽນຮູ້ໃນຊັ້ນຮຽນ (ຕັ້ງແຕ່ໃນລະດັບມັດທະຍົມສືກສາ, ວິທະຍາໄລ ແລະ ບັນດິດວິທະຍາໄລ) PADETC ໄດ້ສອນໃຫ້ອາສາສະໝັກໄວໜຸ່ມໄດ້ມີປະສົບການໃນການຮຽນຮູ້ຄວາມເປັນຜູ້ນຳ,ການເຮັດວຽກເປັນທີມ,ການບໍລິຫານຈັດການໂຄງງານ ແລະ ຄວາມຫຼາກຫຼານໃນການດຳລົງຊີວິດ ເຣື່ອງຣາວຄວາມຮູ້ໃນທ້ອງຖີ່ນ, ການຕະໜັກເຖີງສິ່ງແວດລ້ອມ, ການເຮັດກະເສດທີ່ດີ, ການເປັນຜູ້ປະກອບການ ແລະບັນຫາທີ່ຄວນແກ້ໄຂຢ່າງໄວ ເຊັ່ນ ບັນຫາດ້ານຢາເສບຕິດ.[໓]
ຕະຫຼອດຊີວິດຂອງທ່ານສົມບັດນັ້ນ ເພີ່ນໄດ້ພະຍະຍາມທີ່ຈະຫຼີກລ່ຽງເຣື່ອງຣາວທາງການເມືອງຫຼືການມີສ່ວນຮ່ວມທາງການເມືອງໃດໆມາຕະຫຼອດ ໃນປີ 2013 ພັນລະຍາຂອງເພີ່ນໄດ້ກ່າວວ່າ "ໃນບົດຄວາມທີ່ຜ່ານມາຈຳນວນຫຼາຍແລະຖະແຫຼງການທີ່ກ່ຽວຂ້ອງກັບການຫາຍຕົວໄປຂອງສົມບັດ ບາງເທື່ອເພີ່ນໄດ້ຖືກຮຽກເກັບເງີນຈາກການເປັນນັກຕໍ່ສູ້ເພື່ອສິດທິມະນຸດສະຍະຊົນ ແລະນັກເຄື່ອນໄຫວເພື່ອສັງຄົມ ຄຳນີ້ບໍ່ຕ້ອງເວົ້າເຖີງສົມບັດ ຕົວເພີ່ນຫຼືວຽກຂອງເພີ່ນເລີຍ ມັນແມ່ນຄວາມຈິງທີ່ສົມບັດໄດ້ຜ່ານການເຮັດວຽກຢ່າງບໍ່ມີເໜື່ອຍເພື່ອກ້າວໄປສູ່ຄວາມຢູ່ດີກິນດີ ແລະ ສະໜັບສະໜຸນການສ້າງຂີດຄວາມສາມາດໃນການພັດທະນາຊັບພະຍາກອນມະນຸດຂອງຄົນຍາກຈົນໃນຊົນນະບົດ ແຕ່ງານຂອງສົມບັດບໍ່ເຄີຍໄດ້ຄາດຄັ້ນຫຼືເປັນສັດຕູກັບນະໂຍບາຍຂອງລັດຖະບານເລີຍ ທຸກໂຄງການແລະກິດຈະກຳທີ່ສົມບັດໄດ້ດຳເນີນການທຸກຢ່າງ ໄດ້ຮັບຄວາມເຫັນຊອບຈາກໜ່ວຍງານພາກລັດທີ່ກ່ຽວຂ້ອງແລະໄດ້ຮັບຄວາມຮ່ວມມືຈາກເຈົ້າໜ້າທີ່ທ້ອງຖີ່ນ".[໔]
ປີຕໍ່ມາ ທ່ານສົມບັດໄດ້ມີບົດບາດສຳຄັນໃນການແນະນຳແນວຄິດດັດຊະນີຄວາມສຸກມວນໂຮມມາຍັງລາວ ໃນປີ 2007 ເພີ່ນໄດ້ເປັນ 1 ໃນຜູ້ຈັດການກອງປະຊຸມນານາຊາດວ່າດ້ວຍຄວາມສຸກມວນໂຮມປະຊາຊາດ ເທື່ອທີ່ 3 ຂະນະທີ່ປີ 2012 ເພີ່ນໄດ້ເປັນທີ່ປືກສາອາວຸໂສໃນຮູບເງົາສັ້ນເຣື່ອງ ຄວາມສຸກຂອງປະເທດລາວ ເຊີ່ງໄດ້ສາຍໃນກອງປະຊຸມເວທີປະຊາຊົນອາຊີ-ຍຸຣົບ ເທື່ອທີ່ 9 ງານນີ້ມີຄວາມໃກ້ຊິດກັບການມີສ່ວນຮ່ວມຂອງທ່ານສົມບັດໃນເຄືອຂ່າຍພຸດທະສາດສະນິກສັມພັນເພື່ອສັງຄົມ ເຊີ່ງຕັ້ງໂດຍ ທ່ານ ສຸລັກ ສິວະລັກ ເພື່ອນຂອງເພີ່ນ.[໕]
ການຍອມຮັບ[ແກ້ໄຂ]
ໃນປີ 2001 ທ່ານສົມບັດ ສົມພອນ ໄດ້ຮັບລາງວັນການພັດທະນາຊັບພະຍາກອນມະນຸດຈາກການເສີມສ້າງສັກກະຍະພາບຂອງຄົນຍາກຈົນໃນຊົນນະບົດຂອງລາວຈາກ ຄະນະກຳມາທິການເສດຖະກິດແລະສັງຄົມສຳລັບອາຊີແລະປາຊິຟິກແຫ່ງສະຫະປະຊາຊາດ.
ໃນປີ 2005 ເພີ່ນໄດ້ຮັບລາງວັນແມັກໄຊໄຊສຳລັບການເປັນຜູ້ນຳຊຸມຊົນ ຈາກການທີ່ເພີ່ນ ໄດ້ຕະໜັກເຖີງຄວາມພະຍາຍາມຂອງເພີ່ນທີ່ຈະສົ່ງເສີມການພັດທະນາຢ່າງຍັ່ງຍືນໃນປະເທດລາວໂດຍການຝືກອົບຮົມແລະສ້າງແຮງຈູງໃຈໃຫ້ຄົນໄວໜຸ່ມທີ່ຈະກາຍເປັນຄົນຣຸ່ນຜູ້ນຳ[໖] ທ່ານສົມບັດຍັງເປັນຄົນລາວພຽງຄົນດຽວທີ່ໄດ້ຮັບລາງວັນນີ້.
ໃນປີ 2010 ສູນອີດສຕ໌-ເວດສຕ໌ ໄດ້ຍອມຮັບການເຮັດວຽກເພື່ອສັງຄົມຂອງເພີ່ນຜ່ານການເຜີຍແຜ່ 50 ປີ 50 ເຣື່ອງ [໗] ໃນປີ 2011 ເພີ່ນຍັງໄດ້ກ່າວສຸນທອນພົດຢູ່ກອງປະຊຸມເຊີງປະຕິບັດການລະດັບພູມິພາກ ເອພີໄອ ເທື່ອທີ່ 10; ເອພີໄອ ແມ່ນເຄືອຂ່າຍຂອງປັນຍາຊົນສາທາລະນະແຫ່ງອາຊີໂດຍໄດ້ຮັບການສະໜັບສະໜຸນທືນຈາກມູນນິທິນິບປອນ ໃນປີ 2012 ເພີ່ນຍັງໄດ້ກ່າວສຸນທອນພົດໃນກອງປະຊຸມເວທີປະຊາຊົນອາຊີ-ຍຸຣົບ ເທື່ອທີ່ 9 ຢູ່ນະຄອນຫຼວງວຽງຈັນ ຄະນະກຳມາການຈັດການແຂ່ງຂັນລະຫວ່າງປະເທດຂອງ ເອອີພີເອຟ ໄດ້ກ່າວວ່າທ່ານສົມບັດແມ່ນ ໜື່ງໃນຜູ້ທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດແລະມີອິດທິພົນລະຍະຍາວສຳລັບປະຊາຊົນ ເປັນສູນກາງແລະໄດ້ພັດທະນາເສດຖະກິດແລະສັງຄົມໃນປະເທດລາວ.[໘]
ການຫາຍຕົວໄປແລະການຕອບສະໜອງ[ແກ້ໄຂ]
ທ່ານສົມບັດຖືກລັກພາຕົວໄປໃນນະຄອນຫຼວງວຽງຈັນ ໃນຊຸມແລງຂອງມື້ທີ່ 15 ທັນວາ 2012 ກ້ອງວົງຈອນປິດ ໄດ້ສະແດງພາບທີ່ມີຕຳຫຼວດຮຽກເພີ່ນລົງມາຈາກລົດແລະນຳເພີ່ນຂື້ນລົດປິ໊ກອັບໄປ[໙]ລັດຖະບານລາວໄດ້ປະຕິເສດການຮັບຜິດຊອບຂອງການຫາຍຕົວໄປຂອງເພີ່ນທັນທີ.[໑໐]
ການຫາຍຕົວໄປຂອງທ່ານສົມບັດ ສົມພອນສ້າງຄວາມກັງວົນໃຫ້ກັບຄົນແລະລັດຖະບານທົ່ວໂລກ ຜູ້ແທນລະດັບສູງຂອງສະຫະພາບຍຸຣົບດ້ານການຕ່າງປະເທດ, ສຳນັກງານຂ້າຫຼວງໃຫຍ່ເພື່ອສິດທິມະນຸດສະຍະຊົນແຫ່ງສະຫະປະຊາຊົນ, ສະມາຊິກສະພາຈາກອາຊີແລະຍຸຣົບ ອົງກອນພັດທະນາເອກກະຊົນລະຫວ່າງປະເທດ (ເອັນຈີໂອ) ແລະອີກຫຼາຍໆອົງກອນ ໄດ້ຮຽກຮ້ອງໃຫ້ລັດຖະບານລາວດຳເນີນການທີ່ຄວນຈຳເປັນ ເພື່ອໃຫ້ແນ່ໃຈໃນການປ່ອຍຕົວຢ່າງປອດໄພຂອງເພີ່ນ[໑໑] ເດດມອນ ຕູຕູ ບິຊອບແຫ່ງອາຟິກາໃຕ້ ໄດ້ຂຽນຈົດໝາຍໄປຍັງ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ ໃຫ້ຮຽກຮ້ອງໃຫ້ມີການກວດສອບຢ່າງຟ້າວດ່ວນ ແຕ່ວ່າບໍ່ມີການຕອບສະໜອງຫຍັງເລີຍຈາກລັດຖະບານລາວ.[໑໒]
ໃນເດືອນມັງກອນ 2013 ອົງການນິລະໂທດສະກຳສາກົນ ຮຽກຮ້ອງລັດຖະບານໃຫ້ດຳເນີນການກ່ຽວກັບເຣື່ອງນີ້ໂດຍດ່ວນ[໑໓] ຕາມມາດ້ວຍການເຜີຍແຜ່ເອກະສານສະຫຼຸບການບັນຍາ 26 ໜ້າເຣື່ອງ ລາວ ຈັບຈາກກ້ອງ ການບັງຄັບການຫາຍຕົວຂອງທ່ານສົມບັດ ສົມພອນ (Laos: Caught on Camera - the enforced disappearance of Sombath Somphone).[໑໔]
ສູນວິເຄາະນະໂຍບາຍສາທາລະນະໃນ ວໍຊິງຕັນ ດີ.ຊີ. ແລະເຂດພູມິພາກອາຊີຕະເວັນອອກສຽງໃຕ້, ອົງກອນວິໄຈນະໂຍບາຍສາທາລະນະເອກກະຊົນ (ເອັນຈີໂອ) ໄດ້ຮຽກຮ້ອງໃຫ້ລັດຖະບານລາວແລະໜ່ວຍຄວາມປອດໄພປ່ອຍຕົວທ່ານສົມບັດ ສົມພອນ ຢ່າງຕໍ່ເນື່ອງ[໑໕] ສູນວິເຄາະນະໂຍບາຍສາທາລະນະຍັງຍົກປະເດັນທ່ານສົມບັດ ສົມພອນວ່າເປັນການລະເມີດສິດທິ ມະນຸດສະຍະຊົນທີ່ຮຸນແຮງຄືກັບທີ່ເຄີຍເກີດຂື້ນກັບການຂ້າລ້າງຊາວລາວແລະຊາວມົ້ງແລະຄວາມຂັດແຍ້ງທາງສາດສະໜາໃນລາວ.[໑໖]
ໜື່ງເດືອນຫຼັງການຫາຍຕົວໄປຂອງເພີ່ນ ລັດຖະມົນຕີວ່າການກະຊວງຕ່າງປະເທດ ຮິນລາຣີ ຄລິນຕັນ ອອກຖະແຫຼງການຮຽກຮ້ອງໃຫ້ລັດຖະບານລາວ ກວດສອບຄວາມໂປ່ງໃສຂອງເຫດການທີ່ເກີດຂື້ນນີ້ແລະເຮັດທຸກຢ່າງໃນອຳນາດຂອງຕົນເພື່ອທີ່ຈະດຳເນີນການເຣື່ອງທັນທີແລະປ່ອຍຕົວທ່ານສົມບັດກັບບ້ານໄປຫາຄອບຄົວເພີ່ນ[໑໗] ມື້ທີ່ 24 ມີນາ, ຈອນ ແຄຣີ ລັດຖະມົນຕີວ່າການກະຊວງການຕ່າງປະເທດຄົນໃໝ່ ໄດ້ອອກຖະແຫຼງການໃນມື້ຄົບຮອບ 100 ມື້ການຫາຍຕົວໄປວ່າ ເປັນເຣື່ອງທີ່ເປັນຕາເສຍໃຈຢ່າງຕໍ່ເນື່ອງ ການຫາຍຕົວໄປຢ່າງອະທິບາຍບໍ່ໄດ້ຂອງທ່ານສົມບັດ ສົມພອນ ຜູ້ທີ່ເຊີ່ງໄດ້ຮັບການນັບຖືຢ່າງກວ້າງຂວາງແລະສ້າງແຮງບັນດານໃຈໃຫ້ພົນລະເມືອງລາວເຊີ່ງໄດ້ສ້າງຄຸນນະປະໂຫຍດຢ່າງຫຼາຍຂື້ນໃນປະເທດຂອງເຂົາ ກໍ່ໃຫ້ເກີດຄຳຖາມກ່ຽວກັບການເຮັດຜິດຂອງລັດຖະບານລາວໃນການໃຊ້ກົດໝາຍແລະການມີສ່ວນຮ່ວມຮັບຜິດຊອບກັບໂລກນີ້.[໑໘]
ສາມຄະນະຜູ້ແທນຂອງສະມາຊິກລັດຖະສະພາຈາກອາຊີແລະຍຸຣົບເດີນທາງມາຍັງນະຄອນຫຼວງວຽງຈັນໃນປີ 2013 ເພື່ອຫາລືກ່ຽວກັບການຫາຍຕົວໄປຂອງທ່ານສົມບັດກັບລັດຖະບານລາວ ການຢ້ຽມຢາມເທື່ອທຳອິດໃນເດືອນມັງກອນ ວັນເດນ ເບນໂລ ສະມາຊິກສະພາຄອງເກຣດຈາກຟິລິບປິນແລະຜູ້ສ້າງຕັ້ງ ໂຟກັດອອນເດິໂກບອນເຊາທ໌ (Focus on the Global South) ກ່າວວ່າ ເຮາຢູ່ໄກຈາກຄວາມພໍໃຈຈາກຄຳຕອບທີ່ໄດ້[໑໙] ວຸດທິສະພາດັດຊ໌ ທູ ເອວຊິຟາ ກ່າວຫຼັງຈາກການໄປຢ້ຽມຢາມໃນເດືອນມີນາ ຖ້າເຈົ້າໜ້າທີ່ລາວຄິດວ່າບັນຫາການຫາຍຕົວໄປຂອງທ່ານສົມບັດຈະເຮັດໃຫ້ບັນຫາໝົດໄປ ເຂົາເຈົ້າຄິດຜິດ[໒໐]ໃນເດືອນກັນຍາ 3 ຄະນະຜູ້ແທນ ປະກອບດ້ວຍຜູ້ແທນຈາກເດນມາກແລະເບວຢຽມ ໄດ້ຂໍ້ສະຫຼຸບວ່າ ທາງການລາວເບີ່ງໄກແລະບໍ່ໄດ້ສະແດງຄວາມໃຫ້ເຫັນເຖີງຄວາມຕັ້ງໃຈຫຼືຄວາມສາມາດພຽງພໍທີ່ຈະຫາທາງອອກກັບກໍລະນີນີ້ແລະໄດ້ປະຕິເສດຂໍ້ສະເໜີການໃຫ້ຄວາມຊ່ວຍເຫຼືອທາງເຕັກນິກໃດໆເພື່ອກວດສອບເຣື່ອງນີ້.[໒໑]
ລະຫວ່າງກອງປະຊຸມລະດັບສູງກັບລັດຖະບານລາວທີ່ຈັດຂື້ນຢູ່ນະຄອນຫຼວງວຽງຈັນໃນເດືອນພືດສະຈິກ ປີ 2013 ຈຳນວນຂອງຜູ້ບໍລິຈາກຕ່າງປະເທດສະແດງຄວາມກັງວົນຂອງພວກເຂົາກ່ຽວກັບການຫາຍຕົວໄປຂອງທ່ານສົມບັດ ຄຳສັ່ງຈາກອົງການພັດທະນາຍຸຣົບຮຽກຮ້ອງໃຫ້ລັດຖະບານລາວ ດຳເນີນການກວດສອບຢ່າງຄອບຄຸມແລະໃຫ້ມີຄວາມໂປ່ງໃສຂອງຄະດີນີ້ຢ່າງເຕັມທີ່ແລະໃຫ້ຄວາມຮ່ວມມືກັບໜ່ວຍງານຂອງສະຫະປະຊາຊາດ ເຊັ່ນ ຄະນະທີ່ເຮັດວຽກກ່ຽວກັບການບັງຄັບຄົນໃຫ້ສູນຫາຍໃນເຈນີວາ.[໒໒]
ໃນມື້ທີ່ 15 ທັນວາ ປີ 2013 ຄົບຮອບໜື່ງປີຂອງການຫາຍສາບສູນຂອງທ່ານສົມບັດ ສົມພອນ ໄດ້ຖືກປະກາດໄວ້ໂດຍຖະແຫຼງການຂອງລັດຖະບານ ສະວິດເຊີແລນ,ອັງກິດ ແລະສະຫະລັດອະເມລິກາ[໒໓] ແລະການເດີນຂະບວນປະທ້ວງສະຖານທູດລາວໃນບາງກອກ[໒໔] ໂຕກຽວ[໒໕] ແລະແຄນເບີລາ ອົງການນິລະໂທດສະກຳສາກົນອອກມາຮຽກຮ້ອງອີກເທື່ອເພື່ອໃຫ້ມີການດຳເນີນການເຣື່ອງນີ້[໒໖] ຂະນະທີ່ເອັນຈິໂອອາຊີ 62 ກຸາມ ໄດ້ຮຽກຮ້ອງໃຫ້ມີການສອບສວນໃໝ່[໒໗] ຂະນະທີ່ ຄະນະລາຍງານພິເສດກ່ຽວກັບສິດທິເສລີພາບໃນການຊຸມນຸມໂດຍສະຫງົບແຫ່ງສະຫະປະຊາຊາດ ໄດ້ຂໍໃຫ້ລັດຖະບານລາວ ໃຫ້ຄວາມຮ່ວມມືເຕັມທີ່ກັບ ຄະນະມົນຕີສິດທິມະນຸດສະຍະຊົນແຫ່ງສະຫະປະຊາຊາດ.[໒໘]
ສື່ນານາຊາດຍັງໄດ້ລາຍງານການຫາຍຕົວໄປຂອງທ່ານສົມບັດ ເຊັ່ນ ບີບີຊີ, ອັນ ຈາຊີຣ່າ ຟ໊ອກຊ໌ນິວສ໌, ດອຍຊ໌ ເວເລຍ໌, ເລີມງ, ເດິ ກາດຽນ, ເດິວໍສະຕີດເຈິນັລ, ເອບີຊີ ອອສເຕຣເລຍ ແລະສື່ອື່ນໆອີກຫຼາຍ.[໒໙]
ອ້າງອິງ[ແກ້ໄຂ]
- ↑ Sombath Somphone: Farmer, Scholar, Scientist, Community Developer
- ↑ PADETC - 10 years in balance (report)
- ↑ Sombath Somphone: Biography
- ↑ An Open Letter to Sombath’s Well-Wishers, From Ng Shui Meng, wife of Sombath Somphone
- ↑ 'Unhappy Laos' - article at website of International Network of Engaged Buddhists
- ↑ The 2005 Ramon Magsaysay Award for Community Leadership, Citation for Sombath Somphone
- ↑ Sombath Somphone - Preparing a Generation of Leaders in Laos in 'East West Centre: 50 years, 50 stories', University of Hawaii, 2010
- ↑ AEPF statement of concern over the disappearance of Mr. Sombath Somphone
- ↑ ແມ່ແບບ:YouTube
- ↑ 'Statement of the Lao spokesman on the Missing of Mr. Sombath Somphone', KPL news agency, 19 December 2012
- ↑ A collection of statements of concern relating to the disappearance of Sombath Somphone
- ↑ Archbishop Tutu speaks out for Sombath
- ↑ Amnesty International: Lao Citizen Abducted, Not Seen or Heard From, 18 January 2013
- ↑ Amnesty International: Laos must ensure return of disappeared civil society leader, 13 June 2013
- ↑ The Centre for Public Policy Analysis (CPPA), Washington, D.C. http://www.centerforpublicpolicyanalysis.org
- ↑ Business Wire (4 March 2013) "Laos: Attacks Intensify Against Lao, Hmong People" http://www.businesswire.com/news/home/20130304006755/en/Laos-Attacks-Intensify-Lao-Hmong-People
- ↑ Press Statement by Hillary Clinton, U.S. Secretary of State, 16 January 2013
- ↑ Press Statement by John Kerry, U.S. Secretary of State, 24 March 2013
- ↑ Statement of Rep. Walden Bello on the Preliminary findings of ASEAN Parliamentary Delegation to the Lao PDR on the disappearance of Sombath Somphone
- ↑ The clock is ticking for Laos with the case of Sombath Somphone
- ↑ Statement of the Third Parliamentary Delegation to the Lao PDR on the enforced disappearance of Sombath Somphone
- ↑ European Development Partners’ Statement at Lao PDR’s Round Table Meeting Vientiane, 19th November 2013
- ↑ Global Concern - a complete list of statements made by international organisations
- ↑ Bangkok Post - Rally at Lao embassy for missing activist
- ↑ Action in front of the Lao embassy in Tokyo (article in Japanese)
- ↑ Laos: Further information: Fears grow for Lao civil society leader
- ↑ Sombath Somphone one year on: 62 NGOs call for a new investigation into his enforced disappearance
- ↑ A year on, the enforced disappearance of Sombath Somphone continues with impunity in Lao PDR
- ↑ Links to more than 175 news reports on the disappearance of Sombath Somphone