ສົນທະນາ:ທາດດຳ

Page contents not supported in other languages.
ຈາກ ວິກິພີເດຍ

ຂໍປະກອບຄວາມເຫັນນຳເດີ.. ແຕ່ບໍ່ໄດ້ຢັ້ງຢືນຄຳເຫັນວ່າຖືກຫລືບໍ່ດາຍ ! ໃຫ້ຖືວ່າເປັນຄວາມເຫັນສ່ວນຕົວຂອງຄົນໂງ່ໆຜູ້ຫນຶ່ງກະແລ້ວກັນ.. ຫາກມີຂໍ້ຜິດພາດກໍຂໍອະພັຍ.. ຜູ້ຂ້າຄິດວ່າເລື່ອງນີ້ ມີຄົນບາງຄົນ (ທີ່ເພິ່ນຮູ້ທີ່ມາທີ່ໄປຂອງທາຕຸດຳ) ຕອ້ງການຢາກຊຸກເຊື່ອງປວັດສາຕໄວ້ໃຫ້ມັນຕາຍໄປກັບທາຕຸດຳ ຍອ້ນມັນເປັນເຣື່ອງຄາລາຄາຊັງ.. ຄາໃຈຢູ່.. ບໍ່ຮູ້ຊິເຮັດແນວໃດ ຄາວຜູ້ຂ້າຍັງນອ້ຍ, ຈັກປີບໍ່ຮູ້ລະ ແຕ່ພໍຈື່ໄດ້ວ່າຕອນນັ້ນຢູ່ຫອ້ງ ປ.3 (ປະຖົມສາມ ) ນາຍຄູຈັນທີ..ເວລາເພີ່ນສອນປວັດສາດ.. ເພິ່ມເວົ້າສູ່ເດັກນອ້ຍ ( ເປີງນັ້ນ )ຟັງກ່ຽວກັບສົງຄາມເຈົ້າອານຸດຳເນີນການກອບກູ້ປະເທດລ້ານຊ້າງອອກຈາກອໍານາດຂອງສຍາມ.. ຫລັງຈາກທີ່ສຍາມໄດ້ກັບຄືນເຂົ້າມາ ມ້າງວຽງຈັນຊຸດທີ 2 . ຫລັງຈາກທີ່ມ້າງເພວຽງຈັນ-ພັນພ້າວໃຫ້ມຸ່ນທະລາຍລົງຫມົດແລ້ວ ໄດ້ສ້າງທາຕຸເປັນສັນຍາລັກສນ໌ໄວ້ ໒ ຫນ່ວຍ.. ເອີ້ນຊື່ວ່າ “ ອະນຸສາວຣີປຣາບວຽງ ” ຫນ່ວຍຫນຶ່ງຢູ່ວຽງຈັນ ( ຝັ່ງຊ້າຍ ແມ່ນໍ້າຂອງ ) ອີກຫນ່ວຍຫນຶ່ງຢູ່ຝັ່ງຂວາ (ຕຳບົນພັນພ້າວດຽວນີ້ ).. ເວົ້າແນວນີ້.. ແມ່ນເວົ້າຕາມຄວາມເຂົ້າໃຈຜູ້ຂ້າເດີ.. ໄດ້ຍິນມາຄືແນວນັ້ນ.. ບໍ່ໄດ້ຢັ້ງຢືນເດີວ່າ “ ທາຕຸດຳ ແມ່ນອະນຸສາວະຣີປຣາບວຽງ ”.. ແຕ່ວ່າພາຍລຸນມາ..ປວັດສາດໂຕນີ້ບໍ່ມີໃຜນຳເອົາມາສອນກັນອີກ.. ຜູ້ຂ້າເຄີຍອ່ານປຶ້ມປວັດສາດຍຸກໃຫມ່ມາຫລາຍຫົວສົມຄວນ.. ບໍ່ມີໃຜເວົ້າ ແລະຢັ້ງຢືນກ່ຽວກັບ “ອະນຸສາວຣີປຣາບວຽງ ” ເທົ່າທີ່ສັງເກດເຫັນ.. ລັກສນະມັນຟອ້ງ.. 1. ຮູປຊົງ ຮູປຮ່າງລັກສນະຂອງທາຕຸ.. ມັນບໍ່ແມ່ນຮູປຊົງຂອງທາຕຸວຽງຈັນລ້ານຊ້າງ.. ທາຕຸວຽງຈັນລ້ານຊ້າງສວ່ນໃຫຍ່ແມ່ນທາຕຸ 4 ຫລ່ຽມ ( ແບບຢ່າງທາຕຸຫລວງວຽງຈັນ, ທາຕຸພະນົມ, ພຣະທາຕຸສີໂຄດຕະບອງ, ພຣະທາຕຸອີງຮັງ..ຊຶ່ງສ້າງມາແຕ່ສໄມພຣະເຈົ້າໄຊຍະເຊດຖາທິຣາຊ ແລະ “ພຣະທາຕຸສີສອງຮັກ” ທີ່ອຳເພີດ່ານຊ້າຍ..ຈັງຫວັດເລີຍ ເປັນຕົ້ນ), ແຕ່ ມັນກໍຢັ້ງຢືນໄດ້ຍາກ.. ເພາະວ່າລຽງຈັນລ້ານຊ້າງຕົກເປັນເມືອງສວ່ຍຂອງສຍາມ ເກືອບ 2 ສັຕວັຕ ແນ່ນອນວ່າອິທິພົນຂອງສິລປະສຍາມຕອ້ງເຊື່ອມເຂົ້າມາ ບໍ່ຫລາຍກໍຫນອ້ຍ 2. ຜ່ານມາທາຕຸດຳ ເປັນທາຕຸທີ່ຖືກປະປອ່ຍ.. ນອກຈາກວ່າບໍ່ໃຫ້ຄວາມສົນໃຈແລ້ວ ຍັງບໍ່ໄດ້ຖືກບູຣະນະມາຕັ້ງແຕ່ມື້ທີ່ຜູ້ຂ້າເຫັນ.. ທັງໆທີ່ທາຕຸອື່ນໆບູຣະນະສອ້ມແປງກັນທຶດໆ.(ຜູ້ຂ້າຄິດສວ່ນຕົວດອກເດີວ່າ.. “ ຜູ້ທີ່ເພິ່ນຮູ້ຕື້ນເລິກຫນາບາງກ່ຽວກັບພຣະທາຕຸ ” ເຈຕນາຢາກປົກປິດປວັດສາດ” ບໍ່ໃຫ້ຄົນຮູ້ ແລະປະປອ່ຍທາຕດັ່ງກ່າວໃຫ້ພັງທະລາຍລົງໄປຕາມກາລເວລາ..ດີກວ່າທີ່ຈະຟື້ນມັນຂຶ້ນມາກ່າວ. ຫາກການສັນນິຖານຂອງຜູ້ຂ້າບໍ່ຖືກຕອ້ງ.. ຜູ້ຂ້າກໍຂໍອະພັຍ.. ແຕ່ຜູ້ມີສິດ ມີຫນ້າທີ່ ແລະ ມີອຳນາດຊ່ວຍຕອບຜູ້ຄົນທີ່ເຂົາສົນໃຈແດ່ ວ່າ.. 1. ທີ່ໄປທີ່ມາຂອງທາຕຸດຳຄືແນວໃດ.. ຈຶ່ງບໍ່ມີໃຜເອົາໃຈໃສ່ເບິ່ງແຍງດູແລຮັກສາ.. 2. “ ອະນຸສາວະຣີປຣາບວຽງ ” ມີປວັດສາຕເກົ່າຢັ້ງຢືນຫລືບໍ່.. ຫລືວ່າອາຈາຣຜູ້ຂ້າຕັ້ງຍົກເມກ “ ອະນຸສາວະຣີປຣາບວຽງ” ຂຶ້ນມາປຸກປັ່ນຫົວເດັກນອ້ຍໃຫ້ເກີດແນວຄິດຮັກຊາດຂຶ້ນມາຊື່ໆ.. - ຫາກມີແທ້ ກໍແມ່ນຫນ້າທີ່ ທີ່ຕອ້ງຊີ້ຕໍ່ໄປວ່າ ອະນຸສາວະລີ (ປຣາບວຽງ) ທັງ ໒ ຫນ່ວຍນັ້ນຕັ້ງຢູ່ໃສກັນແທ້ ? ເພື່ອລຶບລ້າງຄຳຄຣຫາຂອງຜູ້ຢາກຮູ້.. ແລະ.. - ຫາກທາຕຸດຳ ເປັນ “ ອະນຸສາວະຣີປຣາບວຽງ ” ແທ້ກໍ ຜູ້ໃຫຍ່ໄມ້ສູງກໍຄວນປຶກສາກັນເບິ່ງວ່າຊິເຮັດແນວໃດ ຜູ້ຂ້າວ່າປ່ຽນຊື່ເປັນ “ ອະນຸສາວະຣີແຫ່ງການຮຸກຮານຂອງສຍາມ ” ໄປຕິດເປີ້ເຈີ້ໄວ້ຢູ່ຫັ້ນກໍດີ.. ໃຫ້ຄົນເຂົາຮູ້ວ່າອີ່ຫຍັງເປັນອີ່ຫຍັງ ? ຫລືືບໍ່ກໍປະກອບຄວາມເຫັນນໍາກັນຫລາຍຄົນ “ ມ້າງຖິ້ມ ” ກະໄດ້ຕີ.. ດີກວ່າຊິປະປອ່ຍໃຫ້ມັນຄາລາຄາຊັງ “ ຊິຖິ້ມກະເສັຽດາຍ ຊິບາຍກະຂີ້ດຽດ ” ຢູ່ຄືແນວນີ້.. ຜ່ານມາກະຄືວ່າເຄີຍເຫັນເພິ່ນເຮັດຢູ່.. “ ອະນຸສາວະຣີປາວີ ( ຮູປທ່ານປາວີ ທີ່ມີຜູ້ຊາຍກັບຜູ້ຍິງລາວຄູ້ເຂົ່າຍົກຂັນດອກຈຳປາຮັບຕອ້ນ) ” ກະຍັງມ້າງອອກໄດ້.. ຫາກສະຖານທູຕຝຣັ່ງບໍ່ມາຂໍເອົາເຂົ້າໄປໄວ້ພາຍໃນສະຖານທູຕເພິ່ນ.. ປານນີ້ຮູປນັ້ນຈັກຊິລົງນໍ້າຂອງທ່າໃດແລ້ວ. ດຽວນີ້ຈຶ່ງຍັງມີໃຫ້ເຫັນແຕ່ຮູບປັ້ນຜູ້ຍິງກັບຜູ້ຊາຍຍໍຂັນດອກໄມ້ຢູ່ຕໍ່ຫນ້າວັດພຣະແກ້ວນັ້ນ.. ເປັນແນວໃດກໍຂໍຄວາມເຫັນແປກໆຂອງຫລາຍໆຄົນແດ່ເດີ.. (12/05/2015)