ສູນກາງສະຫະພັນແມ່ຍິງ

ຈາກ ວິກິພີເດຍ
ປະເພດ ອົງການຈັດຕັ້ງຂອງລັດ
ສຳນັກງານ ນະຄອນຫຼວງວຽງຈັນ
ສ້າງຕັ້ງ 20/7/1955
ດຳລົງຕຳແໜ່ງປະທານ ທ່ານ ນາງສີໃສ ລືເດດມູນສອນ

ສະຫະພັນແມ່ຍິງ ແມ່ນອົງການຈັດຕັ້ງສະເພາະເພດຍິງ ເຊ່ິງເປັນຕົວແທນໃນການປົກປ້ອງສິດທິຜົນປະໂຫຍດຂອງຄວາມເປັນແມ່ ແລະ ເດັກນ້ອຍ. ຄະນະສະຫະພັນແມ່ຍິງລາວ ມີພາລະໜ້າທີ່ໃນການເຕົ້າໂຮມຄວາມສາມັກຄີຂອງແມ່ຍິງລາວບັນດາເຜົ່າ, ສຶກສາອົບຮົມຍົກລະດັບຄວາມຮູ້ຄວາມສາມາດ ຢ່າງຮອບດ້ານໃຫ້ແກ່ແມ່ຍິງ, ເຊີດຊູບົດບາດຂອງແມ່ຍິງລາວໃນທົ່ວປະເທດໃຫ້ສູງຂື້ນຢູ່ໃນສັງຄົມລາວ ແລະ ເວທີສາກົນ. ສະຫະພັນແມ່ຍິງລາວເປັນເຈົ້າການ ເພື່ອປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ, ຕັ້ງໜ້າເສີມຂະຫຍາຍຖານະບົດບາດຂອງຕົນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງອອກແຮງປົກປ້ອງຜົນປະໂຫຍດ ອັນຊອບທຳຂອງແມ່ຍິງໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 20/7/1955.