ສຸກສາຄອນ ພິລາວັນ

ຈາກ ວິກິພີເດຍ

ທ່ານ ສຸກສາຄອນ ພິລາວັນ ເກີດເມື່ອວັນທີ 18 ສິງຫາ 1978 ຢູ່ບ້ານທ່າຫຼວງ, ເມືອງປາກເຊ, ແຂວງຈໍາປາສັກ. ລາວເປັນລູກຄົນທີ 3 ຂອງ ທ່ານ ສົມພອນ ພິລາວັນ ແລະ ທ່ານ ນາງ ຄໍາວິລຽນ ອິນສີຊຽງໄໝ່ ເຊິ່ງມີບຸດຊາຍນໍາກັນທັງໝົດ 6 ຄົນ.

ທ່ານ ສຸກສາຄອນ ພິລາວັນ ຈົບການສຶກສາມັນໃນລະດັບ ມ6 ຢູ່ ມັດທະຍົມຕອນປາຍປາກເຊ ໃນປີ ຄສ 2000. ຫຼັງຈາກນັ້ນ, ເພິ່ນໄດ້ຂຶ້ນມາສຶກສາຕໍ່ຢູ່ທີ່ ມະຫາວິທະຍາໄລແຫ່ງຊາດລາວ ໃນລະຫວ່າງ ປີ ຄສ 2000 ຫາ 2004. ແຕ່ເນື່ອງຈາກ ເພິ່ນສາມາດສອບເສັງເອົາທຶນການສຶກສາໄປຮຽນຕໍ່ຢູ່ປະເທດອົດສະຕາລີໄດ້, ໃນກາງປີ 2004 ທ່ານ ສຸກສາຄອນ ໄດ້ໄປສຶກສາຕໍ່ຢູ່ ເມືອງບຣິດສ໌ເບັນ, ລັດຄວີນສ໌ແລນດ໌, ປະເທດອົດສະຕາລີ, ໃນລະດັບຊັ້ນສູງວິຊາຄຸ້ມຄອງບໍລິຫານທຸລະກິດ ແລະ ໄດ້ຈົບການສຶກສາໃນກາງປີ ຄສ 2006.

ຕໍ່ຈາກນັ້ນ 1 ເດືອນ, ເພິ່ນກໍ່ໄດ້ເດີນທາງກັບປະເທດ ເພື່ອມາສືບຕໍ່ປະຕິບັດເປົ້າໝາຍຂອງຊີວິດ, ນັ້ນກໍ່ຄື ການຮັບໃຊ້ພໍ່ ແລະ ແມ່ຜູ້ໃຫ້ກໍາເນີດ ແລະ ປະເທດຊາດຖິ່ນກໍາເນີດ. ປະຈຸບັນ, ເພິ່ນເຮັດວຽກເປັນພະນັກງານຢູ່ກະຊວງພະລັງງານ ແລະ ບໍ່ແຮ່...