ສຳປະສິດຈິນີ

ຈາກ ວິກິພີເດຍ

ສຳປະສິດຈິນີ (ຄຳເຄົ້າ: ສັມປສິທທ໌ຈິນີ[1], ພາສາອັງກິດ:Gini coefficient ຫຼື Gini's coefficient) ແມ່ນ ບັນທັດຖານວັດແທກ ຄວາມບໍ່ສະເໝີພາບ ຂອງ ການແບ່ງປັນລາຍໄດ້ໃນສັງຄົມ. ສຳປະສິດດັ່ງກ່າວ ຖືກສະເໜີຂຶ້ນ ໂດຍ ນັກສະຖິຕິຄົນອິຕາລີໃນ ປີ 1936 ໂດຍ ອີງໃສ່ ເສັ້ນໂຄງລໍເຣັນ. ນອກຈາກ ຄວາມບໍ່ສະເໝີພາບຂອງການແບ່ງປັນລາຍໄດ້ ສຳປະສິດດັ່ງກ່າວ ຍັງຖືກໃຊ້ໃນການວັດແທກ ອື່ນໆ ເຊັ່ນ ຄວາມຮັ່ງມີ, ການຊົມໃຊ້ພະລັງງນອີກ.

ໂດຍຫຍໍ້[ດັດແກ້]

ຂອບເຂດ ຂອງ ສຳປະສິດຈິນີ ແມ່ນ ແຕ່ 0 ຫາ 1.​ ຄ່າສຳປະສິດຈິນີ ຈະເທົ່າ 0​ ໃນສະພາບທີ່ ຄວາມສະເໝີພາບສົມບູນ (ໝາຍຄວາມວ່າ ລາຍໄດ້ທຸກໆຄົນເທົ່າກັນ)ແລະ ຈະຫຍັບໃກ້ 1 ຂຶ້ນ ເມື່ອ ຄວາມບໍ່ສະເໝີພາບສູງຂຶ້ນ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.