ສານລາວ

ຈາກ ວິກິພີເດຍ

ສານແມ່ນມີລັກສະນະຄ້າຍຄືຈົດຫມາຍແຕ່ກໍ່ບໍ່ແມ່ນຈົດຫມາຍເນື່ອງຈາກວ່າສານມີເນື້ອໃນຄ່ອງແຄ້ວແລະສະຫລັບສັບໄຂວ່ກັນຄືກອນ ສານແມ່ນບົດຄວາມທີ່ບ່າວສາວມັກຈະໃຊ້ສົ່ງຫາດັນເພາະຄົນສະໃຫມກ່ອນມັກຈະນຳໃຊ້ໃນການລົມສາວ,ບ່າວສາວທີ່ຫ່າງໄກກັນ....ເຊິ່ງສານຈະລວມຄວາມເວົ້າອັນອ່ອນຫວານດຶງດູດໃຈຜູ້ອ່ານ...ຕົວຢ່າງ -ອ້າຍນີ້ຄິດຮອດນ້ອງ ຄອງຄອຍຖາມແຕ່ຂ່າວ ທຽວຄິດຫາແຕ່ເຈົ້ານວນນ້ອງຜູ້ຢູ່ໄກ ຕັ້ງແຕ່ນ້ອງນັ້ນໃດ້ຈຳຈາກລາຊາຍ ອ້າຍອາໄລຄວນຫາ ຫ່ວງນຳແຕ່ທາງນ້ອງ ແຕ່ລະວັນໄດ້ແຕ່ຈ້ອງມອງນຳແຕ່ຮູບເກົ່າ ຈົນແລງເຊົ້າຊາຍນີ້ບໍ່ຊ່ວງຫາຍ ໂດຍ:ທ້າວ ເກາະແກ້ວສີບຸນເຮືອງ