ສານປະຊາຊົນສູງສຸດ (ປະເທດລາວ)

ຈາກ ວິກິພີເດຍ

ສານປະຊາຊົນສູງສຸດຂອງລາວ (ຄຳເຄົ້າ: ສາລປະຊາຂົນສູງສຸດ) ແມ່ນອົງການພິພາກສາສຸງສຸດຂອງລັດ. ສານປະຊາຊົນສູງສຸດຄຸ້ມຄອງດ້ານບໍລິຫານຕໍ່ສານ ປະຊາຊົນທຸກຂັ້ນ, ສານທະຫານ ແລະ ກວດກາຄຳຕັດສີນຂອງສານດັ່ງກ່າວ.

ຮອງປະທານສານປະຊາຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລື ປົດຕຳແໜ່ງ ຕາມການສະເໜີຂອງ ປະທານສານປະຊາຊົນສູງສຸດ. ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ ແລະ ບັນດາຜູ້ພິພາກສາຂອງສານທະຫານແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳ ແໜ່ງຕາມການສະເໜີຂອງສານປະຊາຊົນສູງສຸດ ຖ້າ​ຈຳ​ເປັນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ອາດ​ຈະ​ຕັດສິນ​ໃຈ​ສ້າງ​ຕັ້ງ​ສານ​ພິ​ເສດ. ສານ​ປະ​ຊາ​ຊົນ​ສູງ​ສຸດ, ເປັນ​ອົງ​ການ​ພິ​ພາກ​ສາ​ແຫ່ງ​ຊາດ, ຄຸ້ມ​ຄອງ​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ ແລະ ທົບ​ທວນ​ຄຳ​ຕັດ​ສິນ​ຂອງ​ຕົນ. ປະທານສານປະຊາຊົນສູງສຸດຄົນປັດຈຸບັນ.

ທ່ານ ນາງ ວຽງທອງ ສິພັນດອນ ປະທານສານປະຊາຊົນສູງສຸດປະຈຸບັນ

ທ່ານບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດປະຈຸບັນ

ການເຊື່ອມຕໍ່ພາຍນອກ[ດັດແກ້]