ສະໂມສອນ ສົ່ງເສີມ ສິລະປະ ແລະ ວັດທະນະທຳລາວ ບັນດາເຜົ່າ

ຈາກ ວິກິພີເດຍ

ສະໂມສອນ ສົ່ງເສີມ ສິລະປະ ແລະ ວັດທະນະທຳລາວ ບັນດາເຜົ່າ ຫລື ສວຜ ຂຽນເປັນພາສາອັງກິດ Lao Ethnic Art and Cultural Promotion ໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງຖະແຫຼ່ງຂ່າວ ແລະ ວັດທະນາທຳ ໃນປີ 2004 ໂດຍ ຕົກລົງເຫັນດີໃຫ້ ທ່ານ ແຈ້ງ ໄຊຍະວົງ ອະດີດ ລັດຖະມົນຕີວ່າການ ສຳນັກງານນາຍຍົກ ລັດຖະມົນຕີ ອະດີດ ປະທານ ອົງການທ່ອງທ່ຽວແຫ່ງຊາດ ເປັນຜູ້ສ້າງຕັ້ງ ແລະ ຢູ່ໃຕ້ ການຊີ້ນຳ ນຳພາທາງມະຫາພາ ກຈາກການນຳພາ ກະຊວງຖະແຫຼ່ງຂ່າວ ແລະ ວັດທະນາທຳ ແລະ ທາງດ້ານວິຊາການ ຈາກກົມວິຊາການທີ່ກ່ຽວຂ້ອງຂອງກະຊວງ ດຳເນີນການເຄື່ອນໄຫວຕາມຂໍ້ກຳນົດຂອງ ລັດຖະມົນຕີ ວ່າການ ກະຊວງຖະແຫຼ່ງຂ່າວ ແລະ ວັດທະນາທຳ ວ່າດ້ວຍພາລະບົດບາດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສະໂມສອນສົ່ງເສີມສິລະປະ ວັດທະນາທຳ ລາວບັນດາເຜົ່າ

ດ້ານຜົນງານການເຄື່ອນໄຫວ[ດັດແກ້]

ພາຍຫຼັງຈາກທີ່ໄດ້ມີຂໍ້ຕົກລົງ ແລະ ຂໍ້ກຳນົດຂ້າງເທິງ ສະໂມສອນ ສວຜ ກໍ່ໄດ້ມີການຈັດຕັ້ງ , ການປະກອບບຸກຄະລາກອນ ແລະ ວັດຖຸປັດໃຈ ອື່ນ ໆ ໃຫ້ແກ່ການເຄື່ອນໄຫວ , ທາງສະໂມສອນ ໄດ້ສ້າງຕັ້ງໃຫ້ມີ ວົງສິລະປະພື້ນ ເມືອງປະສານເຜົ່າຂື້ນ ເພື່ອເປັນສື່ໂຄສະນາໃນການເຜີຍແຜ່ສົ່ງເສີມສິລະປະ ວັດທະນາທຳ ທີ່ເປັນ ເອກະລັກ ແລະ ມູນເຊື້ອ ອັນດີງາມຂອງລາວບັນດາເຜົ່າໂດຍມີການປະດິດຄິດແຕ່ງ ເນື້ອໃນ ໂຄງປະກອບຂອງບົດຂັບລຳ ແນ່ໃສ່ : 1. ສົ່ງເສີມສິລະປະ ວັດທະນາທຳ ທີ່ດີງາມຂອງລາວບັນດາເຜົ່າ 2. ສົ່ງເສີມການທ່ອງທ່ຽວ( ໂຄສະນາທ່າແຮງ ແລະ ຄວາມອາດສາມາດການທ່ອງທ່ຽວລາວທາງ ດ້ານວັດທະນາທຳ.ທຳມະຊາດ ແລະ ປະຫວັດສາດ ເພື່ອປະກອບສ່ວນສ້າງສາ ດຶງດູດ ຄວາມສົນໃຈ ນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວລາວ ນັບມື້ນັບຫຼາຍຂື້ນ ນຳຊາວຕ່າງປະ ເທດເຂົ້າລາວ ແລະ ກະຈ່າຍລາຍໄດ້ລົງສູ່ຮາກຖານ ປະຊາຊົນໃຫ້ໄດ້ເປັນຢ່າງດີ 3. ປະກອບສວນສົ່ງເສີມຂະບວນການຕ້ານຢາເສບຕິດ ສັງຄົມສົດໃສ ຕ້ອງປອດຢາເສບຕິດ ແລະ ບົດກອນດ້ານອື່ນໆນີ້ ສົ່ງເສີມໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມ ແນວທາງນະໂຍບາຍ ຂອງພັກລັດຖະບານ ເນື້ອໃນຂັບລຳດັ່ງກ່າວກໍ່ໄດ້ຜ່ານການຂໍອະນຸມັດໄດ້ຮັບອະນຸມັດ ຈາກກົມວັດທະນາທຳ ມະຫາຊົນ ຂອງກະຊວງຖະແຫຼ່ງຂ່າວ ແລະ ວັດທະນະທຳ ຢ່າງເປັນທາງການ ລວມທັງໝົດ 85 ບົດຂັບລຳ ແລະ 15 ບົດເພງ. ພ້ອມກັບການປະດິດຄິດແຕ່ງຂັບລຳ ແລະ ບົດເພງດັ່ງກ່າວ ທາງ ສະໂມສອນ ສວຜ ກໍ່ໄດ້ສ້າງຕັ້ງ ວົງສິລະປະດົນຕີພື້ນເມືອງປະສານເຜົ່າ ຂື້ນທີ່ປະກອບນັກດົນຕີ ທີ່ມີສີມືດີ ແລະ ເຄື່ອງດົນຕີຄົບ ສະບັບຕາມແບບພື້ນເມືອງລາວ . ສະໂມສອນກໍ່ໄດ້ເລີ່ມ ເປີດການເຄື່ອນໄຫວ ເປັນທາງການຂື້ນ ໃນວັນທີ 25/03/2005 ໂດຍມີ ທ່ານ ລັດຖະມົນ ຕີວ່າການ ກະຊວງຖະແຫຼ່ງຂ່າວ ແລະ ວັດທນາທຳ ເປັນປະທານເປີດງານເຊິ່ງໃນການກໍ່ໄດ້ມີການຈັດຕັ້ງ ມະຫາກຳ ສິລະປະວັດທະນະທຳ ຂັບລຳພື້ນເມືອງລາວ ບັນດາເຜົ່າທີ່ຍິ່ງໃຫ່ຍ . ຢູ່ທີ່ເດີ່ນ ພະທາດຫຼວງ ແລະ ໄດ້ຮັບຜົນສຳເລັດ ເປັນຢ່າງດີທຸກປະການ . ຈາກແຕ່ນັ້ນມາວົງ ສິລະປະດົນຕີດັ່ງກ່າວ ກໍ່ໄດ້ອອກເຄືອນໄຫວ ຮັບໃຊ້ສັງຄົມສັງຄົມຕະຫຼອດມາ .

ອົງກອນພາຍໃຕ້ ສະໂມສອນ ສວຜ[ດັດແກ້]

ໂທລະພາບ ລາວສຕາຣ໌ LAOSTAR TV[ດັດແກ້]

ເພື່ອໃຫ້ມີສິ່ງຮອງຮັບໃນການໂຄສະນາເຜີຍແຜ່ ຜະລິດຕະພັນວັດທະນາທຳທີ່ເປັນເອກກະລັກ ແລະ ມູນເຊື້ອອັນດີງາມຂອງລາວບັນດາເຜົ່າ ໃຫ້ກ້ວາງຂວາງທົ່ວທຸກແຫ່ງ ຂອງ ສ ປປລາວ ແລະ ໂລກຮູ້ ແລະ ເຫັນວັດທະນາທຳລາວ ທັງເປັນການປະກອບສ່ວນກັບສື່ໂຄສະນາອື່ນໆ ຂອງ ສ.ປ.ປ ລາວ ໂຄສະນາພາບພົດອັນດີງາມທາງດ້ານການເມືອງ.ເສດຖະກິດ ແລະ ວັດທະນາທຳສັງຄົມ.ໂຄສະນາທ່າແຮງ ແລະ ຄວາມອາດສາມາດ ການທ່ອງທ່ຽວລາວ (ທຳມະຊາດ ວັດທະນາທຳ ແລະ ປະຫວັດສາດ)ສະໂມສອນ ສວຜ ກໍ່ໄດ້ອະນຸມັດສ້າງຕັ້ງ ໂທລະພາບ ລາວສຕາຣ໌ ຂື້ນ ແລະ ກໍ່ຮັບອະນຸມັດເປັນທາງການ ສ້າງຕັ້ງໂທລະພາບ ດັ່ງກ່າວຂື້ນ,ໂດຍມອບໃຫ້ສະໂມສອນ ສົ່ງເສີມ ສ ວ ຜ ເປັນຜູ້ສ້າງຕັ້ງ ແລະ ຄຸ້ມຄອງໂດຍກົງໃນທຸກການເຄື່ອນໄຫວ. ຢູ່ໃຕ້ການຊີ້ ນຳ ນຳພາດ້ານມະຫາພາກຈາກການນຳ ກະຊວງຖະແຫຼ່ງຂ່າວ ແລະ ວັດທະນາທຳ ແລະ ທາງດ້ານວິຊາການ ຈາກກົມວິຊາການທີ່ກ່ຽວຂ້ອງ. www.laostartv.com

ລາວວິໄສທັດ LAOVISION[ດັດແກ້]

ເພື່ອໃຫ້ສືບຕໍ່ ສານຂະຫຍາຍ ການເຄື່ອນໄຫວ ທາງດ້ານວັດທະນາທຳ ຂອງ ສະໂມສອນ ສວຜ ໃຫ້ໄດ້ເຂົ້າເລິກເຖິງເປົ້າໝາຍ ຈິ່ງໄດ້ສ້າງຕັ້ງໜ່ວຍງານ ລາວ​ວິ​ໄສ​ທັດ ມີໜ້າ​ທີ່ຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ ​ແລະ ໜ້າ​ທີ່​ຂອງ ສະ​ໂມ​ສອນ​ສົ່ງ​ເສີມ​ສິລະ​ປະວັດ​ທະນະ​ທຳ​ລາວ ບັນດາ​ເຜົ່າ ​​ໃຫ້​ເປັນ​ຮູບ​ປະ​ທຳ​ແຕ່​ລະບາດ​ກ້າວ ​ແລະ ໜັກ​ແໜ້ນໃນ​ການ​ ສົ່ງ​ເສີມ​ ສິລະ​ປະ ວັດ​ທະນະ​ທຳລາວ ບັນດາ​ເຜົ່າ ບົນ​ພື້ນຖານ​ຫລັກການ ​ແລະ ​ເຫດຜົນ ພາຍ​ໃຕ້​ຂອບ​ເຂດ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະບານ​​ໄດ້​ວາງ​ອອກ​ແຕ່ລ​ະ​ໄລຍະດັ່ງມີ​ບັນດາ​ກິດຈະກຳ​ຕ່າງໆ​ທີ່​ເປັນ​ເປົ້າ​ໝາຍ​ດັ່ງ​ນີ້:

  • ສ້າງສາ​ລະ​ຄະດີ : ດ້ານ​ສິລະ​ປະວັດ​ທະນະ​ທຳ​ທີ່​ເປັນ​ເອກະລັກ​ແບບ​ສະ​ບັບຂອງ​ລາວ​ບັນດາ​ເຜົ່າ.
  • ສ້າງກິດຈະກຳ : ໂຄສະນາພາບພົດອັນດີງາມທາງດ້ານເສດຖະກິດ-ການເມືອງ ແລະ ວັດທະນະທຳສັງຄົມ (ການທ່ອງທ່ຽວ,ທຳມະຊາດ,ປະຫວັດສາດ,​ ວັດທະນະທຳ ແລະ ອື່ນໆ).
  • ສ້າງໂອກາດການສຶກສາ :ການເຝິກອົບຮົມດ້ານການນິເທດ ແລະ ສ້າງບຸກຄະລາກອນດ້ານສື່ສານມວນຊົນແບບຮອບດ້ານ ເພື່ອຮອງຮັບວຽກງານ ໃຫ້​ໂທລະພາບ ລາວສຕາຣ໌ ແລະ ສັງຄົມ.
  • ສ້າງຂະ​ບວນການ​ເທດສະການ​ຕ່າງໆ : ທາງ​ດ້ານ​ສິລະ​ປະວັດ​ທະນະ​ທຳ​ອັນ​ດີງາມ​ຂອງ​ລາວ​ບັນດາ​ເຜົ່າເຊັ່ນ: ປະ​ກວດ​ດົນຕຣີ,ຂັບ​ລຳ​ທ້ອງ​ຖິ່ນ,ຈັດ​ງານ​ຄອນ​ເສີດ,ຈັດ​ສັນ​ຫາດ​ອກຟ້າ​ເມືອງ​ລາວ,ປະ​ກວດ​ສີ​ໄມ້​ລາຍມື,ການ​ປະພັນ,ປະດິດ​ແຕ່ງ, ຂຽນ​ບົດ​ກາບກອນ,ສາລະ​ຄະດີນິຍາຍ, ລະຄອນ, ງານ​ກິລາກາ​ຍະ​ກຳ,ປຸກລະດົມ​ຂະ​ບວນການ​ຕ້ານ​ຢາ​ເສບ​ຕິດ ​ໂດຍ​ແນ​ໃສ່​ການ​ປະກອບສ່ວນ​ປູກ​ຈິດ​ສຳນຶກ​ໃຫ້​ແກ່​ຄົນ​ລາວ ​ໂດຍ​ສະ​ເພາະ ຊາວ​ໜຸ່ມ-​ເຍົາວະ​ຊົນ ​ເພື່ອ​ຫລີກ​ຫ່າງ​ຈາກ​ສັງຄົມ​ມົ້ວ​ສຸມ ​ແລະ ຕ້ານ​ປະກົດ​ການ​ຫຍໍ້​ທໍ້ທາງ​ສັງຄົມ.
  • ສ້າງ​ແລະ​ຜະລິດ ຜະລິດ​ຕະພັນ​ວັດທະນະທຳ ທັງ​ໝົດ​ທີ່​ເປັນ​ສື່​ໂຄສະ​ນາ​ເຜີຍ​ແຜ່​ຢ່າງ​ກ້ວາງ​ຂວາງ​​ໃຫ້​ທົ່ວ​ປະ​ເທດ​ແລະ​ຕ່າງປະ​ເທດ​ເຊັ່ນ: ລາຍການ​ໂທລະພາບ,ສະປອດ​ໂຄສະນາ​ເຜີຍ​ແຜ່,ສາລະ​ຄະດີ ທັງ​ທຳ​ການ​ຜະລິດ ຊີ​ດີ ດີ​ວີ​ດີ ສິ່ງ​ພິມ ​ແບບ ຮອບດ້ານ ​ເພື່ອ​ນຳ​ປະ​ໂຫຍ​ດສູງ​ສຸດ​ໃນ​ການ​ພັດ​ທະ​ນາ​ດ້ານ​ເສດຖະກິດ​ໃຫ້​ແກ່​ປະ​ເທດ​ຊາດ.
  • ສ້າງ​ສູນ​ສິລະ​ປະ​ຊີບ : ສ້າງສູນສິລະປະຊີບນາໆ​ປະການ​ທີ່​ກ່ຽວ​ພັນ​ທາງ​ດ້ານ ສິລະ​ປະວັດ​ທະນະ​ທຳ​ທີ່​ເປັນ​ເອກະລັກ ​ແລະ ມູນ​ເຊື້ອ​ຂອງ​ລາວ​ບັນດາ​ເຜົ່າ ທັງ​ຄົ້ນ​ຄວ້າ​ເພື່ອ​​ເປັນ​ການ​ສົ່ງ​ເສີມ ​ແລະ ທຳ​ການ​ແລກປ່ຽນ​ວັດທະນະທຳ​ກັບ​ອົງ​ກອນ​ທີ່​ກ່ຽວ​ພັນ ທັງ​ພາຍ​ໃນ​ແລະ ຕ່າງປະ​ເທດ.

ທາງສະ ໂມສອນ ສ ວ ຜ ກໍ່ໄດ້ຂໍອະນຸມັດ ຈາກກະຊວງຖະແຫຼ່ງຂ່າວ ແລະ ວັດທະນາທຳ ໃນການສ້າງສາລະຄະດີວັດທະນາທຳ ຂັບລຳພື້ນເມືອງລາວບັນດາເຜົ່າຂື້ນ ແລະ ຮັບອະນຸມັດ ເປັນທາງການນັບແຕ່ໄດ້ຮັບອະນຸມັດດັ່ງກ່າວ ທາງ ສະໂມສອນ ສວຜ ກໍ່ໄດ້ດຳເນີນໂຄງການນີ້ດ້ວຍ ຄວາມ ຕັ້ງໜ້າ ແລະ ໄດ້ດຳເນີນມາເປັນແຕ່ລະບາດກ້າວ. www.thelaovision.com Archived 2011-02-02 at the Wayback Machine