ສະບາຍດີຫຼວງພະບາງ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ສະບາຍຫຼວງພະບາງ)

ສະບາຍດີ ຫຼວງພະບາງ ແມ່ນຮູບເງົາຮ່ວມທຸນລະຫວ່າງໄທ-ລາວ ຖືເປັນຮູບເງົາລາວເອກະຊົນເລື່ອງທຳອິດໃນຮອບ 33 ປີ ກຳກັບໂດຍ ສັກຊາຍ ດີນານ ແລະອະນຸສອນ ສິລິສັກດາ ຈັດທຳໂດຍ ບໍລິສັດ ສະປາຕ້າ ຄຣີເອທີຟ ແລະບໍລິສັດຄ່າຍເພງຍັກໃຫຍ່ ບໍລິສັດ ລາວອາຣ໌ຕ ມີເດຍ ນຳສະແດງໂດຍ ອະນັນດາ ເອເວີຣິ່ງແຮມ ເຊິ່ງຮ່ວມລົງທຶນສ້າງນຳ ແລະນາງເອກຊາວລາວ ອາລີ່ ຄຳລີ່ ພິລາວົງ ອອກສາຍໃນປະເທດໄທເມື່ອວັນທີ່ 5 ມິຖຸນາ ພ.ສ. 2551 ຮູບເງົາເລື່ອງນີ້ຖ່າຍທຳໃນວຽງຈັນ ຫຼວງພະບາງ ແລະຈຳປາສັກໃຊ້ເວລາຖ່າຍທຳ 13 ມື້ ເຮັດລາຍໄດ້ໃນສັບດາທຳອິດ 5.4 ລ້ານບາດ