ວິຕາມິນອີ

ຈາກ ວິກິພີເດຍ

ວິຕາມິນອີຫຼືວິຕາມິນເອີຊ່ວຍການຕຸ້ນການເຜົາຜານຂອງຮ່າງກາຍ,ຊ່ວຍໄຂກະດູກໃນການສ້າງເລືອດ,ຊ່ວຍຂະຫຍາຍເສັ້ນເລືອດ,ຕ້ານການແຂັງຕົວຂອງເລືອດ,ລົດຄວາມສາມາດໃນການຈັບຕົວເປັນລິ້ມເລືອດ,ລົດອັດຕາຄວາມສ່ຽງຂອງໂລກທີ່ກ່ຽວກັບສະໝອງແລະຫົວໃຈ.ບໍາລຸງຕັບ,ຊ່ວຍກະຕຸ້ນການເຮັດວຽກຂອງລະບົບສືບພັນ,ເຊວປະສາດແລະກ້າມຊີ້ນໃຫ້ເຮັດວຽກໄດ້ຕາມປົກກະຕິ.ຊ່ວຍໃຫ້ຜິວພັນສົດໃສ,ຊ່ວຍໃຫ້ບາດໄຟໄໝ້ນໍ້າຮ້ອນລວກດີໄວຂຶ້ນແລະຊ່ວຍໃຫ້ປອດເຮັດວຽກດີຂຶ້ນ.

ວິຕາມິນອີສາມາດພົບໄດ້ໃນອາຫານບາງຊະນິດ,ຮ່າງກາຍຂອງຄົນເຮົາຕ້ອງການວິຕາມິນອີຢູ່ປະມານ10-15ໄອຢູຕໍ່ວັນ.

  • ນໍ້າມັນເມັດຝ້າຍນໍ້າໜັກ100ກຼ່າມຈະໃຫ້ສານອາຫານ40ໄອຢູ.
  • ນໍ້າມັນດອກຄໍາຝອຍນໍ້າໜັກ100ກຼ່າມຈະໃຫ້ສານອາຫານ31.5ໄອຢູ.
  • ນໍ້າມັນສາລີນໍ້າໜັກ100ກຼ່າມຈະໃຫ້ສານອາຫານ19ໄອຢູ.
  • ນໍ້າມັນຖົ່ວເຫຼືອງນໍ້າໜັກ100ກຼ່າມຈະໃຫ້ສານອາຫານ14.4ໄອຢູ
  • ຜັກກະຫຼໍ່ານໍ້າໜັກ100ກຼ່າມຈະໃຫ້ສານອາຫານ6.4ໄອຢູ.
  • ເມັດດອກຕາເວັນນໍ້າໜັກ100ກຼ່າມຈະໃຫ້ສານອາຫານ25ໄອຢູ.
  • ເອົາມອນນໍ້າໜັກ100ກຼ່າມຈະໃຫ້ສານອາຫານ13.5ໄອຢູ.
  • ເມັດໝາກໝ່ວງຫິມມະພານນໍ້າໜັກ100ກຼ່າມຈະໃຫ້ສານອາຫານ4.6ໄອຢູ.
  • ໝາກອະໂວຄາໂດ(ສະເພາະນວນ)ນໍ້າໜັກ100ກຼ່າມຈະໃຫ້ສານອາຫານ3ໄອຢູ.

ຫາກໄດ້ຮັບວິຕາມິນອີຫຼາຍເກີນໄປຈະເຮັດໃຫ້ຮູ້ສຶກເຈັບຫົວ,ຕາມົວ,ແຂນຂາບໍ່ມີແຮງ,ອຶດອັດໃນຊ່ອງທ້ອງ,ຫາກເປັນບາດຈະເສຍເລືອດຫຼາຍ.