ວິຕາມິນດີ

ຈາກ ວິກິພີເດຍ

ວິຕາມິນດີຫຼືແຄວຊິເຟີຣໍ່ຫຼືເອີກັອສເທີໂຮ່ຫຼືວິຕາມິນເດ.ເປັນວິຕາມິນທີ່ຮ່າງກາຍຕ້ອງການເພື່ອການຮັກສາພາວະສົມດຸນຂອງລະດັບແຄວຊ່ຽມໃນເລືອດແລະກະດູກ.ເມື່ອຮ່າງກາຍໄດ້ຮັບແສງແດດຮ່າງກາຍກໍ່ຈະສາມາດສັງເຄາະວິຕາມິນດີໄດ້ເອງ.ໃນກໍລະນີທີ່ບໍ່ສາມາດຖືກເດດໄດ້ເພາະພະຍາດບາງຢ່າງກໍ່ຈໍາເປັນຈະຕ້ອງໄດ້ຮັບວິຕາມິນດີຈາກແຫຼ່ງອື່ນເຊັ່ນວິຕາມິນດີສັງເຄາະຫຼືອາຫານທີ່ມີວິຕາມິນດີ.

ວິຕາມິນດີທີ່ເຂົ້າສູ່ຮ່າງກາຍສ່ວນໃຫຍ່ຈະຖືກຈັດເກັບໄວ້ທີ່ຕັບ,ຜິວໜັງ,ສະໝອງ,ກະດູກແລະລໍາໄສ້.ວິຕາມິນຊະນິດນີ້ຈະພົບໄດ້ໜ້ອຍຫຼາຍໃນໝາກໄມ້ແລະຜັກແຕ່ຈະພົບຫຼາຍໃນພະລິດຕະພັນຈາກສັດເຊັ່ນນໍ້າມັນຕັບປາ,ໄຂມັນ,ນົມ,ເນີຍ,ຕັບສັດ,ໄຂ່ແດງ,ປາແຊວມອນ,ປາຊາດິນ...

ວິຕາມິນດີຊ່ວຍໃນການດູດຊຶມແຄວຊ່ຽມແລະຟອສຟໍຣັສ.ມີຄວາມສໍາຄັນໃນການສ້າງກະດູກ,ແຂ້ວແລະການເຕີບໃຫຍ່ຂອງເດັກ,ຊ່ວຍໃນການຄວບຄຸມປະລິມານຂອງແຄວຊ່ຽມແລະຟອສຟໍຣັສໃນກະແສເລືອດບໍ່ໃຫ້ຕໍ່າລົງຈົນເຖິງຂີດອັນຕະລາຍ.ຊ່ວຍສັງເຄາະມິວໂຄໂພລິແຊັກໂຄຣາຍຊຶ່ງເປັນສານທີ່ຈໍາເປັນໃນການສ້າງຄໍລາເຈນ,ກ່ຽວຂ້ອງກັບການໃຊ້ເກືອຊິເທຼດໃນຮ່າງກາຍທີ່ຈໍາເປັນຕໍ່ການເຮັດວຽກຂອງລະບົບປະສາດ,ການເຕັ້ນຂອງຫົວໃຈ,ການແຂັງຕົວຂອງເລືອດ.

ວິຕາມິນດີຊ່ວຍໃນການດູດຊຶມກັບຂອງກົດອະມີໂນທີ່ໄຂ່ຫຼັງຖ້າຂາດວິຕາມິນດີກົດອະມິໂນໃນປັດສາວະຈະເພີ່ມຂຶ້ນ,ຖ້າມີວິຕາມິນດີພຽງພໍອັດຕາການດູດຊຶມກັບກົດອະມິໂນໃນຈະເປັນປົກກະຕິແລະໃນປັດສະວະຈະລົດປະລິມານລົງ.

ຊ່ວຍສັງເຄາະນໍ້າຍ່ອຍໃນເຍື້ອບຸເມືອກໃນໂພງດັງແລະປາກທີ່ຊ່ວຍໃນການເຄື່ອນຍ້າຍຂອງແຄວຊ້ຽມຈາກເຊວໜຶ່ງໄປຫາເຊວອື່ນໄດ້ດີຂຶ້ນ.

ປະລິມານທີ່ແນະນໍາໃນທາງວິຊາການແມ່ນ:

  • ເດັກອ່ອນຫາໄວໜຸ່ມອາຍຸບໍ່ເກີນສິບເກົ້າປີບໍ່ຄວນຮັບເກີນ 10 ໄມໂຄຼກຼ່າມຕໍ່ຄັ້ງ
  • ຜູ້ໃຫຍ່20-29ປີບໍ່ຄວນຮັບເກີນ7.5ໄມໂຄຼກຼ່າມ.
  • ຜູ້ໃຫຍ່30-60(ຫຼືຫຼາຍກວ່າ60)ບໍ່ຄວນຮັບເກີນ5ໄມໂຄຼກຼ່າມ.
  • ຜູ້ຍິງທີ່ຕັ້ງຄັນແລະກໍາລັງໃຫ້ນົມບຸດ+5ໄມໂຄຼກຼ່າມ.

ປະລິມານສານອາຫານຂອງວິຕາມິນດີແມ່ນ10ໄມໂຄຼກຼ່າມເທົ່າກັບ400ໄອຢູ.

ເຖິງຢ່າງໃດກໍ່ຕາມການໄດ້ຮັບວິຕາມິນດີຈໍານວນຫຼາຍປະມານ30,000ຢູ່ໄອຫາ80,000ຢູໄອຕໍ່ວັນເປັນເວລາດົນຈະເຮັດໃຫ້ວິນຫົວ,ປວດຮາກ,ປັດສາວະຫຼາຍກວ່າປົກກະຕິທັງກາງເວັນແລະກາງຄືນ,ຫິວນໍ້າຫຼາຍ,ນໍາໜັກຕົວລົດ,ຫາກມີອາການເຫຼົ່ານີ້ແລ້ວເຊົາໃຫ້ວິຕາມິນອາການກໍ່ຈະດີຂຶ້ນແຕ່ຖ້າມີການໃຫ້ວິຕາມິນດີຕໍ່ໄປອີກຈະເຮັດໃຫ້ໄຂຫຼັງເສື່ອມໄດ້ບາງລາຍທີ່ເປັນໜັກອາດເຖິງຕາຍ.

ຖ້າຫາກຂາດວິຕາມິນດີກໍ່ຈະເຮັດດູກຜ່ອຍ,ໃຫຍ່ຊ້າ,ຫຼັງໂກ່ງ,ຂໍ້ມືແລະຂໍ້ຕ່າງໆໃນຮ່າງກາຍຈະໃຫຍ່.ຄວາມຕ້ານທານຕໍ່ໂລກຕ່າງໆເຊັ່ນໄຂ້ຫວັດ,ປອດບວມ,ວັນນະໂລກຈະລົດລົງ.ກ້າມຊີ້ນຈະອ່ອນແຮງບໍ່ມີຄວາມຄ່ອງແຄ່ວວ່ອງໄວ.ມັກເປັນໂລກກ້າມຊີ້ນກະຕຸກ.