ວິກິພີເດຍ:ຫ້າຫຼັກການ
Jump to navigation
Jump to search
ນະໂຍບາຍ ແລະ ທິດທາງໃນການໃຊ້ ເປັນທາງການ ຂອງ ວິກິພີເດຍ ສາມາດສະຫຼຸບ ໄດ້ ເປັນ ຫ້າຫຼັກການດັ່ງຕໍ່ໄປນີ້:
![]() |
ວິກິພີເດຍ ແມ່ນ ສາລານຸກົມ ທີ່ປະກອບມີເນື້ອໃນ ຄ້າຍຄືກັນກັບ ສາລານຸກົມທົ່ວໄປ ຫຼື ພິເສດອື່ນໆ. ທຸກໆບົດຄວາມຈະຕ້ອງ ປະຕິບັດຕາມ ນະໂຍບາຍ ບໍ່ອະນຸຍາດເນື້ອໃນທີ່ແມ່ນຜົນການຄົ້ນຄ້ວາທີ່ຍັງບໍ່ແຜ່ຫຼາຍ ແລະ ສົ່ງເສີມຄວາມສາມາດຢັ້ງຢືນໄດ້ຂອງເນື້ອໃນ: ເນື້ອໃນທີ່ບໍ່ລະບຸເອກະສານອ້າງອີງ ອາດຈະຖືກລຶບ, ສະນັ້ນ ກະລຸນາພະຍາຍາມ ສະແດງເອກະສານອ້າງອີງ. ວິກິພີເດຍ ບໍ່ແມ່ນບ່ອນທີ່ມີໄວ້ ເພື່ອສະແດງ ຄວາມເຫັນ, ປະສົບການ ຫຼື ການຖົກຖຽງທາງສ່ວນໂຕ. ວິກິພີເດຍບໍ່ແມ່ນ ບ່ອນເຕົ້າໂຮມທຸກໆຂໍ້ມູນຂ່າວສານ ໂດຍ ບໍ່ມີການເລືອກເຟັ້ນ. ວິກິພີເດຍ ບໍ່ແມ່ນ ບ່ອນຜິດຖຽງ, ບ່ອນໂຄສະນາ, ບ່ອນທົດລອງ ລະບອບປະຊາທິປະໄຕ, ອານາທິປະໄຕ ຫຼື ລະບອບໃດໆ, ຫຼື ສູນລວມເວັບໄຊໃດໆ. |
![]() |
ວິກິພີເດຍມີມຸມມອງທີ່ເປັນກາງ, ໝາຍຄວາມວ່າ ຈະຕ້ອງພະຍາຍາມ ບໍ່ສົ່ງເສີມແຕ່ມຸມມອງໃດໜຶ່ງເທົ່ານັ້ນ. |
![]() |
ວິກິພີເດຍ ມີເນື້ອໃນອິດສະຫຼະ ທີ່ໃຜກໍ່ສາມາດດັດແກ້ໄດ້. ທຸກໆເນື້ອໃນ ມີສະໜອງໄວ້ ພາຍໃຕ້ GNU Free Documentation License (GFDL) ແລະສາມາດ ແຈກຢາຍ ຫຼື ເຊື່ອມຕໍ່ຫາໄດ້. ການປະກອບສ່ວນໂດຍທ່ານ ຕໍ່ ວິກິພີເດຍ ສາມາດຖືກດັດແປງໂດຍຜູ້ໃຊ້ອື່ນໆໄດ້. |
![]() |
ວິກິພີເດຍບໍ່ມີກົດການປະພຶດ: ກະລຸນານັບຖືຜູ້ໃຊ້ອື່ນ ໃນ ວິກິພີເດຍ ເຖິງວ່າ ທ່ານຈະບໍ່ເຫັນດີ ຕໍ່ກັບ ຄວາມເຫັນຂອງເຂົາເຈົ້າ. ຈົ່ງປະພຶດຢ່າງຄົນມີຄວາມສີວິໄລ. ກະລຸນາ ຫຼີກລ້ຽງການກະທຳ ທີ່ຈະເປັນຄວາມຂັດແຍ່ງທາງຜົນປະໂຫຍດ, ການໂຈມຕີບຸກຄົນ. |
![]() |
ວິກິພີເດຍ ບໍ່ມີກົດລະບຽບຈະແຈ້ງ ນອກຈາກ ຫ້າຫຼັກການຫຼັກນີ້. ຈົ່ງກ້າດັດແກ້, ແລະ ບໍ່ຈຳເປັນທີ່ຈະຢ້ານເຮັດຫຍັງຜິດ ເພາະທຸກໆການດັດແກ້ ຖືກບັນທຶກໄວ້ ແລະ ສາມາດກັບຄືນໄປຫາສະບັບເກົ່າກວ່າສະເໝີ. |