ວັນເສຍອົງຄະ ແລະ ເສຍສະຫຼະ ຊີວິດເພື່ອປະເທດຊາດ

ຈາກ ວິກິພີເດຍ

21 ມີນາ ແມ່ນ ວັນເສຍອົງຄະ ແລະ ເສຍສະຫຼະ ຊີວິດເພື່ອປະເທດຊາດ ເພື່ອສະແດງຄວາມຮູ້ບຸນຄຸນຂອງພັກ-ລັດທີ່ມີຕໍ່ບັນດາສະຫາຍນັກຮົບທີ່ໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງເພື່ອປະເທດຊາດກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ຈຶ່ງໄດ້ກໍານົດເອົາ ວັນທີ 21 ມີນາ ປີ 1946 ເປັນວັນເສຍອົງຄະ ແລະ ເສຍສະຫຼະ ຊີວິດເພື່ອປະເທດຊາດ

ປະຫວັດຄວາມເປັນມາ:

ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກໍາລັງທະຫານຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກປະຕິການຂາຍຊາດທີ່ຈະຍຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ ກຸມພາ ປີ 1946 ໜ່ວຍພັກ ປະຈໍາເມືອງທ່າແຂກໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິ ເຊິ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີ່ມ ທະວີຄວາມສາມັກຄີລະຫວ່າງ 2 ກໍາລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ ປ້ອງກັນຕົວເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນ ແປວໄຟເພື່ອສ້າງກໍາລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ[1]

ເມືອງທ່າແຂກ: ເປັນເມືອງເອກ ແລະ ສູນກາງຂອງແຂວງຄຳມວ່ນ ຕັ້ງຢູ່ລຽບແມ່ນ້ຳຂອງ ແລະ ກົງກັນຂ້າມກັບ ຈັງຫວັດ ນະຄອນພະນົມຂອງປະເທດໄທ, ປັດຈຸບັນທ່າແຂກເປັນເມືອງທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຫລວງຫລາຍ ໂດຍສະເພາະ ການທ່ອງທ່ຽວທາງທຳມະຊາດ. ໃນອະດີດທ່າແຂກກໍເປັນສູນກາງການຄ້າຂາຍທີ່ສຳຄັນແຫ່ງໜຶ່ງ ແລະ ເປັນເມືອງທີ່ມີຄວາມສຳຄັນທາງປະຫວັດສາດລາວອັນຍາວນານ... ໃນບ່ອນແຫ່ງນີ້ ໃນປະຫວັດສາດ ເຄີຍເກີດເຫດການທີ່ສຳຄັນ ແລະ ຄົນລາວກໍ່ຄືປະຊາຊົນຊາວທ່າແຂກຍາກທີ່ຈະລືມໄປໄດ້, ເຫດການດັ່ງກ່າວກໍຄື ເຫດການຝຣັ່ງຍົກກຳລັງເຂົ້າຍືດຄອງ ແລະ ສັງຫານຊາວທ່າແຂກຢ່າງປ່າເຖື່ອນໃນວັນທີ 21 ມີນາ 1946 ເພາະຕ້ອງການຍຶດຄອງລາວ ແລະ ເປັນເຈົ້າອານານິຄົມໃນດິນແດນອິນໂດຈີນຕໍ່ໄປ ພາຍຫລັງຍີ່ປຸ່ນເສຍໄຊ ແລະ ຖອນກຳລັງອອກຈາກລາວໃນຊ່ວງສົງຄາມໂລກຄັ້ງທີສອງ. ເຖິງວ່າຈະເປັນການສູ້ຮົບພຽງໜຶ່ງວັນ ແຕ່ເຫດການຄັ້ງນັ້ນ ເຮັດໃຫ້ຊາວທ່າແຂກເສຍຊີວິດເຖິງ 3000 ຄົນ, ໜຶ່ງໃນຫ້າຂອງຜູ້ເສຍຊີວິດແມ່ນເດັກນ້ອຍ.[2]

  1. laopost
  2. https://www.luehistory.com