ວັດມະຫາທາດຣາຊະບໍວອນວິຫານ
Appearance
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ວັດພະມະຫາທາດ ສ້າງໃນປີ ຄ.ສ.1548 (ສະໄໝພະເຈົ້າໄຊເສດຖາທິລາດ) ໄດ້ຮັບການບູລະນະມາແລ້ວຫລາຍຄັ້ງ ແຕ່ເທື່ອທີ່ສຳຄັນ ເກີດຂຶ້ນໃນ ປີ ຄ.ສ.1910 ໂດຍເຈົ້າມະຫາອຸປະຣາດບຸນຄົງ ພາຍໃນສິມ (ອຸໂປສົດ) ແບບລ້ານຊ້າງມີ "ຮາວທຽນ" ຮູບນາກ 24 ຕົວ ຝີມືການແກະວິຈິດງົດງາມ ໜ້າສິມ ມີທາດອົງໃຫຍ່ ບັນຈຸອັດຖິຂອງເຈົ້າເພັດລາດລັດຕະນະວົງສາ ອະດີດນາຍົກລັດຖະມົນຕີຄົນທຳອິດ ຂອງປະເທດລາວ ແລະ ຖືເປັນລັດຖະບຸລຸດຂອງປະເທດລາວຍຸກໃຫມ່ ສະເພາະພຣະອຸໂປສົດຂະໜາດໃຫຍ່ ມີການຕົບແຕ່ງເພິ່ມເຕິມ ຮູບສະຫຼັກ ເທິງບານປະຕູ ແລະ ປ່ອງຢ້ຽມ ສະແດງເລື່ອງເລົ່າພະເວດຊາດົກ ທ້າວສີທົນ ເບິ່ງສວຍງາມເປັນຢ່າງຍິ່ງ ຊຶ່ງເປັນຝີມືສະກຸນຊ່າງພໍ່ເທົ່າເພຍຕັນ ດ້ານຫລັງມີພະທາດຍອດຊົງລະຄັງປະດັບຊໍ່ຟ້າ 17 ຊໍ່. ນັ້ນໝາຍເຖິງວັດນີ້ສ້າງໂດຍເຈົ້າມະຫາເຈົ້າຊີວິດ.