ວັດຜາຕາກເສື້ອ

ຈາກ ວິກິພີເດຍ

ວັດຜາຕາກເສື້ອ วัดผาตากเสื้อ Wat Pha Tak Suea ຫລືທີ່ເອີ້ນກັນວ່າ Sky walk ຫນອງຄາຍ

ເປັນວັດທີ່ງົດງາມ ຕັ້ງຢູ່ເທິງສາຍພູພານ ບ້ານປາກໂສມ ໜ່ວຍທີ່ 2 ຕາແສງຜາຕັ້ງ, ເມືອງສັງຄົມ, ແຂວງຫນອງຄາຍ. ມີຄວາມສູງຈາກລະດັບນໍ້າທະເລ 550 ແມັດ, ເຊີ່ງສາມາດແນມລົງມາເຫັນຄວາມເປັນຢູ່ຂອງພີ່ນ້ອງຊາວໄທທີ່ອາໃສໃນລະແວກນັ້ນ ແລະ ຢູ່ກົງກັນຂ້າມຍັງສາມາດແນມມາເຫັນ ເມືອງສັງທອງ ຂອງປະເທດລາວນຳອີກ. ວັດຜາຕາກເສື້ອ ແຕ່ກ່ອນ ແມ່ນມີຊື່ວ່າ ວັດຖໍ້າພະຫລວງຢູ່ເພັດປະທີໂປ ເຊີ່ງທ່ານເອງ ໄດ້ເດີນທາງມາປະຕິບັດທຳ ນະບໍລິເວນຖໍ້າພະແຫ່ງນີ້ ແລະ ໄດ້ກໍ່ຕັ້ງໃຫ້ເປັນ ວັດຜາຕາກເສື້ອ ຂື້ນເມື່ອປີ ພ.ສ 2477 (ຄ.ສ 1934).

ວັດດັ່ງກ່າວ ມີເນື້ອທີ່ທັງຫມົດ 29 ໄລ່ 2 ງານ ກັບອີກ 78 ແມັດກາເລ. ເປັນວັດທີ່ມີໄວ້ໃນການປະຕິບັດທຳ ແຕ່ຕໍ່ມາ ໄດ້ອັນເຊີນເອົາ ພະສາລີລິກະທາດ ມາປະດິດສະຖານ ໃນວັນທີ 02 ເມສາ ປີ ພ.ສ 2552 (ຄ.ສ 2009) ແລ້ວກໍ່ກາຍມາເປັນສະຖານທີ່ສັກກາລະຂອງພະພຸດທະສາສະນິກະຊົນທົ່ວໄປ. ປະຈຸບັນຍັງມີການປັບປຸງ ໃຫ້ເປັນບ່ອນທ່ອງທ່ຽວທີ່ມີທັງ ຊາວໄທ ແລະ ຊາວລາວມາທ່ຽວຢ່າງຫລວງຫລາຍ. ການເດີນທາງໄປ ວັດຜາຕາກເສື້ອ ຈາກຫນອງຄາຍ ແມ່ນໃຊ້ເສັ້ນທາງຫມາຍເລກ 211 ຂີ່ລຽບເລາະຕາມສາຍແມ່ນນໍ້າຂອງໄປປະມານ 96 ກິໂລແມັດ. ເສັ້ນທາງກ່ອນຂື້ນໄປຮ້ອດວັດ ແມ່ນເປັນທາງຂື້ນພູ ມີຄວາມຄົດໂງ້ງ ມີນີນ ມີຫລຸບ ແຕ່ເສັ້ນທາງໄດ້ປູຢາງ (ພໍລົດສວນກັນໄດ້) ແລະໄດ້ມີການ ຕິດປ້າຍເຕືອນໃສ່ຕະຫລອດເສັ້ນທາງ. ພ້ອມນີ້ບໍລິເວນນ້ອກວັດຍັງມີລານຈອດລົດຢ່າງກວ້າງຂວາງໃວ້ໃຫ້ນັກທ່ອງທ່ຽວ ພ້ອມດ້ວຍຫ້ອງນໍ້າຟຣີໄວ້ຄອຍບໍລິການ.


ທີ່ມາ : https://www.paiduaykan.com/province/Northeast/nongkhai/watphataksue.html Archived 2018-06-17 at the Wayback Machine