ຟີຊິກສ໌

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ວັດຖຸວິທະຍາ)

ວັຕຖຸວິທະຍາ ຫຼື ຟີຊິກສ໌ (ອັງກິດ: Physics) ເຊິ່ງເຄົ້າມາຈາກພາສາເກຣັກ ໝາຍເຖິງ ການສຶກສາກ່ຽວກັບທັມມະຊາດ ແມ່ນຂະແໜງວິທະຍາສາດທີ່ສຶກສາກ່ຽວກັບວັຕຖຸຫຼືທາຕ ພລັງງານ [1], ອວກາສ, ເວລາເປັນຫຼັກ. ນັກວິຊາກາຣບາງທ່ານເລືອກໃຊ້ສັພທ໌ຟີຊິກສ໌ແທນ ຍ້ອນຢາກໃຊ້ສັພທ໌ "ວັຕຖຸວິທຍາ" ເພື່ອແປ science of materials. ວັຕຖຸວິທຍາສຶກສາກາຣປ່ຽນແປງທາງກາຍພາພແລະສຶກສາຄວາມສັມພັນທ໌ລະຫວ່າງທາຕຸກັບພລັງງານ ຮວມທັງເປັນຄວາມຮູ້ພື້ນຖານ ທີ່ນຳໄປໃຊ້ໃນການພັທນາເຕັກໂນໂລຊີກ່ຽວກັບການຜລິຕແລະເຄື່ອງໃຊ້ຕ່າງໆ ເພື່ອອຳນວຍຄວາມສະດວກແກ່ມນຸສ ຕົວຢ່າງເຊັ່ນ ກາຣນຳຄວາມຮູ້ພື້ນຖານທາງດ້ານແມ່ເຫຼັກໄຟຟ້າ ໄປໃຊ້ໃນອຸປກຣນ໌ເອເລັກໂຕຣນິກຕ່າງ ໆ (ໂທລະພາບ ວິທະຍຸ ອໍຣ໌ດິເນເຕີຣ໌ ໂທລະສັບ ຯລຯ) ຢ່າງແຜ່ຫຼາຍຫຼືການນຳຄວາມຮູ້ທາງອຸນຫພົລສາສຕຣ໌ໄປໃຊ້ໃນການພັທນາເຄື່ອງຈັກກົລແລະຍານພາຫນ) ຍິ່ງໄປກວ່ານັ້ນ ຄວາມຮູ້ທາງວັຕຖຸວິທຍາລາງຢ່າງອາດນຳໄປສູ່ການສ້າງສາເຄື່ອງມືໃໝ່ທີ່ໃຊ້ໃນວິທຍາສາສຕຣ໌ສາຂາອື່ນເຊັ່ນ ກາຣນຳຄວາມຮູ້ເຣື່ອງກົລສາສຕຣ໌ຄວອນຕັມ ໄປໃຊ້ໃນກາຣພັທນາກ້ອງຈຸລທັສນ໌ເອເລັກຕຣົງທີ່ໃຊ້ໃນຊີວວິທຍາ ເປັນຕົ້ນ [1].

ອ້າງອີງ[ດັດແກ້]

  1. The American Heritage® Dictionary of the English Language, Fourth Edition, Copyright © 2006, Houghton Mifflin Company