Jump to content

ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ລັດຖະທຳມະນູນ ແຫ່ງ ສປປ ລາວ)

ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນກົດໝາຍພື້ນຖານຂອງສປປ ລາວ ເຊິ່ງກຳນົດລະອຽດເຖິງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ ແຫ່ງ ສ.ປ.ປ.ລາວ.

ການກຳເນີດລັດຖະທຳມະນູນແຫ່ງ ສປປ ລາວ ສະບັບທຳອິດ

[ດັດແກ້]

ພາຍຫຼັງການຍົກເລີກລັດຖະທຳມະນູນ ແຫ່ງ ພຣະຣາຊອານາຈັກລາວ ໃນ1975, ລັດຖະບານໃຫມ່ຂອງ ສ.ປ.ປ.ລາວ ໄດ້ປົກຄອງປະເທດໂດຍບໍ່ມີລັດຖະທຳມະນູນ ແລະ ກົດຫມາຍ ໂດຍອາໄສບັນດາຂໍ້ດຳລັດ, ມະຕິຕົກລົງ ແລະ ຄຳສັ່ງຕ່າງໆຂອງລັດ ເປັນບັນທັດຖານໃນການຄູ້ມຄອງສັງຄົມແທນ ເຊິ່ງແກ່ຍາວຈົນມາເຖິງປີ 1988 ພັກປະຊາຊົນປະຕິວັດລາວ ເຊິ່ງເປັນພັກກຳອຳນາດການປົກຄອງຢູ່ ສ.ປ.ປ.ລາວ ຈຶ່ງໄດ້ມີນະໂຍບາຍປະຕິຮູບລະບົບການເມືອງການປົກຄອງຄືນໃຫມ່ ໂດຍສຸມໃສ່ການສ້າງລັດຖະທຳມະນູນ ແລະ ບັນດາລະບົບກົດຫມາຍຂຶ້ນມາ ເພື່ອເຮັດໃຫ້ ສ.ປ.ປ.ລາວ ກາຍມາເປັນລັດທີ່ຄຸ້ມຄອງໂດຍກົດຫມາຍເທື່ອລະກ້າວ; ດວ້ຍເຫດນັ້ນ, ສະພາປະຊາຊົນສູງສຸດ ເຊິ່ງເຮັດຫນ້າທີ່ເປັນອົງການນິຕິບັນຍັດໃນເວລານັ້ນ ຈຶ່ງໄດ້ມີການສ້າງກົດຫມາຍຊຸດທຳອິດຂອງ ສ.ປ.ປ.ລາວ ຂຶ້ນມາ ເຊິ່ງແມ່ນກົດຫມາຍອາຍາ ແລະ ບັນດາກົດຫມາຍແພ່ງຈຳນວນຫນຶ່ງພາຍໃນປີດັ່ງກ່າວ; ຫຼັງຈາກນັ້ນອີກ 3 ປີ ສະພາດັ່ງກ່າວຈຶ່ງໄດ້ສ້າງລັດຖະທຳມະນູນສະບັບທຳອິດຂອງ ສ.ປ.ປ.ລາວ ແລະ ຖືກປະກາດນຳໃຊ້ຢ່າງເປັນທາງການ ໃນວັນທີ 15 ສິງຫາ 1991 ເຊິ່ງລັດຖະບານຂອງ ສ.ປ.ປ.ລາວ ກໍ່ໄດ້ປະກາດໃຫ້ວັນດັ່ງກ່າວເປັນວັນພັກປະຈຳປີຂອງຊາດອີກດວ້ຍ.

ການປັບປຸງລັດຖະທຳມະນູນຄັ້ງທີ I ປີ 2003

[ດັດແກ້]

ລັດຖະທຳມະນູນຂອງ ສ.ປ.ປ.ລາວ ສະບັບທຳອິດ ໃນປີ 1991 ປະກອບມີທັງຫມົດ10 ຫມວດ ແລະ 80 ມາດຕາ, ເຊິ່ງຕໍ່ມາໃນເດືອນພຶດສະພາ 2003 ກອງປະຊຸມສະໄຫມສາມັນຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ V ຈຶ່ງໄດ້ມີການຍື່ນຍັດຕິແກ້ໄຂລັດຖະທຳມະນູນເປັນຄັ້ງທຳອິດ, ເຊິ່ງໄດ້ມີການປ່ຽນແປງ ແລະ ເພີ່ມບາງຫມວດ ແລະ ບາງມາດຕາເຂົ້າໃສ່ຕື່ມ ກາຍມາເປັນ 11 ຫມວດ ແລະ 98 ມາດຕາໃນປະຈຸບັນ ໂດຍມີການຮັບຮອງເອົາຕາມມະຕິຕົກລົງຂອງສະພາແຫ່ງຊາດ ໃນວັນທີ 6 ພຶດສະພາ 2003 ແລະ ປະກາດນຳໃຊ້ໂດຍປະທານປະເທດ ແຫ່ງ ສ.ປ.ປ.ລາວ ຕາມລັດຖະດຳລັດເລກທີ 032/ສປປ ລົງວັນທີ 28 ພຶດສະພາ 2003; ອັນໄດ້ກາຍມາເປັນພື້ນຖານໃຫ້ແກ່ບັນດາກົດຫມາຍຂະແຫນງຕ່າງໆ ໂດຍສະເພາະໃນຂົງເຂດບໍລິຫານ ແລະ ຍຸດຕິທຳ, ລວມເຖິງໃນຂົງເສດເສດຖະກິດ, ວັດທະນະທຳ-ສັງຄົມອີກດວ້ຍ.

ລັດຖະທຳມະນູນແຫ່ງ ສ.ປ.ປ.ລາວ ສະບັບປະຈຸບັນ (2003) ແມ່ນປະກອບມີເນື້ອໃນຢູ່ 12 ບັນຫາໃຫຍ່ຄື:

  1. ຄຳນຳ ກົດໝາຍ
  2. ລະບອບການເມືອງ (ຫມວດທີ 1, ມີ 12 ມາດຕາ )
  3. ລະບອບເສດຖະກິດ - ສັງຄົມ (ຫມວດທີ 2, ມີ 18 ມາດຕາ)
  4. ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ (ຫມວດທີ 3, ມີ 3 ມາດຕາ)
  5. ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ (ຫມວດທີ 4, ມີ 18 ມາດຕາ)
  6. ສະພາແຫ່ງຊາດ (ຫມວດທີ 5, ມີ 13 ມາດຕາ)
  7. ປະທານປະເທດ (ຫມວດທີ 6, ມີ 4 ມາດຕາ)
  8. ລັດຖະບານ (ຫມວດທີ 7, ມີ 6 ມາດຕາ)
  9. ການປົກຄອງທ້ອງຖິ່ນ (ຫມວດທີ 8, ມີ 4 ມາດຕາ)
  10. ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ (ຫມວດທີ 9, ມີ 10 ມາດຕາ)
  11. ພາສາ, ອັກສອນ, ເຄື່ອງຫມາຍຊາດ, ທຸງຊາດ, ວັນຊາດ, ສະກຸນເງິນ ແລະ ນະຄອນຫຼວງ (ຫມວດທີ 10, ມີ 7 ມາດຕາ)
  12. ບັນຍັດສຸດທ້າຍ (ຫມວດທີ 11, ມີ 3 ມາດຕາ)

ການປັບປຸງລັດຖະທຳມະນູນຄັ້ງທີ II ປີ 2015

[ດັດແກ້]

ພາຍຫຼັງທີ່ກອງປະຊຸ່ມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຄົ້ນຄວ້າພິຈາລະນາຢ່າງກ້ວາງຂວາງ ແລະ ເລີກເຊິ່ງ ກ່ຽວກັບເນື້ອໃນການປັບປຸ່ງລັດຖະທຳມະນູນ ສະບັບປັບປຸ່ງ ປີ 2015 ໃນວາລະກອງປະຊຸ່ມຕອນບ່າຍ ຂອງວັນທີ 8 ທັນວາ ປີ 2015

ການປັບປຸງລັດຖະທໍາມະນູນສະບັບ ປີ 2015 ແນ່ໃສ່ປັບປຸງລະບົບອໍານາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ ໃຫ້ແກ່ການປົກປັກຮັກສາ ແລະສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນ ໃນໄລຍະໃໝ່.

ລັດຖະທໍາມະນູນສະບັບປັບປຸ່ງ ປີ 2015 ປະກອບມີ 14 ໝວດ, 119 ມາດຕາ.

  1. ໝວດທີ 1: ລະບອບການເມືອງ, ມີ 12 ມາດຕາ.
  2. ໝວດທີ 2: ລະບອບເສດຖະກິດ ແລະສັງຄົມ, ມີ 17 ມາດຕາ.
  3. ໝວດທີ 3: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີ 3 ມາດຕາ.
  4. ໝວດທີ 4: ສິດ ແລະພັນທະພື້ນຖານຂອງພົນລະເມືອງ, ມີ 9 ມາດຕາ.
  5. ໝວດທີ 5: ສະພາແຫ່ງຊາດ, ມີ 13 ມາດຕາ.
  6. ໝວດທີ 6: ປະທານປະເທດ, ມີ 4 ມາດຕາ.
  7. ໝວດທີ 7: ລັດຖະບານ, ມີ 7 ມາດຕາ.
  8. ໝວດທີ 8: ສະພາປະຊາຊົນທ້ອງຖິ່ນ, ມີ 9 ມາດຕາ.
  9. ໝວດທີ 9: ອົງການປົກຄອງທ້ອງຖິ່ນ, ມີ 5 ມາດຕາ.
  10. ໝວດທີ 10: ສານປະຊາຊົນ ແລະອົງການໄອຍະການປະຊາຊົນ, ມີ 14 ມາດຕາ.
  11. ໝວດທີ 11: ການກວດສອບແຫ່ງລັດ, ມີ 4 ມາດຕາ.
  12. ໝວດທີ 12: ຄະນະກໍາມະການເລືອກຕັ້ງ, ມີ 2 ມາດຕາ.
  13. ໝວດທີ 13: ພາສາ, ອັກສອນ, ເຄື່ອງໝາຍຊາດ, ເພງຊາດ, ວັນຊາດ, ສະກຸນເງີນ ແລະນະຄອນຫຼວງ, ມີ 7 ມາດຕາ.
  14. ໝວດທີ 14: ບົດບັນຍັດສຸດທ້າຍ, ມີ 3 ມາດຕາ.

ການປັບປຸງລັດຖະທຳມະນູນຄັ້ງທີ III ປີ 2025

[ດັດແກ້]

ພາຍຫຼັງທີ່ກອງປະຊຸມສະໄໝວິສາມັນຄັ້ງທີ II ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນການປັບປຸງລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບປັບປຸງ ປີ 2025 ໃນວາລະຂອງກອງປະຊຸມ ຄັ້ງວັນທີ 17 ມີນາ 2025 ແລະ ຖືກຮັບຮອງໃນວາລະກອງປະຊຸມຕອນບ່າຍ ໃນວັນທີ 20 ມີນາ 2025.

ລັດຖະທໍາມະນູນສະບັບປັບປຸງ ປີ 2025 ປະກອບມີ 14 ໝວດ, 122 ມາດຕາ.

  1. ໝວດທີ 1: ລະບອບການເມືອງ, ມີ 12 ມາດຕາ (ປັບປຸງ 3 ມາດຕາ, ຈັດໃໝ່ 1 ມາດຕາ).
  2. ໝວດທີ 2: ລະບອບເສດຖະກິດ ແລະສັງຄົມ, ມີ 17 ມາດຕາ (ປັບປຸງ 8 ມາດຕາ).
  3. ໝວດທີ 3: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີ 4 ມາດຕາ (ປັບປຸງ 3 ມາດຕາ່).
  4. ໝວດທີ 4: ສິດ ແລະພັນທະພື້ນຖານຂອງພົນລະເມືອງ, ມີ 17 ມາດຕາ (ປັບປຸງ 2 ມາດຕາ).
  5. ໝວດທີ 5: ສະພາແຫ່ງຊາດ, ມີ 12 ມາດຕາ (ປັບປຸງ 9 ມາດຕາ).
  6. ໝວດທີ 6: ປະທານປະເທດ, ມີ 4 ມາດຕາ (ປັບປຸງ 3 ມາດຕາ).
  7. ໝວດທີ 7: ລັດຖະບານ, ມີ 7 ມາດຕາ (ປັບປຸງ 3 ມາດຕາ).
  8. ໝວດທີ 8: ສະພາປະຊາຊົນທ້ອງຖິ່ນ, ມີ 8 ມາດຕາ (ປັບປຸງ 8 ມາດຕາ).
  9. ໝວດທີ 9: ອົງການປົກຄອງທ້ອງຖິ່ນ, ມີ 3 ມາດຕາ (ປັບປຸງ 3 ມາດຕາ).
  10. ໝວດທີ 10: ສານປະຊາຊົນ ແລະອົງການໄອຍະການປະຊາຊົນ, ມີ 14 ມາດຕາ (ປັບປຸງ 12 ມາດຕາ).
  11. ໝວດທີ 11: ການກວດກາ ແລະ ການກວດສອບແຫ່ງລັດ, ມີ 8 ມາດຕາ (ປັບປຸງ 4 ມາດຕາ, ເພີ່ມ 4 ມາດຕາ).
  12. ໝວດທີ 12: ຄະນະກໍາມະການເລືອກຕັ້ງ, ມີ 2 ມາດຕາ (ປັບປຸງ 2 ມາດຕາ).
  13. ໝວດທີ 13: ພາສາ, ອັກສອນ, ເຄື່ອງໝາຍຊາດ, ເພງຊາດ, ວັນຊາດ, ສະກຸນເງີນ ແລະນະຄອນຫຼວງ, ມີ 7 ມາດຕາ.
  14. ໝວດທີ 14: ບົດບັນຍັດສຸດທ້າຍ, ມີ 3 ມາດຕາ (ປັບປຸງ 2 ມາດຕາ).

ແຫຼ່ງອ້າງອີງ

[ດັດແກ້]