ຢູຟາ ແຊ້ມປຽນລີກ

ຈາກ ວິກິພີເດຍ

ຢູຟາ ແຊ້ມປຽນລີກ ລະດູການ 2014-2015 ແມ່ນເປັນລະດູການທີ 60ຂອງທົວນາເມັນບານເຕະຂອງສະໂມສອນເອີຣົບທີ່ມີລຳດັບດີ ເຊິ່ງຈັດຕັ້ງໂດຍ ຢູຟາ UEFA. ແລະເປັນລະດູການທີ່ 23 ນັບແຕ່ມີການປ່ຽນຊື່ຈາກ European Champion Clubs' Cup ເປັນ ແຊ້ມປຽນລີກ. ນັດຊິງຊະນະເລີດຂອງແຊ້ມປຽນລີກປີ 2015 ແມ່ນໄດ້ຈັດທີ່ສະໜາມ ໂອລຽມປີສຕາໂດນ ໃນເບີລິນ,ເຢຍລະມັນ ໂດຍທີ່ສະໂມສອນບາເຊໂລນາຈາກສະເປນເອົາຊະນະ ສະໂມສອນ ຈູເວັນຕຸດຂອງອີຕາລີແລະຍາດເອົາແຊ້ມເປັນຄັ້ງທີ່ຫ້າຂອງສະໂມສອນ. ສະໂມສອນ ເຣວ ມາດຣິດ ເປັນແຊ້ມເກົ່າ ແລະເສຍໃຫ້ຈູເວັນຕຸດໃນນັດໃນຮອບຮອງຊະນະເລີດ.