Jump to content

ມາຍຄຣາຟທ໌

ຈາກ ວິກິພີເດຍ
Minecraft
ມາຍຄຣາຟທ໌
ໄອຄ້ອນຂອງ Minecraft Launcher ທີ່ໃຊ້ຮູບໜ້າຂອງ Creeper
ຜູ້ພັດທະນາMojang Studios
ຜູ້ວາງຈຳໜ່າຍ
ຜູ້ອອກແບບ
ຜູ້ປະພັນ
  • Aaron Cherof
  • Gareth Coker
  • Kumi
  • Lena Raine Edit this on Wikidata
ເຄື່ອງຫຼິ້ນ
ວັັນວາງຈຳໜ່າຍ18 ພະຈິກ 2011; 13 ປີກ່ອນ (2011-11-18)
ແນວ
  • construction and management simulation
  • retro-style video game Edit this on Wikidata

Minecraft (ມາຍຄຣາຟທ໌, ຫຼືນິຍົມເອີ້ນວ່າ: ມາຍຄາບ) ເປັນວິດີໂອເກມແບບເປີດໂລກ (open-world) ທີ່ຖືກພັດທະນາໂດຍ Mojang Studios. ເກມນີ້ຖືກສ້າງຂື້ນໂດຍ ມາຄັສ "ນັອຊ" ເປີຣ໌ສັນ (Markus "Notch" Persson) ແລະຖືກປ່ອຍຕົວໃນປີ 2009 ໃນຮູບແບບ alpha, ກ່ອນຈະປ່ອຍຕົວເຕັມໃນວັນທີ 18 ພະຈິກ 2011. ໃນປີ 2014, Microsoft ໄດ້ຊື້ Mojang Studios ດ້ວຍລາຄາ 2.5 ຕື້ໂດລາສະຫະລັດ. Minecraft ເປັນວິດີໂອເກມທີ່ຂາຍດີທີ່ສຸດຕະຫຼອດການ, ດ້ວຍການຂາຍໄດ້ຫຼາຍກວ່າ 300 ລ້ານຊຸດ ແລະ ມີຜູ້ຫຼິ້ນທີ່ໃຊ້ງານປະຈຳກວ່າ 170 ລ້ານຄົນ ນັບຈາກປີ 2024.

ໃນ Minecraft, ຜູ້ຫຼິ້ນຈະໄດ້ສໍາຫຼວດໂລກ 3D ທີ່ຖືກສ້າງໂດຍອັລກອລິທຶມ ທີ່ມີພື້ນທີ່ເກືອບບໍ່ຈຳກັດ ແລະ ປະກອບຂຶ້ນຈາກບັອກ. ຜູ້ຫຼິ້ນສາມາດຄົ້ນພົບ ແລະຂຸດຄົ້ນຊັບພະຍາກອນທຳມະຊາດ, ຜະລິດເຄື່ອງມື ແລະສິ່ງຂອງ, ລວມທັງການສ້າງບ້ານອາຄານ, ແລະເຄື່ອງມີຕ່າງໆ. ຂຶ້ນຢູ່ກັບໂໝດເກມທີ່ເຂົາເລືອກ, ຜູ້ຫຼິ້ນສາມາດຕໍ່ສູ້ກັບສັດປະຫລາດໃນໂລກ, ຕະຫຼອດຈົນຮ່ວມມື ຫລື ແຂ່ງຂັນກັບຜູ້ຫຼິ້ນຄົນອື່ນໃນໂໝດ multiplayer.

ຊຸມຊົນຂອງ Minecraft ໃຫຍ່ຫຼາຍ ແລະມີຫຼາຍສິ່ງທີ່ສ້າງຂຶ້ນໂດຍຜູ້ຫຼິ້ນ, ເຊັ່ນ: ມັອດປັບແຕ່ງໃນເກມ (mods), ເຊີບເວີ້ (server), ໂຕລະຄອນຜູ້ຫຼິ້ນ ຫຼື ສະກິນ (skins), ເທັກເຈີ້ (texture packs), ແລະແມັບອື່ນໆ, ຊຶ່ງເພີ່ມລູກຫຼິ້ນ ແລະ ໂອກາດໃໝ່ໆໃນເກມ.