ມາຊາລາຈາຍ

ຈາກ ວິກິພີເດຍ
ມາຊາລາຈາຍ
ມາຊາລາຈາຍກັບເຂົ້າໜົມ
ກຳເໜີດ
ຊື່ອື່ນຈາຍ, ຊາຈາຍ
ແຫຼ່ງກຳເໜີດປະເທດອິນເດຍ[1][2]
ພູມິພາກອາຊີໃຕ້
ລາຍລະອຽດ
ຊະນິດຊາແຕ່ງກິ່ນ
ເຄື່ອງປຸງຫຼັກຊາດຳ, ນົມ, ເຄື່ອງເທດ, ນ້ຳຕານ

ມາຊາລາຈາຍ (ຮິນດີ:मसाला चाय,ຫມາຍຄວາມວ່າ "ຊາໃສ່ເຄື່ອງເທດ"; ອູຣະດູ:مصالحہ چائے; ເນປານ: मसलेदार चिया; ເບງກອນ: মসলা চা) ແມ່ນເຄື່ອງດື່ມຊາທີ່ມີລົດຊາດຈາກອາຊີໃຕ້ ໄດ້ຈາກການຕົ້ມໃບຊາດຳດ້ວຍເຄື່ອງເທດແລະສະໝຸນໄພທີ່ມີກິ່ນຫອມ ໃນປັດຈຸບັນມາຊາລາຈາຍໄດ້ຮັບຄວາມນິຍົມໄປທົ່ວໂລກແລະກາຍເປັນເຄື່ອງດື່ມທີ່ໂດດເດັ່ນຂອງຮ້ານກາເຟຫຼືຮ້ານຊາຫຼາຍທີ່ ບາງທີ່ອາດຈະເອີ້ນເຄື່ອງດື່ມນີ້ສັ້ນໆ ວ່າ "ຈາຍ"[3] ຊຶ່ງຫມາຍຄວາມວ່າຊາ ຫຼືເອີ້ນວ່າ "ຊາຈາຍ" ໂດຍເປົນການຊ້ໍາຄໍາສັບ[4][5] ວິທີການກະກຽມແບບດັ້ງເດີມຕ້ອງຕົ້ມໃບຊາດ້ວຍນົມແລະເຄື່ອງເທດ ເຊັ່ນ​ ແກ່ນກະວານຂຽວ, ທ່ອນອົບເຊຍ, ຂີງບົດ, ກ້ານພູບົດ, ແກ່ນພິກໄທດຳ ແລະອື່ນໆ ຫຼັງ​ຈາກ​ນັ້ນ​​ກັ່ນ​ຕອງກາກ​ທີ່​ຍັງ​ເຫຼືອ​ອອກ​ ແຕ່ຍັງມີການຜະລິດສໍາລັບການຂາຍຍ່ອຍ ໃນຮູບແບບຂອງຖົງຊາສໍາລັບການຕົ້ມ, ຜົງປະສົມ ຫຼືຊາເຄື່ອງເທດເຂັ້ມຂຸ້ນ (concentrate)

ອ້າງອີງ[ດັດແກ້]

  1. Sengupta, Sushmita. "History of Masala Chai: A Quick Dive Into The Origins of India's Favourite Drink". NDTV. NDTV. Retrieved 28 August 2020.
  2. "A Brief History of Chai and 5 to Try (or Retry) This Fall". Archived from the original on 15 May 2016. Retrieved 5 September 2016.
  3. Chai - Definition at Merriam-Webster Dictionary
  4. Lisa Boalt Richardson, Lauren Rubinstein Tea with a Twist: Entertaining and Cooking with Tea 2009 Page 57 "Chai tea, as most Americans know it, is a spiced tea originating from India. “Chai” simply means “tea.” The chai tea we know in America is actually called “masala chai” for the ingredients that are added to give it its unique taste."
  5. Colleen Patrick-Goudreau The Joy of Vegan Baking: The Compassionate Cooks' Traditional Treats and Sinful Sweets Beverly: Four Winds Press, 2007 Page 226 "Though it may seem redundant to say “chai tea,” which essentially means “tea tea,” in English, the term is used to refer to what is more properly known in Hindi as masala chai, or “spiced tea.”