ພູຫລວງ

ຈາກ ວິກິພີເດຍ

ພູຫຼວງ: ຕັ້ງຢູ່ຫ່າງຈາກນ້ຳຕົກເຊກະຕາມ ຂຶ້ນໄປອີກປະມານ 20 ກິໂລແມັດ ພູທຳມະຊາດອຸດົມສົມບູນດ້ວຍທານນ້ຳໄຫລ ແລະ ປ່າເຂົາ ມີເສັ້ນທາງຍ່າງ ແລະ ເດີນລົດເກົ່າແກ່ທີ່ຝຣ່ັງສ້າງໄວ້ ເປັນເສັ້ນທາງລັດຈາກອັດຕະປື ມາເຊກອງ ແລະ ຂ້າມໄປຊາຍແດນປາກເຊໄດ້ ເມື່ອຂຶ້ນໄປເທິງພູແລ້ວເບິ່ງລົງມາ ຈະເຫັນທັດສະນີຍະພາບບາງສ່ວນຂອງເຊກອງ ສ່ວນທາງທິດຕະເວັນຕົກເບິ່ງເຫັນສວນກາເຟທີ່ຊາວບ້ານປູກໄວ້ເທິງພູພຽງບໍລະເວນສວຍງາມຫລາຍ.