ພະເຈົ້າບຸເຣງນອງ

ຈາກ ວິກິພີເດຍ
ພະເຈົ້າບຸເຣງນອງ
Bayinnaung.JPG
ຮູບປັ້ນພະເຈົ້າບຸເຣງນອງໜ້າພິພິດທະພັນແຫ່ງຊາດມຽນມາ
ພະລາຊາລຳດັບທີ່ 3 ແຫ່ງ ລາຊະວົງຕອງອູ
ຄອງລາດ ພ.ສ. 2094–2124
ລາຊາພິເສກ 12 ມັງກອນ 2097
ກ່ອນໜ້າ ພະເຈົ້າຕະເບັງຊະເວຕີ້
ຕໍ່ໄປ ພະເຈົ້ານັນທະບຸເຣງ
ໄລຍະເວລາຄອງລາດ 30 ປີ
ພະອັກຄະລະມະເຫສີ ພະນາງອະຕຸນສິລິມະຫາລາຊະເທວີ
ພະມະເຫສີ ພະນາງຈັນທາເທວີ
ພະນາງລາຊະເທວີ[໑]
ພະສຸພັນກັນລະຍາ
ພະລາຊະບຸດ ພະເຈົ້ານັນທະບຸເຣງ
ພະນາງເມງເກງສໍ
ພະເຈົ້ານະຍອງຍານ
ພະເຈົ້ານໍທະລາມັງສໍ[໑][໒]
ເຈົ້າພຸ້ນຊິ່[໓]
ພະນາມເຕັມ
ບະຍິ່ນເໜົ່າຈໍ່ຖິ່ນໜໍ່ຍະຖ່າ, ເຊງພະຍູເຊງ
ລາຊະວົງ ຕອງອູ
ພະລາຊະບິດາ ມິນຈີເສວ່
ພະລາຊະມານດາ ສິ່ນມະໂຍມຽດ
ປະສູດ 16 ມັງກອນ 2059
ຕອງອູ
ສະຫວັນຄົດ 10 ພະຈິກ 2124 (16 ມັງກອນ ຄ.ສ. 2059 (-66 ປີ))
ພະໂຄ

ພະເຈົ້າບຸເຣງນອງ (ອັງກິດ: Bayinnaung) ກະສັດພະມ່າພະອົງທີ່ 3 ໃນຣາດຊະວົງຕອງອູ ອາດຮຽກໄດ້ວ່າ ເປັນກະສັດພະມ່າອົງທີ່ຄົນໄທແລະລາວ ຫລືຊາວຕ່າງຊາດ ຮູ້ຈັກດີທີ່ສຸດກໍວ່າໄດ້ ເນື່ອງດ້ວຍກຽດຕິປະຫວັດອັນເລື່ອງລື ຈົນມີສາຍາວ່າ "ພະເຈົ້າຊະນະສິບທິດ" ອີກທັ້ງໃນປະເທດໄທຍັງມີວັນນະຄະດີປະເພດ ນິຍາຍປອມພົງສາວະດານຊື່ດັງທີ່ມີພະອົງເປັນຕົວເອກຂອງເຮື່ອງ ຄື "ຜູ້ຊະນະສິບທິດ" ດ້ວຍ ຊຶ່ງໄດ້ມີການນຳໄປສ້າງເປັນລະຄອນ ພາບພະຍົນໃນພາຍຫຼັງຫຼາຍຕໍ່ຫຼາຍຄັ້ງ

ພະເຈົ້າບຸເຣງນອງ ປະສູດເມື່ອວັນພຸດ ຂຶ້ນ 12 ຄ່ຳ ເດືອນກຸມພາ ຄ.ສ. 1516 ກ່ອນພະເຈົ້າຕະເບັງຊະເວຕີ້ພຽງ 1 ເດືອນ ຕາມຄວາມເຊື່ອຂອງຄົນທົ່ວໄປ ເຊື່ອວ່າພະນາມດັ້ງເດີມຂອງພະອົງຄື "ຈະເດັດ" (ຕາມນິຍາຍຜູ້ຊະນະສິບທິດຂອງໄທ) ແຕ່ຕາມຫຼັກຖານທາງປະຫວັດສາດ ພະນາມດັ້ງເດີມຂອງພະອົງອາດອອກສຽງວ່າ "ຈະເຕັດ" ໂດຍອາດແປວ່າ "ເຈົ້າປວກໄຕ່" (ຈະໝາຍຖຶງ ປວກ ເຕັດ ໝາຍຖຶງ ໄຕ່ ຫລື ປ່າຍປີນ) ແລະມີອີກໜຶ່ງຫຼັກຖານທີ່ຣະບຸວ່າ ພະນາມດັ້ງເດີມຄື "ເຊັງເຍທຸດ" ໂດຍແປໄດ້ວ່າ "ເຈົ້າຍອດຜູ້ກ້າ" (ເຊັງ ເປັນຄຳທີ່ຮຽກໜ້າຊື່ບຸກຄົນສຳຄັນ ເຍ ໝາຍຄວາມວ່າ ກ້າຫານ ແລະ ທຸດ ອາດແປໄດ້ຫຼາກຫຼາຍ ແຕ່ໃນບໍຣິບົດເຊັ່ນນີ້ຄວນແປວ່າຍອດ)

ພະເຈົ້າບຸເຣງນອງ ນັບວ່າເປັນກະສັດພະມ່າທີ່ທາງພະມ່ານັບວ່າ ເປ້ນກະສັດທີ່ຍິ່ງໃຫຍ່ 1 ໃນ 3 ພະອົງ ດ້ວຍຄວາມເປັນກະສັດນັກຮົບອັນເປັນທີ່ປາກົດພະກຽດຕິເລື່ອງລິ ໂດຍຍຸກສະໄໝຂອງພະອົງ ອານາຈັກຕອງອູ ເຂັ້ມແຂັງແລະແຜ່ໄພສານຢ່າງທີ່ສຸດໃນປະຫວັດສາດ ໂດຍຄອບຄຸມອານາເຂດຕັ້ງແຕ່ລຸ່ມນ້ຳອິຣະວະດີຈົນຖຶງລຸ່ມແມ່ນ້ຳຂອງ ມີປະເທດສະຣາດຕ່າງໆ ຫຼາຍຫຼວງໃນພູມພາກອຸສາກຄະເນ ໄດ້ແກ່ ຫົງສາວະດີ(ມອນ), ລ້ານຊ້າງ(ລາວ), ໄທໃຫຍ່, ຂະເໝນ, ຍວນ, ອະຍຸດທະຍາ(ສະຫຍາມ), ຊຽງໃໝ່(ລ້ານນາ) ເປັນຕົ້ນ

  1. ໑.໐ ໑.໑ Tun Aung Chain (2004). Selected Writings of Tun Aung Chain. Myanmar Historical Commission. p. 119. 
  2. สรัสวดี อ๋องสกุล. ประวัติศาสตร์ล้านนา. พิมพ์ครั้งที่ 6. กรุงเทพฯ:อมรินทร์, 2552. หน้า 272 ISBN 978-974-8132-15-0
  3. กิตติ วัฒนะมหาตม์. ตำนานนางกษัตริย์. กรุงเทพฯ:สร้างสรรค์บุ๊คส์, 2553, หน้า 275