ພະພົມ (ສາສະໜາພຸດ)

ຈາກ ວິກິພີເດຍ

ໃນສາສະໜາພຸດ ພະພົມ ເປັນເທວະດາຊັ້ນສູງກວ່າເທວະດາທົ່ວໄປໃນສະກາມາພະຈອນ ແຕ່ມີການວຽນຫວ້າຍຕາຍເກີດດ້ວຍອໍານາດກິເລດ (ໂລພະ ໂທສະ ໂມຫະ ແຕ່ໃນພົບຊາດກ່ອນຈຸຕິແລະປະຕິສົນທິເປັນພົມມີກຸສົນຫຼາຍ ມີຊານສະມາບັດເປັນອາລົມ ເມື່ອຕາຍຈຶ່ງເກີດຢູ່ສະຫວັນຊັ້ນນີ້). ຢູ່ໃນສະຫວັນທີ່ເອີ້ນວ່າຊັ້ນພົມ (ພົມມະພູມ). ແບ່ງອອກເປັນ 2 ປະເພດ ແມ່ນ ພົມທີ່ມີຮູບ ເອີ້ນວ່າ "ຮູບປະພົມ" ມີ 16 ຊັ້ນ ແລະພົມທີ່ບໍ່ມີຮູບ ເອີ້ນວ່າ "ອະຮູບປະພົມ" ມີທັງໝົດ 4 ຊັ້ນ ໂດຍອະຮູບປະພົມຈະສູງກວ່າຮູບປະພົມ.

ເຖລະວາດ[ດັດແກ້]

ໃນຄະຕິເຖລະວາດ ພະພົມບໍ່ມີເພດ ບໍ່ຕ້ອງກິນອາຫານເໝືອນສັດຕະວະໂລກໃນພູມອື່ນ ບໍ່ຕ້ອງຂັບຖ່າຍຍ້ອນເບີກບານອິ່ມເອີບໂດຍມີຊານສະມາບັດເປັນອາຫານ. ສະເຫວີຍສຸກພົມມະສົມບັດຢູ່ພົມມະພູມ ເຊິ່ງຕົນອຸບັດເທົ້າເຖິງສິ້ນອາຍຸ ເຊິ່ງເປັນເວລາດົນຫຼາຍ.

ມະຫາຍານ[ດັດແກ້]

ຜູ້ຖືມະຫາຍານ ນັບຖືພະພົມໃນຖານະທຳມະບານ ເຊິ່ງປະກົດຢູ່ໃນພະສູດສໍາຄັນຕ່າງໆ ແລະຖືເປັນພະໂພທິສັດ.