ພະທາດເມືອງສີງ

ຈາກ ວິກິພີເດຍ

ງານບຸນພະທາດເມືອງສິງ: (ງານບຸນປະຈຳປີ) ເຊິ່ງຈະຈັດຂຶ້ນ ໃນທ້າຍເດືອນຕຸລາ ຫລື ຕົ້ນເດືອນພະຈິກ ຕາມກຳນົດວັນໃນປະຕິທິນຂອງ ແຕ່ລະປີ ສະຖານທີ່ຈັດງານແມ່ນບໍລິເວນເທິງພູທາງທິດໃຕ້ ຂອງຕົວເມືອງຈັດເປັນງານບຸນໃນພະພຸດທະສາສະຫນາ ຈິ່ງມີທັງທູບທຽນ, ອາຫານທີ່ຊາວບ້ານ ນຳມາຖວາຍພະສົງ. ເຜົ່າຕ່າງໆ ກໍ່ມາຮ່ວມງານບຸນນີ້ ເຊັ່ນກັນ ມີການແຕ່ງກາຍປະຈຳເຜົ່າ ສ່ວນບຸນສົງການໃນເດືອນເມສາ ແລະ ບຸນບັ້ງໄຟເພື່ອຂໍຝົນ ໃນຊ້ວງລະດູແລ້ງກໍຄຶກຄື້ນບໍ່ຫນ້ອຍ.