Jump to content

ພອນສັກ ສ່ອງແສງ

ຈາກ ວິກິພີເດຍ
ພອນສັກ ສ່ອງແສງ
ເກີດ: 2 ພະຈິກ 1960; ຈັງຫວັດ ຂອນແກ່ນ
ເຖິງແກ່ກຳ: 15 ຕຸລາ 2021; ຈັງຫວັດ ໜອງບົວລຳພູ
ປະເທດ: ປະເທດໄທ
ຊື່ເກິດ: บุญเสาร์ ประจันตะเสน

ຂໍ້​ມູນຢ່າງເປັນທາງການ

ອາຊີບ: singer

ພອນສັກ ສ່ອງແສງ (ໄທ: พรศักดิ์ ส่องแสง) (1960 - 2021) ແມ່ນນັກຮ້ອງຊາຍຊາວໄທ[1]

ລາວເກິດທິ່ຈັງຫວັດຂອນແກ່ນ ແຕ່ໄປໃຊ້ຊີວິດທີ່ຈັງຫວັດໜອງບົວລຳພູ ລາວເຂົ້າສູ່ວົງການບັນເທິງຈາກການຜັກດັນຂອງພໍ່ຄຣູຮັກ ວັດທະນະຍາ ອອກອັນລະບັ້ມທຳອິດໃນຊຸດ ເສືອສຳນຶກບາປ ເມື່ປີ 1980 ກ່ອນສິດັງເຕິບກັບອັນລະບັ້ມ "ລອຍແພ" ເມື່ປີ 1983[2] ຊື່ສຽງຂອງລາວເລີ່ມເຕີບໃຫຍ່ຂຶ້ນດ້ວຍອາລະບໍາ "ເຕົ້ຍສາວຈັນກັ້ງໂກບ" ໃນປີ 1986, ເຊິ່ງເປັນຜົນງານຂອງພໍ່ຄຣູສຸມທຸມ ໄຜ່ລິມບຶງ. ຄວາມນິຍົມຂອງລາວໄດ້ນຳໄປສູ່ການສະແດງຄອນເສີດກັບທົງໄຊ ແມັກອິນໄຕໃນປີຕໍ່ມາ. ຕໍ່ມາລາວໄດ້ຮັບຄວາມສຳເລັດອີກຄັ້ງດ້ວຍອາລະບໍາ "ມີເມຍເດັກ" ໃນປີ 2004[3].

ຊື່ສຽງຂອງລາວຍັງໄດ້ແຜ່ຂະຫຍາຍໄປທົ່ວປະເທດລາວ. ສິ່ງນີ້ເຮັດໃຫ້ລາວຮ່ວມມືກັບນັກສິລະປິນລາວຫຼາຍຄົນ, ໂດຍສະເພາະແດງ ດວງເດືອນແລະປະນອມ ກ່ອມພະນາ

ລາວໄດ້ເສຍຊີວິດຍ້ອນຫົວໃຈວາຍກະທັນຫັນໃນອາຍຸ 60 ປີ. ພິທີເຜົາສົບຂອງລາວໄດ້ຈັດຂຶ້ນສາມມື້ຕໍ່ມາ, ໂດຍມີນັກສິລະປິນ ແລະ ຜູ້ຄົນຈາກຫຼາຍຂະແໜງການບັນເທີງເຂົ້າຮ່ວມ ລາວເປັນແຮງບັນດານໃຈແກ່ນັກຮ້ອງຮຸ່ນນ້ອງຫຼາຍຄົນ ເຊ່ນ ໄມຄ໌ ພິລົມພອນ, ມົນແຄນ ແກ່ນຄູນ, ໄໝໄທ ຫົວໃຈສິນ ແລະຢູ່ອີ່ ພິດຊະຍາພັກ

ອ້າງອີງ

[ດັດແກ້]