Jump to content

ພຣະເຈົ້າທີບໍ

ຈາກ ວິກິພີເດຍ
ເຈົ້າທີບໍ
သီပေါ‌မင်း
King of Burma
Prince of Thibaw
ສະເວີຍລາດ1 October 1878 – 30 November 1885
Coronation6 November 1878
ກ່ອນໜ້າMindon Min
Prime MinisterKinwun Mingyi U Kaung
ປະສູດເຢຍເຊສ (ရေစက်)
1 ມັງກອນ ຄ.ສ. 1859(1859-01-01)
Saturday, 12th waning of Nadaw 1220 ME[1]
ມັນ​ດາ​ເລ, ມຽນ​ມາກອນບັ້ງ
ສິ້ນພະຊົນ19 ທັນວາ ຄ.ສ. 1916 (57 ປີ)
Tuesday, 10th waning of Nadaw 1278 ME
ຣັດຕະນະຄີຣີ, ລັດ​ບອມ​ເບ, ອັງກິດ ອິນເດຍ
Burialຣັດຕະນະຄີຣີ, ອິນເດຍ
ພະມະເຫສີSupayalat
Regnal name
ສິຣີປະວະຣະ ວິຊະຢານັນຕະ ຢະສະຕິໂລກາ ທິປະຕິ ປັນທິຕະ ມະຫາທັມມະຣາຊາທິຣາຊາ
(သိရီပဝရ ဝိဇယာနန္တ ယသတိလောကာ ဓိပတိ ပဏ္ဍိတ မဟာဓမ္မရာဇာဓိရာဇာ)
HouseKonbaung
ລາຍເຊັນ[[File:|125px|alt=|ພຣະເຈົ້າທີບໍ's signature]]

ພຣະເຈົ້າທີບໍ ພຣະເຈົ້າທີບໍ ຫຼື ພຣະເຈົ້າສີປໍ ພຣະມະຫາກະສັດອົງສຸດທ້າຍຂອງພະມ້າ ແຫ່ງຣາຊວົງຄອງບອງ ພຣະຣາຊສົມທົບເມື່ອວັນທີ່ 1 ມັງກອນ 1859 ທີ່ເມືອງມັນດາເລ ເມືອງຫຼວງຂອງພະມ້າໃນຂະນະນັ້ນ ພຣະອົງຊຣົງເປັນພຣະຣາຊໂອລົດ ຂອງພຣະເຈົ້າມິນດົງ ເມື່ອໃຫຍ່ຂຶ້ນມາ ກໍໄດ້ພະໜວດ ຫຼື ບວດ ແລ້ວກໍສິກອອກມາ ພຣະຣາຊບິດາ ພຣະເຈົ້າມິນດົງ ໂປຣດໃຫ້ໄປຄອງເມືອງ ສີປໍ ພຣະອົງຈຶ່ງໄດ້ຮັບສານາມວ່າ ພຣະເຈົ້າສີປໍ ຫຼື ທີບໍ ໃນພາສາລາວ-ໄທຍ ນັ້ນເອງ ພຣະອົງຊຣົງອະພິເສກກັບ ພຣະຂະນິດຖານ້ອງສາວ ຕ່າງມານດາ ກັບພຣະອົງພຣະນາມວ່າ ພຣະນາງສຸພະຍາລັດ ພຣະອຸປະນິສັຍ ຂອງພຣະເຈົ້າທີບໍ ເປັນຄົນຫົວອ່ອນ ເຊື່ອຄົນງ່າຍ ແລະ ມັກບໍ່ຄວາມຄິດຂອງຕົນເອງ[2][2]

Thibaw and his family's brick residence, known as Thibaw's Palace, when in exile in Ratnagiri, India

ການສະເດັດຂຶ້ນຄອງຣາຊຕໍ່ຈາກພຣະຣາຊບິດາ ສາເຫດໃດພຣະເຈົ້າທີບໍ ຄົນທີ່ມີນິໃສ ຫົວອ່ອນ ເຊື່ອຄົນງ່າຍ ແລະ ບໍ່ແມ່ນພຣະຣາຊໂອລົດອົງໃຫຍ່ ຂອງພຣະເຈົ້າມິນດົງ ຈຶ່ງໄດ້ສະເດັດຂຶ້ນຄອງຣາຊເປັນພຣະມະຫາກະສັດຜູ້ຍິ່ງໃຫຍ່ ກໍເພາະວ່າ ພຣະອົງເປັນທີ່ໂປດປານຂອງ ພຣະນາງອະເລນັນດໍ ມະເຫຊີຝ່າຍຊ້າຍໃນພຣະເຈົ້າມິນດົງ ແລະ ເປັນຄົນທີ່ມີອຳນາດ ແລະ ເປັນທີ່ເກງຂາມຂອງຄົນໃນຣາຊສຳນັກ ລວມທັງພຣະເຈົ້າມິນດົງພ້ອມ ເມື່ອພຣະເຈົ້າມິນດົງຊຣົງພຣະປະຊວນຢ່າງໜັກ ພຣະນາງອະເລນັນດໍ ເຫັນວ່າ ພຣະຣາຊໂອລົດ ອົງໃຫຍ່ຂອງທັງສອງພຣະເຈົ້າມິນດົງ ຊຣົງເປັນຄົນມີການສຶກສາຈົບມາຈາກຝຣັ່ງເສດ ຖ້າໃຫ້ຂຶ້ນຄອງຣາຊຄົງສິບັງຄັບຍາກ ເລີຍສວຍໂອກາດ ປະຊຸ່ມເສນາອາມາດ ແລ້ວໃຫ້ພຣະເຈົ້າມິນດົງ ພຣະສະວາມີຂອງພຣະອົງເອງ ອອກພຣະຣາຊໂອງການ ແຕ່ງຕັ້ງ ເຈົ້າຟ້າທີບໍ ຂຶ້ນເປັນພຣະມະຫາອຸປະຣາຊ (ຕຳແໜ່ງອົງຣາຊທາຍາດ) ຫຼັງຈາກນັ້ນບໍ່ດົນ ພຣະເຈົ້າມິນດົງ ກໍສະເດັດສະຫວັນນະຄົດລົງ ເຈົ້າຟ້າທີບໍ ກໍໄດ້ສະເດັດຂຶ້ນຄອງຣາຊ ເປັນພຣະມະຫາກະສັດຕໍ່ຈາກພຣະເຈົ້າມິນດົງ ຫຼັງຈາກພຣະອົງຊຣົງໄດ້ຄອງຣາຊແລ້ວ ພຣະນາງອະເລນັນດໍ ແລະ ພຣະນາງສຸພະຍາລັດ ພຣະມະເຫສີຂອງພຣະອົງ ກໍຮ່ວມມືກັນ ສັງຫານ ເຊື້ອພຣະວົງ ແລະ ຂຸນນາງ ທີ່ພຣະນາງອະເລນັນດໍຊຣົງເຫັນວ່າ ເປັນຄົນຂັດຂວາງອຳນາດ ຂອງພຣະນາງ ພຣະນາງໄດ້ຈັດແຜນການດ້ວຍການ ສັ່ງໃຫ້ຈັດເທດສະການ ຢູ່ນອກວັງ ໃຫ້ມີການສະຫຼອງຄືກັບວ່າມີເທດສະການໃຫ້ປະຊາຊົນມາເລາະຊົມເພື່ອບໍ່ໃຫ້ປະຊາຊົນຮັບຮູ້ເທິງແຜ່ນການ ແລະ ສັ່ງໃຫ້ມີການເສບດົນຕີໃຫ້ດັງທົ່ວວັງ ແລ້ວພຣະນາງກໍເລີມສັງຫານເຊື້ອພຣະວົງ ແລະ ຂຸນນາງ ຈຳນວນ 500 ຄົນ ພາຍໃນ 3 ມື້ ຂອງງານສະຫຼອງສະເດັດຂຶ້ນຄອງຣາຊຂອງ ພຣະເຈົ້າທີບໍ ການຂ້າດ້ວຍວິທີການຕ່າງໆ ທີ່ໂຫດຮ້ຽມ ແລ້ວກໍຂຸດຄຸມໃຫຍ່ຂ້າງວັງ ແລ້ວຖິ້ມສົບເລົ່ານັ້ນລົງໄປ ແລ້ວກໍເອົາດິນຖົມ ຜ່ານໄປ 3 ມື້ ສົບທີ່ຖືກຝັ່ງໄດ້ເລີມບວມຂຶ້ນອືດ ແລະ ຍູ້ດັນດິນທີ່ຝັງໜູນຂຶ້ນມາ ພຣະນາກໍໄດ້ສັ່ງໃຫ້ເອົາຊ້າງມາຍຽບໃຫ້ກັບລົງໄປຄືເກົ່າ ແຕ່ຍ້ອນສົບທີ່ຝັງມີຫຼາຍ ມັນກໍບວມຂຶ້ນຈົນບໍສາມາດຈະປົກປິດໄດ້ ພຣະນາງຈຶ່ງສັ່ງໃຫ້ ຂຸດສົບເຫຼົ່ານັ້ນໄປຖິ້ມນອກເມືອງ ວ່າກັນວ່າພາຍໃນຄືນນັ້ນໝາຫອນທັງເມືອງປະຊາຊົນບໍ່ກ້າອອກຈາກບ້ານເລີຍ ສ່ວນພຣະເຈົ້າທີບໍ ບໍ່ໄດ້ຮູ້ເຖິງເຫດການເຫຼົ່ານີ້ເລີຍ ເພາະພຣະນາງຈັດນ້ຳຈັນ (ເຫຼົ້າ) ມາຖວາຍ 3 ມື້ 3 ຄືນ

ການສູນສິ້ນອຳນາດ ໃນຣາຊການຂອງພຣະອົງ ພຣະອົງໄດ້ຈັດຄະນະທູດໄປຈະເລີນສຳພັນທາງໄມຕີ ກັບ ຝຣັ່ງ ເພື່ອເຈລະຈາກ່ຽວກັບການໃຫ້ຝຣັ່ງມາສຳປະທານປ່າໄມ້ຢູ່ພະມ້າໄດ້ ໃນວັນທີ 30 ເມສາ 1883 ເຊິ່ງການກະທຳນີ້ເຮັດໃຫ້ອັງກິດ ເຊິ່ງກຳລັງມີເປົ້າໝາຍ ແລະ ຄິດຢາກຄອບຄອງ ພະມ້າ ລະແວງທີ່ຈະເສຍດິນແດນພະມ້າໃຫ້ກັບ ຝຣັ່ງ ຕໍ່ມາໃນເດືອນ ສິງຫາ ໃນປີດຽວກັນໄດ້ ພະມ້າ ເອິ້ນຄ່າປັບໄໝຈາກ ບໍລິສັດບອມເບເບີມາເທຣດດິງ ຂອງອັງກິດ ທີ່ຕັ້ງໃນພຣະມ້າ ທີ່ເມືອງຢ່າງກຸ້ງ ເປັນຈຳນວນເງິນ 2.3 ລ້ານ ຣູປີ ອັງກິດ ໄດ້ສະເໜີໃຫ້ພະມ້າ ຫຼຸດຄ່າປັບໄໝລົງ ແຕ່ພະມ້າບໍ່ຍອມ ຕົກມາໃນວັນທີ 9 ພະຈິກ ໃນປີດຽວກັນໄດ້ ອັງກິດໄດ້ນຳກຳລັງທະຫານ ຈາກຢ່າງກຸ້ງ ບຸກມາເຖິງ ເມືອງມັນດະເລ ເມືອງຫຼວງພະມ້າ ແລະ ໄດ້ເປີດສຶກກັນ ສຸດທ້າຍພະມ້າແພ້ໃນ ວັນທີ 14 ພະຈິກ ແລະ ໄດ້ມີການພິຈາລະນາຄະດີ ຂອງ ຣາຊສຳນັກພະມ້າ ອັງກິດເຫັນດີ ປົດ ພຣະເຈົ້າທີບໍອອກຈາກການເປັນເຈົ້າຊີວິດ ແລະ ລົ້ມລ້າງຣາຊວົງພະມ້າ ແລະ ໄດ້ເນລະເທດ ພຣະເຈົ້າທີບໍ ແລະ ມະເຫສີ ພຣະນາງສຸພະຍາລັດ ໄປຢູ່ເມືອງ ຣັດຕະນະຄີລີ ຣັດມະນີປຸລະ ປະເທດອິນເດຍ ໃນວັນທີ່ພຣະເຈົ້າທີບໍ ແລະ ພຣະນາງສຸຍາລັດ ກຳລັງຈະສະເດັດຂຶ້ນເຮືອໄປອິນເດຍ ປະຊາຊົນໄດ້ທາຊຸ່ມນຸ່ມ ເພື່ອເຂົ້າເຟົ້າເຈົ້າຊີວິດພວກເຂົາເປັນຄັ້ງສຸດທ້າຍ ເມືອໄປເຖິງອິນເດຍ ອັງກິດ ໄດ້ມອບເງິນເດືອນໃຫ້ 100.000 ຣູປີ ຕໍ່ເດືອນ ແລະ ອັງກິດໄດ້ສ້າງ ພຣະຣາຊວັງ ໃໝ່ຖວາຍໃຫ້ ພຣະອົງປະທັບຢູ່ຫັ້ນ ຈົນສະເດັດສະຫວັນນະຄົດ ໃນວັນທີ 15 ທັນວາ 1916 ພຣະສົບພຣະອົງ ຈັດພິທີຢ່າງລຽບງ່າຍ ແລະ ໄດ້ຝັງພຣະສົບໄວ້ໃກ້ກັບ ສຸສານ ຂອງສາສະໜາຄຣິດ ຢູ່ ທີ່ ເມືອງຣັດຕະຄີລີ ລູກຫຼານ ສ່ວນໜຶ່ງ ແລະ ມະເຫສີ ພຣະນາງ ສຸພະຍາລັດ ໄດ້ສະເດັດກັບ ພະມ້າ ວ່າກັນວ່າ ກ່ອນທີ່ພຣະເຈົ້າທີບໍ ສະຫວັນນະຄົດ ພຣະນາງ ກັບ ພຣະເຈົ້າທີບໍ ໄດ້ມີການຜິດໃຈກັນ ຈົນພຣະເຈົ້າທີບໍສະຫວັນນະຄົດ ພຣະນາງກໍບໍ່ໄປຮ່ວມງານພຣະສົບເລີຍ ຫຼັງຈາກກັບມາພະມ້າ ພຣະນາງປະທັບ ຢູ່ ຕຳໜັກຫຼັງໜຶ່ງ ທີ່ອັງກິດ ຈັດຂຶ້ນຖວາຍໃຫ້ ຢູ່ເມືອງຢ່າງກຸ້ງ ພຣະນາງປະທັບຢູ່ຫັ້ນ ໄດ້ 10 ປີ ກໍ່ສະເດັດສະຫວັນນະຄົດ ໃນວັນທີ 24 ພະຈິກ 1925 ພິທີພຣະສົບຈັດໄປຢ່າງລຽບງ່າຍ ແບບຄົນທຳມະດາ ອັງກິດບໍ່ຍອມອະນຸຍາດ ໃຫ້ເຊີນພຣະສົບພຣະນາງຂຶ້ນໄປ ເມືອງຫຼວງມັນດະເລ ພຣະອັດຖິພຣະນາງ ເລີຍເກັບໄວ້ທີ່ ສະຖູບເຈດີ ຫ່າງຈາກ ເຈດີສະເວດາກ່ອງ ປະມານ 200 ແມັດ ທາງທິດໃຕ້ ຖືເປັນການອາວະສານ ຣາຊວົງຄອງບອງ ຂອງພະມ້າ ທີ່ດຳລົງມາຍາວນານ 133 ປີ ທີ່ພຣະເຈົ້າອະລອງພະຍາ ກະສັດຜູ້ເກັ່ງກ້າ ຊຣົງກອບກູ້ບ້ານເມືອງ ລວບລວມແຜ່ນດິນ ໄດ້ມາສິ້ນສຸດຢູ່ທີ່ ພຣະເຈົ້າທີບໍ ນັ້ນເອງ

ອ້າງອີງ[ດັດແກ້]

  1. Konbaung Set Vol. 3 2004: 475
  2. 2.0 2.1 Thant Myint-U (2001). The Making of Modern Burma. Cambridge University Press. p. 9780521799140.