ພຣະທາດຫຼວງວຽງຈັນ

ຈາກ ວິກິພີເດຍ
          ທາດຫຼວງວຽງຈັນຕັ້ງຢູ່ສົ້ນສຸດທາງທິດຕາເວັນອອກຂອງຖະໜົນທາດຫຼວງ ບ້ານ ທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກ

ຂອງປະເທດລາວ ແລະ ເປັນມິ່ງຂວັນຂອງປະຊາຊົນລາວກໍ່ຄືຊາວພຸດທັງສອງຟາກຝັ່ງແມ່ນ້ຳຂອງ

          ຕາມຕຳນານອຸຣັງຄະທາດ ທາດຫຼວງຖືກສ້າງຂຶ້ນເທື່ອທີໜຶ່ງໃນປີພສ 236 (ກ່ອນ ຄສ 307 ປີ) ສະໄໝສ້າງເມືອງວຽງຈັນໂດຍພຣະເຈົ້າຈັນທະບຸຣີປະສິດທິຈັກ ພ້ອມດ້ວຍ

ພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະແລະໄດ້ນຳເອົາພຣະບໍຣົມມະທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກປະເທດອິນເດຍ ການສ້າງທາດຫຼວງເທື່ອທຳອິດນັ້ນ ພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ ກວ້າງດ້ານລະຫ້າວາໜາສອງວາແລະສູງສີ່ວາສາມສອກ

          ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິຣາດ ໄດ້ກໍ່ສ້າງທາດຫຼວງເປັນເທື່ອທີສອງແລະໄດ້ສ້າງ

ເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີທາດນ້ອຍສາມສິບອົງອ້ອມອົງທາດໃຫຍ່ເປັນບໍຣິວານ ພ້ອມດ້ວຍກົມມະລຽນແລະຫໍໄຫວ້ທັງສີ່ທິດ ໃນທາດນ້ອຍແຕ່ລະອົງນັ້ນເພິ່ນໄດ້ເອົາຄຳໜັກສີ່ບາດ ຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ)ແລະຈາຣຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ ເມື່ອກໍ່ສ້າງສຳເຣັດເພິ່ນໄດ້ໃສ່ຊື່ອົງທາດວ່າພຣະເຈດີໂລກະຈຸລາມະນີ ແຕ່ຄົນສ່ວນຫຼາຍມັກເອິ້ນວ່າທາດຫຼວງ ເຊິ່ງມີ ຄວາມໝາຍວ່າທາດທີ່ໃຫຍ່ ພາຍຫຼັງສ້າງສຳເຣັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງພຣະເຈົ້າໄຊຍະເສດຖາທິຣາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວ ຫາຍສາບສູນໄປໃນ ປີ ຄສ 1571

         ປີຄສ 1827 ສະໄໝຂອງພຣະເຈົ້າອະນຸວົງ(ວິຣະກະສັດ) ນະຄອນວຽງຈັນຖືກກອງທັບສຍາມ(ໄທຍ)ທຳລາຍລົງຢ່າງຮາບກ້ຽງ ກຳແພງນະຄອນຖືກມ້າງເພ ຫໍໂຮງ ແລະ ວັດວາອາຮາມ 

ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ, ອົງທາດຫຼວງທີ່ສະງ່າງາມມາແຕ່ບູຮານນະການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ

         ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພອົງທາດນ້ອຍອ້ອມອົງທາດໃຫຍ່ນັ້ນເພື່ອຊອກຫາເງິນຄຳແລະວັດຖຸມີຄ່າທີ່ຝັງຢູ່ໃນອົງທາດ ຈຶ່ງເຮັດໃຫ້ທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພ

ລົງຕື່ມອີກ

         ປີຄສ 1900 ເມື່ອຝຣັ່ງໄດ້ເຂົ້າມາປົກຄອງດິນແດນລາວ ພວກຝຣັ່ງເສດໄດ້ທຳການສ້ອມແປງສ່ວນຍອດຂອງອົງທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນັ້ນມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງໄດ້ເອົາຄຳ

ຈາກຍອດອົງທາດໄປ ອີກຕໍ່ມາ ປີຄສ 1929 ຝຣັ່ງເສດໄດ້ມີການສ້ອມແປງຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເຣັດ ການສ້ອມແປງເທື່ອນັ້ນແມ່ນໄດ້ສ້ອມແປງຍອດອົງທາດ ສ້ອມແປງ ກົມມະລຽນ ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ

          ປີຄສ 1957 ເມື່ອພຣະຣາຊອານາຈັກລາວໄດ້ຮັບອິດສະຣະພາບເປັນເອກະຣາດສົມບູນ ຣັດຖະບານລາວພາຍໃຕ້ພຣະບໍຣົມມະອຸປະຖຳຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງ

ອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ທຳການຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍຣົມມະຮູບຂອງພຣະເຈົ້າໄຊຍະເສດຖາທິຣາດປະດິດສະຖານໄວ້ ທາງດ້ານຕາເວັນຕົກ ຊື່ກົງກັບປະຕູເຂົ້າກົມມະລຽນ ເພື່ອເປັນອະນຸສາວະຣີທີ່ພຣະອົງໄດ້ຊົງສ້າງທາດຫຼວງຂຶ້ນໃຫ້ເປັນທີ່ສັກກະຣະບູຊາຕໍ່ມາ

          ທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍຣິວານ(ທາດນ້ອຍ) 30 ອົງ ອ້ອມຮອບເອິ້ນວ່າປາຣະມີສາມສິບທັດ ຕີນທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກ

ຍາວ 69 ແມັດ, ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມທາດຫຼວງແຕ່ລະດ້ານຍາວ 91.75 ແມັດ