ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ)

ຈາກ ວິກິພີເດຍ
ແມ່ແບບ:ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ
ຂໍ້ມູນເບື້ອງຕົ້ນ
ນາມເຕັມ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ
ປັນຈະສີວິສຸດອຸດຕະມະໂພທິຄຸນ ວິບູນທັມມະ
ຣັດຕະນະຍານນາຍົກ ຕຣີປິດົກໂກສົນວິລາດ
ພຸດທະບໍຣິສັດຄາຣະວະສະຖານ (ມະຫາງອນ
ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາ
ສັງຄະປາໂມກ
[1]
ແຕ່ງຕັ້ງເປັນ
ປະມຸກສົງ
  ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
17 ທັນວາ ພ.ສ. 2558 (ຄ.ສ.2015)
ຊື່ເດີມ  ງອນ
ນາມສະກຸນ ດຳຣົງບຸນ
ສາຍາ ........
ພັນສາ 69 ພັນສາ
ເກີດ 10 ກຸມພາ ພ.ສ. 2573 (ຄ.ສ. 1930)
ອາຍຸ 90 ປີ
ບັນພະຊາ (ອາຍຸ 13 ປີ) ຂຶ້ນ 7 ຄ່ຳ ເດືອນ 6 ພ.ສ. 2486
ທີ່ ວັດບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ
ແຂວງສະຫວັນນະເຂດ ຍາທ່ານຈີ ກັນຕະສີໂລ
ເຈົ້າອະທິການວັດສີພິມພາຣາມເປັນ ພຣະອຸປັດຊາ
ອຸປະສົມບົດ 14 ມັງກອນ ພ.ສ. 2493 (ຄ.ສ. 1950)
ທີ່ ພັດທະສີມາ ວັດອຸບມຸງ ບ້ານລະຫາໂຄກ
ເມືອງສອງຄອນ ແຂວງສະຫວັນນະເຂດ
  • ພຣະອຸປັດຊາ ຍາທ່ານເຄນ ເຈົ້າຄະນະເມືອງສອງຄອນ
  • ກັມມະວາຈາເບື້ອງຂວາ ຍາທ່ານຈີ ກັນຕະສີໂລ
  • ກັມມະວາຈາເບື້ອງຊ້າຍ ຍາຄູຮຸຍ
    ພຣະສົງນັ່ງຫັດຖະບາດ 24 ອົງ ສຳເລັດລົງ
    ເວລາ 10:34 ນາທີ
ພຳນັກ ວັດພຣະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ການສຶກສາ
  • ພ.ສ. 2587 (ຄ.ສ. 1944)

ສຶກສາອັກສອນທັມ ອັກສອນຂອມໃນໃບລານ ທ່ອງບົດ
ສູດມົນຕ່າງໆ ໃນສະໄໝນັ້ນ ມົນນ້ອຍ ມົນກາງ ມົນເດິກ

  • ພ.ສ. 2492(ຄ.ສ. 1949)

ຈົບນັກທັມເອກ ແລະ ພາສາຝຣັ່ງເສດ

  • ພ.ສ. 2500 (ຄ.ສ. 1957)

ຈົບການສຶກສາອຸດົມຊັ້ນຕີ ແລະ ມະຫາປະຣຽນ 7 ປະໂຫຍກ

ຜົນງານດ້ານໜັງສື
  • ການເຣີນແບບພຸດ
  • ພຣະໂອອາດທັມຂອງພໍ່ທ່ານ
  • ຮັກສາທັມຄືຮັກສາໂລກ
  • ໜັງສືສະຫຼອງ ເທດສະໜາ 50 ກັນ
  • ທັມມະໄຊຊະນະຂອງພຣະພຸດທະເຈົ້າ
ກຽດຕິຄຸນທີ່ໄດ້ຮັບ
  • ປີ 2001 ໄດ້ຮັບກຽດຕິຄຸນຊັ້ນ
    ອັກຄະມະຫາສັດທັມມະໂຊຕິກະທະຊະ ຈາກລັດຖະບານສະຫະພາບມຽນມາ
  • ປີ 2016 ໄດ້ຮັບປະຣິນຍາດຸດສະດີບັນດິດ ກິດຕິມະສັກ ຈາກ ມະຫາ
    ວິທະຍາໄລ ມະຫາຈຸລາລົງກອນຣາຊະວິທະຍາໄລຣາຊະອານາຈັກໄທ
  • ປີ 2018 ໄດ້ຮັບ ເສົາເສມາທັມມະຈັກ ຈາກພຣະສັງຄະຣາດ
    ຣາຊະອານາຈັກໄທ
ຄະຕິທັມປະຈຳໃຈ

ສ້າງນ້ຳບໍ່ ກໍ່ສາລາ ແຕ່ງມັກຄາໄຕ່ເຕົ້າ ປັ້ນເບົ້າຫຼໍ່ຫຼອມຄົນ
ສ້າງກຸສົນປົວພະຍາດ ສ້າງນັກປຣາດສັ່ງສອນສີນທັມ

ພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ ພາສາອັງກິດ: His Holiness Phra Yotkeo Mahāsaṇgha Sudhammādhipati (Mahāngon Damrongboun) ຫຼື ຮູ້ຈັກກັນໃນນາມ ຍາທ່ານໃຫຍ່ມະຫາງອນ ດຳຣົງບຸນມະຫາເຖຣະ ອາຍຸ 90 ປີ 69 ພັນສາ ຕຳແໜ່ງ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະ) ຣັດຕະນະມະຫາສັງຄະປາໂມກ ແຫ່ງຄະນະສົງລາວ ຫຼື ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ສະຖິດພຳນັກຢູ່ ວັດພຣະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ

ສະຖານະເດີມ[ດັດແກ້]

ສະຖານະເດີມ ມີຊື່ວ່າ ງອນ ນາມສະກຸນ ດຳຣົງບຸນ ເກີດວັນທີ 10 ກຸມພາ ພ.ສ. 2473 (ຄ.ສ. 1930) ທີ່ບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ຖືກຳເນີດໃນຄອບຄົວ ຊົນເຜົ່າລາວຜູ່ໄທ ບິດາຊື່ ເມກ (ເສຍຊີວິດປີ 1942) ມານດາຊື່ ສຸ້ຍ (ເສຍຊີວິດ ປີ 1964) ມີອ້າຍເອື້ອຍນ້ອງ ຮ່ວມແມ່ດຽວກັນ 11 ຄົນ ອ້າຍເອື້ອຍນ້ອງຕ່າງບິດາ 8 ຄົນ ຍາທ່ານເປັນບຸດຄົນທີ 2 ຂອງ ຄອບຄົວ ດຳຣົງບຸນ

ບັນພະຊາ[ດັດແກ້]

ໃນປີ ພຸດທະສັງກາດ 2486 (ຄ.ສ. 1943) ຍາທ່ານບັນພະຊາເປັນ ສາມະເນນ ເມື່ອາຍຸ 13 ປີ ໃນມື້ ຂຶ້ນ ຄ່ຳ ເດືອນ 6 ປີ ພ.ສ. 2486 ທີ່ວັດບ້ານນາກະລາ ຕາແສງນາກະລາ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ຍາທ່ານຈີ ກັນຕະສີໂລ ເຈົ້າອະທິການວັດສີພິມພາຣາມ ບ້ານນາກະລາ ເມືອງສອງຄອນ ເປັນພຣະອຸປັດຊາ

ອຸປະສົມບົດ[ດັດແກ້]

ພຣະຍອດແກ້ວ ອາຍຸໄດ້ 20 ປີ ກໍໄດ້ເຂົ້າຮັບການອຸປະສົມບົດ ເປັນພຣະພິກຂຸໃນພຣະພຸດທະສາສະໜາ ໃນວັນທີ 14 ມັງກອນ ພຸດທະສັກກະຣາດ 2493 (ຄ.ສ. 1950) ທີ່ ພັດທະສີມາ ວັດອຸບມຸງ ບ້ານລະຫາໂຄກ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍມີ ທ່ານຕາແສງຈັນ ເປັນເຈົ້າພາບເຈົ້າສັດທາ ອຸປະຖັມການອຸປະສົມບົດ ມີຍາທ່ານເຄນ ເຈົ້າຄະນະເມືອງຈຳພອນ ເປັນພຣະອຸປັດຊາ ຍາທ່ານຈີ ກັນຕະສີໂລ ເປັນ ພຣະກັມມະວາຈາເບື້ອງຂວາ ຍາຄູຮຸຍ ເປັນພຣະກັມມະວາຈາເບື້ອງຊ້າຍ ອຸປະສົມບົດສຳເລັດໃນເວລາ 10:34 ນາທີ ມີ ພຣະສົງນັ່ງຫັດຖະບາດ 24 ອົງ

ວຸດທິການສຶກສາ[ດັດແກ້]

  • ພ.ສ. 2587 (ຄ.ສ. 1944)ສຶກສາອັກສອນທັມ ອັກສອນຂອມໃນໃບລານ ທ່ອງບົດສູດມົນຕ່າງໆ ໃນສະໄໝນັ້ນ ຄືມົນນ້ອຍ ມົນກາງ ມົນເດິກພ້ອມດ້ວຍບົດສູດ ທັມມະຈັກ ແລະ ຮຽນລະດັບປະຖົມ ປ 3 ສຳເລັດ
  • ພ.ສ. 2492(ຄ.ສ. 1949) ຈົບນັກທັມຊັ້ນເອກ ແລະ ພາສາຝຣັ່ງເສດ
  • ພ.ສ. 2500 (ຄ.ສ. 1957)ຈົບການສຶກສາອຸດົມຊັ້ນຕີ ແລະ ມະຫາປະຣຽນ 7 ປະໂຫຍກ

ໜ້າທີ່ຕຳແໜ່ງ[ດັດແກ້]

  • ພ.ສ. 2518 (ຄ.ສ. 1975) ໄດ້ຮັບແຕ່ງຕັ້ງເປັນ ກັມມະຖານສູນກາງອົງການພຸດທະສາສະໜາສັມພັນ ຂອງ ສປປ ລາວ
  • ພ.ສ. 2521-2550 (ຄ.ສ. 1978-2007) ໄດ່ຮັບການແຕ່ງຕັ້ງເປັນ ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ ທັງເປັນກັມມະການ ສູນກາງ ອພສ ແລະ ຄະນະກັມມະການສູນກາງແນວລາວສ້າງຊາດ
  • ພ.ສ.2554(ຄ.ສ.2011)ໄດ້ຮັບການແຕ່່ງຕັ້ງໃຫ້ເປັນ ຮອງປະທານສູນກາງອົງການພຸດທະສາສະໜາສັມພັນລາວ ອົງທີ 1 ແລະຮັບຜິດຊອບທັງໝົດ 5 ແຂວງພາກໃຕ້
  • ພ.ສ. 2558(2015) ວັນທີ 17 ທັນວາ 2015 ໄດ້ຮັບການແຕ່ງຕັ້ງເປັນ ອົງພຣະສັງຄະ ປະທານາທິບໍດີ ສະກົນມະຫາສັງຄະປາໂມກ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ອົງທີ 5 ຕາມສຸວັນນະຈາຣຶກວ່າ ອົງພຣະສັງຄະປະທານາທິບໍດີ ປັນຈະສີວິສຸດ ພຸດທະວະຣາງກູນ ວິບູນທັມມະຣັດຕະນະຍານນາຍົກ ຕຣີປິດົກໂກສົນ ດຳຣົງບຸນມະຫາເຖຣະເຈົ້າ ສະກົນມະຫາສັງຄະປາໂມກ.
  • ພ.ສ. 2562 (ຄ.ສ. 2019) ອີງຕາມທັມມະນູນສົງລາວ ສະບັບເລກທີ 37/ນຍ ລົງວັນທີ 15 ກຸມພາ 2019 ແລະ ອີງຕາມ ມະຕິເປັນເອກະສັນ ຂອງກອງປະຊຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງ ວັນທີ 29 ກໍລະກົດ 2019 ພຣະເດດພຣະຄຸນ ໄດ້ຮັບຂຶ້ນເປັນ ພຣະຍອດແກ້ວ ຕາມສຸວັນນະຈາຣຶກວ່າ ພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ ປັນຈະສີວິສຸດອຸດຕະມະໂພທິຄຸນ ວິບູນທັມມະ ຣັດຕະນະຍານນາຍົກ ຕຣປິດົກໂກສົນວິລາດ ພຸດທະບໍຣິສັດຄາຣະວະສະຖານ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກ.

ຜົນງານທາງດ້ານໜັງສື[ດັດແກ້]

  • ຄວາມຈະເຣີນແບບພຸດ
  • ພຣະໂອວາດທັມຂອງພໍ່ທ່ານ
  • ຮັກສາທັມຄືການຮັກສາໂລກ
  • ໜັງສືເທສະໜາ ສະຫຼອງ 50 ກັນທັມມະໄຊຊະນະຂອງພຣະພຸດທະເຈົ້າ

ຜົນງານດ້ານການສຶກສາ[ດັດແກ້]

ນັບແຕ່ສອບເສັງໄດ້ນັກທັມເອກ ເປັນຈົວມະຫາ 3 ປະໂຫຍດເປັນຕົ້ນມາ ຍາທ່ານອາດ ສຸພັທໂທ ໄດ້ແຕ່ງຕັ້ງວຽກໃຫ້ເປັນຄູສອນໜັງສືແທນ ໂດຍໄດ້ສອນຢູ່ບ້ານລໍາເທນເປັນເວລາ 4 ປີ ດັ່ງນັ້ນ ວຽກງານການສຶກສາ ຂອງພຣະເດດພຣະຄຸນຍາທ່ານໃຫຍ່ ຈຶ່ງເລີ່ມຕົ້ນຕັ້ງແຕ່ເພິງຫາກໍເຂົ້າມາສູ່ທັມວິນັຍນີ້ຄືໄດ້ເປັນຄູສອນໜັງສືແຕ່ຍັງເປັນສາມາເນນຈົນເປັນຍາທ່ານເມື່ອຍ້າຍມາຢູວັດໄຊຍະພູມຄັ້ງທໍາອິດກໍ່ເປັນຄູສອນຢູ່ 2 ປີ ກ່ອນເດີ່ນທາງໄປຮຽນຕໍ່ທີ ນະຄອນຫຼວງວຽງຈັນ ຄືສອນແຕ່ປີ ຄ.ສ. 1954-1956 ແລ້ວໄປຮຽນຕໍ່ຫຼັງຈາກນັ້ນໄດ້ຢຸດການຮຽນ ກັບມາຈາກວຽງຈັນໃນປີ ຄ.ສ. 1958 ສູ່ສະຫວັນນະເຂດ ແລະ ເປັນອາຈານສອນຕັ້ງແຕ່ນັ້ນມາຈົນເຖິງປີ ພ.ສ 2518 (1975 ) ຈຶ່ງໄດ້ລາອອກ ເພື່ອມາເຮັດວຽກທາງການບໍລິຫານຄະນະສົງ ລວມປີ ການທີ່ເປັນຄູ ແລະ ອາຈານສອນໜັງສືທັງໝົດ 23 ປີ.

ຜົນງານດ້ານການກໍ່ສ້າງ[ດັດແກ້]

ວຽກງານການສ້າງສາສະນະວັດຖຸນີ້ ພຣະເດດພຣະຄຸນຍາທ່ານ ກໍໄດ້ໃຫ້ເປັນທີ່ພົ້ນເດັ່ນຫຼາຍ ເຫັນໄດ້ຕັ້ງແຕ່ຍາທ່ານຍ້າຍມາຢູ່ວັດຢຊຍະພູມ ນໍາຍາທ່າຍນາດ ສຸພັທໂທ ເພິ່ນເຮັດວຽກຊ່ວຍຄູບາອາຈານທຸກຢ່າງ ລວມທັງວຽກງານກໍ່ສ້າງດ້ວຍ ມີຫຼາຍຢ່າງທີ່ຍາທ່ານໃຫຍ່ລົງມື້ເຮັດເອງ ເຊຶ່ງຖ້າຍົກມາໃຫ້ເຫັນລະອຽດຖີ່ຖ້ວນແລ້ວ ກໍຄົງຈະຍືດຍາວເກີນໄປ ຈະຂໍຍົກມາສະແດງໃນບາງສ່ວນ ທີ່ເຫັນວ່າວ່າສໍາຄັນແລະພົ້ນເດັ່ນເທົ່ານັ້ນ. ງານທີ່ພຣະເດດພຣະຄຸນຍາທ່ານໃຫຍ່ ໄດ້ສ້າງໄວ້ມີຫຼາຍຢ່າງ ສ້າງສາວັດໃໝ່ກໍມີຫຼາຍວັດ ງານການສ້າງສາພັດທະນາພາຍໃນວັດ ກໍມີຫຼາຍຢ່າງ ທັງການສ້າງສິມກໍມີຫຼາຍຫຼັງ ການນໍາພາພຣະສົງສາມະເນນ ອອກຕົນຍາດໂຍມສ້າງສາວັດວາພຣະສາສະນາ ກໍມີທົ່ວໄປໃນແຂວງ ບໍ່ວ່າຈະເປັນພັທທະສີມາກໍດີ ກຸຕິວິຫານກໍຕາມ ມີໃນຫຼາຍເຂດໝູ່ບ້ານ ທີ່ໄດ້ໄວ້ໃນແຕ່ລະວັດ ພ້ອມນັ້ນກູຕິວິຫານ ພັທສີມາທີ່ເພິ່ນສ້າງ ກໍແມ່ນພຣະເດດພຣະຄຸນຍາທ່ານເອງເປັນຜູ້ອອກແບບ ໃນແບບວາດຊົງ ຕະຫຼອດເຖິງສີລະປະລວດລາຍຕ່າງໆ ເຊັ່ນຈະຍົກມາໃຫ້ເຫັນບາງອັນທີ່ສ້າງແລ້ວ ແລະຍັງຢູ່ໃນຄວາມຮັບຜິດຊອບຂອງຍາທ່ານໃຫຍ່

ພາຍໃນວັດໄຊຍະພູມທີ່ອາໄສຢູ່[ດັດແກ້]

  • ປີ ພ.ສ. 2524(1981) ສ້າງກຸຕິແສງຈັນ (ຫຼັງຍາທ່ານເຄີຍອາໄສຢູ່)
  • ປີ ພ.ສ. 2528(1987)ສ້າງກຸຕິຫຼັງສອງຊັ້ນ (ຢູທາງທິດໃຕ້ຂອງວັດໄຊຍະພູມ)
  • ປີ ພ.ສ. 2551(2008)ສ້າງກຸຕິທີ່ໃຊ້ເປັນຫ້ອງການບໍລິຫານງານ ອພສ ແຂວງ ສະຫວັນນະເຂດ ໃນປັດຈຸບັນ

ນອກຈາກນັ້ນ ຍັງມີການບູຣະນະສ້ອມແປ່ງຂອງເກົ່າອີກ ເຊັ່ນ

  • ປີ ພ.ສ. 2530 (1987) ບູຣະນະຫຼັງຄາໂບດວັດໄຍະພູມ (ຫຼັງຄາຫໍແຈກ)
  • ປີ ພ.ສ. 2532 (1989) ເສີມຂະຫຍາຍຫຼັງຄາພັທທະສີມາ ວັດຍະພູມ

ສິ່ງທີ່ສໍາຄັນ ທັງເປັນວຽກງານທີ່ຍິງໃຫຍ່ອີກກໍ່ຄື ການສ້າງສະຖານທີ່ສຶກສາ ຂອງພຮະສົງ-ສາມາເນນ ໄດ້ແກ່ການສ້າງໂຮງຮຽນມັດທະຍົມສົງ ວັດໄຊຍະພູມ ຄືນໃໝ່ ເນື່ອງຈາກວ່າ ໂຮງຮຽນສົງຫຼັງເກົາ ໄດ້ຊຸດໂຊມເປເພລົງເພາະການເວລາ ຄືໂຮງຮຽນມັດທະຍົມສົງຫຼັງເກົ່ານັ້ນໄດ້ສ້າງຂຶ້ນຕັ້ງແຕ່ປີ ຄ.ສ. 1940 ແລະ ສໍາເລັດລົງໃນປີ ຄ.ສ. 1958-1959 ເຊິ່ງນໍາພາໃນການກໍ່ສ້າງໂດຍຍາທ່ານໃຫຍ່ ເຫລື້ອມ ອິນສີຊຽງໃໝ່ ໄດ້ໃຊ້ງານມາຫຼາຍປີແລ້ວ ຈຶ່ງເຮັດໃຫ້ໂຮງຮຽນດັ່ງກ່າວຊຸດໂຊມເປເພລົງ. ນອກຈາກນັ້ນ ຍາທ່ານໃຫຍ່ສ້າງໂຮວຮຽນ ສໍາຫຼັບລູກຫຼານເຍົາວະຊົນ ທີ່ເປັນອະນາຄົດ ແລະຄວາມຫວັງຂອງຊາດອີກ ດ້ວຍເຊັ່ນ ໂຮງຮຽນມັດທະຍົມສົມບູນທີ່ບ້ານຫົວນໍາສ້າງ ເມືອງ ຈໍາພອນ ແຂວງສະຫວັນນະເຂດ ແລະ ກໍ່ສ້າງໃນນາມສູນກາງ ອພສ ຄື ໂຮງຮຽນວົງວິຈິດບັນດິດວິທະຍາ ທີ ແຂວງຊຽງຂວາງ.

ສ້າງພັດທະສີມາ[ດັດແກ້]

ພຣະເດດພຣະຄຸນຍາທ່ານໃຫຍ່ ນອກຈາກເພິ່ນຈະສ້າງ ແລະບູຣະນະພັທທະສີມາ ຫໍແຈກ ກຸຕິວິຫານ ພາຍໃນວັດໄຊຍະພູມແລ້ວ ຍາທ່ານໃຫຍ່ກໍຍັງດໍາເນີນການກໍ່ສ້າງຢູ່ຕາມເມືອງ ຕ່າງໆອີກ ເຊັ່ນ:

  • ສິມວັດບ້ານ ລໍາເທນ ເມືອງ ຈໍາພອນ ສ້າງປີ ພສ 2533-2550
  • ສິມວັດບ້ານ ໄຜລອມ ເມືອງ ຈໍາພອນ ສ້າງປີ ພສ 2536-2542
  • ສິມວັດບ້ານ ຫົວນໍ້າສ້າງ ເມືອງ ຈໍາພອນ ສ້າງປີ ພ.ສ. 2537-2541
  • ສິມວັດບ້ານ ຕານສູມ ເມືອງ ຈໍາພອນ ສ້າງປີ ພ.ສ. 2540
  • ສິມວັດບ້ານ ນາກາລາ ເມືອງ ສອງຄອນ ສ້າງປີ ພ.ສ. 2541-2543
  • ສິມວັດບ້ານ ທາດໂພນ ເມືອງ ໄຊພູທອງ ສ້າງປີ ພ.ສ. 2545-2550
  • ສິມວັດບ້ານ ເຮືອນຫີນ ເມືອງ ໄຊພູທອງ ສ້າງປີ ພ.ສ. 2546-2552
  • ສິມວັດບ້ານ ໜອງຂອນແກ່ນ ເມືອງ ສອງຄອນ ສ້າງປີ ພ.ສ. 2547-2554
  • ສິມວັດບ້ານ ໜອງນົກຂຽວ ເມືອງ ສອງຄອນ ສ້າງປີ ພ.ສ. 2541
  • ສິມວັດບ້ານ ຕາກແດດ ເມືອງ ໄຊພູທອງ ສ້າງປີ ພ.ສ. 2552

ສໍາຫຼັບກຸຕິ ທີ່ຢູ່ວັດພຣະທາດໂພນນັ້ນ ເຖຶງວ່າຍາທ່ານໃຫຍ່ ບໍ່ໄດ້ຫາງົບປະມານມາສ້າງເອງກໍຕາມ ແຕ່ເພິ່ນໄດ້ເປັນຜູ້ອອກແບບແຜນ ທັງໍີ້ນໍາໃນການກໍ່ສ້າງທັງໝົດ ງົບປະມານກໍ່ສ້າງ ຂອງວັດພຣະທາດໂພນເອງ ສ້າງປີ ພ.ສ. 2551 ອີກທັງສິ່ງກໍາລັງກໍ່ສ້າງພາຍໃນວັດພຣະທາດໂພນ.

ກຸດຕິທີ່ພັກຂອງພຣະສົງ[ດັດແກ້]

ຍາທ່ານໃຫຍ່ ໄດ້ຖືກເອົາພຣະພຸດທະພົດ ທີທົງຕັດວ່າ ການສ້າງວິຫາຣະທານນັ້ນ ເປັນຍອດຂອງອາມິດສະທານທັງຫຼາຍ ດັ່ງນັ້ນ ເພິ່ນຈຶ່ງຕັ້ງໃຈສ້າງສາວັດວາອາຣາມ ໄວ້ເປັນບ່ອນພໍານັກຢູ່ປະພຶດທັມ ຂອງພຣະສົງເຈົ້າທັງຫຼາຍ ເປັນຕົ້ນວ່າສ້ງກຸຕິວິຫານ ເຊັ່ນ:

  • ປີ ພ.ສ. 2547 (2004) ສ້າງກຸຕິວັດບ້ານຫົວນໍ້າສ້າງ ເມືອງ ຈໍາພອນ
  • ປີ ພ.ສ. 2549 (2006) ສ້າງກຸຕິວັດບ້ານນາກາລາ ເມືອງ ສອງຄອງ
  • ປີ ພ.ສ. 2550 (2007) ສ້າງຫໍແຈກວັດບ້ານຄໍາຊັ້ນ ເມືອງ ໄກສອນ

ສາລາໂຮງທັມຫຼືຫໍແຈກ[ດັດແກ້]

ສິ່ງກໍ່ສ້າງສາລາໂຮງທັມ ຫຼື ຫໍແຈກ ທີ່ຢູ່ໃນຄວາມຮັບຜິດຊອບ ທັງທາງດ້ານສີລະປະລວດລາຍ ແລະ ດ້ານເຕັກນິກ ຕະຫຼອດເຖິງການລະດົມທຶນຮອນເປັນສ່ວນຫຼາຍ ເຊັ່ນ:

  • ໃນປີ ພ.ສ. 2547 (2004) ຫໍແຈກວັດບ້ານ ທ່າມ່ວງ ເມືອງຈໍາພອນ
  • ໃນປີ ພ.ສ. 2549 (2006) ຫໍແຈກວັດບ້ານ ດົງຄັນຄູ ເມືອງຈໍາພອນ
  • ໃນປີ ພ.ສ. 2549 (2006) ຫໍແຈກວັດສາລາໂຄກ ເມືອງສອງຄອນ
  • ໃນປີ ພ.ສ. 2546 (2003) ຫໍແຈກວັດບ້ານ ຫັວຍຊາຍ ເມືອງຈໍາພອນ
  • ໃນປີ ພ.ສ. 2547 (2004) ຫໍແຈກວັດບ້ານ ຕາແຫລວ ເມືອງຈໍາພອນ
  • ໃນປີ ພ.ສ. 2547 (2004) ຫໍແຈກວັດບ້ານ ຕາກແດດ ເມືອງໄຊພູທອງ

ປະຕູໂຂງທາງເຂົ້າວັດ[ດັດແກ້]

  • ປີ ພ.ສ. 2539 (1996) ສ້າງປະຕູຂົງວັດບ້ານ ໂພນສູງ ເມືອງ ໄກສອນ
  • ປີ ພ.ສ. 2546 (2003) ສ້າງປະຕູຂົງວັດບ້ານ ໄຜ່ລ້ອມ ເມືອງ ຈໍາພອນ
  • ປີ ພ.ສ. 2535 (1992) ສ້າງປະຕູຂົງວັດບ້ານ ຫົວນໍ້າສ້າງ ເມືອງ ຂໍາພອນ
  • ປີ ພ.ສ. 2545 (2002) ສ້າງປະຕູຂົງວັດບ້ານ ລະຫານໍ້າ ເມືອງ ສອງຄອນ
  • ປີ ພ.ສ. 2536 (1993) ສ້າງປະຕູຂົງວັດບ້ານ ລະກາໂຄກ ເມືອງ ສອງຄອນ
  • ປີ ພ.ສ. 2549 (2006) ສ້າງປະຕູຂົງວັດບ້ານ ໂນນສົມບູນ ເມືອງ ສອງຄອນ
  • ປີ ພ.ສ. 2549 (2006) ສ້າງປະຕູຂົງວັດບ້ານ ໜອງໄຮ ເມືອງ ສອງຄອນ
  • ປີ ພ.ສ. 2536 (1993) ສ້າງປະຕູຂົງວັດໃຫຍ່ໄຊຍະພູມ 2 ປ່ອງ

ສ້າງພຣະພຸດທະຮູບ[ດັດແກ້]

ນອກຈາກການນໍາພາສ້າງເສນາສະນະ ທີ່ເປັນສາສະນາວັດຖຸຕ່າງໆ ດັ່ງທີ່ໄດ້ກ່າວມາຂ້າງເທຶງແລ້ວ ພຣະເດດພຣະຄຸນຍາທ່ານໃຫຍ່ ຍັງໄດ້ນໍາພາສ້າງສິງທີ່ເປັນສັນຍາລັກ ແລະສູນລວມຄວາາມສັດທາ ຂອງພຸດທະສາສະນິກະຊົນອີກຄື ການສ້າງພຣະພຸດທະຮູບເຈົ້າ ໄວ້ເປັນທີ່ສັກກະຣະບູຊາ ໂດຍໄດ້ເລີ່ມສ້າງມາຕັ້ງແຕ່ ພ.ສ. 2543 (2000) ເປັນຕົ້ນມາ ໄດ້ນໍາພາພຣະສົງສາມາເນນ ອອກຕົນຍາດໂຍມ ຜູ້ມີສັດທາທັງຫຼາຍ ຫຼໍ່ພຣະພຸດທະຮູບ ສີລະປະລ້ານສ້າງ ເພື່ອປະດິດສະຖານໄວ້ທີ່ກົມມະລຽນພຣະທາດອີງຮັງ ນອກຈາກນັ້ນ ຍັງໄດ້ຫຼໍ່ພຣະພຸດທະຮູບ ຂະນາດຕ່າງໆ ແລະນໍາໄປປະດິດສະຖານໄວໃນຫົວວັດຕ່າງໆເພື່ອເອົາໄວ້ເປັນທີ່ສັກກະຣະບູຊາຂອງສາທຸຊົນ. ໃນປີ ພ.ສ. 2554 (2011) ພຣະເດດພຣະຄຸນຍາທ່ານໃຫຍ່ ໄດ້ສ້າງພຣະເຈົ້າອົງຕື້ຈໍາລອງຂຶ້ນ ໂດຍໄດ້ຮ່ວມກັບອໍານາດການປົກຄອງ ແຂວງສະຫວັນນະເຂດອັນມີ ທ່ານ ວິໄລ ວັນພົມເຂ ເປັນເຈົ້າ ແຂວງສະຫວັນນະເຂດ ໃນສະໄໝນັ້ນ ໄດ້ຮ່ວມຈັດຕັ້ງນໍາພາລະດົມສັດທານໍາພຸດທະສາສະນິກະຊົນ ຄົນໃຈບຸນທັງຫຼາຍ ທັງພາຍໃນ ແລະຕ່າງປະເທດ ຫຼໍ່ພຣະເຈົ້າອົງຕື້ຈໍາລອງ ຂຶ້ນມາພ້ອມດ້ວຍພຣະອົງແສນທີ່ເປັນບໍຣິວານອີກຈໍານວນ 15 ອົງ ພຣະພຸດທະຮູບເຈົ້າດັ່ງກ່າວ ຖືເປັນສັນຍາລັກ ແຫ່ງຄວາມສັດທາ ແລະຄວາມສາມັກຄີຂອງຊາວພຸດ ໂດຍສະເພາະປະຊາຊົນ ລາວບັນດາເຜົ່າ ແຂວງສະຫວັນນະເຂດ ແລະ ໃນປີ 2016 ໄດ້ເປັນປະທານໃນການສ້າງພຣະພຸດທະຮູບທີ່ໃຫຍ່ທີ່ສຸດໃນປະເທດລາວ. ໃນປີ ພ.ສ. 2561 (2018) ໄດ້ນໍາພາສັ້າງມະຫາສາສະນະສະຖານ 3 ອາຄານ ຂອງສູນກາງອົງການພຸດທະສາສະນາສັມພັນ ແຫ່ງ ສປປ ລາວ(ອພສ) ຄື ອາຄານສໍານັກງານສູນກາງ ອພສ, ອາຄານສໍານັກງານກຸຕິປະທານສົງ ສູນກາງ ອພສ ແລະ ອາຄານອາຄັນຕຸກະ (ຫໍປະຊຸມໃຫຍ່) ອະນຸສອນສູນກາງ ອພສ ເຊິ່ງໃນປັດຈຸບັນ ກໍາລັງດໍາເນີນການກໍ່ສ້າງຢູ່ຄື ອາຄານສໍານັກງານ ກຸຕິປະທານສົງສູນກາງ ອພສ.

ກຽດຕິຄຸນທີ່ໄດ້ຮັບ[ດັດແກ້]

  • ປີ 2001 ໄດ້ຮັບກຽດຕິຄຸນ ຊັ້ນອັກຄະມະຫາສັດທັມມະໂຊຕິກະທະຊະ ຈາກລັດຖະບານ ສະຫະພາບມຽນມາ.
  • ປີ 2016 ໄດ້ຮັບປະຣນຍາດຸດສະດີບັນດິດ ກິດຕິສັກ ຈາກມະຫາວິທະຍາໄລຈຸລາ ລົງກອນ ຣາຊະວິທະຍາໄລ ຣາຊະອານາຈັກໄທ.
  • ປີ 2018 ໄດ້ຮັບ ເສົາທັມມະຈັກຄໍາ ຂອງ ພຣະສັງຄະຣາດ ຈາກຣາຊະອານາຈັກໄທ.
  • ປີ 2018 ໄດ້ຮັບປະຣນຍາດຸດສະດີບັນດິດ ກິດຕິສັກ ຈາກມະຫາວິທະຍາໄລສີລະທັມນານາຊາດ ຄາລີຟໍເນຍ ສະຫະລັດອະເມຣິກາ.

ຄະຕິທັມປະຈຳໃຈ[ດັດແກ້]

ຄຸນນະພາບຊີວິດຂຶ້ນກັບຜົນງານ ຄຸນນະພາບຂອງຜົນງານ ຂຶ້ນຢູກັບການເສຍສະຫຼະ ຄຸນນະພາບຂອງການເສຍສະຫຼະ ຂຶ້ນຢູ່ກັບປັນຍາ ຄຸນນະພາບຂອງປັນຍາ ຂຶ້ນຢູກັບການສຶກສາ ສ້າງນໍ້າບໍ່ ກໍ່ສາລາ ແຕ່ງມັກຄາໄຕ່ເຕົ້າ ປັ້ນເບົ້າຫຼໍ່ຫຼອມຄົນ ສ້າງກຸສົນ ປົ່ວພະຍາດ ສ້າງນັກປຣາດສັ່ງສອນສີນທັມ

Reference[ດັດແກ້]

  1. ໄດ້ຮັບຂຶ້ນເປັນ ພຣະຍອດແກ້ວ ຕາມສຸວັນນະຈາຣຶກ ໂດຍ ອີງຕາມ ທັມມະນູນສົງລາວ ສະບັບເລກທີ 37/ນຍ ລົງວັນທີ 15 ກຸມພາ 2019 ແລະ ມະຕິເປັນເອກະສັນ ຂອງກອງປະຊຸມ ຄະນະບໍລິຫານງານປະຈຳການ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຄັ້ງ ວັນທີ 29 ກໍລະກົດ 2019