ຜູ້ໃຊ້:Jaijaikop/Touhou​ Project

ຈາກ ວິກິພີເດຍ

Touhou Project(ພາສາຍີ່ປຸ່ນ:東方Project,ທັບສັບ:Tōhō Purojekuto), ຫຼື ທີ່ຮູ້ຈັກກັນດີໃນນາມ Touhou(, ເຊິ່ງໝາຍເຖິງ "ຕະເວັນອອກ" ຫຼື "ຕາເວັນອອກໄກ"ແມ່ນຊຸດເກມ Bullet hell shoot 'em up ທີີ່ສ້າງເອງໂດຍຜູ້ຊາຍຊາວຍີ່ປຸ່ນຄົນດຽວໂດຍTeam Shanghai Alice. ຕັ້ງແຕ່1995,[1][2] ສະມາຊິກທີມJun'ya "ZUN" Ōta, ໄດ້ທຳການຂຽນໂປລແກລມ,ເຮັດພາບ,ສຽງ ແລະ ເນື້ອເລື່ອງສຳລັບເກມໂດຍຕົນເອງຄົົນດຽວ ແລະ ວາງຂາຍເກມເອງ ລວມມີພາກຫຼັກ19ພາກ ແລະ ພາກເສີມອີກ6ພາກ, ພາກລ່າສຸດເມື່ອເດືອນພຶດສະພາ 2023. ນອກຈາກເກມແລ້ວZUNຍັງໄດ້ມີການເຮັດສື່ພິມ ແລະ ອາລາບໍ້າເພງ, ແລະ ຍັງໄດ້ມີການຮ່ວມມືືກັບTwilight Frontier ໃນການສ້າງພາກເສີມ, ສ່ວນຫຼາຍແມ່່ນເກມຕໍ່ສູ້.[3]

Touhou Project ແມ່ນຕັ້ງຢູ່ໃນ Gensokyo, ເປັນດິນແດນທີ່ຖືກຕັດຂາດຈາກໂລກພາຍນອກ ແລະເປັນບ່ອນຢູ່ອາໄສຂອງມະນຸດ ແລະ yōkai(ສັດປະຫຼາດ), ສັດໃນນິທານຈາກນິທານພື້ນເມືອງຍີ່ປຸ່ນ ທີ່ມີກາຍເປັນຕົວລະຄອນໃນ Touhou ໃນລັກສະນະ bishōjo ແບບ <i id="mwLA">moe</i> . Reimu Hakurei, miko ແຫ່ງສານຈ້າວ Hakurei ແລະ ເປັນຕົວລະຄອນຫຼັກຂອງເກມ, ມັກຈະຖືກມອບຫມາຍໃຫ້ແກ້ໄຂ "ເຫດວິປະລາດ" ທີ່ເໜືອທໍາມະຊາດທີ່ມັກເກີດຂື້ນອ້ອມ Gensokyo.

ຫ້າພາກແລກໄດ້ຖືກສ້າງສໍາລັບຊຸດຄອມພິວເຕີ NEC PC-9800 ຂອງຍີ່ປຸ່ນ, ຄັ້ງທໍາອິດ, ໄດ້ຮັບການຕອບຮັບຢ່າງດີຈາກຜູູ້ເລ່ນ, ເຜີຍແຜ່ເມື່ອເດືອນສິງຫາ 1997; ກົນໄກອັນເປັນເອກະລັກຂອງເກມຢ່າງ danmaku (弾幕, lit. 'ມ່ານກະສຸນ')ກໍໄດ້ຖືກນໍາສະເໜີໃນເກມພາກທີສອງ, ເລື່ອງລາວຂອງດິນແດນອັດສະຈັນແຫ່ງຕະເວັນອອກ(Story of Eastern Wonderland) (ຍັງຢູ່ປີ 1997). ເມືອການມາເຖີີງຂອງເກມພາກ ການສະແດງຕົນຂອງມານແດງ(Embodiment of Scarlet Devil )ໃນເດືອນສິງຫາ 2002 ກໍເປັນການກ້າວສູ່ຍຸດລະບົບປະຕິບັດການ Microsoft Windows .

Touhou Project ໄດ້ກາຍເປັນທີ່ໂດດເດັ່ນໂດຍສະເພາະເປັນແຫຼ່ງ dōjin ທີ່ໂດດເດັ່ນຂອງຍີ່ປຸ່ນ, ໂດຍຊຸດເກມດັ່ງກ່າວໄດ້ເຮັດໃຫ້ເກີດຜົນງານທີ່ສ້າງຂຶ້ນຈາກແຟນໆເຊັ່ນ: ງານສິນລະປະ, ດົນຕີ, ງານພິມ, ວິດີໂອເກມ, ແລະ ອິນເຕີເນັດ memes . ດ້ວຍເຫດນີ້, ມັນຈຶ່ງເຮັດໃຫ້ເກີດ ຄວາມເຊື່ອບາງຢ່າງທີ່ປະຕິບັດຕາມກັນ ນອກປະເທດຍີ່ປຸ່ນ. ຄວາມນິຍົມຂອງເກມ ແລະ ຜົນງານຮຽນແບບຂອງແຟນເກມແມ່ນຈາກສ່ວນຫນຶ່ງຂອງຂໍ້ຈໍານົດບາງຂໍ້ທີ່ວາງໄວ້ໂດຍ ZUN ກ່ຽວກັບການນໍາໃຊ້ເນື້ອຫາຂອງລາວ. ຜົນງານທີ່ບໍ່ເປັນທາງການໄດ້ຖືກຂາຍເລື້ອຍໆຢູ່ໃນ ກຸ່ມສົນທະນາຂອງແຟນ, ລວມທັງ ງານComiket, ບ່ອນຮວມຕົວຂອງແຟນຊາຍຕ່າງໆ, ແລະ ກຸ່ມສົນທະນາທີ່ເປັນທາງການ Reitaisai, ບ່ອນທີ່ສະບັບທົດລອງຂອງເກມຢ່າງເປັນທາງການແຈກກ່ອນການປ້ອຍໂຕເກມເຕັມ.

ເກມ[ດັດແກ້]

ແມ່ແບບ:VG timeline

ຮູບ:TH1to5 covers.jpg
ໜ້າປົກເກມTouhouຍຸດ PC-98 [4]

ເກມຍຸດ PC-98[ດັດແກ້]

Jun'ya Ōta, ເຊິ່ງຕອນນັ້ນເປັນນັກຮຽນໃນສາຂາຄະນິດສາດຢູ່ ມະຫາວິທະຍາໄລ Tokyo Denki [2] ພັດທະນາພາຍໃຕ້ຊື່ "ZUN Soft", ສ້າງເກມ Touhou ຫ້າພາກແລກສຳລັບຄອມພິວເຕີສ່ວນບຸກຄົນ NEC PC-9800, ນຳໃຊ້ກາບຟິກ ສີ 16-bit ແລະ ສຽງ ສັງເຄາະ FM 6 ຊ່ອງ. ເກມໄດ້ຖືກເຜີຍແຜ່ໂດຍ Amusement Makers, ກຸ່ມພັດທະນາເກມຂອງນັກຮຽນທີ່ Ōta ເປັນສະມາຊິກ.

ການຕອບສະໜອງຢ່າງຮຸນແຮງຕໍ່ຜູ້ອາທິຖານ(Highly Responsive to Prayers) (ໂຣມາຈິ:東方靈異伝 ທັັບສັບ:Tōhō Reiiden, ຊື່ດັ້ງເດີມ:"Wondrous Tale")
ເກມພາກແລກວາງຂາຍເມື່ອເດີອນສິງຫາທີ15, 1997, ທີ່ງານComiket ຄັ້ງທີ52. ZUN ເລີ່ມພັດທະນາເກມໃນປີ1995[1][2] ແລະ ເປີດຕົວຄັ້ງແລກເມື່ອເດືອນພະຈິກ 1996 ທີ່the 20th Hatoyama Matsuri, ງານປະຈຳປີທີ່ຈັດຂື້ນທີ່ວິທະຍາເຂດ Hatoyama ຂອງມະຫາວິທະຍາໄລTokyo Denki.[5][6][7] ເຊິ່ງເປັນການປະກົດຕົວຄັ້ງແລກຂອງຕົວລະຄອນເອກຢ່າງ Reimu Hakurei, miko ແຫ່ງສານເຈົ້າ Hakurei (博麗神社). ຫຼັງຈາກການພັງທະລາຍຂອງສານເຈົ້າ, ລາວພຸ່ງເຂົ້າໄປຜ່ານປະຕູມິຕິໄປອີກໂລກໜຶ່ງ, ເພື່ອຄົ້ນຫາ ແລະ ລົງໂທດຜູ້ທີ່ຕ້ອງຮັບຜິດຊອບ. ວິທີເລ່ນຄ້າຍຄືກັບArkanoid ແລະ ແຕກຕ່າງຈາກຮູບແບບເກມແນວຕັ້ງໃນເກມຍຸດກ່ອນໆ. ຜູ້ເລ່ນຈະໄດ້ຄວບຄຸບລູກແກ້ວ Yin-Yang (陰陽玉) ໂດຍການເຕະຂ້າງ, ແກວ່ງໄມ້ຊຳລະລ້າງຂອງReimu(御幣i), ແລະ ຍິງເຄື່ອງລາງ (御札),ໂດຍມີເປົ້າໜາຍເພື່ອເກັບໄພ່ທັງໝົົດໃນດ່ານ. ເມື່ອເວລາໝົດ,ຮາກະສຸນກໍຈະຕົກລົງມາຈາກເທິງໜ້າຈໍຈົນກວ່າຈະຜ່ານດ່ານ ຫຼື ຕາຍ. ມີ20ດ່ານ,ໂດຍທຸກໆຫ້າດ່ານ ຜູ້ເລ່ນຈະຕ້ອງໃຊ້ລູກແກ້ວເພື່ອສ້າງຄວາມເສີຍຫາຍຕໍ່ບອສ . ຫຼັງຈາກຜ່ານດ່ານ5ແລ້ວ, ຜູ້ເລ່ນຈະມີສອງທາງເລືອກຄື:Makai (魔界, ໂລກປີສາດ) ແລະ Hell (地獄, ນາຣົກ), ໂດຍມີດ່ານ,ບອສ ແລະ ຕອນຈົບທີ່ແຕກຕ່າງກັນ. ໄດ້ມີການແນະນຳລະບົບ"ລູກລະເບີດ"ເຊິ່ງເປັນທາງເລືອກສຸດທ້າຍທີ່ໃຊ້ໃນເກມພາກຕໍ່ໆມາ, ເຊັ່ນດຽວກັນກັບລະດັບຄວາມຍາກທີ່ຈະກາຍເປັນເອກະລັກຂອງຊຸດເກມໂດຍມີ:ງ່າຍ,ປານກາງ,ຍາກ ແລະ ວິກົນຈະລິດ. ອີງຕາມທີ່ທ່ານZUNໄດ້ກ່າວໄວ້, ເກມພາກນີ້ຂາຍໄດ້30ກັອບປີ້.[8]
ເລື່ອງລາວຂອງດິນແດນອັດສະຈັນແຫ່ງຕະເວັນອອກ(Story of Eastern Wonderland) (ໂຣມາຈິ:東方封魔録 ທັັບສັບ:Tōhō Fūmaroku, ຊື່ດັ້ງເດີມ:"Demon-Sealing Record")
ເກມພາກທີ2ໃນຊຸດເກມເປີດຕົວພ້ອມໆກັນກັບ ພາກການຕອບສະໜອງຢ່າງຮຸນແຮງຕໍ່ຜູ້ອາທິຖານ ທີ່ງານComiketຄັ້ງທີ52. Hakurei Reimu ກັບມາຈາກການຝຶກຢູ່ພູພຽງເພື່ອຊອກຫາສານເຈົ້າHakurei ທີ່ຖືກບຸກໂດຍພວກຜີ ແລະ yōkai. ດ້ວຍຄວາມຕື່ນເຕັ້ນກັບໂອກາດທີ່ຈະໄດ້ທົດສອບຄວາມສາມາດຂອງລາວ, ລາວຈຶ່ງອອກເດີນທາງພ້ອມກັບລູກແກ້ວYin-Yangຂອງລາວທີ່ຢູ່ເທິງຫຼັງເຕົ່າຂອງລາວ Genjii ເພື່ອຄົ້ນຫາຕົ້ນຕໍຂອງການບຸກ. ເກມພາກນີ້ເປັນພາກແລກທີ່ເປັນເກມ danmaku (弾幕) ແບບແນວຕັ້ງ ແລະ ຍັງຖືເປັນການປະກົດຕົວຄັ້ງແລກຂອງKirisame Marisa, ເຊິ່ງເປັນຕົວລະຄອນເອກໂຕທີສອງຂອງເກມ, ປະກົດຕົວຄັ້ງແລກໃນຖານະບອສຂອງດ່ານທີ4. ທ່ານZUNໄດ້ກ່າວອ້າງອີງເຖິງເກມarcade shoot 'em up Darius Gaiden ວ່າມີອິດທິພົນຕໍ່ຮູບແບບການເລ່ນ, ເຊິ່ງປະກອບດ້ວຍການຍິງກະສຸນໃສ່ບອສທີ່ປະກົດຢູ່ທາງເທິງໜ້າຈໍໃນຂະນະດຽວກັນກໍຕ້ອງຫຼັບຫຼີກການໂຈມຕີຂອງສັດຕູ.[9] ພາກນີ້ເປັນພາກດຽວໃນຊຸດເກມທີ່ມີ5ດ່ານ(ບໍ່ນັບດ່ານພິເສດ). ພາກນີ້ໄດ້ນຳສະເໜີລະບົບຫຼາຍອັນທີ່ໃນເວລາຕໍ່ມາກໍກາຍເປັນມາດຕະຖານຂອງເກມ, ລວມທັງການເລືອກອາວຸດ, hitboxes ທີ່ນ້ອຍກວ່າຕົວລະຄອນຜູ້ເລ່ນ, ການເພີ່ມພະລັງ, ບອສກາງດ່ານ, ແລະ ດ່ານພິເສດທີ່ປົດລັອກໄດ້. ເກມພາກນີ້ຂາຍໄດ້50ກັອບປີ້.[8]
ພາບມາຍາຂອງຄວາມຝັນຕ່າງມິຕິ(Phantasmagoria of Dim. Dream) (ໂຣມາຈິ:東方夢時空 ທັັບສັບ:Tōhō Yumejikū, ຊື່ດັ້ງເດີມ:"Dream Space-Time")
ເກມພາກທີ3ເປີດຕົວເມືອເດືອນທັນວາທີ29, ປີ1997, ທີ່ງານComiket ຄັ້ງທີ53. ໃນຂະນະທີ່ກຳລັງເພີດເພີນກັບການຍ່າງຍາມເຊົ້າອັນງຽບສະຫງົບ, Reimu ສະດຸດເຂົ້າກັບສາກປຸພັງລືກລັບທີ່ຈູ່ໆກໍປະກົດຂຶ້ນບໍ່ໄກຈາກປະຕູສານເຈົ້າ Hakurei. ລາວເຂົ້າຮ່ວມການແຂ່ງຂັນທີ່ຮຸນແຮງກັບຄົນອື່ນໆທີ່ຢາກສຳຫຼວດສາກປຸພັງ, ເພາະວ່່າກັນວ່າໃຜທີ່ໄປເຖິງໃຈກາງຂອງສາກກ່ອນຈະໄດ້ລາງວັນ. ໃນໂໝດMatch Play, ແມ່ນເກມຍິງຕໍ່ສູ່ແບບເລື່ອນໄປມາຄືກັບເກມwinkle Star Sprites, ເຊິ່ງຜູ້ເລ່ນສອງຄົນຈະມີສ່ວນຮ່ວມໃນການຕໍ່ສູ່danmaku ໃນໜ້າຈໍແບບແບ່ງເຄິ່ງ. ໃນໂໝດເນື້ອເລື່ອງ, ຜູ້ເລ່ນຈະໄດ້ຕໍ່ສູ່ກັບຄູ່ຕໍ່ສູ້AIທີ່ເກ່ງຂຶ້ນເກົ້າຕົວ. ການຕໍ່ສູ່ໂດຍໃຊ້"Spell Gauge", ໂດຍແຕ່ລະຕົວລະຄອນຈະປ່ອຍພະລັງທີ່ແຕກຕ່າງກັນຕາມລະດັບພະລັງເວດທີ່ຊາຣຈ໌. ເກມພາກນີ້ຂາຍໄດ້ປະມາດ100ເຖິງ150ກັອບປີ້.[10]
ເລື່ອງລາວຂອງດິນແດນດອກບົວ(Lotus Land Story) (ໂຣມາຈິ:東方幻想郷 ທັັບສັບ:Tōhō Gensōkyō, ຊື່ດັ້ງເດີມ:"Fantasy Land")
ເກມພາກທີ4ເປີດຕົວເມື່ອເດືອນສິງຫາທີີ14, ປີ1998, ທີ່ງານComiket ຄັ້ງທີ54. ຄວາມສະຫງົບສຸດໃນGensokyoພັງທະລາຍລົງເມື່ອມີພະລັງງານມະຫາສານພຸ່ງອອກມາຈາກທະເລສາບເທິງພູເຂົາ ເຮັດໃຫ້yōkaiມາບຸກສານເຈົ້າHakurei. Hakurei Reimu ແລະ Kirisame Marisa ອອກເດີນທາງເພື່ອຊອກຫາຕົ້ນຕໍຂອງຄວາມວຸ່ນວາຍ ແລະ ຈັດການເຫຼົ່າyōkaiໄປພ້ອມໆກັນ. ເກມພາກນີ້ປະກອບມີ6ດ່ານ, ເກມຈະຈົບລົງທີ່ດ່ານທີ5,ຖ້າຫາກຜູ້ເລ່ນເລືອກຄວາມຍາກລະດັບງ່າຍຫຼືໃຊ້ປຸ່ມ "continue". ແລະ ຍັງມີລະບົບທີ່ໂດດເດັ່ນແມ່ນ graze counter ສຳລັບການພາດເລັກນ້ອຍ . ອີງຕາມທີ່ທ່ານZUNໄດ້ກ່າວໄວ້, ເກມພາກນີ້ຂາຍໄດ້200ຫາ300ກັອບປີ້.[11]
ຈະຕຸລັດເວດມົນ(Mystic Square) (ໂຣມາຈິ:東方怪綺談 ທັັບສັບ:Tōhō Kaikidan, ຊື່ດັ້ງເດີມ:"Bizarre Romantic Story")
ເກມພາກທີ5 ແລະ ສຸດທ້າຍຂອງເກມTouhouຍຸດPC-98 ເປີດຕົວເມື່ອເດືອນທັນວາທີ30, ປີ1998, ທີ່ ງານComiket ຄັ້ງທີ55. ເມື່ອປີສາດເລີ່ມອອກມາຈາກຖ້ຳສູງໃນພູເຂົາຂອງ Gensokyo, Hakurei Reimu ແລະ ຄົນອື່ນໆຈະຕ້ອງເດີນທາງໄປສ່ວນລືກຂອງ Makaiເພື່ອພະເຊີນໜ້າກັບຜູ້ຢູ່ເບື້ອງຫຼັງເຫດການ. Mima ແລະ Yuuka, ບອສໂຕສຸດທ້າຍຂອງພາກເລື່ອງລາວຂອງດິນແດນອັດສະຈັນແຫ່ງຕະເວັນອອກ ແລະ ເລື່ອງລາວຂອງດິນແດນດອກບົວ ຕາມລຳດັບ, ກັບມາເປັນຕົວລະຄອນທີ່ເລ່ນໄດ້ພ້ອມກັບKirisame Marisa. ພາກນີ້ມີ6ດ່ານ ແລະ ຍັງມີລະບົບ"Dream Gauge" , ເຊິ່ງຈະໃຫ້ລາງວັນແກ່ເລ່ນທີ່ເກັບລວບລວມໄອເທັມໂດຍການທຳລາຍກະສຸນທັງໝົດຂອງສັດຕູເມື່ອມັນເຕັມ.
  1. 1.0 1.1 "幻想掲示板". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  2. 2.0 2.1 2.2 "Curtains for You: The History of Bullet Hell". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  3. "ニコ動、2ちゃんねるで人気の「東方Project」って何だ?". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  4. "http://www.rebrank.org/products/dpd1/". Doujin Game Package Design Vol.01. {{cite book}}: External link in |chapter= (help)
  5. "th01_09pmd.txt from 【 the Legend of KAGE 】". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  6. "Amusement Makers (old) official site". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  7. "最初はゲームミュージックから始まった". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  8. 8.0 8.1 The Untold History of Japanese Game Developers: Volume 1.
  9. 東方文花帖 ~ Bohemian Archive in Japanese Red.
  10. "Archived post from ZUN's blog on 01 April 2005". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  11. "ZUN's tweet regarding Lotus Land Story". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)