ຜູ້ໃຊ້:Jaijaikop/ໂທໂຮ ໂປຣເຈັກ

ຈາກ ວິກິພີເດຍ

ໂທໂຮ ໂປຣເຈັກ(ພາສາຍີ່ປຸ່ນ:東方Project,ທັບສັບ:Tōhō Purojekuto), ຫຼື ທີ່ຮູ້ຈັກກັນດີໃນນາມ ໂທໂຮ(, ເຊິ່ງໝາຍເຖິງ "ຕະເວັນອອກ" ຫຼື "ຕາເວັນອອກໄກ"ແມ່ນຊຸດເກມ Bullet hell shoot 'em up ທີີ່ສ້າງເອງໂດຍຜູ້ຊາຍຊາວຍີ່ປຸ່ນຄົນດຽວໂດຍTeam Shanghai Alice. ຕັ້ງແຕ່1995,[1][2] ສະມາຊິກທີມJun'ya "ZUN" Ōta, ໄດ້ທຳການຂຽນໂປລແກລມ,ເຮັດພາບ,ສຽງ ແລະ ເນື້ອເລື່ອງສຳລັບເກມໂດຍຕົນເອງຄົົນດຽວ ແລະ ວາງຂາຍເກມເອງ ລວມມີພາກຫຼັກ19ພາກ ແລະ ພາກເສີມອີກ6ພາກ, ພາກລ່າສຸດເມື່ອເດືອນພຶດສະພາ 2023. ນອກຈາກເກມແລ້ວZUNຍັງໄດ້ມີການເຮັດສື່ພິມ ແລະ ອາລາບໍ້າເພງ, ແລະ ຍັງໄດ້ມີການຮ່ວມມືືກັບTwilight Frontier ໃນການສ້າງພາກເສີມ, ສ່ວນຫຼາຍແມ່່ນເກມຕໍ່ສູ້.[3]

ໂທໂຮ ໂປຣເຈັກ ແມ່ນຕັ້ງຢູ່ໃນ ເກັ່ນໂຊຄຽວ , ເປັນດິນແດນທີ່ຖືກຕັດຂາດຈາກໂລກພາຍນອກ ແລະເປັນບ່ອນຢູ່ອາໄສຂອງມະນຸດ ແລະ ໂຢໃຄ(ສັດປະຫຼາດ), ສັດໃນນິທານຈາກນິທານພື້ນເມືອງຍີ່ປຸ່ນ ທີ່ມີກາຍເປັນຕົວລະຄອນໃນ ໂທໂຮ ໃນລັກສະນະ bishōjo ແບບ <i id="mwLA">moe</i> . ຮາຄູເລ ເລມຸ, ມິໂກະ ແຫ່ງສານເຈົ້າ ຮາຄູເລ ແລະ ເປັນຕົວລະຄອນຫຼັກຂອງເກມ, ມັກຈະຖືກມອບຫມາຍໃຫ້ແກ້ໄຂ "ເຫດວິປະລາດ" ທີ່ເໜືອທໍາມະຊາດທີ່ມັກເກີດຂື້ນອ້ອມ ເກັ່ນໂຊຄຽວ.

ຫ້າພາກແລກໄດ້ຖືກສ້າງສໍາລັບຊຸດຄອມພິວເຕີ NEC PC-9800 ຂອງຍີ່ປຸ່ນ, ຄັ້ງທໍາອິດ, ໄດ້ຮັບການຕອບຮັບຢ່າງດີຈາກຜູູ້ເລ່ນ, ເຜີຍແຜ່ເມື່ອເດືອນສິງຫາ 1997; ກົນໄກອັນເປັນເອກະລັກຂອງເກມຢ່າງ ດັນມາຄຸ (弾幕, ມ່ານກະສຸນ')ກໍໄດ້ຖືກນໍາສະເໜີໃນເກມພາກທີສອງ, ເລື່ອງລາວຂອງດິນແດນອັດສະຈັນແຫ່ງຕະເວັນອອກ(Story of Eastern Wonderland) (ຍັງຢູ່ປີ 1997). ເມືອການມາເຖີີງຂອງເກມພາກ ການສະແດງຕົນຂອງມານແດງ(Embodiment of Scarlet Devil )ໃນເດືອນສິງຫາ 2002 ກໍເປັນການກ້າວສູ່ຍຸດລະບົບປະຕິບັດການ Microsoft Windows .

ໂທໂຮ ໂປຣເຈັກ ໄດ້ກາຍເປັນທີ່ໂດດເດັ່ນໂດຍສະເພາະເປັນແຫຼ່ງ ໂດຈີນ ທີ່ໂດດເດັ່ນຂອງຍີ່ປຸ່ນ, ໂດຍຊຸດເກມດັ່ງກ່າວໄດ້ເຮັດໃຫ້ເກີດຜົນງານທີ່ສ້າງຂຶ້ນຈາກແຟນໆເຊັ່ນ: ງານສິນລະປະ, ດົນຕີ, ງານພິມ, ວິດີໂອເກມ, ແລະ ອິນເຕີເນັດ memes . ດ້ວຍເຫດນີ້, ມັນຈຶ່ງເຮັດໃຫ້ເກີດ ຄວາມເຊື່ອບາງຢ່າງທີ່ປະຕິບັດຕາມກັນ ນອກປະເທດຍີ່ປຸ່ນ. ຄວາມນິຍົມຂອງເກມ ແລະ ຜົນງານຮຽນແບບຂອງແຟນເກມແມ່ນຈາກສ່ວນຫນຶ່ງຂອງຂໍ້ຈໍານົດບາງຂໍ້ທີ່ວາງໄວ້ໂດຍ ZUN ກ່ຽວກັບການນໍາໃຊ້ເນື້ອຫາຂອງລາວ. ຜົນງານທີ່ບໍ່ເປັນທາງການໄດ້ຖືກຂາຍເລື້ອຍໆຢູ່ໃນ ກຸ່ມສົນທະນາຂອງແຟນ, ລວມທັງ ງານComiket, ບ່ອນຮວມຕົວຂອງແຟນຊາຍຕ່າງໆ, ແລະ ກຸ່ມສົນທະນາທີ່ເປັນທາງການ Reitaisai, ບ່ອນທີ່ສະບັບທົດລອງຂອງເກມຢ່າງເປັນທາງການແຈກກ່ອນການປ້ອຍໂຕເກມເຕັມ.

ເກມ[ດັດແກ້]

ເກມທັງໝົດທີ່ອອກມາຕາມເວລາທີ່ເປີດຕົວ ເກມທີ່ຖືກພັດທະນາໂດຍ Twilight Frontier ຈະຖືກໝາຍດ້ວຍໝາຍດາວ(*)

1997 : 1 ການຕອບສະໜອງຢ່າງຮຸນແຮງຕໍ່ຜູ້ອາທິຖານ(Highly Responsive to Prayers)

2 ເລື່ອງລາວຂອງດິນແດນອັດສະຈັນແຫ່ງຕະເວັນອອກ(Story of Eastern Wonderland)

3 ພາບມາຍາຂອງຄວາມຝັນຕ່າງມິຕິ(Phantasmagoria of Dim. Dream)

1998 :

4 ເລື່ອງລາວຂອງດິນແດນດອກບົວ(Lotus Land Story)

5 ຈະຕຸລັດເວດມົນ(Mystic Square)

1999-2001 : ບໍ່ມີ

2002 :

6 ການສະແດງຕົນຂອງມານແດງ(Embodiment of Scarlet Devil)

2003 :

7 ສະກຸລະບານອັນໄລ້ທີ່ຕິ(Perfect Cherry Blossom)

2004 :

8 ລາຕີທີ່ບໍ່ສິ້ນສຸດ(Imperishable Night)

7.5 ພະລັງທີ່ສູນຫາຍໄລ້ຕົວຕົນ(Immaterial and Missing Power)

2005 :

9 ພາບມາຍາແຫ່ງທັດສະນະດອກໄມ້(Phantasmagoria of Flower View)

9.5 ຖ່າຍກະສຸນ(Shoot the Bullet)

2006 : ບໍ່ມີ

2007 :

10 ພູແຫ່ງຜູ້ສັດທາ(Mountain of Faith)

2008 :

10.5 ບົດເພງແຫ່ງພູມອາກາດສີແດງ(Scarlet Weather Rhapsody)*

11 ຄວາມເຊື່ອທີ່ວ່າມີວິິນຍານຢູູ່ໃຕ້ດິນ(Subterranean Animism)

2009 :

12 ວັດຖຸອັດສະຈັນທີ່ລະບຸບໍ່ໄດ້(Undefined Fantastic Object)

12.3 ມິອາດຄິດຕາມກົດຂອງສະຫວັດແຫ່ງຕາເວັນອອກ(Touhou Hisoutensoku)*

2010 :

12.5 ຄູ່ແຂ່ງຂັດຂາ(Double Spoiler)

12.8 ສາມພູດອັດສະຈັນແຫ່ງຕາເວັນອອກ/ມະຫາສົງຄາມພູດ(Fairy Wars)

2011 :

13 ຄວາມປາດຖະໜາທັງສິບ(Ten Desires)

2012 : ບໍ່ມີ

2013 :

13.5 ງານເຕັ້ນລຳໃສ່ໜ້າກາກທີ່ໄລ້ຄວາມຫວັງ(Hopeless Masquerade)*

14 ສອງບຸກຄະລິກສົມພັນ(Double Dealing Character)

2014 :

14.3. (Impossible Spell Card)

2015 :

14.5 ຕຳນານເມືອງໃນສະຖານທີ່ເຊິິ່ງຖືກລືມ(Urban Legend in Limbo)*

15 ມໍລະດົກຈາກອານາຈັກວິກົນຈະວິດ(Legacy of Lunatic Kingdom)

2016 : ບໍ່ມີ

2017 :

15.5 ຄວາມຂັດແຍ່ງຂອງເຫຼົ່າດອກໄມ້ສາມັນ(Antinomy of Common Flowers)*

16 ດວງດາວທີ່ລີ້ຢູ່ໃນລະດູທັງສີ່(Hidden Star in Four Seasons)

2018 :

16.5 ຜູ້ສືບຫາສີມ່ວງ(Violet Detector)

2019 :

17 ສັດເຈົ້າເລ້ກັບສິ່ງມີຊີວິດສຸດອ່ອນແອ(Wily Beast and Weakest Creature)

2020 : ບໍ່ມີ 2021 : 17.5 Sunken Fossil World*

18 Unconnected Marketeers 2022 : 18.5 100th Black Market

2023 :

19 Unfinished Dream of All Living Ghost

ຮູບ:TH1to5 covers.jpg
ໜ້າປົກເກມTouhouຍຸດ PC-98 [4]

ເກມຍຸກ PC-98[ດັດແກ້]

Jun'ya Ōta, ເຊິ່ງຕອນນັ້ນເປັນນັກຮຽນໃນສາຂາຄະນິດສາດຢູ່ ມະຫາວິທະຍາໄລ Tokyo Denki [2] ພັດທະນາພາຍໃຕ້ຊື່ "ZUN Soft", ສ້າງເກມ ໂທໂຮ ຫ້າພາກແລກສຳລັບຄອມພິວເຕີສ່ວນບຸກຄົນ NEC PC-9800, ນຳໃຊ້ກາບຟິກ ສີ 16-bit ແລະ ສຽງ ສັງເຄາະ FM 6 ຊ່ອງ. ເກມໄດ້ຖືກເຜີຍແຜ່ໂດຍ Amusement Makers, ກຸ່ມພັດທະນາເກມຂອງນັກຮຽນທີ່ Ōta ເປັນສະມາຊິກ.

ການຕອບສະໜອງຢ່າງຮຸນແຮງຕໍ່ຜູ້ອາທິຖານ(Highly Responsive to Prayers) (ໂຣມາຈິ:東方靈異伝 ທັັບສັບ:Tōhō Reiiden, ຊື່ດັ້ງເດີມ:"Wondrous Tale")
ເກມພາກແລກວາງຂາຍເມື່ອເດີອນສິງຫາທີ15, 1997, ທີ່ງານComiket ຄັ້ງທີ52. ZUN ເລີ່ມພັດທະນາເກມໃນປີ1995[1][2] ແລະ ເປີດຕົວຄັ້ງແລກເມື່ອເດືອນພະຈິກ 1996 ທີ່the 20th Hatoyama Matsuri, ງານປະຈຳປີທີ່ຈັດຂື້ນທີ່ວິທະຍາເຂດ Hatoyama ຂອງມະຫາວິທະຍາໄລTokyo Denki.[5][6][7] ເຊິ່ງເປັນການປະກົດຕົວຄັ້ງແລກຂອງຕົວລະຄອນເອກຢ່າງ ຮາຄູເລ ເລມຸ, ມິໂກະ ແຫ່ງສານເຈົ້າ ຮາຄູເລ (博麗神社). ຫຼັງຈາກການພັງທະລາຍຂອງສານເຈົ້າ, ລາວພຸ່ງເຂົ້າໄປຜ່ານປະຕູມິຕິໄປອີກໂລກໜຶ່ງ, ເພື່ອຄົ້ນຫາ ແລະ ລົງໂທດຜູ້ທີ່ຕ້ອງຮັບຜິດຊອບ. ວິທີຫຼິ້ນຄ້າຍຄືກັບArkanoid ແລະ ແຕກຕ່າງຈາກຮູບແບບເກມແນວຕັ້ງໃນເກມຍຸກກ່ອນໆ. ຜູ້ເລ່ນຈະໄດ້ຄວບຄຸບລູກແກ້ວ Yin-Yang (陰陽玉) ໂດຍການເຕະຂ້າງ, ແກວ່ງໄມ້ຊຳລະລ້າງຂອງເລມຸ(御幣i), ແລະ ຍິງເຄື່ອງລາງ (御札),ໂດຍມີເປົ້າໜາຍເພື່ອເກັບໄພ່ທັງໝົົດໃນດ່ານ. ເມື່ອເວລາໝົດ,ຮາກະສຸນກໍຈະຕົກລົງມາຈາກເທິງໜ້າຈໍຈົນກວ່າຈະຜ່ານດ່ານ ຫຼື ຕາຍ. ມີ20ດ່ານ,ໂດຍທຸກໆຫ້າດ່ານ ຜູ້ຫຼິ້ນຈະຕ້ອງໃຊ້ລູກແກ້ວເພື່ອສ້າງຄວາມເສຍຫາຍຕໍ່ບອສ . ຫຼັງຈາກຜ່ານດ່ານ5ແລ້ວ, ຜູ້ຫຼິ້ນຈະມີສອງທາງເລືອກຄື:ມາໄຄ (魔界, ໂລກປີສາດ) ແລະ ນາຣົກ (地獄), ໂດຍມີດ່ານ,ບອສ ແລະ ຕອນຈົບທີ່ແຕກຕ່າງກັນ. ໄດ້ມີການແນະນຳລະບົບ"ລູກລະເບີດ"ເຊິ່ງເປັນທາງເລືອກສຸດທ້າຍທີ່ໃຊ້ໃນເກມພາກຕໍ່ໆມາ, ເຊັ່ນດຽວກັນກັບລະດັບຄວາມຍາກທີ່ຈະກາຍເປັນເອກະລັກຂອງຊຸດເກມໂດຍມີ:ງ່າຍ,ປານກາງ,ຍາກ ແລະ ວິກົນຈະລິດ. ອີງຕາມທີ່ທ່ານZUNໄດ້ກ່າວໄວ້, ເກມພາກນີ້ຂາຍໄດ້30ກັອບປີ້.[8]
ເລື່ອງລາວຂອງດິນແດນອັດສະຈັນແຫ່ງຕະເວັນອອກ(Story of Eastern Wonderland) (ໂຣມາຈິ:東方封魔録 ທັັບສັບ:Tōhō Fūmaroku, ຊື່ດັ້ງເດີມ:"Demon-Sealing Record")
ເກມພາກທີ2ໃນຊຸດເກມເປີດຕົວພ້ອມໆກັນກັບ ພາກການຕອບສະໜອງຢ່າງຮຸນແຮງຕໍ່ຜູ້ອາທິຖານ ທີ່ງານComiketຄັ້ງທີ52. ຮາຄູເລ ເລມຸ ກັບມາຈາກການຝຶກຢູ່ພູພຽງເພື່ອຊອກຫາສານເຈົ້າຮາຄູເລ ທີ່ຖືກບຸກໂດຍພວກຜີ ແລະ ໂຢໃຄ. ດ້ວຍຄວາມຕື່ນເຕັ້ນກັບໂອກາດທີ່ຈະໄດ້ທົດສອບຄວາມສາມາດຂອງລາວ, ລາວຈຶ່ງອອກເດີນທາງພ້ອມກັບລູກແກ້ວYin-Yangຂອງລາວທີ່ຢູ່ເທິງຫຼັງເຕົ່າຂອງລາວ ເກັ່ນຈິອິ ເພື່ອຄົ້ນຫາຕົ້ນຕໍຂອງການບຸກ. ເກມພາກນີ້ເປັນພາກແລກທີ່ເປັນເກມ ດັນມາຄຸ (弾幕) ແບບແນວຕັ້ງ ແລະ ຍັງຖືເປັນການປະກົດຕົວຄັ້ງແລກຂອງຄິລິສະເມະ ມາລີສະ, ເຊິ່ງເປັນຕົວລະຄອນເອກໂຕທີສອງຂອງເກມ, ປະກົດຕົວຄັ້ງແລກໃນຖານະບອສຂອງດ່ານທີ4. ທ່ານZUNໄດ້ກ່າວອ້າງອີງເຖິງເກມarcade shoot 'em up Darius Gaiden ວ່າມີອິດທິພົນຕໍ່ຮູບແບບການຫຼິ້ນ, ເຊິ່ງປະກອບດ້ວຍການຍິງກະສຸນໃສ່ບອສທີ່ປະກົດຢູ່ທາງເທິງໜ້າຈໍໃນຂະນະດຽວກັນກໍຕ້ອງຫຼັບຫຼີກການໂຈມຕີຂອງສັດຕູ.[9] ພາກນີ້ເປັນພາກດຽວໃນຊຸດເກມທີ່ມີ5ດ່ານ(ບໍ່ນັບດ່ານພິເສດ). ພາກນີ້ໄດ້ນຳສະເໜີລະບົບຫຼາຍອັນທີ່ໃນເວລາຕໍ່ມາກໍກາຍເປັນມາດຕະຖານຂອງເກມ, ລວມທັງການເລືອກອາວຸດ, hitboxes ທີ່ນ້ອຍກວ່າຕົວລະຄອນຜູ້ຫຼິ້ນ, ການເພີ່ມພະລັງ, ບອສກາງດ່ານ, ແລະ ດ່ານພິເສດທີ່ປົດລັອກໄດ້. ເກມພາກນີ້ຂາຍໄດ້50ກັອບປີ້.[8]
ພາບມາຍາຂອງຄວາມຝັນຕ່າງມິຕິ(Phantasmagoria of Dim. Dream) (ໂຣມາຈິ:東方夢時空 ທັັບສັບ:Tōhō Yumejikū, ຊື່ດັ້ງເດີມ:"Dream Space-Time")
ເກມພາກທີ3ເປີດຕົວເມືອເດືອນທັນວາທີ29, ປີ1997, ທີ່ງານComiket ຄັ້ງທີ53. ໃນຂະນະທີ່ກຳລັງເພີດເພີນກັບການຍ່າງຍາມເຊົ້າອັນງຽບສະຫງົບ, ເລມຸສະດຸດເຂົ້າກັບສາກປຸພັງລືກລັບທີ່ຈູ່ໆກໍປະກົດຂຶ້ນບໍ່ໄກຈາກປະຕູສານເຈົ້າ ຮາຄູເລ. ລາວເຂົ້າຮ່ວມການແຂ່ງຂັນທີ່ຮຸນແຮງກັບຄົນອື່ນໆທີ່ຢາກສຳຫຼວດສາກປຸພັງ, ເພາະວ່່າກັນວ່າໃຜທີ່ໄປເຖິງໃຈກາງຂອງສາກກ່ອນຈະໄດ້ລາງວັນ. ໃນໂໝດMatch Play, ແມ່ນເກມຍິງຕໍ່ສູ່ແບບເລື່ອນໄປມາຄືກັບເກມwinkle Star Sprites, ເຊິ່ງຜູ້ຫຼິ້ນສອງຄົນຈະມີສ່ວນຮ່ວມໃນການຕໍ່ສູ່ດັນມາຄຸ ໃນໜ້າຈໍແບບແບ່ງເຄິ່ງ. ໃນໂໝດເນື້ອເລື່ອງ, ຜູ້ຫຼິ້ນຈະໄດ້ຕໍ່ສູ່ກັບຄູ່ຕໍ່ສູ້AIເກົ້າຕົວ. ການຕໍ່ສູ່ໂດຍໃຊ້"Spell Gauge", ໂດຍແຕ່ລະຕົວລະຄອນຈະປ່ອຍພະລັງທີ່ແຕກຕ່າງກັນຕາມລະດັບພະລັງເວດທີ່ຊາຣຈ໌. ເກມພາກນີ້ຂາຍໄດ້ປະມາດ100ເຖິງ150ກັອບປີ້.[10]
ເລື່ອງລາວຂອງດິນແດນດອກບົວ(Lotus Land Story) (ໂຣມາຈິ:東方幻想郷 ທັັບສັບ:Tōhō Gensōkyō, ຊື່ດັ້ງເດີມ:"Fantasy Land")
ເກມພາກທີ4ເປີດຕົວເມື່ອເດືອນສິງຫາທີີ14, ປີ1998, ທີ່ງານComiket ຄັ້ງທີ54. ຄວາມສະຫງົບສຸດໃນເກັ່ນໂຊຄຽວພັງທະລາຍລົງເມື່ອມີພະລັງງານມະຫາສານພຸ່ງອອກມາຈາກທະເລສາບເທິງພູເຂົາ ເຮັດໃຫ້yōkaiມາບຸກສານເຈົ້າຮາຄູເລ. ຮາຄູເລ ເລມຸ ແລະ ຄິລິສະເມະ ມາລີສະ ອອກເດີນທາງເພື່ອຊອກຫາຕົ້ນຕໍຂອງຄວາມວຸ່ນວາຍ ແລະ ຈັດການເຫຼົ່າyōkaiໄປພ້ອມໆກັນ. ເກມພາກນີ້ປະກອບມີ6ດ່ານ, ເກມຈະຈົບລົງທີ່ດ່ານທີ5,ຖ້າຫາກຜູ້ຫຼິ້ນເລືອກຄວາມຍາກລະດັບງ່າຍຫຼືໃຊ້ປຸ່ມ "continue". ແລະ ຍັງມີລະບົບທີ່ໂດດເດັ່ນແມ່ນ graze counter ສຳລັບການພາດເລັກນ້ອຍ . ອີງຕາມທີ່ທ່ານZUNໄດ້ກ່າວໄວ້, ເກມພາກນີ້ຂາຍໄດ້200ຫາ300ກັອບປີ້.[11]
ຈະຕຸລັດເວດມົນ(Mystic Square) (ໂຣມາຈິ:東方怪綺談 ທັັບສັບ:Tōhō Kaikidan, ຊື່ດັ້ງເດີມ:"Bizarre Romantic Story")
ເກມພາກທີ5 ແລະ ສຸດທ້າຍຂອງເກມTouhouຍຸກPC-98 ເປີດຕົວເມື່ອເດືອນທັນວາທີ30, ປີ1998, ທີ່ ງານComiket ຄັ້ງທີ55. ເມື່ອປີສາດເລີ່ມອອກມາຈາກຖ້ຳສູງໃນພູເຂົາຂອງ ເກັ່ນໂຊຄຽວ, ຮາຄູເລ ເລມຸ ແລະ ຄົນອື່ນໆຈະຕ້ອງເດີນທາງໄປສ່ວນລືກຂອງ ມາໄຄເພື່ອພະເຊີນໜ້າກັບຜູ້ຢູ່ເບື້ອງຫຼັງເຫດການ. ມິມາ ແລະ ຢູກະ, ບອສໂຕສຸດທ້າຍຂອງພາກເລື່ອງລາວຂອງດິນແດນອັດສະຈັນແຫ່ງຕະເວັນອອກ ແລະ ເລື່ອງລາວຂອງດິນແດນດອກບົວ ຕາມລຳດັບ, ກັບມາເປັນຕົວລະຄອນທີ່ຫຼິ້ນໄດ້ພ້ອມກັບຄິລິສະເມະ ມາລີສະ. ພາກນີ້ມີ6ດ່ານ ແລະ ຍັງມີລະບົບ"Dream Gauge" , ເຊິ່ງຈະໃຫ້ລາງວັນແກ່ຜູ້ຫຼິ້ນທີ່ເກັບລວບລວມໄອເທັມໂດຍການທຳລາຍກະສຸນທັງໝົດຂອງສັດຕູເມື່ອມັນເຕັມ.

ເກມ Windows[ດັດແກ້]

ຫຼັງຈາກການເປີດຕົວຂອງ ຈະຕຸລັດເວດມົນ, ZUN ໄດ້ຈົບການສຶກສາຈາກມະຫາວິທະຍາໄລແລະຊຸດເກມກໍບໍ່ໄດ້ມີການເຄື່ອນໄຫວເປັນເວລາສີ່ປີ. ໃນຊ່ວງນີ້, ລາວໄດ້ເຮັດວຽກຢູ່ Taito ໃນຖານະຜູ້ພັດທະນາເກມແລະຍັງແຕ່ງເພງສໍາລັບເກມຕ່າງໆທີ່ສ້າງໂດຍສະມາຊິກຂອງ Amusement Makers. ລາວໄດ້ອອກຈາກກຸ່ມໃນປີ 2001 ເພື່ອໂຟກັດໃນການພັດທະນາເກມສໍາລັບ Microsoft Windows, ກາຍເປັນສະມາຊິກທີມພຽງຄົນດຽວໃນວົງການເກມໂດຈິນ ໃນນາມTeam Shanghai Alice ແລະເຜີຍແຜ່ເກມຕໍ່ໆມາດ້ວຍຕົນເອງ. ຕາມທີ່ທ່ານZUNໄດ້ກ່າວວ່າ, ເກມ Windows ເປັນຕົວແທນຂອງ "ສະຖານະສົມບູນ" ຂອງຊຸດcanon, ເຖິງວ່າຈະມີການຍົກໄອເດຍແລະການອ້າງອີງຫຼາຍໆຢ່າງຈາກຍຸດ PC-98ກໍຕາມ. [12] ເກມທີ່ມີລຳດັບເປັນເລກທົດສະນິຍົມແມ່ນພາກເສີມທີີ່ປະເພດຂອງເກມແຕກຕ່າງຈາກພາກຫຼັກ.

ການສະແດງຕົນຂອງມານແດງ(Embodiment of Scarlet Devil) (ໂຣມາຈິ:東方紅魔郷 ທັັບສັບ:Tōhō Kōmakyō, ຊື່ດັ້ງເດີມ:"Scarlet Devil Land")
ເກມພາກທີ6 ແລະ ພາກແລກຂອງຍຸກWindows ເປີດຕົວເມື່ອເດືອນສິງຫາທີ11, ປີ2002, ທີ່ ງານComiket ຄັ້ງທີ62. ໃນພາກນີ້ໄດ້ມີການພັດທະນາກາບຟິກເຊິ່ງແຕກຕ່າງຈາກຍຸດPC-98ຢ່າງຫຼາຍ, ເພງ ແລະ ສຽງຂອງເກມໃຊ້ການສັງເຄາະສຽງ PCM ແລະ MIDI ແທນທີ່ ການສັັງເຄາະສຽງFM. ຍັງມີການນຳສະເໜີລະບົບ"ສະແປ້ວກາດ", ເຊິ່ງບອສຈະຍິງກະສຸນແບບມີລັກສະນະຮູບແບບ ດັນມາຄຸ ໂດຍຂຶ້ນຢູ່ກັບລະດັບພະລັງຊີວິດຂອງສັດຕູທີ່ໜ້ອຍລົງ, ໂດຍມີແຖບພະລັງຊີວິດ ແລະ ຊື່ສຳລັບທ່າໂຈມຕີຕ່າງໆຈະປະກົດຂຶ້ນຢູ່ເທິງໜ້າຈໍ. ສຳລັບການປຽບທຽບ, ບອສໃນຍຸດ PC-98, ຈະມີຮູບແບບການໂຈມຕີໜ້ອຍແບບ ແລະ ຈະສັບໄປສັບມາໂດຍສຸ່ມ.
ລະດູຮ້ອນອັນສະຫງົບໃນເກັ່ນໂຊຄຽວຖືກຂັດຈັງຫວະເມື່ອມີມອກສີແດງເຂັ້ມບົນບັງແສງອາທິດ. ບໍ່ວ່າຈະເປັນ ມິໂກະ ຮາຄູເລ ເລມຸ ຫຼື ນັກເວດ ຄິລິສະເມະ ມາລີສະ, ຜູ້ຫຼິ້ນຈະຕ້ອງລັກເຂົ້າໄປໃນຂະລຶຫາດມານແດງ (紅魔館 ໂຄມາຄັນ Koumakan) ແລະ ພະເຊີນໜ້າກັບມານແດງຜູ້ລືກລັບທີ່ອາໄສຢູ່ໃນນັ້ນ. ໃນພາກນີ້ຍັງມີການປະກົດຕົວຂອງ ອິຊາໂຢອິ ສະຄູຍະ, ເຊິ່ງຈະເປັນຕົວລະຄອນທີ່ຫຼິ້ນເລ່ນໄດ້ໃນພາກຕໍ່ໆມາ.
ລະບົບຫຼາຍໆຢ່າງຈາກຍຸດPC-98 ຖືກນຳກັບມາໃຊ້ໃນພາກການສະແດງຕົນຂອງມານແດງ, ເຊິ່ງກາຍເປັນມາດຕະຖານສຳລັບຄອມທີ່ໃຊ້ລະບົບWindows. ໃນຕອນເລີ່ມເກມ, ຜູ້ຫຼິ້ນຈະຕ້ອງເລືອກຮູບແບບການໂຈມຕີ, ເຊິ່ງມີຜົນກະທົບຕໍ່ປະເພດອາວຸດ ແລະ ລະເບີດສະແປ້ວ ກາດ. "ລະເບີດ" ເຫຼົ່ານີ້ມີຈຳນວນຈຳກັດ, ເຊິ່ງໃຊ້ເພື່ອໜີຈາກສະຖານະການທີ່ຍາກເກີນໄປທີ່ຈະໜີດ້ວຍຕົນເອງ ຫຼື ເປັນໄປບໍ່ໄດ້ທີ່ຈະລອດ ໂດຍການສ້າງຄວາມເສຍຫາຍຢ່າງໜັັກຕໍ່ສັດຕູ, ທຳລາຍກະສຸນຂອງສັດຕູ, ແລະ ເກັບໄອເທັມທັງໝົດຢູ່ເທິງໜ້າຈໍ. ລະບົບທີ່ເພີ່ມເຂົ້າມາໃໝ່ທີ່ເດັ່ນສຸດຂອງພາກນີ້ເຊິ່ງໃຊ້ມາຈົນເຖິງປັດຈຸບັນແມ່ນໂໝດໂຟກັດຍິງ, ເຊິ່ງເຮັັດໃຫ້ຕົວລະຄອນຜູູ້ຫຼິ້ນຊ້າລົງ, ເຊິ່ງຊ່່ວຍໃຫ້ຜູ້ຫຼິ້ນໂຟກັດໃນການຍິງ ແລະ ການຫຼົບຫຼີກເມື່ອໃຊ້ງານ. ເກມພາກນີ້ມີຫົກດ່ານທີ່ຍາກຂຶ້ນເລື້ອຍໆ, ໂດຍແຕ່ລະດ່ານຈະມີບອສທີ່ມີພະລັງໜ້ອຍກວ່າບອສປະຈຳດ່ານ ເຊິ່ງເອີ້ນວ່າ"ມິິນບອສ". ຫາກຜູ້ຫຼິ້ນໆໃນລະດັບງ່າຍຫຼືໃຊ້ປຸ່ມ "continue", ເກມຈະຈົບທີ່ດ່ານທີຫ້າ ແລະ ຈະເຮັດໃຫ້ຜູ້ຫຼິ້ນໄດ້bad ending. ເມື່ອຈົບເກມໂດຍໄດ້ຮັບgood ending(ຫຼິ້ນໃນລະດັບປານກາງຫຼືຍາກກວ່າຜ່ານ), ຜູ້ຫຼິ້ນຈະປົດລັອກໂບນັດ "ດ່ານພິເສດ", ເຊິ່ງເປັນການຕໍ່ສູ້ກັບບອສໂຕສຸດທ້າຍຂອງເກມ.
ສະກຸລະບານອັນໄລ້ທີ່ຕິ(Perfect Cherry Blossom) (ໂຣມາຈິ:東方妖々夢 ທັັບສັບ:Tōhō Yōyōmu, ຊື່ດັ້ງເດີມ:"Ghostly Dream")
ເກມພາກທີ່7ເປີດຕົວເມື່ອເດືອນສິງຫາທີ17, ປີ2003, ທີ່ ງານComiket ຄັ້ງທີ64. ເມື່ອເຖິງເດືອນພຶດສະພາ, ເຫັນໄດ້ຊັດເຈດວ່າລະດູໜາວຂອງເກັ່ນໂຊຄຽວຍາວກວ່າປົກກະຕິ. ໃນຖານະເລມຸ, ມາລີສະ, ຫຼື ສະຄູຍະ, ຜູ້ຫຼິ້ນຈະຕ້ອງເຂົ້າໄປໃນໂລກໃຕ້ດິນ (冥界 ເມໄຄ "ໂລກແຫ່ງຄວາມຕາຍ") ເພື່ອຊອກຫາຜູ້ທີ່ເຮັດໃຫ້ເກັ່ນໂຊຄຽວບໍ່ມີລະດູໃບໄມ້ປົ່ງ. ໂດຍພາກນີ້ມີການເພີ່ມສະຄູຍະ, ເຮັດໃຫ້ພາກສະກຸລະບານອັນໄລ້ທີ່ຕິ ແມ່ນຈຸດເລີ່ມຕົ້ນຂອງການນຳບອສຂອງພາກທີ່ແລ້ວມາເປັນຕົວລະຄອນທີ່ຫຼິ້ນໄດ້. ນອກຈາກນັ້ນຍັງມີຫຼອດ "Cherry Gauge", ເຊິ່ງຈະເພີ່ມຂຶ້້ນດ້ວຍການຫຼົບຜ່ານຊ່ອງແຄບ, ຍິງສັດຕູ, ແລະ ຜ່ານສະແປ້ວກາດໂດຍບໍ່ໄດ້ໃຊ້ລະເບີດ, ເຊິ່ງເມື່ອຫຼອດເຕັມ, ຈະເປີດໃຊ້ງານ"ເຂດແດນເໜືອທຳມະຊາດ"ເຮັດໃຫ້ຜູ້ຫຼິິ້ນມີເກາະປ້ອງກັນສ່ວນຄົ່ວ. ອາລິດ ເມລກະທ່ອຍ ຈາກພາກຈະຕຸລັດເວດມົນກໍໄດ້ປະກົດຕົວອີກຄັ້ງຢູ່ໃນຊຸດເກມຍຸກWindows. ນອກຈາກມີດ່ານພິເສດແລ້ວ, ພາກນີ້ຍັງມີດ່ານແຟນຕັດຊຶມ(ຄວາມຝົນ), ປົດລັອກໄດ້ໂດຍການຜ່ານດ່ານພິເສດ ແລະ ສະແປ້ວກ່າດຈຳນວນໜຶ່ງ.
  1. 1.0 1.1 "幻想掲示板". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  2. 2.0 2.1 2.2 "Curtains for You: The History of Bullet Hell". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  3. "ニコ動、2ちゃんねるで人気の「東方Project」って何だ?". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  4. "http://www.rebrank.org/products/dpd1/". Doujin Game Package Design Vol.01. {{cite book}}: External link in |chapter= (help)
  5. "th01_09pmd.txt from 【 the Legend of KAGE 】". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  6. "Amusement Makers (old) official site". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  7. "最初はゲームミュージックから始まった". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  8. 8.0 8.1 The Untold History of Japanese Game Developers: Volume 1.
  9. 東方文花帖 ~ Bohemian Archive in Japanese Red.
  10. "Archived post from ZUN's blog on 01 April 2005". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  11. "ZUN's tweet regarding Lotus Land Story". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)
  12. "Archive of ZUN's responses on the former Gensou Bulletin Board, post from 2003/05". {{cite web}}: |archive-url= requires |archive-date= (help); |archive-url= requires |url= (help); Missing or empty |url= (help)