ຜູ້ໃຊ້:ເສົາພານິດ ພັນທະວົງ

ຈາກ ວິກິພີເດຍ

ເມືອງ ສອງຄອນ ແຂວງ ສະຫວັນນະເຂດ

ເມືອງ ສອງຄອນ ເປັນເມືອງໜຶ່ງ ຕັ້ງຢູ່ທາງທິດໃຕ້ຂອງ ແຂວງ ສະຫວັນນະເຂດ, ມີເນື້ອທີ່ 1.526 ກິໂລຕາແມັດ ( ຂອງເນື້ອທີ່ແຂວງ 21.774 ກີໂລຕາແມັດ ) ຫ່າງຈາກຕົວເມືອງ ນະຄອນ ໄກສອນພົມວິຫານ 70 ກິໂລແມັດ ໄປຕາມເສັ້ນທາງຫຼວງແຫ່ງຊາດ ເລກທີ13 ໄປທາງໃຕ້, ເສັ້ນທາງຍາວ 50 ກິໂລແມັດ. ມີຊາຍແດນຕິດກັບຫຼາຍເມືອງຄື: ທິດເໜືອຕິດກັບ ເມືອງ ຈຳພອນ ແລະ ເມືອງ ໄຊພູທອງ, ທິດຕາເວັນອອກຕິດກັບ ເມືອງ ຊົນນະບູລີ, ທິດຕາເວັນອອກສ່ຽງໃຕ້ຕິດກັບ ເມືອງ ທ່າປາງທອງ, ທິດໃຕ້ຕິດກັບ ເມືອງ ລະຄອນເພັງ ແຂວງ ສາລະວັນ ແລະ ທິດຕາເວັນຕົກຕິດກັບອຳເພີເຂັມມະລາດ (ປະເທດໄທ) ເຊິ່ງມີນ້ຳຂອງໄຫຼຜ່ານ. ເມືອງ ສອງຄອນ ມີແມ່ນ້ຳສາຍຫຼັກ ແມ່ນ້ຳຂອງ, ນໍ້າເຊບັງຫຽງ, ເຊຈໍາພອນ, ເຊບັງນວນ, ຫ້ວຍ, ຮ່ອງ ແລະ ໜອງທໍາມະຊາດ. ເມືອງ ສອງຄອນ ປະກອບມີ 12 ກູ່ມບ້ານ ໃນນັ້ນມີ 95 ບ້ານ ( ມີ 1 ຈຸດສຸມຂອງແຂວງ ). ມີພົນລະເມືອງ 104.081 ຄົນ ( ປີ 2019 )

ເມືອງ ສອງຄອນ ຈັດຢູ່ໃນເຂດທົ່ງພຽງ ເນື້ອທີ່ທັງໝົດ 152,639 ຮຕ, ເນື້ອທີ່ນາ 13,547.16 ຮຕ,​ເນື້ອທີ່ປ່າ 94,235 ຮຕ.

ແຮງງານ ( 15 ປີ - 64 ປີ ) 72,082 ຄົນ

1. ດ້ານກະສິກໍາ-ປ່າໄມ້:[ດັດແກ້]
  • ໃນປີ 2019 ທົ່ວເມືອງມີເນື້ອທີ່ເກັບກ່ຽວເຂົ້າລວມທັງໝົດ 31.547,16 ເຮັກຕາ, ໃນນັ້ນ: ນາແຊງ 4.300 ເຮັກຕາ, ສະມັດຕະພາບສະເລ່ຍ 4,56 ໂຕນ/ເຮັກຕາ; ນາປີ 27.247,16 ເຮັກຕາ, ສະມັດຕະພາບສະເລ່ຍ 3,86 ໂຕນ/ເຮັກຕາ .
  • ການປູກພືດເປັນສິນຄ້າຕົ້ນຕໍພາຍໃນເມືອງປະກອບມີ: ສາລີ, ຝ້າຍ, ມັນດ້າງ, ເຜືອກ, ໝາກເຜັດ, ໝາກເຂືອ, ໝາກຖົ່ວ, ໝາກເລັ່ນ, ຜັກຕ່າງໆ, ໝາກໂມ, ໝາກແຕງ, ໝາກຫຸ່ງ, ໝາກກ້ວຍ, ອ້ອຍ, ຄາມ ແລະ ໝາກໄມ້ກິນໝາກ.
  • ສ່ວນການງານລ້ຽງສັດ ແລະ ການປະມົງແມ່ນເລັ່ງໃສ່ການລ້ຽງ ຄວາຍ, ງົວ, ໝູ, ແບ້ ແລະ ສັດປີກ ເປັນຫຼັກ.
  • ທົ່ວເມືອງມີລະບົບຊົນລະປະທານ 15 ແຫ່ງ, ສາມາດຫົດເນື້ອທີ່ໄດ້ທັງໝົດ 4.700 ເຮັກຕາ, ປະຈຸບັນນໍາໃຊ້ໄດ້ 12 ແຫ່ງ, ສາມາດຫົດເນື້ອທີ່ການຜະລິດໃນລະດູແລ້ງ ແລະ ລະດູຝົນໄດ້ 4.500 ເຮັກຕາ.
  • ທົ່ວເມືອງມີປ່າສະຫງວນແຫ່ງຊາດ 1 ແຫ່ງ ນອນໃນ 2 ບ້ານ ມີເນື້ອທີ່ 4.500 ເຮັກຕາ ປ່າສະຫງວນແຫ່ງຊາດເຊບັ້ງນວນ ແລະ ປ່າສະຫງວນຂອງເມືອງມີ 05 ແຫ່ງ, ມີປ່າຜະລິດແຫ່ງຊາດ 1 ແຫ່ງ (ປ່າຜະລິດດົງສີທວນ) ນອນໃນ 22 ບ້ານ ມີເນື້ອທີ 49.171 ເຮັກຕາ.
2. ດ້ານອຸດສາຫະກໍາ-ການຄ້າ:[ດັດແກ້]

ປະຈຸບັນມີໂຮງງານອຸດສາ ຫະກໍາປຸງແຕ່ງທັງໝົດ 361 ແຫ່ງ, ໃນນັ້ນ: ຂັ້ນແຂວງຄຸ້ມຄອງ 63 ແຫ່ງ ແລະ ຂັ້ນເມືອງຄຸ້ມຄອງ 298 ແຫ່ງ.

3. ດ້ານໂຍທາທິການ-ຂົນສົ່ງ:[ດັດແກ້]

ທົ່ວເມືອງມີເສັ້ນທາງທັງໝົດ 82 ເສັ້ນ, ລວງຍາວ 599 ກິໂລແມັດ, ໃນນັ້ນ: ທາງຫຼວງແຫ່ງຊາດ 1 ເສັ້ນ, ທາງຫຼວງຂອງແຂວງ 3 ເສັ້ນ, ເສັ້ນທາງລະຫວ່າງບ້ານຕໍ່ບ້ານ 78 ເສັ້ນ.

4. ດ້ານການທ່ອງທ່ຽວ:[ດັດແກ້]

ທົ່ວເມືອງມີແຫຼ່ງທ່ອງທ່ຽວ 17 ແຫ່ງ, ໃນນັ້ນ: ແຫຼ່ງທ່ອງທ່ຽວທາງວັດທະນະທຳ 7 ແຫ່ງ (ພະທາດອຸມຸງ, ກຸ່ມການຕໍ່າແຜ່ນຍ້ອມສີທໍາມະຊາດຂອງຊາວບ້ານ, ຖໍ້າພະແສງຈັນ, ຂຸມສົມບັດ, ວັດໃຫຍ່, ວັດປ່າຕາດສາຍຄຳ, ທ່າພູລານ), ແຫຼ່ງທ່ອງທ່ຽວທາງທໍາມະຊາດ 10 ແຫ່ງ (ກົງພະນັງ, ຫາດຊາຍຂາວລະຫານ້ຳ, ຫາດຊາຍຂາວບ້ານແກ້ງໂດນ, ແກ້ງອາຮົງ, ແກ້ງຂະແຍງ, ຖ້ຳເສືອ, ຖ້ຳເຈຍ, ຖ້ຳແປະ, ຮຸ່ງຜາໄດ ຜາແດງ, ດ່ານຮັງ ຖ້ຳໝາແດງ).

  • GDP ( ປີ 2019 ) 1,498.12 ຕື້ກີບ
  • ລາຍຮັບສະເລ່ຍຕໍ່ຫົວຄົນ ( ປີ 2019 ) 1,766 USD17
  • ປະລິມານນ້ຳຝົນຕໍ່ປີ 1781,7 ມມ