Jump to content

ຜູ້ໃຊ້:ລ໑໑

ຈາກ ວິກິພີເດຍ

ວັທນະທັມແມ່ນຫຍັງ? ຄໍາວ່າ “ວັທນະທັມ” ມາຈາກມາຈາກພາສາສັນສະກຣິດວ່າ“ວັທນາ”ທີ່ແປວ່າ“ຄວາມ ຈະເຣີນ” ແລະຄໍາວ່າ“ທັມ”ແປວ່າ“ຄວາມດີ” ເມື່ອຮວມສອງຄໍາເຂົ້າກັນຈຶ່ງໄດ້ຄວາມວ່າວັດທະ ນະທັມຫຼືວັທນະທັມ ມີຄວາມໝາຍວ່າ “ຄວາມດີອັນຈະທໍາໃຫ້ເກີດສິ່ງງອກງາມເປັນລະບຽບ ແບບແຜນຮຽບຮ້ອຍ”, ເປັນຮູບແບບເປັນໂຄງສ້າງໃນທາງສັນຍາລັກທີ່ທໍາໃຫ້ກິດຈະກໍານັ້ນໆ ມີຄວາມສໍາຄັນໃນວິຖີຊີວິດ ເປັນພຶດຕິກັມທີ່ຜູ່ຄົນໃນສັງຄົມນັ້ນສ້າງຂຶ້ນມາຈາກການຮຽນຮູ້ໃນ ການຢູ່ຮ່ວມກັນ ວັທນະທັມຈຶ່ງເປັນວິຖີຂອງໝູ່ຄະນະ ເປັນລັກສະນະທີ່ສະແດງເຖິງຄວາມດີ ງາມ ຄວາມເປັນລະບຽບຮຽບຮ້ອຍແລະຄວາມນິຍົມກົມກຽວຂອງໝູ່ຄະນະກໍຄືສັງຄົມນັ້ນໆ ປະເທດຊາດບ້ານເມືອງນັ້ນໆ ແລ້ວກາຍມາເປັນເອກະລັກເປັນລະບົບສິລທັມອັນດີງາມຂອງ ປະຊາຊົນສືບຕໍ່ກັນມາ, ວັທນະທັມຈຶ່ງມີຄວາມໝາຍກ້ວາງຂວາງຮວມເອົາທຸກຮີດຄອງປະເພນີ ແລະຂະນົບທໍານຽມຕລອດຄວາມນິຍົມທີ່ມີຢູ່ໃນສັງຄົມນັ້ນທັງໝົດ ເຊິ່ງສະແດງອອກໃນຫຼາຍ ດ້ານເຊັ່ນພາສາການປາກເວົ້າ ການນຸ່ງຖື ຈິດຕະກັມ ດົນຕຣີ ການບໍລິໂພກ ແລະອື່ນໆ. ປະເພນີແມ່ນພຶດຕິກັມທີ່ທໍາມາຢ່າງຕໍ່ເນື່ອງຈົນກາຍເປັນແບບແຜນທີ່ປະຕິບັດສືບຕໍ່ ກັນມາຈົນເປັນເອກະລັກ ເປັນສິ່ງທີ່ສັງຄົມຍຶດຖື ສະນັ້ນຈຶ່ງເປັນສິ່ງສໍາຄັນຕໍ່ສັງຄົມ, ແລະເປັນ ສິ່ງທີ່ຄົນໃນສັງຄົມຕ້ອງນັບຖື ຖ້າປະຕິບັດນອກແບບແຜນກໍຖືວ່າຜິດປະເພນີດັ່ງນີ້ເປັນຕົ້ນ. ຮີດຄອງປະເພນີ ເປັນຄໍາທີ່ເຮົາມັກໄດ້ຍິນໂດຍຮວມເອົາທັງສອງຄໍານີ້ເຂົ້າກັນ ບາງ ຄົນກໍແຍກບໍ່ອອກວ່າ“ປະເພນີ”ກັບ“ຮີດຄອງ”ອັນໃດສໍາຄັນກວ່າກັນ, ຖ້າຈະເວົ້າຕາມຄວາມ ໝາຍທາງຕົວອັກສອນແລະທາງພາກປະຕິບັດແລ້ວແມ່ນຄວາມໝາຍອັນດຽວກັນ ເພາະຄໍາ ວ່າຮີດກັບຄອງກໍແມ່ນໝາຍເຖິງວິຖີການປະຕິບັດແບບແຜນການປະຕິບັດຫຼືຖືປະຕິບັດມາຈົນ ກາຍເປັນແບບແຜນນັ້ນເອງ. ຄໍາວ່າ“ຮີດ”ມາຈາກພາສາບາລີວ່າ“ຈາຣິຕຕະ” ແປວ່າຂໍ້ປະຕິບັດອັນດີງາມ ຫຼືແບບ ແຜນປະຕິບັດສືບຕໍ່ກັນມາຍາວນານ, ແຕ່ຄົນລາວເຮົາມັກເວົ້າງ່າຍໆວ່າ“ຮີດ”ແລ້ວກໍປະສົມຄໍາ ວ່າ“ຄອງ”ໃສ່ກັນເພາະຄ່ອງປາກ, ຈາຣິຕຕະຫຼີຮີດນີ້ກໍເປັນແບບແຜນທີ່ມີຄວາມສໍາຄັນເທົ່າກັບ ເປັນກົດທາງສິລທັມຂອງສັງຄົມທີ່ຕ້ອງເຄົາຣົບນັບຖືຢ່າງເຄັ່ງຄັດ ຖ້າທໍາຜິດກໍຈະຖືກລົງໂທດ ຈາກສັງຄົມແລະບໍ່ສາມາດຢູ່ຮ່ວມສັງຄົມນັ້ນໄດ້ ບາງເລື່ອງເຊື່ອວ່າການທໍາຜິດນັ້ນບໍ່ແມ່ນແຕ່ ຜູ່ທີີ່ກະທໍາເທົ່ານັ້ນທີ່ໄດ້ຮັບໂທດ ແຕ່ຍັງມີຜົນໃຫ້ສັງຄົມໄດ້ຮັບໂທດດ້ວຍ ເຊັ່ນການທໍາຜິດຮີດ ຄອງບາງຢ່າງເຮັດໃຫ້ບ້ານເມືອງເກີດອາເພດເຫດຮ້າຍໄພພິບັດຕ່າງໆເກີດຂຶ້ນດັ່ງນີ້ເປັນຕົ້ນ. ຂະນົບທໍານຽມ ແມ່ນວິຖີທາງການປະຕິບັດຕາມວັທນະທັມຂອງສັງຄົມນັ້ນ ເປັນຂໍ້ ປະຕິບັດຫຍ່ອຍທີ່ເວົ້າລະອຽດແຕ່ລະປະເພດເປັນສິ່ງທີ່ຄວນນັບຖືປະຕິບັດ, ຄໍາວ່າ“ຂະນົບ”ຫຼື “ຂນົບ”ມາຈາກພາສາຂະແມແປວ່າ ພັບໄວ້ ຫໍ່ໄວ້ ສິ່ງທີ່ຢູ່ໃນພົກໃນຫໍ່, ສ່ວນຄໍາວ່າທໍານຽມແມ່ນພາສາຕະກຸນລາວໄທທີ່ໝາຍເຖິງສິ່ງທີ່ນິຍົມປະຕິບັດໃນກຸ່ມຊົນໜຶ່ງໆ ເຊັ່ນທໍານຽມການ ຕ້ອນຮັບຂັບສູ່ ທໍານຽມການນອບນ້ອມຖ່ອມຕົນດັ່ງນີ້ເປັນຕົ້ນ ຖ້າທໍາຜິດກໍຈະຖືກຕິສິນນິນທາ ແຕ່ກໍບໍ່ເປັນຄວາມຜິດອັນຮ້າຍແຮງ. ດັ່ງນັ້ນ ຮີດຄອງປະເພນີແລະຂະນົບທໍານຽມຕ່າງໆອັນເປັນວິຖີຊີວິດທີ່ຖືປະຕິບັດກັນ ມາແຕ່ບູຮານນີ້ຈຶ່ງເປັນມໍລະດົກທາງວັທນະທັມອັນລໍ້າຄ່າຂອງບັນພະຊົນລາວເຮົາທີ່ໄດ້ສ້າງມາ ເປັນເວລາອັນຍາວນານແລະໄດ້ຕົກທອດມາເຖິງຍຸກຂອງພວກເຮົາ ຈຶ່ງເປັນສິ່ງດີງາມທີ່ພວກ ເຮົາຄວນຮູ້ໄວ້ແລະເຂົ້າໃຈ ເພື່ອຖືປະຕິບັດເປັນແບບຢ່າງໃຫ້ແກ່ລູກຫຼານ ເພື່ອຊ່ວຍກັນອະນຸ ທອດຕໍ່ໄປ ໃຫ້ເປັນສົມບັດຄູ່ຊາດບ້ານເມືອງໄປນານແສນນານ. ( ໂດຍ: ລ໑໑ )