ຜູ້ໃຊ້:ພຣະ ໄຊຍະເດຊ ວົງໂສພາ

ຈາກ ວິກິພີເດຍ

ນັບວ່າເປັນໂອກາດທີ່ດີຢ່າງຍິ່ງ ທີ່ຄົນລາວເຮົາມີຖານຂໍ້ມູນຂ່າວສານທາງອິນເຕີເນັດ ເພື່ອຈະໄດ້ມີແຫຼ່ງສະຫນອງຂໍ້ມູນຂ່າວສານທີ່ຈຳເປັນ ສຳຫຼັບການຄົ້ນຄວ້າສຶກສາຮ່ຳຮຽນ ຈຸດປະສົງຂອງຂ້າຂ້າພະເຈົ້າ ຫຼືອາຕະມາ ໄດ້ເຂົ້າມາຊົມໃຊ້ນີ້ ກໍ່ເພື່ອຢາກປະກອບສວ່ນຂໍ້ມູນທີ່ສຳຄັນໃນທາງພຣະພຸດທະສາສນາ ເພື່ອໃຫ້ພຸດທະສາສະນິກະຊົນ ຊາວພຸດລາວໄດ້ມີໂອກາດອ່ານ ແລະຮຽນຮູ້ ເຂົ້າໃຈພຣະພຸດທະສາສນາໃຫ້ຫຼາຍຂື້ນ ການຖ່າຍທອດຂໍ້ມູນແມ່ນຈະໄດ້ນຳມາຈາກປະສົບການສຶກສາຮ່ຳຮຽນທາງພ ຣະພຸດທະສາສນາ ແລະຈາກການແປ ການຄົ້ນຄວ້າຕື່ມ ໃຫ້ເປັນສຳນວນພາສາລາວທີ່ອ່ານແລ້ວເຂົ້າໃຈອ່ານ ສາມາດນຳໄປອ້າງອີງໄດ້.

ເພື່ອເຮັດໃຫ້ການຂີດຂຽນ ມີປະສິດທິພາບດີຂື້ນ ຜູ້ຂຽນຈະນຳສະເຫນີຜົນງານການຂຽນທີ່ພິຖີພຶຖັນ ຖືກຕ້ອງ ຊັດເຈນ ສາມາດນຳເອົາໄປປະຕິບັດ ແລະອ້າງອີງໃຫ້ເກີດປະໂຫຍດໄດ້ ໂດຍບໍຕ້ອງສົງໃສ.