ປຽບທຽບສັນຍາແບບມາດຈະຖານ CIF, FOB & CFR
1. ຄວາມຮູ້ທົ່ວໄປກ່ຽວກັບສັນຍາມາດຕະຖານ ສັນຍາມາດຕະຖານ (Incoterms) ເປັນພຽງຖ້ອຍຄຳໃນທາງການຄ້າລະຫວ່າງປະເທດ ( International Commercial Terms) ດັ່ງນັ້ນຈິ່ງມີຊື່ທີ່ເອີ້ນກັນທົ່ວໄປວ່າ “Incoterms” ຖ້ອຍຄຳນີ້ແຕ່ລະຄຳຈະກຳນົດຢ່າງຊັດເຈນວ່າ ພັນທະກໍລະນີເປັນຜູ້ຊື້? ແລະໃນທາງຕ່າງຕອບແທນ ພັນທະກໍລະນີໃດຕົກເປັນຂອງຜູ້ຂາຍ? ເປັນທີ່ຮູ້ກັນວ່າ ສັນຍາມາດຕະຖານ ເປັນກົດໝາຍຂອງພໍ່ຄ້າ ( Mercantile Law ໃນພາສາອັງກິດ ຫຼື Droit desmarchandes, ໃນພາສາຝຣັ່ງຊຶ່ງມັກຈະຖືກເອີ້ນວ່າ “Lex Mercatoria” ຈາກນັກກົດໝາຍທຸລະກິດລະຫວ່າງປະເທດ), ສັນຍາມາດຕະຖານ (Incoterms) ຈຶ່ງເປັນສະເໝືອນພາສາສາກົນສຳຫຼັບພໍ່ຄ້າລະຫວ່າງປະເທດ ເຊິ່ງເວົ້າພາສາຕ່າງກັນ ຕົກຢູ່ພາຍໃຕ້ກົດໝາຍຂອງລັດທີ່ແຕກຕ່າງກັນ ຫຼືມີທຳນຽມປະຕິບັດທາງການຄ້າທີ່ແຕກຕ່າງກັນ. ສັນຍາມາດຕະຖານ ຖືກສ້າງຂຶ້ນຈາກທາງປະຕິບັດໃນທາງການຄ້າລະຫວ່າງປະເທດ ສັນຍາມາດຕະຖານ ຈຶ່ງເປັນຜົນງານສ້າງສັນຂອງນັກກົດໝາທີ່ສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຂອງສັງຄົມ, ເປັນຜົນງານທີ່ນັກກົດໝາຍສ້າງຂຶ້ນເພື່ອແກ້ປັນຫາຂອງນັກທຸລະກິດລະຫວ່າງປະເທດ, ເປັນຜົນງານຂອງຫໍການຄ້າລະຫວ່າງປະເທດທີ່ເຮັດຂຶ້ນໃນປີ ຄ.ສ 1936 ແລະ ເພື່ອໃຫ້ເທັກນິກນີ້ທັນຕໍ່ການພັດທະນາຕໍ່ການຄ້າລະຫວ່າງປະເທດ ຫໍການຄ້າລະຫວ່າງປະເທດກໍ່ໄດ້ປັບປຸງແກ້ໄຂເປັນໄລຍະໆ ສະເໝີມາການແກ້ໄຂຄັ້ງສຸດທ້າຍໃນປີ ຄ.ສ 2010.
2. ຄວາມສຳຄັນຂອງສັນຍາມາດຕະຖານ ໃນການເຮັດສັນຍາຊື້-ຂາຍສິນຄ້ານັ້ນ ການກຳນົດລາຄາຊື້ຂາຍເທົ່ານັ້ນບໍ່ໄດ້ເຮັດສັນຍາຊື້ຂາຍສຳຫຼິດຜົນ ມີຂໍ້ເທັດຈິງທີ່ຈະຕ້ອງຕົກລົງກັນອີກ ກ່າວຄື ພາລະໜ້າທີ່ໃນການຂົນສົ່ງສິນຄ້າຈາກຜູ້ຂາຍໄປຫາຜູ້ຊື້ ພາລະໜ້າທີ່ໃນການປະກັນໄພສິນຄ້າໃນຄະນະຂົນສົ່ງສະຖານທີ່ທີ່ຜູ້ຂາຍຈະຕ້ອງສົ່ງມອບສິນຄ້າໃຫ້ແກ່ຜູ້ຊື້ ແລະ ປັນຫານີ້ຈະທະວີຫຼາຍຂຶ້ນ ຫາກສັນຍາຊື້ຂາຍມີລັກສະນະຂ້າມຊາດ ຫຼາຍປັນຫາເປັນເລື່ອງທີ່ສຳຄັນຢ່າງຍິ່ງທີ່ຄູ່ສັນຍາຈະຕ້ອງຮູ້ເຊັ່ນ: ໃນປະການທຳອິດ ພາລະຫນ້າທີ່ໃນການຂົນສົ່ງສິນຄ້າຈາກຜູ້ຂາຍໄປຫາຜູ້ຊື້ ແລະ ການປະກັນໄພສິນຄ້າໃນຄະນະຂົນສົ່ງກາຍເປັນພາລະທີ່ສຳຄັນຫຼາຍ ເພາະຄ່າໃຊ້ຈ່າຍນີ້ມີມູນຄ່າສູງຫຼາຍ ແຕ່ກໍ່ມັກຈະເປັນປັນຫາຂຶ້ນວ່າ ຄູ່ສັນຍາຝ່າຍໃດຈະເປັນຜູ້ແບກຮັບຄ່າໃຊ້ຈ່າຍນີ້ ຄ່າໃຊ້ຈ່າຍນີ້ຈະເປັນຂອງຜູ້ຊື້ ຫຼື ຜູ້ຂາຍ ຖ້າຄ່າໃຊ້ຈ່າຍນີ້ເປັນຂອງຜູ້ຂາຍ ລາຄາສິນຄ້າກໍ່ຈະສູງຂຶ້ນໄປ ຖ້າຄ່າໃຊ້ຈ່າຍນີ້ເປັນຂອງຜູ້ຊື້ລາຄາສິນຄ້າກໍ່ຈະມາຈາກມູນຄ່າຂອງວັດຖຸດິບ ແລະ ການຜະລິດເທົ່ານັ້ນ. ນອກຈາກນັ້ນ ຄວາມສ່ຽງໄພກໍ່ເປັນເລື່ອງທີ່ສຳຄັນຫຼາຍໃນສັນຍາຊື້ຂາຍມີລັກສະນະຂ້າມຊາດ ຂະນະທີ່ສິນຄ້າກຳລັງເດີນທາງ ການຈະຊີ້ວ່າໄພໃນສິນຄ້າຕົກເປັນຂອງຜູ້ຊື້ ຫຼື ຜູ້ຂາຍຈຶ່ງເປັນເລື່ອງທີ່ສຳຄັນໃນເວລາທີ່ຜິດພາດກັນ ຫຼື ປັນຫາເອກະສານທີ່ວ່າ ເອກະສານໃດແດ່ຈະຕ້ອງສົ່ງມອບຕໍ່ກັນໃນການສົ່ງມອບສິນຄ້າກໍ່ສຳຄັນຫຼາຍ ການສົ່ງມອບສິນຄ້າທີ່ຂົນສົ່ງຂ້າມຊາດໂດຍສ່ວນໃຫຍ່ຜູ້ຊຶ້ຈະບໍ່ອາດກວດສອບຕົວສິນຄ້າໄດ້ເອງ ການຈະຮູ້ວ່າສິນຄ້າຕົງຕາມສັນຍາ ຫຼື ບໍ່? ຈະຕ້ອງກວດສອບຈາກເອກະສານທີ່ສະແດງເຖິງການກວດສອບສິນຄ້າຂອງຜູ້ທີ່ມີໜ້າທີ່ກວດສອບຄຸນນະພາບຂອງສິນຄ້າ ການຊຳລະເງິນຂອງຜູ້ຊື້ກໍ່ຂຶ້ນຢູ່ກັບຄວາມຄົບຖ້ວນຂອງເອກະສານທີ່ສົ່ງມອບ ປັນຫາທີ່ຈະຕ້ອງຕອບກໍ່ຄື ເອກະສານໃດແດ່ທີ່ຈະຕ້ອງສົ່ງມອບຕໍ່ກັນ? ໃນທ້າຍທີ່ສຸດ ປັນຫາທີ່ຜູ້ປະກອບການຄ້າລະຫວ່າງປະເທດຈະຕ້ອງປະເຊີນກໍ່ຄື ຄວາມແຕກຕ່າງຂອງກົດໝາຍ ຂອງລັດທີ່ເຂົ້າມາກ່ຽວຂ້ອງກັບສັນຍາຊື້ຂາຍສິນຄ້າລະຫວ່າງປະເທດ. ຂໍໃຫ້ສັງເກດວ່າ ໃນສັນຍາຊື້ຂາຍທີ່ບໍ່ມີລັກສະນະລະຫວ່າງປະເທດ ການທີ່ຜູ້ຊື້ ແລະ ຜູ້ຂາຍບໍ່ໄດ້ລະບຸລາຍລະອຽດກ່ຽວກັບການຂົນສົ່ງ ການປະກັນໄພ, ການສ່ຽງໄພ ແລະ ສະຖານທີ່ສົ່ງມອບ ບໍ່ແມ່ນປັນຫາທີ່ຮ້າຍແຮງ ເພາະກົດໝາຍທີ່ກ່ຽວຂ້ອງກັບສັນຍາມີພຽງກົດໝາຍດຽວ ແລະ ກົດໝາຍແພ່ງ ແລະ ພານິດຂອງທຸກປະເທດກໍກຳນົດພາະລໜ້າທີ່ຂອງລູກໜີ້ ແລະ ເຈົ້າໜີ້ໃນສັນຍາຊື້ຂາຍເມື່ອຄູ່ສັນຍາບໍ່ໄດ້ສະແດງເຈດຕະນາໂດຍສະເພາະເຈາະຈົງໄວ້ທັງນັ້ນ ແລະ ເມື່ອມີກົດໝາຍກົດໝາຍດຽວທີ່ມີຜົນຕໍ່ສັນຍາ ຄູ່ສັນຍາຈຶ່ງບໍ່ມີປັນຫາໃນການຮູ້ເຖິງສິດໜ້າທີ່ຂອງຕົນໃນສັນຍາ ການກຳນົດລາຍລະອຽດກ່ຽວກັບຜົນຂອງສັນຍາຈຶ່ງບໍ່ສຳຄັນເທົ່າໃດສຳຫຼັບຄູ່ສັນຍາ. ຕົວຢ່າງ: ສັນຍາຊື້ຂາຍລະຫວ່າງນາງສາວເມ ຊຶ່ງມີສັນຊາດໄທ ແລະ ມີພູມລຳເນົາໃນປະເທດໄທ ແລະ ຮ້ານນຳສິນຄ້າທີ່ເປັນນິຕິບຸກຄົນຕາມກົດໝາຍໄທ ແລະ ມີສຳນັກງານຢູ່ປະເທດໄທ ໂດຍມີການເຮັດສັນຍາທີ່ປະເທດໄທ ແລະ ສິນຄ້າທີ່ຕົກລົງຊື້ຂາຍກັນກໍ່ຕັ້ງຢູ່ໃນປະເທດໄທ ທັງການສົ່ງມອບກໍ່ເຮັດສັນຍາໃນປະເທດໄທ ຈະເຫັນວ່າ ສັນຍານີ້ຈຶ່ງມີຈຸດເກາະກ່ຽວແຕ່ພຽງກັບປະເທດໄທ ດັງນັ້ນ ສິດໜ້າທີ່ຂອງນາງສາວເມ ແລະ ຮ້ານນຳສິນຄ້າຕາມສັນຍາຊື້ຂາຍຈຶ່ງຕົກຢູ່ພາຍໃຕ້ກົດໝາຍໄທ ກ່າວຄື ປະມວນກົດໝາຍແພ່ງ ແລະ ພານິດວ່າດ້ວຍຊື້ຂາຍ ຄູ່ສັນຍາຈຶ່ງບໍ່ມີປັນຫາໃນການຮູ້ເຖິງສິດໜ້າທີ່ຂອງຕົນໃນສັນຍາ ເຖິງວ່າຄູ່ສັນຍາບໍ່ໄດ້ກຳນົດລາຍລະອຽດກ່ຽວກັບສິດໜ້າທີ່ຂອງຕົນ. ໃນສັນຍາເອົາໄວ້ໃນສັນຍາ ສິດໜ້າທີ່ຂອງນາງສາວເມ ແລະ ຮ້ານນຳສິນກໍ່ຈະເປັນໄປຕາມກຳນົດຂອງປະມວນກົດໝາຍແພ່ງ ແລະ ພານິດວ່າດ້ວຍຊື້ຂາຍ ແລະ ນາງສາວເມ ແລະ ຮ້ານນຳສິນກໍ່ຍ່ອມຮູ້ເຖິງຂໍ້ກຳນົດດັ່ງກ່າວໄດ້ຢ່າງແນ່ນອນ ການກຳນົດລາຍລະອຽດກ່ຽວກັບຜົນຂອງສັນຍາຈຶ່ງບໍ່ສຳຄັນປານໃດ. ສຳຫຼັບຄູ່ສັນຍາໃນສັນຍາທີ່ມີລັກສະນະລະຫວ່າງປະເທດດັ່ງກ່າວມານີ້ ແຕ່ໃນກໍລະນີຂອງສັນຍາທີ່ມີລັກສະນະຂ້າມຊາດ ການປະຕິບັດການຕາມສັນຍາຈະມີລັກສະນະທີ່ຄູ່ສັນຍາຈະຕ້ອງປະຕິບັດການຂ້າມປະເທດກ່າວຄື ການສົ່ງມອບຂອງຊື້ຂາຍ ແລະ ການຊຳລະລາຄາຕໍ່ກັນຍ່ອມເຮັດໂດຍຄູ່ສັນຍາຢູ່ໃນປະເທດທີ່ແຕກຕ່າງກັນ ດັງນັ້ນປະເທດທີ່ເຂົ້າມາກ່ຽວຂ້ອງກັບສັນຍາຈຶ່ງມີຫຼາຍກວ່າປະເທດດຽວ ແລະ ການຈະຮູ້ວ່າມີປະເທດທີ່ກ່ຽວຂ້ອງທັງໝົດມີຈຳນວນເທົ່າໃດກໍ່ເປັນສິ່ງທີ່ລະບຸຢ່າງແນ່ນອນບໍ່ໄດ້ໃນບາງກໍລະນີ ເພາະຄູ່ສັນຍາໃນສັນຍາຊື້ຂາຍລະຫວ່າງປະເທດຍັງປ່ຽນແປງໄປໄດ້ໃນຊ່ວງເວລາທີ່ສືບຕໍ່ຈາກຊ່ວງທີ່ສັນຍາເກີດຂຶ້ນ ການຊື້ຂາຍອາດຈະບໍ່ແມ່ນການຊື້ມາຈຳໜ່າຍໃຫ້ຜູ້ບໍລິໂພກເອງ ແຕ່ເປັນການຊື້ມາຈຳໜ່າຍຕໍ່ ເຊັ່ນວ່າ: ບໍລິສັດແສງທອງຈຳກັດ ຊຶ່ງເປັນນີຕິບຸກຄົນໄທ ຊື້ສຸລາບໍລິສັດເລມີມາແຕງ ຊຶ່ງເປັນນິຕິບຸກຄົນຝຣັ່ງ ສັນຍານີ້ຈຶ່ງມີຄວາມກ່ຽວພັນໃນເວລາທີ່ເກີດຂຶ້ນຂອງສັນຍາກັບກົດໝາຍຂອງປະເທດໄທ ໃນຖານະຂອງກົດໝາຍຂອງລັດເຈ້າຂອງສັນຍາຂອງຜູ້ຊື້ ແລະ ກົດໝາຍຂອງປະເທດຝຣັ່ງໃນຖານະຂອງກົດໝາຍຂອງລັດເຈົ້າຂອງສັນຊາດຂອງຜູ້ຂາຍ ແຕ່ຄວາມແນ່ນອນທາງກົດໝາຍຍ່ອມຈະໝົດໄປຫາກສັນຍານີ້ເຮັດໃນທຸລະກິດທີ່ຜູ້ຊື້ບໍ່ໄດ້ຊື້ມາເພື່ອຂາຍປີກເອງ ໃນເວລາທີ່ສັນຍາເກີດ ຜູ້ຊື້ອາດຍັງບໍ່ຮູ້ວ່າຂາຍຕໍ່ໃຫ້ແກ່ໃຜ ຈາກຕົວຢ່າງເດີມ ຫາກບໍລິສັດແສງທອງຈຳກັດຂາຍສຸລາ ນັ້ນຕໍ່ໃຫ້ບໍລິສັດທອງຄຳດຳຈຳກັດຊຶ່ງເປັນນິຕິບຸກຄົນລາວ ສັນຍາຊື້ຂາຍທີ່ເກາະກ່ຽວກົດໝາຍໄທ ແລະ ຝຣັ່ງກໍ່ຈະປ່ຽນມາເກາະກ່ຽວກັບກົດໝາຍໄທ ແລະ ລາວແທນ ຈະເຫັນໄດ້ວ່າ ກົດໝາຍລາວເຂົ້າມາກ່ຽວຂ້ອງໃນສັນຍາໂດຍຜູ້ຂາຍບໍ່ອາດຮູ້ໄດ້ເລີຍວ່າ ກົດໝາຍນີ້ຈະເຂົ້າມາກ່ຽວຂ້ອງກັບສັນຍາຂອງຕົນ ແລະ ຕົນກໍ່ບໍ່ສາມາດຮູ້ໄດ້ວ່າ ສິດໜ້າທີ່ຂອງຕົນຕາມກົດໝາຍລາວນັ້ນເປັນແນວໃດໂດຍທັນທີ? ເພາະຄຳວ່າກົດ ໝາຍລາວໃນທີ່ນີ້ຄວາມໝາຍໃນເບື້ອງຕົ້ນເຖິງກົດໝາຂັດກັນຂອງລາວ ແລະ ກົດໝາຍນີ້ອາດຈະຊີ້ໄປໃຫ້ກ່ຽວຂ້ອງກັບກົດໝາຍອື່ນໆໄດ້ອີກ ນອກຈາກນັ້ນ ການທີ່ສິນຄ້າທີ່ເປັນສັງຫາລິມະຊັບ ຈຶ່ງເຄື່ອນທີ່ໄດ້ ແລະ ຈະຕ້ອງເຄື່ອນທີ່ຜ່ານພົມແດນຂອງນານາລັດ ຈຶ່ງເປັນໄປໄດ້ທີ່ສິນຄ້າຈະໄປຕົກຢູ່ໃນຖິ່ນທີ່ຜູ້ຊື້ ແລະ ຜູ້ຂາຍບໍ່ໄດ້ຄາດໝາຍເອົາໄວ້ມາກ່ອນ ກົດໝາຍຖິ່ນນັ້ນຈຶ່ງເຂົ້າມາກ່ຽວພັນຕົວຊັບສິນອັນເປັນວັດຖຸແຫ່ງການຊື້ຂາຍໄດ້ອີກ ຄວາມບໍ່ແນ່ນອນຂອງກົດໝາຍທີ່ເຂົ້າມາກ່ຽວພັນກັບສັນຍາຊື້ຂາຍທີ່ມີລັກສະນະຂ້າມຊາດຈຶ່ງເຮັດໃຫ້ຄູ່ສັນຍາມີຄວາມຈຳເປັນທີ່ຈະກຳນົດສິດໜ້າທີ່ຂອງຕົນໃນສັນຍາຊື້ຂາຍເອົາໄວ້ກ່ອນ ຕັ້ງແຕ່ເວລາທີ່ເຮັດສັນຍາການກຳນົດເຈດຕະນາເອາໄວ້ກ່ອນຂອງຄູ່ສັນຍາເປັນທາງອອກທີ່ດີ ແລະ ທາງປະຕິບັດຂອງນານາລັດກໍ່ຍອມຮັບເຈດຕະນາຂອງເອກະຊົນ ຄູ່ສັນຍາເທົ່າທີ່ບໍ່ຂັດຕໍ່ຫຼັກຄວາມສະຫງົບຮຽບຮ້ອຍຕາມກົດໝາຍຂອງຕົນ. ຫຼັກກົດໝາຍທີ່ຊື່ວ່າ “ຄວາມສັກສິດແຫ່ງການເຈດຕະນາຂອງເອກະຊົນ” ເປັນທີ່ຍອມຮັບຢ່າງບໍ່ມີຂໍ້ສົງໄສໃນທຸກໆປະເທດ ສິດໜ້າທີ່ຂອງຄູ່ສັນຍາໃນສັນຍາຊື້ຂາຍທີ່ກຳນົດເອາໄວ້ກ່ອນຕັ້ງແຕ່ເວລາທີ່ເຮັດສັນຍາ ກໍ່ຈະທອກມາເຖິງຜູ້ຮັບຊ່ວງສິດ ຫຼື ຜູ້ຮັບໂອນສິດ. ໃນສັນຍາຊື້ຂາຍ ເຖິງວ່າຜູ້ຮັບການສົ່ງມອບຊຶ່ງເຂົ້າມາສວມສິດຂອງຜູ້ຊື້ຈະປ່ຽນໄປຫຼາຍທອດຊ່ຳໃດກໍ່ຕາມ ສິດຂອງຜູ້ຂາຍກໍ່ຈະບໍ່ປ່ຽນແປງໄປແຕ່ໃນສັນຍາຊື້ຂາຍທີ່ມີລັກສະນະຂ້າມຊາດ ຜູ້ຊື້ ແລະ ຜູ້ຂາຍຈະຢູ່ຫ່າງກັນໂດຍໄລຍະທາງ ແລະ ໃນຫຼາຍກໍລະນີທີ່ມັກເກີດຂຶ້ນກໍ່ຄື: ການຕິດຕໍ່ລະຫວ່າງຜູ້ຊື້ ແລະ ຜູ້ຂາຍຈະເຮັດໂດຍຜ່ານນາຍໜ້າ ຫຼື ຕົວແທນ ການກຳນົດລາຍລະອຽດຂອງສັນຍາຈຶ່ງເຮັດຂຶ້ນຢ່າງບໍ່ຄ່ອງຕົວປານໃດ ເພາະຈະຕ້ອງເຮັດໂດຍການສະແດງເຈດຕະນາຂອງບຸກຄົນຈຳນວນຫຼາຍທີ່ຢູ່ຫ່າງກັນ ແລະ ມັກຈະໃຊ້ພາສາຕ່າງກັນ. ສັນຍາມາດຕະຖານ ຈຶ່ງເປັນທາງອອກທີ່ຫໍການຄ້າຕົກລົງເລືອກຈຶ່ງມີປະໂຫຍດໃນທາງປະຕິບັດ ໂດຍບໍ່ມີສະຖານະບັງຄັບໃນຖານະຂອງກົດເກນຂອງກົດໝາຍແຕ່ຢ່າງໃດພໍ່ຄ້າໃນໂລກຕາເວັນຕົກ ແລະ ຕາເວັນອອກຕ່າງກໍ່ຍອມຮັບໃຊ້ ສັນຍາມາດຕະຖານ ພໍ່ຄ້າໄທເອງກໍ່ຍອມຮັບໃຊ້ ສັນຍາມາດຕະຖານ ໃນການປະກອບ ທຸລະກິດລະຫວ່າງປະເທດ ສ່ວນລັດນັ້ນເຖິງຈະບໍ່ຂັດຂວາງການໃຊ້ ສັນຍາມາດຕະຖານ ແທນກົດໝາຍຂອງລັດ ແຕ່ການຍອມຮັບ ສັນຍາມາດຕະຖານ ຂອງລັດກໍ່ຢູ່ໃນຂອບເຂດທີ່ຈຳກັດ.
3. ຈຸດປະສົງຂອງການສັນຍາມາດຕະຖານ ສັນຍາມາດຕະຖານມີວັດຖຸປະສົງເພື່ອກົດເກນ (Rule) ລະຫວ່າງປະເທດສຳຫຼັບການຕີຂໍ້ຄວາມການຄ້າ (Trade Terms) ທີ່ໃຊ້ກັນຫຼາຍໃນທາງການຄ້າລະຫວ່າງປະເທດ ທັງນີ້ເພື່ອແກ້ໄຂບັນຫາເຮື່ອງການຕີຄວາມທີ່ແຕກຕ່າງກັນກ່ຽວກັບຂໍ້ຕົກລົງນັ້ນໃນແຕ່ລະປະເທດ ຫຼື ຢ່າງໜ້ອຍກໍ່ໜ້າຈະຊ່ວຍຫຼຸດປັນຫາດັ່ງກ່າວເບື້ອງຕົ້ນໄດ້ ເນື່ອງຈາກຄູ່ສັນຍາໃນແຕ່ລະປະເທດອາດມີຄວາມເຂົ້າໃຈກ່ຽວກັບທາງປະຕິບັດໃນການຄ້າລະຫວ່າງປະເທດທີ່ແຕກຕ່າງກັນຊຶ່ງອາດນຳໄປສູ່ຂໍ້ຜິດພາດ (Dispute) ຫຼຶ ການຟ້ອງຄະດີ (Litigation) ໄດ້ຊຶ່ງເຮັດໃຫ້ເສຍເວລາ ແລະ ເສຍຄ່າໃຊ້ຈ່າຍຢ່າງບໍ່ອາດຫຼີກຫຼ່ຽງໄດ້ ເພື່ອລົດປັນຫາດັ່ງກ່າວ ICC ຈຶ່ງເຜີຍແຜ່ ສັນຍາມາດຕະຖານ ເພື່ອກຳນົດກົດເກນສຳຫຼັບການຕີຄວາມຂໍ້ຕົກລົງທາງການຄ້າລະຫວ່າງປະເທດໃຫ້ມີຄວາມຊັດເຈນຖືກຕ້ອງຕົງກັນ.
4. ປະຫວັດຄວາມເປັນມາຂອງສັນຍາມາດຕະຖານ ICC ເຜີຍແຜ່ ສັນຍາມາດຕະຖານ ເປັນຄັ້ງແລກໃນປີ ຄ.ສ 1936 ເພື່ອກຳນົດກົດເກນໃນການຕີຄວາມຂໍ້ຕົກລົງທາງການຄ້າລະຫວ່າງປະເທດຊຶ່ງເອີ້ນວ່າ Incoterms1936 ແລະ ມີການແກ້ໄຂເພີ່ມເຕີມໃນເວລາຕໍ່ມາເປັນໄລຍະໃນປີ ຄ.ສ 1953, 1967, 1976, 1980, 1990, 2000 ແລະ ຄັ້ງລ່າສຸດແມ່ນໃນປີ ຄ.ສ 2010 ຕາມລຳດັບ, ຊຶ່ງ ສັນຍາມາດຕະຖານ ປີ 2010 ນີ້ໃນຖືກນຳໃຊ້ໃນວັນທີ 1 ມັງກອນ ປີ 2011.
5. ເງື່ອນໄຂຂອງສັນຍາມາດຕະຖານ
ຂໍ້ກຳນົດໃນການສົ່ງມອບສິນຄ້າ ຫຼື ເງື່ອນໄຂການສົ່ງມອບສິນຄ້າ ສັນຍາມາດຕະຖານ ລະຫວ່າງຜູ້ຊື້ກັບຜູ້ຂາຍທີ່ເປັນສາກົນ ຊຶ່ງກຳນົດຂຶ້ນໂດຍສະພາຫໍການຄ້ານານາຊາດ (International Chamber of Commerce) ເພື່ອໃຫ້ຄູ່ຄ້າທັງຜູ້ຊື້ ແລະ ຜູ້ຂາຍຮູ້ເຖິງຂອບເຂດຄວາມຮັບຜິດຊອບພາລະຄ່າໃຊ້ຈ່າຍ ແລະ ຄວາມສ່ຽງຕ່າງໆໂດຍຊ່ວຍໃຫ້ທັງສອງຝ່າຍທີ່ມີຄວາມແຕກຕ່າງທາງວັດທະນະທຳມີຄວາມເຂົ້າໃຈຕົງກັນ ໂດຍສັນຍາມາດຕະຖານປີ2010 (Incoterm 2010) ມີທັງໝົດ 11 ຮູບແບບເງື່ອນໄຂ ໂດຍແບ່ງຕາມຮູບແບບການຂົນສົ່ງເປັນ 2 ກຸ່ມຄື :
- ກຸ່ມທີໃຊ້ກັບການຂົນສົ່ງທຸກຮູບແບບ ຫຼື ຫຼາຍຮູບແບບປະກອບດ້ວຍ:
5.1 CIP – Carriage and Insurance Paid ເງື່ອນໄຂການສົ່ງມອບນີ້ ຜູ້ຂາຍຈະສິ້ນສຸດພາລະການສົ່ງມອບສິນຄ້າເມື່ອ ຜູ້ຂາຍໄດ້ສົ່ງມອບສິນຄ້າ ໃຫ້ຜູ້ຮັບຂົນສົ່ງທີ່ລະບຸໂດຍຜູ້ຊື້ ທີ່ ສະຖານທີ່ຂອງຜູ້ຮັບຂົນສົ່ງສິນຄ້າທີ່ເມືອງທ່າຕົ້ນທາງ ຜູ້ຂາຍເປັນຜູ້ຮັບຜິດຊອບໃນການເຮັດພິທີການສົ່ງອອກ ຈ່າຍຄ່າໃຊ້ຈ່າຍລະຫວ່າງຂົນສົ່ງສິນຄ້າ ແລະ ຄ່າປະກັນໄພຂົນສົ່ງສິນຄ້າ ເພື່ອຄຸ້ມຄອງຄວາມສ່ຽງໄພໃນການຂົນສົ່ງສິນຄ້າຈົນເຖິງມືຜູ້ຊື້ໃຫ້ແກ່ຜູ້ຊື້ອີກດ້ວຍ 5.2 CPT - Carriage Paid To ເງື່ອນໄຂ ການສົ່ງມອບນີ້ ຜູ້ຂາຍຈະສິ້ນສຸດພາລະການສົ່ງມອບສິນຄ້າ ເມື່ອຜູ້ຂາຍໄດ້ສົ່ງມອບສິນຄ້າ ໃຫ້ຜູ້ຮັບຂົນສົ່ງທີ່ລະບຸໂດຍຜູ້ຊື້ ທີ່ສະຖານທີ່ຂອງຜູ້ຮັບຂົນສົ່ງສິນຄ້າທີ່ເມືອງຕົ້ນທາງ ຜູ້ຂາຍເປັນຜູ້ຮັບຜິດຊອບໃນການ ເຮັດພິທີການສົ່ງອອກ ແລະ ຈ່າຍຄ່າລະຫວ່າງຂົນສົ່ງສິນຄ້າສ່ວນຄ່າໃຊ້ຈ່າຍອື່ນໆ ລວມທັງຄວາມສ່ຽງໄພ ໃນການຂົນສົ່ງເປັນພາລະ ຂອງຜູ້ຊື້ໃນທັນທີທີ່ສິນຄ້າຖືກສົ່ງ ມອບໃຫ້ແກ່ຜູ້ຮັບຂົນສົ່ງສິນຄ້າທີ່ເມືອງຕົ້ນທາງ. 5.3 DAP - Delivered At Place ເປັນເງື່ອນໄຂໃໝ່ແທນ DAF (Delivered At Frontier), DES (Delivery Ex Ship), DEQ (Delivered Ex Quay) ແລະ DDU (Delivered Duty Unpaid) ຊຶ່ງທາງຫໍການຄ້ານານາຊາດເຫັນວ່າ ເງື່ອນໄຂທັງສີ່ເງື່ອນໄຂດັ່ງກ່າວຂ້ອນຂ້າງຄ້າຍກັນຫຼາຍແຕກຕ່າງກັນເລັກນ້ອຍ ຈຶ່ງຍຸບລວມກັນເພື່ອໃຫ້ເກີດຄວາມສະດວກຍິ່ງຂຶ້ນ ແລະ ຕາມຂໍ້ມູນເບື້ອງຕົ້ນ ຜູ້ຂາຍຕາມເງື່ອນໄຂ DAP ຈະຕ້ອງຮັບຜິດຊອບໃນຄ່າໃຊ້ຈ່າຍຕ່າງໆ ຍົກເວັ້ນຄ່າພາສີ ແລະ ພິທີການນຳເຂົ້າ ແລະ ຕ້ອງຮັບຄວາມສ່ຽງໄພຈົນສິນຄ້າເຖີງຈຸດໝາຍປາຍທາງ. 5.4 DAT - Delivered At Terminal ເປັນເງື່ອນໄຂໃໝ່ແທນ DEQ (Delivered Ex Quay) ຈາກຂໍ້ມູນເບື້ອງຕົ້ນ ເງື່ອນໄຂ DAT ສາມາດໃຊ້ກັບການຂົນສົ່ງແບບໃດກໍ່ໄດ້ລວມທັງໃຊ້ໄດ້ກັບການຂົນສົ່ງທີ່ຕ້ອງໃຊ້ທັງສອງ ໂໝດ ສຳຫຼັບການສົ່ງມອບສິນຄ້ານັ້ນ ຖືວ່າຜູ້ຂາຍໄດ້ສົ່ງມອບສິນຄ້າ ເມື່ອມີການຂົນຖ່າຍສິນຄ້າລົງຈາກຍານພາຫະນະທີ່ບັນທຸກ ໄປໄວ້ສະຖານທີ່ທີ່ຜູ້ຊື້ຈັດໄວ້ໃຫ້ ຢ່າງເຊັ່ນ: ອາຄານຂົນຖ່າຍສິນຄ້າ ໃນທ່າເຮືອ ຫຼື ປາຍທາງຕາມທີ່ລະບຸໄວ້. - ກຸ່ມທີ່ໃຊ້ການຂົນສົ່ງທາງທະເລ ແລະ ການຂົນສົ່ງທາງນ້ຳປະກອບດ້ວຍ:
6. ຂອບເຂດການບັງຄັບໃຊ້ຂອງສັນຍາມາດຕະຖານ ຕາມທີ່ກ່າວໄປແລ້ວວ່າ ສັນຍາມາດຕະຖານບໍ່ແມ່ນກົດໝາຍທັງກົດພາຍໃນ ແລະ ກົດລະຫວ່າງປະເທດຈຶ່ງບໍ່ມີຜົນບັງຄັບກັບສັນຍາໂດຍຕົງ ໂດຍສັນຍາມາດຕະຖານຈະມີຜົນບັງຄັບໃຊ້ກັບສັນຍາໄດ້ກໍ່ຕໍ່ເມື່ອຄູ່ສັນຍາຕົກລົງກັນໂດຍຊັດແຈ້ງວ່າໃຫ້ນຳສັນຍາມາດຕະຖານມາໃຊ້ບັງຄັບສັນຍາເທົ່ານັ້ນ ໂດຍລະບຸໃນສັນຍາໃຫ້ຊັດເຈນວ່າ“This contract is subjected to the Incoterms2010” ຫຼື “Subjected to Incoterms2010” ຫຼື “Incoterms2010” ເຊັ່ນ: FOB, Bangkok Port(Incoterms2010) ຫຼື ລະບຸຂໍ້ຄວາມອື່ນຊຶ່ງມີຄວາມ ໝາຍທຳນອງດຽວກັນລາຍລະອຽດຂອງສັນຍາມາດຕະຖານໄດ້ກຳນົດໜ້າທີ່ຂອງຜູ້ຊື້ ແລະ ຜູ້ຂາຍໄວ້ໂດຍສະເພາະ ດັ່ງນັ້ນ ສັນຍາມາດຕະຖານຈຶ່ງບັງຄັບໃຊ້ກັບສັນຍາຊື້ຂາຍສິນຄ້າລະຫວ່າງປະເທດ ອີກຢ່າງ ສັນຍາຊື້ຂາຍສິນຄ້າລະຫວ່າງປະເທດທີ່ຈະນຳເອົາສັນຍາມາດຕະຖານມາບັງຄັບໃຊ້ໄດ້ຕ້ອງເປັນສັນຍາຊື້ຂາຍສິນຄ້າທີ່ຈັບຕ້ອງໄດ້ເທົ່ານັ້ນ ບໍ່ລວມເຖິງສິນຄ້າຊະນິດທີ່ຈັບຕ້ອງບໍ່ໄດ້ເຊັ່ນ ໂປຣແກຣມຄອມພິວເຕີ້ ເຖິງວ່າສັນຍາມາດຕະຖານຈະກຳໜົດໜ້າທີ່ຂອງຜູ້ຊື້ ແລະ ຜູ້ຂາຍຕາມສັນຍາຊື້ຂາຍສິນຄ້າລະຫວ່າງປະເທດໄວ້ໂດຍສະເພາະກໍ່ຕາມ ແຕ່ບໍ່ໄດ້ໝາຍຄວາມວ່າສັນຍາມາດຕະຖານຈະກຳໜົດໜ້າທີ່ຂອງຜູ້ຊື້ ແລະ ຜູ້ຂາຍໄວ້ຄົບທຸກເລື່ອງ ຊຶ່ງບໍ່ສາມາດເຮັດໄດ້ໂດຍສະພາບດັ່ງນີ້: ເລື່ອງໃດທີ່ສັນຍາມາດຕະຖານບໍ່ໄດ້ກຳໜົດໄວ້ກໍ່ເປັນເລື່ອງທີ່ຜູ້ຊື້ ແລະ ຜູ້ຂາຍຕ້ອງໄປຕົກລົງກັນເອງ ຫຼື ເປັນໄປຕາມກົດໝາຍທີ່ນຳມາບັງຄັບໃຊ້ແລ້ວແຕ່ກໍລະນີ. ເຖິງຢ່າງໃດກໍ່ຕາມ ເຖິງວ່າສັນຍາມາດຕະຖານຈະຖືກຮ່າງຂຶ້ນໂດຍມີເຈດຕະນາໃຫ້ໃຊ້ບັງຄັບກັບສັນຍາຊື້ຂາຍສິນຄ້າທີ່ຕ້ອງມີການຂົນສົ່ງສິນຄ້າລະຫວ່າງປະເທດແຕ່ໃນທາງປະຕິບັດຄູ່ສັນຍາກໍ່ສາມາດຕົກລົງກັນໃຫ້ນຳສັນຍາມາດຕະຖານມາໃຊ້ບັງຄັບກັບສັນຍາຊື້ຂາຍສິນຄ້າພາຍໃນປະເທດກໍ່ໄດ້ ເຊິ່ງກໍລະນີເຊັ່ນວ່າ: ຂໍ້ຕົກລົງກ່ຽວກັບການຂໍໃບອານຸຍາດ ຫຼື ຫນັງສືຍິນຍອມ ຫຼື ພິທີການສູນລະກາກອນ ຫຼື ຂໍ້ອື່ນໆທີ່ກ່ຽວຂ້ອງກັບການຳເຂົ້າ ແລະ ສົ່ງອອກສິນຄ້າກໍ່ບໍ່ຕ້ອງນຳມາໃຊ້ບັງຄັບກັບສັນຍາ.
7. ການບອກກ່າວຜູ້ຊື້ ບອກກ່າວໃຫ້ຜູ້ຊື້ໃນເວລາອັນຄວນວ່າສິນຄ້າໄດ້ສົ່ງມອບຕາມ ຂໍ້ ກ,4 ແລ້ວ ແລະ ບອກກ່າວເລື່ອງອື່ນໆ ທີ່ຈຳເປັນເພື່ອໃຫ້ຜູ້ຊື້ສາມາດປະຕິບັດການທີ່ຈຳເປັນຕາມປົກກະຕິໃນການຮັບມອບສິນຄ້າ 8. ການພິສູດການສົ່ງມອບ ເອກະສານຂົນສົ່ງ ຫຼື ຂໍ້ຄວາມທາງເອເລັກໂທນິກ ຈັດຫາໂດຍເປັນຜູ້ເສຍຄ່າໃຊ້ຈ່າຍ ແລະ ໂດຍບໍ່ຊັກຊ້າຊຶ່ງເອກະສານຂົນສົ່ງສິນຄ້າ(Transport documents) ຕາມປົກກະຕິສຳຫຼັບທ່າເຮືອປາຍທາງທີ່ກຳນົດເອກະສານດັ່ງກ່າວ(ເຊັ່ນ ໃນຕະລາງສົ່ງຊະນິດທີ່ສາມາດໂອນປ່ຽນມືໄດ້ ຫຼື Sea Waybill ຊະນິດຫ້າມໂອນ ຫຼື ເແກະສານຂົນສົ່ງທາງນ້ຳພາຍໃນ) ຕ້ອງລະບຸເຖິງສິນຄ້າຕາມສັນຍາລົງວັນທີພາຍໃນໄລຍະເວລາທີ່ກຳນົດສຳຫຼັບການຂົນສົ່ງສິນຄ້າ ອັນເຮັດໃຫ້ຜູ້ຊື້ສາມາດຮຽກຮ້ອງສິນຄ້າໄດ້ຈາກຜູ້ຂົນສົ່ງທີ່ທ່າເຮືອປາຍທາງ ແລະ ເວັ້ນແຕ່ຈະໄດ້ຕົກລົງກັນໄວ້ເປັນຢ່າງອື່ນ ເຮັດໃຫ້ຜູ້ຊື້ສາມາດຂາຍສິນຄ້ານັ້ນຕໍ່ໄປໃນຄະນະທີ່ສິນຄ້າຢູ່ໃນລະຫວ່າງການໂອນເອກະສານໃຫ້ແກ່ຜູ້ຊື້ລາຍຕໍ່ໄປ (ໃບຕະລາງຊະນິດປ່ຽນມືໄດ້) ຫຼື ໂດຍການແຈ້ງໃຫ້ຜູ້ສົ່ງກໍລະນີເອກະສານການມອບສົ່ງອອກເປັນຕົ້ນສະບັບຫຼາຍສະບັບ ຕ້ອງສົ່ງໃຫ້ແກ່ຜູ້ຊື້ທູກສະບັບ, ກໍລະນີທີ່ຜູ້ຂາຍ ແລະ ຜູ້ຊື້ຕົກລົງກັນທີ່ຈະໃຊ້ວິທີຊື່ສານທາງເອເລັກໂທນິກ ເອກະສານທີ່ກ່າວເຖິງດັ່ງກ່າວອາດໃຊ້ຂໍ້ຄວາມທາງ Electronic data interchange (EDI) ແທນ ຂ, ໜ້າທີ່ຂອງຜູ້ຊື້
3. ການເຮັດສັນຍາຮັບຂົນ ແລະ ສັນຍາປະກັນໄພ ຜູ້ຊື້ບໍ່ມີໜ້າທີ່ນີ້ 4. ການຮັບມອບສິນຄ້າ ຮັບມອບສິນຄ້າເມື່ອສິນຄ້າໄດ້ສົ່ງມອບຕາມທີ່ລະບຸໄວ້ໃນຂໍ້ ກ,4 ແລະ ຮັບສິນຄ້າຂົນສົ່ງ ທີ່ທ່າເຮືອປາຍທາງທີ່ກຳນົດD 6. ການຮັບພາລະຄ່າໃຊ້ຈ່າຍ ພາຍໃຕ້ຂໍ້ບັງຄັບຂໍ້ ກ,3 ຮັບພາລະໃຊ້ຈ່າຍທັງໝົດກ່ຽວກັບສິນຄ້າຕັ້ງແຕ່ສິນຄ້ານັ້ນໄດ້ສົ່ງມອບຕາມທີ່ລະບຸໄວ້ໃນ ຂໍ້ ກ,4 ແລະ ຮັບພາລະໃນຄ່າໃຊ້ຈ່າຍແລະ ຄ່າທຳນຽມກ່ຽວກັບສິນຄ້າຄະນະຢູ່ໃນລະຫວ່າງການຂົນສົ່ງຈົນກະທັ່ງເຖິງທ່າເຮືອປາຍທາງ ເວັ້ນແຕ່ຄ່າໃຊ້ຈ່າຍ ແລະ ຄ່າທຳນຽມນັ້ນໄດ້ລະບຸໄວ້ໃຫ້ເປັນຂອງຜູ້ຂາຍຕາມສັນຍາຮັບຂົນ ແລະ ຮັບພາລະຄ່າໃຊ້ຈ່າຍໃນການຂົນຖ່າຍສິນຄ້າລົງຈາກເຮືອ ລວມເຖິງຄ່າເຮືອລຳລຽງ ຄ່າທຳນຽມທ່າເຮືອເວັ້ນແຕ່ວ່າຄ່າໃຊ້ຈ່າຍ ແລະ ຄ່າທຳນຽມນັ້ນຈະລວມໄວ້ໃນບັນຊີຜູ້ຂາຍຕາມສັນຍາຮັບຂົນ ແລະ ຮັບພາລະໃນຄ່າໃຊ້ຈ່າຍທີ່ເພີ່ມຂືຶ້ນຫາກຜູ້ອື່ນບໍ່ໄດ້ບອກກ່າວຜູ້ຂາຍຕາມທີ່ລະບຸໄວ້ໃນ ຂໍ້ ກ,7 ອັນເກີດແກ່ສິນຄ້ານັບຕັ້ງແຕ່ວັນທີຕົກລົງ ຫຼື ວັນສິ້ນສຸດສຳຫຼັບໄລຍະເວລາເພື່ອສົ່ງສິນຄ້າ ໂດຍມີຂໍ້ແມ້ວ່າສິນຄ້ານັ້ນໄດ້ມີການກຳນົດໄວ້ແນ່ນອນໃຫ້ເປັນສິນຄ້າຕາມສັນຍາ. ຮັບພາລະໃນຄ່າພາສີ ອາກອນ ແລະ ຄ່າທຳນຽມທັງປວງ ລວມທັງຄ່າໃຊ້ຈ່າຍໃນການຜ່ານພິທີການທາງສູນລະກາກອນ ອັນອາດຖືກຮຽກເກັບເພື່ອການນຳເຂົ້າ ແລະ ຫາກຈຳເປັນລວມເຖິງການສົ່ງສິນຄ້າຜ່ານປະເທດອື່ນ ເວັ້ນແຕ່ຈະໄດ້ລວມຢູ່ໃນຄ່າລະຫວ່າງເຮືອຕາມສັນຍາຮັບຂົນ. 7. ການບອກກ່າວຂອງຜູ້ຂາຍ ກໍລະນີທີ່ຜຸ້ຊື້ເປັນຜູ້ມີສິດກຳໜົດເວລາສຳຫຼັບການຂົນສິນຄ້າ ແລະ/ຫຼື ເປັນຜູ້ເລືອກທ່າເຮືອປາຍທາງ ຜູ້ຊື້ຕ້ອງບອກກ່າວໃຫ້ຜູ້ຂາຍຮູ້ເຖິງຂໍ້ມູນດັ່ງກ່າວໃນເວລາອັນຄວນ. 8. ການພິສູດການສົ່ງມອບ ເອກະສານຂົນສົ່ງ ຫຼື ຂໍ້ຄວາມທາງເອເລັກໂທນິກ ຮັບມອບເອກະສານການຂົນສົ່ງຕາມທີ່ລະບຸໄວ້ໃນຂໍ້ ກ.8 ຫາກເອກະສານນັ້ນຖືກຕ້ອງຕົງຕາມທີ່ກຳໜົດໄວ້ໃນສັນຍາ.
ເງື່ອນໄຂຕ່າງໆດັ່ງກ່າວມາຄູ່ສັນຍາອາດດັດແປງ ຫຼື ເພີ່ມເຕີມໄດ້ຕາມຄວາມຈຳເປັນໃນສັນຍາCIFຄູ່ສັນຍາຈະລະບຸໃນສັນຍາເຖິງເອກະສານກ່ຽວກັບການສົ່ງສິນຄ້າຊຶ່ງຜູ້ຂາຍຈະຕ້ອງສົ່ງມອບໃຫ້ແກ່ຜູ້ຊື້ເງື່ອນໄຂອື່ນໃດ ໄລຍະເວລາ ສະຖານທີ່ ແລະ ສະກຸນເງິນຕາທີ່ໃຊ້ຊຳລະເປັນຄ່າສິນຄ້າ ແຕ່ຕ້ອງລະວັງທີ່ຈະບໍ່ປ່ຽນແປງເງື່ອນໄຂສຳຄັນອັນອາດເຮັດໃຫ້ສັນຍາດັ່ງກ່າວໝົດຄຸນລັກສະນະຕາມກົດໝາຍທີ່ຈະຖືໄດ້ວ່າເປັນສັນຍາ CIF. ເອກະສານກ່ຽວກັບການຂົນສົ່ງສິນຄ້າ ( Shipping Dpcoment ) ເອກະສານກ່ຽວກັບການຂົນສົ່ງສິນຄ້າຊຶ່ງເປັນສາລະສຳຄັນຂອງສັນຍາ CIF ປະກອບດ້ວຍ 1. ໃນຕະລາງສົ່ງ ( Bill of Lading ) ຊຶ່ງຕ້ອງບໍ່ມີຂໍ້ສະແດງບົກພ່ອງ ( Clean ) ກ່າວຄືບໍ່ມີຂໍ້ຄວາມສະແດງເຖິງຄວາມບົກພ່ອງຂອວສິນຄ້າ ຫຼື ຫີບຫໍ່ທີ່ໃຊ້ບັນຈຸສິນຄ້ານັ້ນ ຫາກມີຄວາມສະແດງຄວາມບົກພ່ອງ ( Unclean ) ທານາຄານອາດຈະປະຕິເສດບໍ່ຮັບເອກະສານກໍລະນີທີ່ຕົກລົງຊຳລະເງິນໂດຍເລດເຕີ້ອອປເຄດິດ ເຖິງຢ່າງໃດກໍ່ຕາມກໍລະນີນີ້ບໍ່ໃຊ້ກັບການຂົນສົ່ງໂດຍຕູ້ຄອນເທນເນີ ຍົກເວັ້ນຜູ້ສົ່ງເປັນຜູ້ບັນຈຸສິນຄ້າເອງD 2. ກົມມະທັນປະກັນໄພທາງທະເລ ( Marine Insurance policy ) ຄຸ້ມຄອງໄພພິບັດຕາມປົກກະຕິ ຫຼື ທີ່ໄດ້ຕົກລົງກັນໄວ້ເປັນພິເສດ. 3. ບັນຊີສິນຄ້າ ( Invoice ) ຕາມແບບທີ່ກຳນົດ ສິດໃນການປະຕິເສດເອກະສານ ແລະ ສິດໃນການປະຕິເສດສິນຄ້າ ໃນສັນຍາຊື້ຂາຍໃນເທີມ CIF ສິດໃນການປະຕິເສດເອກະສານ ແລະສິດໃນການປະຕິເສດສິນຄ້າແຕກຕ່າງກັນ ສິດໃນການປະຕິເສດເອກະສານເກີດຂຶ້ນເມື່ອມີການຢື່ນເອກະສານ ສ່ວນສິດໃນການປະຕິເສດສິນຄ້າເກີດເມື່ອຮັບມອບສິນຄ້າແລ້ວປະກົດວ່າສິນຄ້າບໍ່ຖືກຕ້ອງຕົງຕາມສັນຍາ. ສິດໃນການປະຕິເສດເອກະສານຈະໝົດສິ້ນໄປເມື່ອຜູ້ຊື້ ຫຼື ທະນາຄານຊຶ່ງໄດ້ຮັບຄຳສັ່ງໃຫ້ຈ່າຍເງິນຕາມເລດເຕີອອບເຄດິດຮັບເອກະສານດັງກ່າວໂດຍບໍ່ໂຕ້ແຍ້ງ, ເຖິງຢ່າງໃດກໍ່ຕາມຜູ້ຊື້ຍັງຄົງມີສິດທີ່ຈະປະຕິເສດບໍ່ຍອມຮັບສິນຄ້າໄດ້ອີກຄັ້ງໜຶ່ງ ຫາກສິນຄ້າບໍ່ຕົງຕາມສັນຍາ. ໃນກໍລະນີທີ່ຜູ້ຊື້ ຫຼື ຕົວແທນຂອງຜູ້ຊື້ບໍ່ອາດກວດສອບເຖິງຄວາມຜິດພາດໃນເອກະສານເພາະຄວາມຜິດຂອງຜູ້ຂາຍຜູ້ຊື້ຍັງຄົງມີສິດທີ່ຈະຮຽກຄ່າເສຍຫາຍຈາກການຜິດຂໍ້ຕົກລົງກຽ່ວກັບເອກະສານເປັນເຫດໃຫ້ຜູ້ຊື້ເສຍສິດໃນການປະຕິບັດເອກະສານ. ຄະດີ Kwei Tek Chao V British Traders and Shipper Ltd. ມີການປອມວັນທີໃນໃບຕະລາງສົ່ງລະບຸສົ່ງສິນຄ້າບໍ່ຕົງຕາມວາມເປັນຈິງ ສານອັງກິດກຳໜົດຄ່າເສຍຫາຍໃຫ້ເທົ່າກັບຄວາມແຕກຕ່າງຂອວສິນຄ້າທີ່ຊື້ຂາຍ ກັບລາຄາສິນຄ້າເມື່ອຜູ້ຊື້ພົບວ່າມີການຜິດສັນຍາ. ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄູ່ສັນຍາ ເທີມ CIF ໜ້າທີ່ ແລະ ຄວາມຮັບຜິດຂອງຜູ້ຂາຍສິ້ນສຸດລົງເມື່ອໄດ້ສົ່ງມອບສິນຄ້າລົງເຮືອຢູ່ໃນຄວາມຄອຍຄອງຂອງຜູ້ຂົນສົ່ງ ນັບແຕ່ນັ້ນຄວາມສ່ຽງໄພໃນສິນຄ້າຕົກຢູ່ແກ່ຝ່າຍຜູ້ຊື້ ສ່ວນກຳມະສິດໃນສິນຄ້າຈະຍັງບໍ່ໂອນໄປແກ່ຜູ້ຊື້ທັນທີໂດຍປົກກະຕິກຳມະສິດຈະໂອນໄປກໍ່ຕໍ່ເມື່ຶອມີການສະຫຼັກຫຼັງສົ່ງມອບໃບຕະລາງສົ່ງໃຫ້ແກ່ຜູ້ຊື້ ຫຼື ແກ່ທະນາຄານໃນກໍລະນີຂໍ້ຕົກລົງໃຫ້ຊຳລະເງິນໂດຍວິທີເລດເຕີອອບເຄດິດ ເມື່ອຜູ້ຊື້ໄດ້ຮັບມອບໃນຕະລາງສົ່ງແລ້ວ ຜູ້ຊື້ຈຶ່ງມີສິດໂອນຈຳໜ່າຍສິນຄ້ານັ້ນຕໍ່ໄປ ເຖິງຢ່າງໃດກໍ່ຕາມຜູ້ຊື້ຍັງມີສິດທີ່ຈະປະຕິເສດບໍ່ຮັບສິນຄ້າຫາກສິນຄ້ານັ້ນບໍ່ຕົງຕາມສັນຍາ. ຜູ້ຊື້ຕ້ອງຮັບຜິດຊອບກ່ຽວກັບພາສີນຳເຂົ້າ ແລະ ສູນລະກາອນ ສ່ວນຜູ້ຂາຍຕ້ອງຮັບຜິດຊອບໃນການຈັດຫາໃບອະນຸຍາດສົ່ງອອກ ຊຶ່ງລວມທັງການຊຳລະພາສີສົ່ງອອກອີກດ້ວຍຖ້າຫາກມີ. ຄວາມສຳພັນລະຫວ່າງຜູ້ຊື້ ແລະ ຜູ້ຂົນສົ່ງ ເທີມ CIF ຜູ້ຂາຍເປັນຄູ່ສັນຍາຮັບຂົນທາງທະເລກັບຜູ້ຂົນສົ່ງ ສິດທິ ແລະ ໜ້າທີ່ຕາມສັນຍາຈຶ່ງຕົກຢູແກ່ຄູ່ສັນຍາຈົນກວ່າຈະໄດ້ໂອນໄປຫາຜູ້ຊື້ ເມື່ອຜູ້ຂາຍໄດ້ໂອນໃບຕະລາງສົ່ງໄປຫາຜູ້ຊື້ແລ້ວ ເວັ້ນແຕ່ຈະມີການຕົກລົງກັນເປັນຢ່າງອື່ນ. ການຊຳລະເງິນ ເທີມ CIF ຜູ້ຊື້ມີໜ້າທີ່ຊຳລະລາຄາເມື່ອຜູ້ຂາຍສະເໜີເອກະສານຕົງຕາມທີ່ກຳໜົດໃນສັນຍາຕໍ່ຜູ້ຊື້ ຄວາມລ່າຊ້າໃນການສົ່ງມອບເອກະສານອາດເປັນເຫດໃຫ້ຜູ້ຊື້ບອກຍົກເລີກສັນຍາໄດ້. ທ່າເຮືອຕົ້ນທາງ ແລະ ທ່າປາຍທາງ ກຳໜົດເວລາ ແລະ ທ່າເຮືອຖືເປັນສາລະສຳຄັນຂອງສັນຍາ ກໍລະນີສັນຍາລະບຸຫ້າມສົ່ງຕໍ່ຜູ້ຂາຍຈະຕ້ອງສະເໜີໃນຕະລາງສົ່ງລະບຸທ່າເຮືອຕົ້ນທາງຈົນເຖິງທ່າເຮືອປາຍທາງ ຫາກສິນຄ້າບໍ່ໄດ້ສົ່ງ. ຕາມທີ່ລະບຸໄວ້ໃນທ່າເຮືອຕົ້ນທາງ ຫຼື ມີການຂົນສົ່ງຕໍ່ໂດຍເຮືອລຳອື່ນ ຜູ້ຊື້ກໍ່ມີສິດທີ່ຈະປະຕິເສດບໍ່ຮັບໃບຕະລາງສົ່ງເຖິງຢ່າງໃດກໍ່ຕາມຄູ່ກໍລະນີອາດຕົກລົງກັນເປັນຢ່າງອື່ນ. ການສະເໜີສິນຄ້າທີ່ບັນທຸກລົງເຮືອຄະນະທີ່ລອຍລຳໃນທະເລ ເທີມ CIF ທົ່ວໄປຜູ້ຂາຍມັກຈະເປັນຜູ້ຂົນສິນຄ້າລົງເຮືອເອງ ແຕ່ບາງກໍລະນີອາດຈະຊື້ສິນຄ້າທີ່ຢູ່ເທິງເຮືອທີ່ລໍຖ້າການຂົນສົ່ງແລ້ວ ເຊັ່ນວ່າ: ກໍລະນີລັດຖະບານຫ້າມຂົນສົ່ງສິນຄ້າບາງປະເພດ ຜູ້ຂາຍຈຶ່ງມີຄວາມຈຳຕ້ອງຈັດຫາສິນຄ້າຈາກທີ່ອື່ນ ແຕ່ຖ້າສັນຍາກຳນົດໄວ້ສະເພາະໃຫ້ສົ່ງສິນຄ້າທີ່ທ່າເຮືອທີ່ກຳໜົດ ຜູ້ຂາຍກໍ່ຕ້ອງຜູກພັນໄປຕາມນັ້ນ ແລະ ຫາກສົ່ງບໍ່ໄດ້ເພາະການຊຳລະໜີ້ເປັນພົ້ນວິໄສ ຜູ້ຂາຍກໍ່ຫຼຸດພົ້ນຈາກການຮັບຜິດ ຫາກຜູ້ຊື້ຕົກລົງໃຫ້ຜູ້ຂາຍຊື້ສິນຄ້າເທິງເຮືອໄດ້ໃນສັນຍາຈະລະບຸຄຳວ່າ CIF afloat ແລະ ຄູ່ສັນຍາຄວາມເຮັດຂໍ້ຄວາມຕົກລົງໂດຍຊັດແຈ້ງນຳວ່າຈະໃຫ້ຄວາມສ່ຽງໄພໂອນມາໃຫ້ຜູ້ຊື້ເມື່ອໃດ ເພາະຫາກບໍ່ຕົກລົງກັນໄວ້ອາດຈະມີປັນຫາຫຍຸ້ງຍາກໃນການຕີຄວາມພາຍຫຼັງ. ກໍລະນີສິນຄ້າສູນຫາຍລະຫວ່າງການຂົນສົ່ງ ເຖິງຈະໄດ້ຄວາມວ່າສິນຄ້າໄດ້ສູນຫາຍໄປໃນລະຫວ່າງຂົນສົ່ງ ຜູ້ຂາຍຍັງຄົງມີສິດສະເໜີເອກະສານຕ່າງໆແກ່ຜູ້ຊື້ເພື່ອຂໍຮັບຊຳລະຄ່າສິນຄ້າ ສ່ວນຜູ້ຊື້ເມື່ອໄດ້ຮັບໂອນເອກະສານຕ່າງໆ ແລະ ຊຳລະລາຄາແລ້ວ ກໍ່ມີສິດຮຽກຄ່າເສຍຫາຍຈາກຜູ້ຂົນສົ່ງ ຫຼື ບໍລິສັດປະກັນໄພ ປົກກະຕິຜູ້ຊື້ຈະຮຽກເອົາຈາກບໍລິສັດປະກັນໄພຊຶ່ງຈະໃຊ້ສິດໄລ່ເບ້ຍເອາແກ່ຜູ້ຂົນສົ່ງອີກເທື່ອໜຶ່ງ. ສິດໃນການກວດຈັບສິນຄ້າຂອງຜູ້ຊື້ໃນສັນຍາ CIF ຄືກັນກັບ FOB. ເທີມ CIF ຮູບແບບຕ່າງໆ ເຊັ່ນ: CIF and CC = Commission ( ນາຍໜ້າ ) ສັນຍານີ້ຜູ້ຊື້ຮັບພາລະໃນຄ່ານາຍໜ້າດ້ວຍ ມັກໃຊ້ກໍລະນີຜູ້ຂາຍເປັນນານໜ້າ CIF and E E = Exchange ( ແລກປ່ຽນເງິນຕາ ) ມີ 2 ຄວາມໝາຍ 1. ລາຄາລວມເຖິງຄ່າທຳນຽມທະນາຄານດ້ວຍ 2. ການປ່ຽນແປງຂອງອັກຕາແລກປ່ຽນຈະບໍ່ມີຜົນກະທົບຕໍ່ລາຄາ CIF and I I = Interest ( ດອກເບ້ຍ ) ກໍລະນີທີ່ຜູ້ຊື້ຂໍຢືດເວລາຊຳລະລາຄາອອກໄປ ເຊັ່ນ 6 ເດືອນ ນັບແຕ່ວັນຮັບມອບສິນຄ້າ ຜູ້ຊື້ຕ້ອງຮັບພາລະໃນດອກເບ້ຍ.
8. FOB : Free on board (named port of shipment) ໝາຍເຖິງສັນຍາຊື້ຂາຍທີ່ມີການກຳນົດລາຄາລວມຄ່າໃຊ້ຈ່າຍຕ່າງໆ ໃນການຂົນສິນຄ້ານັ້ນຂຶ້ນເຮືອ ຄ່າໃຊ້ຈ່າຍຕ່າງົກ່ຽວກັບສິນຄ້າຈົນກະທັ່ງຂົນສິນຄ້າຂຶ້ນເທິງລະຫວ່າງເຮືອ ຊຶ່ງລວມທັງພາສີອອກເປັນຂອງຂາຍ ຄ່າໃຊ້ຈ່າຍທັງປວງຫຼັງຈາກນັ້ນເປັນຂອງຜູ້ຊື້ ຜູ້ຊື້ຊຶ່ງເປັນຜູ້ຈັດຫາເຮືອຈຶ່ງຕ້ອງຮັບຜິດຊອບໃນຄ່າລະຫວ່າງເຮືອ ຄ່າກົມມະທັນປະກັນໄພ ຄ່າຂົນຖ່າຍສິນຄ້າລົງຈາກເຮືອ ລວມທັງຄ່າໃຊ້ຈ່າຍຕ່າງໆ ແລະ ພາສີອາກອນໃນກໍລະນີນຳສິນຄ້າເຂົ້າ ສັນຍາມາດຕະຖານກຳນົດໜ້າທີ່ຂອງຜູ້ຂາຍຕາມສັນຍາຊື້ຂາຍແບບ FOB ໃນຫົວຂໍ້ທີ 1 ການຈັດຫາສິນຄ້າ ຫົວຂໍ້ທີ 2 ການຈັດຫາໃບອະນຸຍາດ ການອານຸຍາດທາງລາດຊະການ ແລະພິທີການຕ່າງໆ ຫົວຂໍ້ທີ 3 ການເຮັດສັນຍາຮັບຂົນ ແລະ ສັນຍາປະກັນໄພ ຫົວຂໍ້ທີ 8 ການພິສູດການສົ່ງມອບ ເອກະສານການຂົນສົ່ງ ຫຼື ຂໍ້ຄວາມທາງເອເລັກໂທນິກ ຫົວຂໍ້ທີ 9 ການກວດກາຫີບຫໍ່ ແລະ ເຮັດເຄື່ອງໝາຍ ແລະ ຫົວຂໍ້ທີ 10 ໜ້າທີ່ອື່ນໆ ຄືກັບຜູ້ຂາຍໃນແບບ FAS ຄົງຈະແຕກຕ່າງສະເພາະຫົວຂໍ້ທີ 4 ເຖິງທີ7 ໃນເລື່ອງການສົ່ງມອບ ການໂອນຄວາມສ່ຽງໄພ ການຮັບພາລະຄ່າໃຊ້ຈ່າຍ ແລະ ການບອກກ່າວດັ່ງນີ້:
9. CFR ຫຼື C and F : Cost and Freight (named port of destination) ໝາຍເຖິງ ສັນຍາຊື້ຂາຍທີ່ມີກຳນົດລາຄາສິນຄ້າໂດຍລວມສະເພາະຄ່າລະວ່າງຂົນສົ່ງສິນຄ້າຈົນເຖິງປາຍທາງ ການຊື້ຂາຍແບບນີ້ ຜູ້ຂາຍມີໜ້າທີ່ຈັດສົ່ງສິນຄ້າໄປທີ່ທ່າເຮືອປາຍທາງ ໂດຍເປັນຜູ້ເສຍຄ່າໃຊ້ຈ່າຍເອງແຕ່ບໍ່ມີພາລະໃນການຈັດໃຫ້ມີການປະກັນໄພສິນຄ້າຊຶ່ງເປັນໜ້າທີຂອງຜູ້ຊື້ ສ່ວນໜ້າທີ່ ແລະ ຄວາມຮັບຜິດຊອບອື່ນໆຂອງຄູ່ສັນຍາມີລັກສະນະດຽວກັນກັບສັນຍາໃນເທີມ CIF ຊຶ່ງລວມທັງການຮັບພາລະໃນຄວາມສ່ຽງໄພດ້ວຍເທີມ C and F ບໍ່ຄ່ອຍນິຍົມໃຊ້ກັນໃນໝູ່ພໍ່ຄ້າສົ່ງອອກ ຍົກເວັ້ນລັດຖະບານໃນບາງປະເທດ ຊຶ່ງມີປັນຫາທາງດ້ານການເມືອງ. CFR : Cost and Freight ( … named port of destination ) ພາຍໃຕ້ຂໍ້ຕົກລົງ CFR ຊຶ່ງແຕ່ເດີມເອີ້ນວ່າ C&F ( Cost and Freight ) ຜູ້ຂາຍມີໜ້າທີ່ສົ່ງມອບສິນຄ້າໄປໄວ້ເທິງເຮືອ ( On Board / On Shipment ) ທີ່ ທ່າເຮືອໃນເວລາຕາມທີ່ໄດ້ຕົກລົງກັນໄວ້ໃນສັນຍາ ໂດຍຜູ້ຂາຍຕ້ອງເຮັດສັນຍາຮັບຂົນເຄື່ອງທາງທະເລ ແລະ ຊຳລະຄ່າລະຫວ່າງ ( Freight ) ແລະ ຄ່າໃຊ້ຈ່າຍຕ່າງໆທີ່ເກີດຂຶ້ນດ້ວຍຕົນເອງ ແລະ ຕ້ອງແຈ້ງໃຫ້ຜູ້ຊື້ຮູ້ກ່ຽວກັບຊື່ເຮືອ ທ່າເຮືອ ຕົ້ນທາງ ແລະ ເວລາສົ່ງມອບເພື່ອໃຫ້ຜູ້ຊື້ສາມາດໄປຮັບສິນຄ້າທີ່ທ່າປາຍທາງໄດ້ດ້ວຍ ນອກຈາກນີ້ ຜູ້ຂາຍຍິງມີໜາທີ່ເຮັດພິທີການສູນລະກາກອນຂາອອກດ້ວຍຄວາມສ່ຽງໄພໃນຄວາມສູນເສຍຫາຍຂອງສິນຄ້າຕາມຂໍ້ຕົກລົງ CFR ຈະໂອນຈາກຜູ້ຂາຍໄປຫາຜູ້ຊື້ນັບແຕ່ເວລາທີ່ສິນຄ້າຜ່ານພົ້ນກາບເຮືອ ( pass the Ship’s rail ) ແລ້ວ ຫຼືກ່າວອີກໃນແບບໜຶ່ງວ່າ ຄວາມສ່ຽງໄພຂອງຜູ້ຂາຍມີຢູ່ຈົນເຖິງເວລາທີ່ສິນຄ້າພົ້ນກາບເຮືອ ແຕ່ຜູ້ຂາຍມີໜ້າທີ່ເສຍຄ່າໃຊ້ຈ່າຍ ( Cost ) ຈົນເຖິງເວລາທີ່ສິນຄ້າເຖິງທ່າປາຍທາງ ອີກຢ່າງໜຶ່ງ CFR ສາມາດນຳມາໃຊ້ໄດ້ກັບສັນຍາຊື້ຂາຍສິນຄ້າລະຫວ່າງປະເທດທີ່ມີການຂົນສົ່ງສິນຄ້າທາງທະເລ ຫຼື ທາງນ້ຳພາຍໃນປະເທດເທົ່ານັ້ນ ໂດຍລະບຸທ່າເຮືອປາຍທາງໄວ້ດ້ວຍ. ຂໍ້ສັງເກດ ໜ້່າທີ່ຂອງຜູ້ຂາຍຕາມ CFR ເພີ່ມເຕີມຈາກ FOB ພຽງປະການດຽວຄື ຜູ້ຂາຍຕ້ອງເຮັດສັນຍາຮັບຂົນຂອງທາງທະເລອີກດ້ວຍ ໃນກໍລະນີທີ່ເປັນການຂົນສົ່ງທາງບົກຕ້ອງໃຊ້ຂໍ້ຕົກລົງ CPT.
10. ຈຸດຄ້າຍຄືກັນ ແລະ ແຕກຕ່າງກັນລະຫວ່າງສັນຍາມາດຕະຖານແບບ CIF, FOB
& CFR
10.1 ຈຸດຄ້າຍຄືກັນ ສັນຍາມາດຕະຖານໃນແຕ່ລະແບບນັ້ນ ລ້ວນແຕ່ເກີດມາຈາກການຕົກລົງກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ມີການເຮັດສັນຍາກັນເປັນລາຍລັກອັກສອນທີ່ຊັດແຈ້ງ, ເອກະສານນຳສົ່ງສິນຄ້ານັ້ນມີຄວາມຄົບຖ້ວນໃນຫຼາຍໆທາງບໍ່ວ່າຈະເປັນການປະກັນໄພ ການໂອນຄວາມສ່ຽງໄພໆລໆ. 10.2 ຈຸດແຕກຕ່າງກັນ ການຕົກລົງລະຫວ່າງຜູ້ຊື້ ແລະ ຜູ້ຂາຍໜ້າຈະມີຄວາມແຕກຕ່າງກັນໄປຕາມແຕ່ລະກໍລະນີ, ການກຳນົດໜ້າທີ່ລະຫວ່າງຜູ້ຊື້ ແລະ ຜູ້ຂາຍນັ້ນມີການກຳນົດຢ່າງລະອຽດ ຈະມີຄວາມແຕກຕ່າງກັນໄປຕາມແຕ່ລະກໍລະນີ.
11. ສະຫຼຸບ ແລະ ນຳສະເໜີ 11.1 ສະຫຼຸບ ສັນຍາມາດຕະຖານນີ້ໃນທຸກໆແບບລ້ວນແຕ່ມີຄວາມສຳຄັນໃນການຊື້ - ຂາຍສິນຄ້າລະຫວ່າງປະະເທດ ມີຄວາມຈຳເປັນຈະນຳໃຊ້ສັນຍາແບບມາດຕະຖານດັ່ງກ່າວເພື່ອອຳນວຍຄວາມສະດວກໃນການຕົກລົງເຮັດສັນຍາກັນລະຫວ່າງຜູ້ຊື້ ແລະ ຜູ້ຂາຍເພື່ອເຮັດໃຫ້ເກີດປັນຫາຫຼື ຂໍ້ຜິດພາດໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້. 11.2 ນຳສະເໜີ ສັນຍາມາດຕະຖານດັ່ງກ່າວນັ້ນມີຄວາມສົມບູນພໍສົມຄວນແລ້ວພຽງແຕ່ການນຳໃຊ້ສັນຍາດັ່ງກ່າວໃນປະເທດລາວເຮົາຍັງບໍ່ທັນເປັນທີ່ແຜ່ຫຼາຍ ສະນັ້ນ ຫາກວ່າເປັນໄປໄດ້ ກໍ່ຄວນມີການສ້າງກົດໝາຍໃໝ່ວ່າດ້ວຍ ສັນຍາແບບມາດຕະຖານ ຫຼື ກົດໝາຍໃດທີ່ໃຊ້ໄດ້ກ່ຽວກັບເລື່ອງດັ່ງກ່າວ.