ປາຂ່າ (ໂລມາອີຣະວະດີ)

ຈາກ ວິກິພີເດຍ

ເປັນອີກໂປແກມໜຶ່ງທີ່ບໍ່ຄວນພາດຊົມ ເພາະຄວາມສະດວກສະບາຍຈາກການເດິນທາງດ້ວຍລົດ ເທິງທາງເສັ້ນທາງເລກທີ 13 ໃຕ້ ປະມານຫລັກກິໂລແມັດທີ 154 ຫລື ຫ່າງຈາກທາງເຂົ້ານ້ຳຕົກຕາດຄອນພະເພັງ ປະມານ 5 ກິໂລແມັດ ກົງເຂົ້າໄປສູ່ ທ່າເຮືອເຮືອນເວີນຄຳ ອີກ 6 ກິໂລແມັດ ການລ່ອງເຮືອເພື່ອທ່ຽວຊົມ ໂລມານ້ຳຈືດ (ປາຂ່າ) ຈະຕ້ອງລ່ອງເຮືອອອກໄປຈົນເກືອບເຖິງເຂດຕິດຕໍ່ຊາຍແດນ ລະຫວ່າງ ປະເທດລາວ ແລະ ປະເທດກຳປູເຈຍ ຖ້າຕ້ອງການຊົມໃນລະຍະທີ່ເບິ່ງເຫັນໄດ້ຖະນັດອາດຕ້ອງເສຍຄ່າຜ່ານແດນກັບດ່ານກຳປູເຈຍເພີ່ມ ປາໂລມາ ທີ່ອາໄສຢູ່ບໍລິເວນນີ້ມີຈຳນວນ 20-25 ຕົວ ຊຶ່ງຖືວ່າເປັນຝູງໃຫຍ່ທີ່ສຸດໃນອາຊຽນ ພາບທີ່ເຫັນປາໂລມາດຳຜຸດຫລິ້ນນຳກັນ ບາງຕົວກະໂດດຂຶ້ນມາເໜືອນ້ຳ ແລະ ຖິ້ມຕົວລົງຢ່າງມີຄວາມສຸກ ກາງລຳນ້ຳຂອງ ຈະເປັນຄວາມຊົງຈຳທີ່ສ້າງຄວາມປະທັບໃຈໃຫ້ແກ່ທ່ານໄດ້ຢ່າງບໍ່ມີມື້ລືມ.