ປະຫວັດຄວາມເປັນມາຂອງບຸນປີໃຫມ່ລາວ

ຈາກ ວິກິພີເດຍ

ແຕ່​ກີ້​ແຕ່​ກ່ອນ ມີ​ເສດ​ຖີ​ຄົນ​ໜຶ່ງ ​ມີ​​ແຕ່​ເງິນ​ແຕ່​ບໍ່​ມີ​ລູກ ຕັ້ງ​ເຮືອນ​ຢູ່​ໃກ້​ກັບ​ນັກ​​ເລງຂີ້​ເຫຼົ້າ​ທີ່​ມີ​ລູກ​ສອງ​ຄົນ ມື້​ໜຶ່ງ​ນັກ​ເລງ​ຂີ້​ເຫຼົ້າ​​ເວົ້າ​ໃຫ້​ເສດຖີ ຈົນເສດ​ຖີ​ນ້ອຍ​ໃຈ ຈຶ່ງ​ໄດ້​ບວງ​ສວງ​ພະ​ອາທິດ ພະ​ຈັນ ຕັ້ງ​ຈິດ​ອະທິຖານຂໍ​ລູກ ​ຢູ່​ກວ່າ​ສາມ​ປີ ກໍ​ຂາດ​ວີ່​ແວວ​ທີ່​ຈະ​ມີ​ລູກ ຢູ່​ມາ​ມື້​ໜຶ່ງ​ພໍ​ເຖິງ​​ໃນ​ໄລຍະ​ທີ່​ພະ​ອາທິດ​ຍົກ​ຂຶ້ນ​ສູ່​ລາ​ສີ​ເມດ ເສດ​ຖີ​ໄດ້​ພາ​ບໍລິວານ​ໄປ​ຍັງ​ຕົ້ນ​ໄຮ​ແຄມ​ນ້ຳ ພໍ​ເຖິງ​ກໍ​ໄດ້​ເອົາ​ເຂົ້າ​ສານ​ລົງ​ລ້າງ​ໃນ​ນ້ຳ​ເຈັດ​ເທື່ອ ແລ້ວ​ຫຸງ​ບູຊາ​ອະທິຖານ​ຂໍ​ລູກ​ກັບ​ລຸ​ກຂະ​ເທວ​ະດາ​ໃນ​ຕົ້ນ​​ໄຮ​ນັ້ນ ລຸ​ກຂະເທວະ​ດາ​ເຫັນ​ໃຈ​ເສດ​ຖີ ຈຶ່ງ​ເຫາະ​ໄປ​ທູນພະຍາ​ອິ​ນ ບໍ່ຊ້າ​ພະຍາ​ອິນ​ກໍ​ມີ​ເມດຕາ​ປະ​ທານ​ໃຫ້​ເທພະບຸດ​ອົງ​ໜຶ່ງ​ຊື່ວ່າ "ທຳມະບານ" ລົງ​ໄປ​ປະຕິ​ສົນ​ທິ​ໃນ​ມົດລູກ​ເມຍ​ເສດ​ຖີ ​ໄດ້​ເກົ້າ​ເດືອນກໍ​ເກີດ​ອອກ​ມາ ເສດ​ຖີ​ຕັ້ງຊື່​ໃຫ້​ກຸ​ມານ​ນ້ອຍ​ນີ້​ວ່າ ທຳມະ​ບານ​ກຸ​ມານ ແລະ​ໄດ້​ປຸກ​ປາ​ສາດ​ໄວ້​ໃຕ້​ຕົ້ນ​ໄຮ​ໃຫ້​ກຸ​ມານ​ນີ້​ຢູ່​ອາໄສ.

ຕໍ່​ ມາ​ເມື່ອ​ທຳມະ​ບານ​ກຸ​ມານ​ໃຫຍ່​ຂຶ້ນ ກໍ​ໄດ້​ຮຽນ​ຮູ້​​ພາສາ​ນົກ ແລະ​ຮຽນ​ໄຕ​ເພດ​ຈົບ​ເມື່ອ​ອາ​ຍຸ​ໄດ້​ເຈັດ​ປີ ພວກເຂົາ​ໄດ້​ເປັນ​ອາຈານ​​ໄລ່​ມື້​ໄລ່​ວັນ​ມຸງຄຸນຕ່າງໆ ແກ່​ຄົນ​ທັງ​ຫລາຍ ຢູ່​ມາ​ມື້​ໜຶ່ງ ທ້າ​ວກະບິນ​ລະ​ພົມ(ພະຍາ​ພົມ) ໄດ້​ລົງ​ມາ​ຖາມ​ບັນຫາ​ກັບ​ທຳມະ​ບານ​ກຸ​ມານ 3 ຂໍ້ ຖ້າ​ທຳມະ​ບານ​ກຸ​ມານ​ຕອບ​ໄດ້​ກໍ​ຈະ​ຕັດ​ສຽນ(ຫົວ)​ບູຊາ ແຕ່​ຖ້າ​ຕອບ​ບໍ່​ໄດ້​ຈະ​ຕັດ​ຫົວ​ທຳມະບານ​ກຸ​ມານ​ຖ້ິມເສຍ ທ້າ​ວກະບິນລະ​ພົມ ​ຖາມ​ທຳ​ມະບານ​ກຸ​ມານ​ວ່າ ຕອນ​ເຊົ້າ​ລາສີ​ຢູ່​ທີ່​ໃດ ຕອນ​ທ່ຽງ​ລາສີ​ຢູ່​ທີ່​ໃດ ແລະ​ຕອນ​ຄ່ຳລາ​ສີ​ຢູ່​ທີ່​ໃດ ທັນ​ໃດ​ນັ້ນ​ທຳ​ມະບານ​ກຸ​ມານ​ຈຶ່ງ​ຂໍ​​ເວລາ​ກັບ​ທ້າ​ວກະ​ບິນ​ລະ​ພົມເປັນ​ ເວລາ 7 ມື້ ​ເພື່ອ​ໄປ​ຄົ້ນຄວ້າ​ຫາ​ຄຳ​ຕອບ.

ທາງ​ທຳ​ມະບານ​ກຸ​ມານ​ກໍ​ ພະຍາຍາມ​ຄິດ​ຄົ້ນ​ຫາ​ຄຳ​ຕອບ ລ່ວງ​ເຂົ້າ​ວັນທີ່ 6 ທຳ​ມະບານ​ກຸ​ມານ​ກໍ​ລົງ​ຈາກ​ປາ​ສາດ​ມາ​ນອນ​ຢູ່​ໃຕ້​ຕົ້ນ​ຕານເຂົາ​ຄິດວ່າ ຂໍ​ຕາຍ​ໃນ​ທີ່​ລັບ​ຍັງ​ດີກວ່າ​ໄປ​ຕາຍ​ດ້ວຍ​ອາ​ຍາ​ທ້າ​ວກະບິນ​ລະ​ພົມ ບັງ​ເອີນ​ເທິງ​ຕົ້ນ​ໄມ້​ມີ​ນົກ​​ແຮ້ງ 2 ຕົວ​ຜົວ​ເມຍ​ເຮັດ​ລັງ​ຢູ່. ນາງ​ນົກ​ແຮ້ງ​ຖາມ​ຜົວ​ວ່າ ມື້​ອື່ນ​ນີ້​ເຮົາ​ຈະ​ໄປ​ຫາ​ອາຫານ​ແຫ່ງ​ໃດ ຜົວ​ຕອບ​ນາ​ງ​ແຮ້ງວ່າ ເຮົາ​ຈະ​ໄປ​ກິນ​ສົບ​ທຳມະ​ບານ​ກຸ​ມານ ຊຶ່ງ​ທ້າ​ວກ​ະບິນລະ​ພົມ​ຈະ​ຂ້າ​ເສຍ ດ້ວຍ​ແກ້​ບັນຫາ​ບໍ່​ໄດ້. ນາງ​ນົກ​ຈຶ່ງ​ຖາມວ່າ ຄຳ​ຖາມ​ທີ່​ທ້າ​ວກະບິນ​ລະ​ພົມ ຖາມ​ຄື​ຫຍັງ?. ຜົວ​ກໍ​ເລົ່າ​ໃຫ້​ຟັງ ຊຶ່ງ​ນາງ​ນົກ​ກໍ​ບໍ່​ສາມາດ​ຕອບ​ໄດ້ ຜົວ​ຈຶ່ງ​ສະ​ເຫຼີຍ​ວ່າ ຕອນ​ເຊົ້າ ລາສີ​ຈະ​ຢູ່​ທີ່​ໜ້າ ຄົນ​ຈຶ່ງ​ຕ້ອງ​ລ້າງ​ໜ້າ​ທຸກ​ໆ ເຊົ້າ ຕອນ​ທ່ຽງ ລາສີ​ຈະ​ຢູ່​ທີ່​ໜ້າ​ເອິກ ຄົນ​ຈຶ່ງ​ອາບນ້ຳ​ແລະເອົາ​ເຄື່ອງ​ຫອມ​ປະ​ພົມ​ທີ່​ໜ້າ​ເອິກ ສ່ວນ​ຕອນ​ຄ່ຳ ລາສີ​ຈະ​ຢູ່​ທີ່​ຕີນ ຄົນ​​ເຮົາຈຶ່ງ​ຕ້ອງ​ລ້າງ​ຕີນ​ກ່ອນ​ເຂົ້າ​ນອນ ທຳ​ມະບານ​ກຸ​ມານ​ກໍ​ໄດ້​ຮູ້​ເລື່ອງ​ທີ່​ນົກ​ແຮ້ງ​ລົມ​ກັນ​ທັງ​ໝົດຈຶ່ງ​ຈົດ​ ຈຳ​ໄວ້.

ເມື່ອ​ຮຸ່ງ​ເຊົ້າຂຶ້ນມາ​ເປັນ​ມື້​ນັດ​ໝາຍ​ກັນ​ແລ້ວ ທ້າ​ວກະ​ບິນລະ​ພົມ​ກໍ​ມາ​ຕາມ​ສັນຍາ​ທີ່​ໃຫ້​ໄວ້​ທຸກ​ປະ​ການ ທຳມະ​ບານ​ກຸ​ມານ​ຈຶ່ງ​ເອົາ​ຄຳ​ຕອບ​ທີ່​ໄດ້ຍິນ​ຈາກ​ນົກ​ໄປ​ຕອບ​ກັບ​ທ້າ​ ວກະບິນລະ​ພົມ ​​ທ້າວ​ທຳ​ມະ​ບານ​ກຸ​ມານ​​ກໍ​ເອົາ​ຊະນະ ​ແລະ​ທ້າວ​ກະບິນລະ​ພົມ​ຈຶ່ງ​ຈຳ​ເປັນ​ຕ້ອງ​ຕັດ​ຫົວ​ຕົວ​ເອງ​ຕາມ​ທີ່​ສັນຍາ​ ໄວ້. ທ້າ​ວກະ​ບິນ​ລະ​ພົມ ​ຈຶ່ງ​​ເອີ້ນ​ລູກ​ສາວ​ທັງ​ເຈັດ​ອັນ​ເປັນ​ປາທະ​ຈາລິ​ກາ​ພະ​ອິນ​ມາ​ລວມ ພ້ອມ​ກັນ ແລ້ວ​ບອກວ່າ ເຮົາ​ຈະ​ຕັດ​ສຽນ​ບູຊາ​ທຳ​ມະບານ​ກຸ​ມານ ຖ້າ​ຈະ​ຕັ້ງ​ໄວ້​ຍັງ​ແຜ່ນດິນ ໄຟ​ກໍ​ຈະ​ໄໝ້​ໂລກ ຖ້າ​ຈະ​ໂຍນ​ຂຶ້ນ​ໄປ​ເທິງ​ອາ​ກາດ ຝົນ​ກໍ​ຈະ​ແລ້ງ ຖ້າ​ຈະ​ຖິ້ມ​ໃນ​ມະຫາ​ສະໝຸດ ນ້ຳ​ກໍ​ຈະ​ແຫ້ງ ຈຶ່ງ​ໃຫ້​ທິ​ດາ​ທັງ​ເຈັດ​ນຳ​ພານ​ມາ​ຮອງ​ຮັບ ແລ້ວ​ກໍ​ຕັດ​ສຽນ​ໃຫ້​ນາງ​ທຸງ​ສະ​ເທວີ ຜູ້​ເປັນ​ທິ​ດາ​ອົງໃຫຍ່ ຈາກ​ນັ້ນ​ນາງ​ທຸງ​ສະ​ກໍ​ອັນ​ເຊີນ​ພະ​ສຽນ​ທ້າ​ວກະບິນລະ​ພົມ​ວຽນ​ຂວາ​ຮອບ​ ພູເຂົາ​ພະ​ສຸ​ເມ​ນ 60 ນາ​ທີ ແລ້ວ​ເກັບ​ຮັກສາໄວ້​ໃນ​ຖ້ຳ​ຄັນ​ທຸ​ລີ ໃນ​ພູເຂົາ​ໄກ​ລາດ.

ນັບ​ແຕ່​ມື້ນັ້ນມາ​ທຸກ​ໆ 1 ປີ ທິ​ດາ​ຂອງ​ທ້າ​ວກະບິນລະ​ພົມ​ທັງ 7 ກໍ​ຈະ​ຜັດ​ປ່ຽນ​ໝຸນ​ວຽນ​ມາ​ເຮັດ​ຫນ້າທີ່​ອັນ​ເຊີນ​ພະ​ສຽນ​ທ້າ​ວກະບິ​ນລະ​ພົມ ​ແຫ່​ໄປ​ຮອບ ພູເຂົາ​ພະ​ສຸ​ເມ​ນ ເປັນ​ເວລາ 60 ນາ​ທີ ແລ້ວ​ປະ​ດິດ​ສະຖານ​​ໄວ້​ຄື​ເກົ່າ ໃນ​ແຕ່​ລະ​ປີ​ນາງ​ສົງ​ການແຕ່​ລະ​ນາງ​ຈະ​ເຮັດ​ຫນ້າທີ່​ຜັດ​ປ່ຽນ​ກັນ​ຕາມ​ ວັນມະຫາ​ສົງ​ການ ດັ່ງ​ນີ້:

1. ຖ້າ​ວັນອາທິດ​ເປັນ​ມື້​ມະຫາ​ສົງ​ການ(ສັງຂານ​ລ່ວງ) ນາງ​ສົງ​ການນາມ ທຸງ​ສະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ພິລາ ອາ​ພອນແກ້ວ​ປັດ​ທະມະ​ລາດ ພັກ​ສາ​ຫານ​ອຸ​ທຸມ​ພອນ (ໝາກເດື່ອ) ພະ​ຫັດຂວາ​ຊົງ​ກົງຈັກ​ ພະ​ຫັດຊ້າຍ​ຊົງ​ສັງ(ຫອຍ) ສະເດັດ​ມາ​ເທິງ​ຫລັງ​ຄຸດ.

2. ຖ້າ​ວັນຈັນ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການນາມ ໂຄ​ລາ​ຄະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ປີບ ອາ​ພອນແກ້ວ​ມຸກ​ດາ ພັກ​ສາ​ຫານ​ເຕ​ລັງ (ນ້ຳ​ມັນ) ພະ​ຫັດຂວາ​ຊົງຂັນ ພະ​ຫັດຊ້າຍ​ຊົງ​ໄມ້ຄ້ອນ​ເທົ້າ ສະເດັດ​ມາ​ເທິງ​ຫລັງ​ພະ​ຍັກ (ເສືອ).

3. ຖ້າ​ວັນອັງ​ຄານ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການ​ນາມ ຣາກ​ສະ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ບົວ​ຫລວງ ອາ​ພອນແກ້ວ​ໂມ​ລາ ພັກ​ສາ​ຫານ​ເລືອດ ພະ​ຫັດຂວາ​ຊົງ​ຕີ​ສູນ(​ເຫຼັກສາມ​​ແຫຼມ) ພະ​ຫັດຊ້າຍ​ຊົງ​ທະນູ ສະເດັດ​ມາ​ເທິງ​ຫລັງ​ວະ​ລາ​ຫະ (ໝູ).

4. ຖ້າ​ວັນ​ພຸດ​ເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການ​ນາມ ມົນ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ຈຳ​ປາ ອາ​ພອນ​ແກ້ວ​ໄພ​ທູນ ພັກ​ສາ​ຫານ​ນົມ​ເນີຍ ພະ​ຫັດຂວາ​ຊົງ​ເຂັມ ພະ​ຫັດຊ້າຍ​ຊົງ​ໄມ້ເທົ້າ ສະເດັດ​ມາ​ເທິງ​ຫລັງ​ຄັດ​ລະ​ພະ (ລາ).

5. ຖ້າ​ວັນພະ​ຫັດ​ ເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການນາມ ກິ​ລິ​ນີ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ມົນ​ທາ ອາ​ພອນແກ້​ວມໍລະ​ກົດ ພັກ​ສາ​ຫານ​ຖົ່ວ​ງາ ພະ​ຫັດຂວາ​ຊົງ​ຂໍ​ຊ້າງ ພະ​ຫັດຊ້າຍ​ຊົງ​ປືນ ສະເດັດ​ມາ​ເທິງ​ຫລັງ​ຄະສະສານ (ຊ້າງ).

6. ຖ້າ​ວັນສຸກເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການ​ນາມ ກິ​ມິ​ທາ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ຈົງ​ກົນ​ນີ ອາ​ພອນແກ້ວ​ບຸດສະລາ​ຄຳ ພັກ​ສາ​ຫານ​ກ້ວຍ​ນ້ຳ ພະ​ຫັດຂວາ​ຊົງ​ຂັນ ພະ​ຫັດຊ້າຍ​ຊົງ​ພິນ ສະເດັດ​ມາ​ເທິງ​ຫລັງ​ມະ​ຫິງ​ສາ (ຄວາຍ).

7. ຖ້າ​ວັນເສົາເປັນ​ມື້​ມະຫາ​ສົງ​ການ ນາງ​ສົງ​ການ​ນາມ ມະ​ໂຫ​ທອນ​ເທ​ວີ ຊົງ​ພາ​ຫຸ​ລັດ​ທັດ​ດອກ​ສາ​ມຫາ​ວ ອາ​ພອນ​ແກ້ວ​ນິນ​ລັດຕະນະ ພັກ​ສາ​ຫານ​ເນື້ອ​ຊາຍ ພະ​ຫັດ​ຂວາ​ຊົງກົງ​ຈັກ​ ພະ​ຫັດຊ້າຍ​ຊົງ​ຕີ​ສູນ ສະເດັດ​ມາ​ເທິງ​ຫລັງ​ມະ​ຍຸ​ລາ (ນົກ​ຍູງ).

ກ່າຍມາຈາກເວບ ພັນລາວ.ຄອມ ຂຽນລົງໂດຍ: ແອບຮັກຄົນອ່ານເຈົ້າຫັ້ນແລ້ວ