ບໍ່ນ້ຳຮ້ອນ

ຈາກ ວິກິພີເດຍ

ບໍ່ນ້ຳຮ້ອນ ຕັ້ງຢູ່ພາກຕາເວັນອອກຂອງເມືອງຄຳ ຫ່າງຈາກຕົວເມືອງໂພນສະຫວັນປະມານ 70KM ໄປຕາມທາງເລກ7 ແລ້ວແຍກເຂັົ້າໄປປະມານ 4-5KM ບໍ່ຮ້ອນມີຄວາມຮ້ອນອຸນຫະພູມສູງ ສາມາດຕົ້ມໄຂ່ໃຫ້ສຸກໄດ້ ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ໄປທ່ຽວ ແລະໄປອາບນ້ຳບໍ່ຂາດ ໂດຍສະເພາະ ຍາມງານບຸນຕ່າງໆເຊັ່ນ ບຸນປີໃຫມ່ລາວ ແລະອື່ນໆ ເພາະເຊື່ອກັນວ່າເມື່ອໄດ້ອາບນ້ຳຮ້ອນບໍ່ດັ່ງກ່າວແລ້ວ ສາມາດເຮັດໃຫ້ຄົນທີ່ເປັນໂລກຜີວໜັງ ຢ່າງເຊັ່ນ ເປັນຕຸ່ມຕາມຜີວໜັງໃຫ້ຫາຍດີໄດ້ວ່າຊັ້ນ.