Jump to content

ບ່ອນຝັ່ງສົບອອງຣີ ມູໂອດ

ຈາກ ວິກິພີເດຍ

ທີ່ຕັ້ງ ຈາກຕົວເມືອງຫລວງພະບາງໄປທາງທິດຕະເວັນຕົກສຽງເໜືອ (ຖະໜົນເລກທີ 13 ເໜືອ) ໃຊ້ເສັ້ນທາງດຽວກັນກັບທາງໄປວັດປ່າໂພນເພົາ, ເຮືອນຜານົມ ອອງລີ ມູໂອດ ເກີດເມື່ອວັນທີ່ 15 ພຶດສະພາ ຄ.ສ.1826 ທີ່ເມືອງມອງເບລຽດ ປະເທດຝຣັ່ງ ພໍ່ມີອາຊີບຮັບລາຊະການ ສ່ວນແມ່ມີອາຊີບເປັນຄູສອນຫນັງສື ໃນໄວສຶກສາ ອອງລີ ມູໂອດ ສົນໃຈໃນວິຊາພາສາສາດ ຄວບຄູ່ໄປກັບການຮຽນວິທະຍາສາດ ໃຊ້ຊີວິດຕະເວນໄປໃນປະເທດຣັດເຊຍ, ໂປໂລບ, ເຢຍລະມັນ, ແບນຊິກ ແລະ ອື່ນໆ. ເລີ່ມວຽກຖ່າຍພາບບັນທຶກເລື່ອງລາວຕ່າງໆ ທຸກເທື່ອເມື່ອເດິນທາງຜ່ານປະເທດຕ່າງໆຈຸດປ່ຽນແປງໃນຊີວິດຂອງ ອອງລີ ມູໂອດ ມາຈາກການທີ່ພວກເຂົາໄດ້ມີໂອກາດຍ້າຍໄປຢູ່ໃນປະເທດອັງກິດ ແລະ ໄດ້ແຕ່ງງານກັບຫລານສາວຂອງ ມັນໂກ ພາກ ນັກເດີນທາງຜູ້ມີຊື່ສຽງໂດ່ງດັງ ຈາກການສຳຫລວດແມ່ນ້ຳໄນເຈີ ໃນທະວີບອາຟຣິກາ ກ່ອນທີ່ຫນັງສືຂອງ ທ່ານ ເຊີຈອນ ເບົາລິງ ຈະຈຸດປະກາຍໄຟໃນໃຈຂອງພວກເຂົາໃຫ້ລຸກໂຊນຂຶ້ນ ໃນປີ ຄ.ສ.1858 ອອງລີ ມູໂອດ ຂໍທຶນຈາກລາຊະສະມາຄົມພູມສາດແຫ່ງລອນດອນ ເດິນທາງໂຊເຊສຳຫລວດປະເທດໃນແຖບສຸວັນນະພູມ ເຊັ່ນ: ສະຫຍາມ, ກຳເຈຍ ແລະ ລາວ. ໂດຍພະເນຈອນໄປເທິງຫລັງຊ້າງ, ທາງກວຽນ, ປ່າດົງດິບ ເພື່ອສຳຫລວດໂລກ ແລະ ບັນທຶກຄວາມເປັນໄປ ຂອງທຳມະຊາດວິຖີຊີວິດ ແລະ ອາລິຍະທຳໃນຖິ່ນອັນໄກ ຈາກບ້ານເກີດເມືອງນອນຂອງພວກເຂົາເອງ ໂດຍໃຊ້ກຸງເທບເປັນປະຕູສູ່ດິນແດນສຸວັນນະພູມ ອອງລີ ມູໂອດ ໄດ້ມີໂອກາດເຂົ້າເຝ້າ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ແລະ ພະບາດສົມເດັດພະປິ່ນເກົ້າເຈົ້າຢູ່ຫົວ ກ່ອນເດິນທາງເຂົ້າສູ່ປະເທດກຳປູເຈຍ ໂດຍໃຊ້ຊ້າງ ແລະ ກວຽນເປັນພາຫະນະ ລະຫວ່າງການເດິນທາງພະເນຈອນໄປໃນປ່າພວກເຂົາໄດ້ພົບກັບສັດຫາຍາກ ແລະ ແມງໄມ້ພັນໃໝ່ໆ ອີກຫລາຍສິບຊະນິດ ແຕ່ທັງໝົດທີ່ພວກເຂົາຄົ້ນພົບນັ້ນຍັງບໍ່ເທົ່າກັບການທີ່ພວກເຂົາໄດ້ຄົ້ນພົບຜາສາດນະຄອນວັດອັນຍິ່ງໃຫຍ່ ເຖິງວ່າໃນຊ່ວງເວລາທີ່ພວກເຂົາໄດ້ຄົ້ນພົບນັ້ນອານາຈັກຂອມອັນຍິ່ງໃຫຍ່ ແລະ ກຽງໄກ ໄດ້ຫຼົ່ມສະຫລາຍໄປດົນແລ້ວ ບາງດ້ານຂອງມະຫາຜາສາດນະຄອນວັດ ຖືກປົກຄຸມດ້ວຍພືດພັນໄມ້ຂະໜາດໃຫຍ່ ແຕ່ພວກເຂົາກໍຍັງຢືນຢັນຄວາມຄິດໃນບັນທຶກຂອງພວກເຂົາປານກັບວ່າ ມີຄວາມຄິດທີ່ຂັດແຍ້ງກັບບາດຫລວງໝໍສອນສາດສະຫນາຊາວແອດສະປາຍ ທີ່ກ່າວວ່າມະຫາຜາສາດນະຄອນວັດສ້າງຂຶ້ນຈາກຝີມືຂອງຊາວໂລມັນ ແຕ່ ອອງລີ ມູໂອດ ກັບມີຄວາມເຫັນວ່າ ມະຫາຜາສາດນະຄອນວັດ ສ້າງຂຶ້ນຈາກຝີມືຂອງຊົນຊາດຂອມບູຮານ ແລະ ສາມາດຍືນທຽບຄຽງກັບສິ່ງກໍ່ສ້າງທີ່ມະຫັດສະຈັນທີ່ສຸດ ຂອງໂລກຕະເວັນຕົກໄດ້ຢ່າງເຕັມພາກພູມ ມັນຍິ່ງໃຫຍ່ກວ່າສິ່ງໃດໆ ທີ່ຊາວເກຣັກ ແລະ ຊາວໂຣມັນ ຖິ້ມໄວ້ເປັນມໍລະດົກແກ່ຊາວໂລກ“ມັນເຮັດໃຫ້ນັກເດິນທາງຢ່າງຂ້າພະເຈົ້າຫາຍເມື່ອຍ ໃນຈິດໃຈເຕັມໄປດ້ວຍຄວາມເບີກບານ ປານກັບຄົນເດິນທາງໃນທະເລຊາຍໄດ້ພົບໂອເອຊິດ ກໍບໍ່ຜິດຄືກັນ” ບົດບັນທຶກຂອງອອງລີ ມູໂອດ ປະສົມປະສານ ກັບພາບຕົວຢ່າງ ອັນຊົງພະລັງຂອງພວກເຂົາສົ່ງຜົນໃຫ້ລັດຖະບານຝຣັ່ງຕັດສິນໃຈສົ່ງ ນັກບູຮານຄະດີ ຈາກຝຣັ່ງ ມາບູລະນະມະຫາຜາສາດນະຄອນວັດ ແລະ ກຸ່ມຜາສາດຫີນພາຍໃນເມືອງພະນະຄອນທີ່ມີຢູ່ຫລາຍຮ້ອຍແຫ່ງ ກໍໃຫ້ເກີດເສັ້ນທາງສາຍວັດທະນະທຳສາຍໃໝ່ ນຳພານັກເດິນທາງທົ່ວທຸກມຸມໂລກມຸ້ງໜ້າກົງມາພິສູດຄວາມຈິງທີ່ໜ້າມະຫັດສະຈັນ ຂອງມະຫາຜາສາດ ນະຄອນວັດ-ນະຄອນທົມ ຈົນເທົ່າທຸກມື້ນີ້ ໃນປີ ຄ.ສ.1861 ພວກເຂົາອອກເດີນທາງຈາກກຸງເທບ ຜ່ານພູເຂົາດົງພະຍາໄຟ,ໄຊຍະພູມ, ເລຍ, ນ່ານ ຂ້າມແມ່ນ້ຳຂອງ ສູ່ເມືອງຫລວງພະບາງລາຊະທານີ ແຄມຝັ່ງແມ່ນ້ຳຂອງແຫ່ງອານາຈັກລ້ານຊ້າງ ໂດຍຮອນແຮມໄປເທິງຫລັງຊ້າງ, ທາງກວຽນ, ປ່າດົງດິບ ແລະ ລ່ອງໄປຕາມລຳນ້ຳຂອງ ໃຊ້ເວລາເດີນທາງທັງໝົດ ດົນເຖິງສາມເດືອນເຕັມ ອອງລີ ມູໂອດ ໄດ້ມີໂອກາດເຂົ້າເຝົ້າເຈົ້າມະຫາຊີວິດແຫ່ງອານາຈັກລ້ານຊ້າງ ຫລັງຈາກນັ້ນກໍອອກຕະເວນສຳຫລວດພັນພືດ ແລະ ສັດປ່າບໍລິເວນສອງຟາກຝັ່ງລຳນ້ຳຄານ ທາງທິດຕະເວັນອອກຂອງຫລວງພະບາງ ແຕ່ໂຊກຮ້າຍທີ່ພວກເຂົາຕ້ອງລົ້ມປ່ວຍດ້ວຍພິດໄຂ້ມາລາເຣຍ ກ່ອນຈະຈາກໂລກໄປດ້ວຍອາຍຸພຽງ 35 ປີເທົ່ານັ້ນ ຖິ້ມໄວ້ແຕ່ຂໍ້ຄວາມສຸດທ້າຍໃນສະໝຸດບັນທຶກດ້ວຍລາຍມືຫຍຸ້ງໆເພາະພິດໄຂ້ມາລາເຣຍ “ໂອ... ພະເຈົ້າໂປດເມດຕາຂ້າພະເຈົ້າດ້ວຍເຖີດ” ປະຈຸບັນສຸສານຂອງອອງລີ ມູໂອດ ຕັ້ງຢູ່ໂດດດ່ຽວເທິງເນີນດິນແຄມຝັ່ງ ແມ່ນ້ຳຄານບໍລິເວນທີ່ຮຽກວ່າ “ແກ່ງນູນ” ສະຖານທີ່ໆເທື່ອໜຶ່ງເມື່ອພວກເຂົາຍັງມີຊີວິດຢູ່ພວກເຂົາເຄີຍມາຕັ້ງຄ້າຍພັກແຮມພັນລະນາເຖິງຄວາມງາມ ຂອງລຳນ້ຳຄານໃນຄືນມື້ເພັງ ໄວ້ໃນສະໝຸດບັນທຶກຂອງພວກເຂົາ ມີນັກເດີນທາງພຽງບໍ່ເທົ່າໃດຄົນຮູ້ເລິກເຊິ່ງ ແລະ ຮູ້ຊຶ້ງໃນຄຸນຄ່າຂອງພວກເຂົາເດີນທາງມາວາງດອກໄມ້ຄາລະວະຫລຸມສົບຂອງພວກເຂົາ ຄຳຈາລຶກເທິງຫລຸມສົບຈາກເພື່ອນຮ່ວມຊາດ ຊຶ່ງເດິນທາງມາຈາກເມືອງ ມອງເບລຽດ ບ້ານເກີດຂອງພວກເຂົາ ດ້ວຍຄຳຈາລຶກທີ່ຈະເລິກຊຶ້ງໄປຈົນຊົ່ວນິລັນດອນ “ມາຕຸພູມ ພາກພູູມໃຈໃນຕົວລູກຊາຍຄົນນີ້ ອອງລີ ມູໂອດ ”.