Jump to content

ບັນຊີລາວ

ຈາກ ວິກິພີເດຍ

I. ບົດສະເໜີ ( Introduction )

1.1. ຄວາມເປັນມາຂອງການບັນຊີ ໂດຍສັງເຂບ

          ປະຫວັດຂອງການບັນຊີແລະວິວັດທະນາການທາງດ້ານເຕັກນິກແລະວັດຖຸປະສົງຂອງການບັນຊີໄດ້ຕິດພັນກັບການເຕີບໃຫຍ່ຂະຫຽາຍຕົວຂອງການຄ້າແລະການຜະລິດແລະຕິດພັນກັບຄວາມຕ້ອງການທີ່ປະກົດຕົວອອກຕາມລຳດັບເວລາ.ເລີ່ມແຕ່ຜູ້ຄົນໄດ້ແລກປ່ຽນວັດຖຸນຳກັນ,ໄດ້ມີຄວາມພະຍາຍາມຮັກສາຮ່ອງຮອຍຂອງການເຄື່ອນໄຫວດັ່ງກ່າວກໍຄືຮ່ອງຮອຍຂອງຜົນໄດ້ຮັບທີ່ຕາມມາ.ນັກວັດຖຸໂບຮານໄດ້ຄົ້ນພົບໃນຍຸກສະໄໝແຫ່ງຄວາມຈະເລີນຂອງແອງກາ,ເອຢິບແລະໂຣແມງກ່ຽວກັບ ຮູບການບັນທຶກບັນຊີ ດ້ວຍວິທີເຮັດໄປນຳ ທົດລອງໄປ ນຳ, ການບັນຊີດຽວ ( ບັນຊີຄີກ ) ໄດ້ກຳເນີດຂຶ້ນ ດ້ວຍການບັນທຶກພຽງແຕ່ລາຍການ ການໃຊ້ຈ່າຍແລະລາຍໄດ້ພ້ອມທັງສະແດງໃຫ້ເຫັນຍອດເຫຼືອເປັນເງິນ.ດັ່ງນັ້ນ,ການນຳໃຊ້ເງິນຕາຈຶ່ງມີຄວາມສຳຄັນຢ່າງຈະແຈ້ງສຳລັບການຂະຫຽາຍຕົວຂອງການບັນຊີ,ພາຍຫຼັງສະໄໝກາງ,ຄວາມສຳນຶກ

ກ່ຽວກັບທຶນການຜະລິດໄດ້ປະກົດຕົວຂຶ້ນເຊິ່ງໄດ້ເຮັດໃຫ້ການຄ້າຕ້ອງໄດ້ຊ່ວຍໃຫ້ສ້າງທຶນເພີ່ມຕື່ມທີ່ສາມາດນຳໃຊ້ຄືນໃໝ່ໄດ້ແລະການພັດທະນາສິນເຊື່ອເຮັດໃຫ້ເປັນພື້ນຖານອັນຈຳເປັນໃນການສ້າງລະບົບບັນຊີ,ຄວາມຈຳເປັນໃນການຖື ບັນຊີບຸກຄົນ( ໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ ທີ່ພົວພັນ ) ໄດ້ປະກົດຕົວຂຶ້ນດຫາ່້ເ້ສກ້ກເ້ກ່

             ກ່ອນໝູ່.ຈາກນັ້ນ, ໄດ້ມີການຄົ້ນຄິດ ເພື່ອຖືບັນຊີ ສຳລັບຊັບສົມບັດລວມທັງໝົດ ທີ່ຢູ່ໃນກຳມະສິດ ແລະ ອັນ ສຸດທ້າຍ ເພື່ອຖືບັນຊີ ທີ່ສະແດງໃຫ້ເຫັນ ຜົນສ່ວນໄດ້ ແລະ ການຂາດທຶນເປັນເງິນ. ບັນຊີທັງໝົດດັ່ງກ່າວນີ້ ພາໃຫ້ກ້າວໄປເຖິງການສ້າງລະບົບ ທີ່ເອີ້ນວ່າ : " ການບັນຊີຄູ່ "
          ນັກປະຫວັດສາດຖືວ່າການບັນຊີຄູ່ໄດ້ປະກົດຕົວຂຶ້ນໃນປີ ຄສ 1340 ທີ່ເມືອງແຊນ ( Genes )ປະເທດອີຕາລີ.ການຄົ້້ນພົບໂຮງພິມໄດ້ຊ່ວຍໃຫ້ການຜັນຂະຫຽາຍວິທີການດັ່ງກ່າວໄດ້ຢ່າງແຜ່ຫຼາຍ, ໂດຍສະເພາະສົນທິສັນຍາຂອງ ລູຍກາ ປາຊີໂອລີ ( Luca Pacioli ) ນັກຄະນິດສາດລືນາມ ເຊີ່ງໄດ້ຈັດພິມປື້ມເຫຼັ້ມ ທຳອິດໃນປີ ຄສ 1494 ຫຼື ພສ 2037  ( 511 ປີກ່ອນ ) ພາຍໃຕ້ຫົວຂໍ້ " ລວມຍອດເລກຄະນິດ, ເລຂາຄະນິດ, ຄວາມສົມສ່ວນ ແລະ ລັກສະນະສົມສ່ວນ "  ທີ່ໄດ້ສະເໜີຫຼັກການພື້ນຖານ ຂອງການບັນຊີຄູ່ ຢູ່ໃນພາກ ກ່ຽວກັບ ລາຍການເຄື່ອນໄຫວ ແລະ ການຈົດກ່າຍ. ເວົ້າລວມແລ້ວ ທ່ານ ລູຍກາ ປາຊີໂອລີ ເປັນຜູ້ລິເລີ່ມ ແລະ ອະທິບາຍການບັນຊີຄູ່ ( ໜີ້ ແລະ ມີ ),
          ນັບແຕ່ນັ້້ນມາ, ການບັນຊີຄູ່ ໄດ້ມີການປັບປຸງ ແລະ ພັດທະນາມາເລື້້ອຍໆ ຈົນເຖິງທຸກວັນນີ້,

ການບັນຊີ " ຄູ່ " ແມ່ນການບັນທຶກບັນຊີທີ່ພົວພັນແຕ່ 2 ບັນຊີຂຶ້ນໄປ ແລະ ດ້ວຍຈຳນວນເງິນເທົ່າກັນ ລະຫວ່າງເບື້ອງ ໜີ້ ແລະ ເບື້ອງ ມີ ຫຼື ພາສາອັງກີດເອີນວ່າ : Debit " Dr " and Credit " Cr ",

          ສຳລັບຢູ່ ສປປລາວ ກ່ອນປີ 1990 ລະບົບການບັນຊີວິສາຫະກິດ ທີ່ຈັດຕັ້ງປະຕິບັດ ແມ່ນລະບົບ" ບັນຊີເອກະພາບ " ເຊິ່ງເປັນລະບົບບັນຊີຄູ່ ແລະ ຖືກນຳໃຊ້ກັນໃນລັດວິສາຫະກິດ, ວິສາຫະກິດຂະໜາດໃຫຍ່,ອີງໃສ່ການຂະຫຽາຍຕົວຂອງເສດຖະກິດ - ສັງຄົມໂດຍສະເພາະການຫັນ

ເຂົ້າສູ້ເສດຖະກິດຕະຫຼາດ (ເປີດປະຕູສູ່ພາຍນອກ) ເຫັນວ່າລະບົບບັນຊີດັ່ງກ່າວຍັງບໍ່ທັນຕອບສະ ໜອງໄດ້ຂໍ້ມູນຂ່າວສານຮັບໃຊ້ການບໍລິຫານແລະການຄຸ້ມຄອງຢ່າງຄົບຖ້ວນບວກກັບສະພາບແວດລ້ອມຂອງບັນດາປະເທດພາກພື້ນແລະໃນໂລກໄດ້ມີການປັບປຸງລະບົບບັນຊີຂອງຕົນຈຶ່ງໄດ້ມີການ ຄົ້ນຄວ້າເອົາລະບົບບັນຊີໃໝ່ ( ຫຼື ເອີ້ນວ່າ : ບັນຊີວິສາຫະກິດໃໝ່ ໃນປະຈຸບັນ ), ການຄົ້ນຄວ້າ ເພື່ອນຳສະເໜີຂັ້ນເທິງ ( ສະພາລັດຖະມົນຕີ ) ໃນເວລານັ້ນ ປະກອບມີ 2 ລະບົບ ຄື :

- ລະບົບບັນຊີຂອງບັນດາປະເທດທີ່ໃຊ້ ພາສາອັງກິດ ຈຳແນກບັນຊີຕາມຂອດວຽກງານ, ໜ່ວຍງານ, 

-ລະບົບບັນຊີຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ:ຈຳແນກການບັນຊີຕາມລັກສະນະເນື້ອໃນ,ໝາຍເຖິງການຈັດປະເພດລາຍຈ່າຍຕາມເນື້ອໃນດ້ານກົດໝາຍທີ່ມາຈາກພາຍນອກເຊັ່ນ :ລາຍຈ່າຍໃຫ້ພະນັກ ງານບົນພື້ນຖານສັນຍາຜູກພັນດ້ານແຮງງານ" ສັນຍາຮັບຈ້າງ ",ລາຍຈ່າຍໃນການຊື້,ລາຍຈ່າຍຄ່າບໍລິ ການ ຈາກພາຍນອກລ້ວນແຕ່ອີງໃສ່ໃບເກັບເງິນທີ່ຜູ້ສະໜອງສົ່ງໃຫ້ເຊິ່ງສະແດງເຖິງການໂອນກຳມະສິດ ວັດຖຸ,ສິນຄ້າຫຼືການບໍລິການທີ່ໄດ້ຮັບ, ... ຜ່ານການຄົ້ນຄ້ວາດັ່ງກ່າວບັນດາທ່ານໃນຄະນະສະພາລັດ ຖະມົນຕີ(ໂດຍມີປະທານໄກສອນພົມວິຫານເປັນປະທານ)ໄດ້ເລືອກເອົາແບບລະບົບບັນຊີ ຂອງບັນດາປະເທດ ທີ່ນຳໃຊ້ພາສາຝຣັ່ງ ເນື່ອງຈາກ : - ຈຳແນກໃຫ້ເຫັນຢ່າງຈະແຈ້ງ ລັກສະນະເນື້ອໃນຂອງການເຄື່ອນໄຫວ, - ເປັນລະບົບບັນຊີທີ່ມີຄວາມເຂັ້ມງວດ ( ກຳນົດເລກບັນຊີ ແລະ ເອກະສານລາຍງານ ) ເພື່ອໃຫ້ແຕ່ລະວິສາຫະກິດປະຕິບັດຢ່າງເປັນເອກະພາບ,ບໍ່ອະນຸยາດໃຫ້ວິສາຫະກິດກຳນົດເລກໝາຍ ບັນຊີ ແລະ ເອກະສານລາຍງານການເງິນຕາມໃຈຊອບ, - ລະບົບລາຍງານເໜັ້ນໜັກຮັບໃຊ້ເບື້ອງລັດ( ລັດຖະການສ່ວຍສາອາກອນ ). ສ່ວນລະບົບຂອງປະເທດ ທີ່ນຳໃຊ້ພາສາອັງກິດ ເໜັ້ນໜັກຮັບໃຊ້ຜູ້ຖືຮຸ້ນ, ຂາຮຸ້ນຫຼາຍກວ່າ, ທັງ 2 ລະບົບ ກໍ່ແມ່ນຮັບ ໃຊ້ການຄຸ້ມຄອງການເງິນ ແລະ ການບໍລິຫານຂອງວິສາຫະກິດໄດ້ເປັນຢ່າງດີ, - ສ້າງຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ກວດກາ ເພາະວິສາຫະກິດໃດກໍ່ປະຕິບັດຄືກັນ, -ອື່ນໆ.ເພື່ອສືບຕໍ່ຕອບສະໜອງໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແລະການພົວພັນ ຮ່ວມມື ທາງ ດ້ານເສດຖະກິດກັບຕ່າງປະເທດໃຫ້ກ້ວາງຂວາງ, ກົມລະບອບບັນຊີ ກະຊວງການເງິນ ໄດ້ສືບຕໍ່ຄົ້ນຄວ້າແລະພິຈາລະນາກົດໝາຍບັນຊີສະບັບໃໝ່ເພື່ອໃຫ້ສອດຄ່ອງເໝາະສົມກັບເງື່ອນໄຂ ການຂະຫຍາຍຕົວດັ່ງກ່າວ.

1.2. ການບັນຊີແມ່ນຫຍັງ ?

        ການບັນຊີແມ່ນເຄື່ອງມືທີ່ນຳໃຊ້ສຳລັບບັນທຶກ,ຈົດກ່າຍລາຍການເຄື່ອນໄຫວທາງດ້ານເສດຖະກິດທີ່ວັດແທກ,ຕີລາຄາ ເປັນເງິນ ແລະ ເປັນເຄື່ອງມືຊ່ວຍໃນການ ຕິດຕາມ, ກວດກາ, ຄຸ້ມຄອງ ຊັບສົມບັດລວມ ( ຊັບສິນ-ໜີ້ສິນ ) ແລະ ປະເມີນຜົນໄດ້ຮັບ ( ກຳໄລ-ຂາດທຶນ ). ນອກນັ້ນ ຍັງສາມາດຊ່ວຍໃຫ້ ຄາດຄະເນ ຕົວເລກກ່ຽວກັບ ສິ່ງທີ່ເກີດຂຶ້ນພາຍໃນຂ້າງໜ້າ ( ບັນຊີວິໄຈ ຫຼື ບັນຊີຄຸ້ມຄອງ, ປະເທດ ທີ່ນຳໃຊ້ພາສາອັງກິດ ຈຳແນກສອງຄຳສັບດັ່ງກ່າວນີ້ ດ້ວຍ :  " Financial accounting " ແລະ " Management accounting "

ການບັນຊີ ແມ່ນເຕັກນິກອັນຫນຶ່ງ ທີ່ວາດພາບໃຫ້ເຫັນ ຜ່ານບັນດາຕາຕະລາງ ທີ່ມີຕົວເລກເປັນມູນຄ່າ ກ່ຽວກັບສະພາບ ແລະ ການເຄື່ອນໄຫວ ຂອງຫົວຫນ່ວຍທຸລະກິດເອກກະລາດ. ຈະລົງເລິກຄົ້ນຄວ້າກ່ຽວກັບບັນຊີໃຫ້ໄດ້ຮັບຜົນ ກໍມີແຕ່ວ່າ ຕ້ອງໄດ້ຄົ້ນຄວ້າບັນດາລັກສະນະເດັ່ນ ແລະ ພາລະບົດບາດຂອງ" ວິສາຫະກິດ " ກ່ອນ. ການບັນຊີ ແມ່ນການບັນທຶກຈົດກ່າຍເນື້ອໃນຕ່າງໆຂອງການເຄື່ອນໄຫວ ກ່ຽວກັບການເງິນ ຫລື ສິ່ງຂອງທີ່ກຳນົດມູນຄ່າເປັນເງິນໄວ້ເປັນຫລັກຖານ ໂດຍຈັດແຍກໄວ້ເປັນປະເພດຕ່າງ ໆຕາມລຳດັບ ເພື່ອໃຫ້ສະແດງຜົນງານອັນເປັນປະໂຫຍດແກ່ການເຮັດວຽກງານ ຕະຫລອດຈົນວິໃຈຜົນຂອງການດຳເນີນງານໄດ້ນັ້ນ. ການບັນຊີແມ່ນການສະໜອງຂໍ້ມູນຂ່າວສານໝາຍຄວາມວ່າສ່ອງແສງໃຫ້ເຫັນພາບພົດອັນຖືກຕ້ອງທີ່ສຸດກັບຕົວຈິງກ່ຽວກັບສະພາບແລະບັນດາລາຍການເຄື່ອນໄຫວຕ່າງໆຂອງວິສາຫະກິດ. ການບັນຊີປຽບເໝືອນກ້ອງຖ່າຍຮູບທີ່ຖ່າຍເອົາໝົດທຸກການເຄື່ອນໄຫວຂອງວິສາຫະກິດ.

1.3 ພາລະບົດບາດການບັນຊີ

      ການບັນຊີມີພາລະບົດບາດໃນການຈັດວາງການສະໝອງຂໍ້ມູນຂ່າວສານອັນຈຳເປັນສຳລັບພາຍໃນຫົວ

ໜ່ວຍທຸລະກິດແລະໃຫ້ແກ່ພາຍນອກເພື່ອຮັບປະກັນສິດຜົນປະໂຫຽດຂອງລັດ, ຂອງຫົວໜ່ວຍທຸລະກິດແລະ ຂອງຊາວຜູ້ອອກແຮງງານ ຂໍ້ມູນຂ່າວສານສະໜອງໃຫ້ແກ່ພາຍໃນ ການບັນຊີຕ້ອງເຍືອງໃຫ້ບັນດາຜູ້ນຳວິສາຫະກິດເຫັນແຈ້ງບໍ່ພຽງແຕ່ສະພາບໃນອະດີດຜ່ານມາເທົ່ານັ້ນ ແຕ່ຍັງຕ້ອງສະແດງໃຫ້ເຫັນກ່ຽວກັບສະພາບໃນປະຈຸບັນອີກດ້ວຍແລະໂດຽສະເພາະແລ້ວໃຫ້ເຫັນແຈ້ງກ່ຽວກັບ ສະພາບໃນອານາຄົດຂ້າງໜ້າການບັນຊີຕ້ອງໄດ້ສະໜອງບັນດາຂໍ້ມູນຊີ້ບອກທີ່ຈະຊ່ວຍໃຫ້ເປັນບ່ອນອີງໃຫ້ແກ່ ການວາງທິດທາງການເຄື່ອນໄຫວແລະການຂະຫຍາຍຕົວຂອງວິສາຫະກິດດັ່ງນັ້ນວິສາຫະກິດຕ້ອງໄດ້ຖືບັນຊີ ເພື່ອແນໃສ່ຮັບໃຊ້ໃຫ້ບັນດານັກຄຸ້ມຄອງຄະນະນຳພາແລະໃຫ້ແກ່ຊາວຜູ້ອອກແຮງງານດຳເນີນທຸລະກິດມີປະ ສິດທິຜົນດີຂຶ້ນ. - ຜູ້ອຳນວຍການ, ຜູ້ຈັດການ : ຕີລາຄາການປະຕິບັດງານໃນໄລຍະຜ່ານມາ, ຄວບຄຸ້ມ, ວາງແຜນ, ... - ຜູ້ຖືຮຸ້ນ, ຂາຮຸ້ນ : ຖານະການເງິນ, ຜົນຕອບແທນຈາກການລົງທຶນ ( ເງິນປັນຜົນ ), ... - ພະນັກງານ-ກຳມະກອນ : ສຶກສາຖານະການເງິນ, ນະໂຍບາຍຕ່າງໆ ເພື່ອເບິ່ງຄວາມໝັ້ນຄົງ ແລະ ເງື່ອນໄຂການຮັບຜົນຕອບແທນ ແຮງງານ, ສະຫວັດດີການ, ... ຂໍ້ມູນຂ່າວສານສະໜອງໃຫ້ແກ່ພາຍນອກ ບໍ່ພຽງແຕ່ອ່ານບັນດາເອກະສານສະໜອງຈາກການບັນຊີ ເຊີ່ງເອີ້ນວ່າ: " ເອກະສານລາຍງານສັງເຄາະ , ຂໍ້ມູນຂ່າວສານດັ່ງກ່າວຕ້ອງສະແດງໃຫ້ເຫັນສະພາບແລະການເຄື່ອນໄຫວເກີດຂຶ້ນຢ່າງຖືກຕ້ອງທີ່ສຸດ ກັບຕົວຈິງເພື່ອເຮັດໃຫ້ພາກສ່ວນຫລືບັນດາບຸກຄົນພາຍນອກວິສາຫະກິດເຂົ້າໃຈໄດ້ດີເຊັ່ນ ບັນດາບຸກຄົນພາຍ ນອກວິສາຫະກິດ ຫຼື ບັນດາພາກສ່ວນທີ່ພົວພັນກັບວິສາຫະກິດກ່ຽວຂ້ອງເຊັ່ນ : ບັນດາລູກຄ້າ, ຜູ້ສະໜອງ, ລັດ, ພະນັກງານ, ບັນດາຂາຮຸ້ນ..... ຕ້ອງໄດ້ກຳແໜ້ນສະພາບການເງິນຂອງວິສາຫະກິດ ເພື່ອແນໃສ່ຈຸດປະສົງໃນການວິໄຈການອຳນວຍຄວບຄຸ້ມ : - ລັດ : ລັດຖະການສ່ວຍສາອາກອນ ( ຂໍ້ມູນຄິດໄລ່ອາກອນປະເພດຕ່າງໆ ), ອົງການກວດກາ ຕ່າງໆຂອງລັດ - ທະນາຄານ : ການໃຫ້ກູ້ຢືມເງິນ, ... - ນັກລົງທຶນ : ການເຂົ້າຮ່ວມທຶນ, - ລູກຄ້າ : ຕໍ່ລອງການຕິດໜີ້ ( ສັ້ນ ຫຼື ຍາວ ), ຈະຕັດສິນໃຈຊຶ້ສິນຄ້າ/ຜະລິດຕະພັນ/ການບໍລິການ ຫຼື ບໍ່ ? - ຜູ້ສະໜອງ : ຈະສະໜອງສິນຄ້າ/ຜະລິດຕະພັນ/ການບໍລິການໃຫ້ ຫຼື ບໍ່ ?, ຕໍ່ລອງການຕິດໜີ້, ອື່ນໆ, ... - ຂໍ້ມູນຂ່າວສານ ດ້ານການບັນຊີ ສະແດງອອກຜ່ານເອກະສານລາຍງານສັງເຄາະ ( ເອກະສານລາຍ ງານການເງິນ ) ດັ່ງນີ້ :

  • ປື້ມບັນຊີປະຈຳວັນ,
  • ປື້ມບັນຊີໃຫຍ່ແຍກປະເພດ,
  • ໃບດຸ່ນດ່ຽງກ່ອນການກວດນັບ,ໃນດຸ່ນພາຍຫຼັງການກວດນັບແລະໃບດຸ່ນດ່ຽງພາຍຫຼັງສ້າງໃບລາຍງານ ຜົນໄດ້ຮັບ,
  • ໃບລາຍງານຜົນໄດ້ຮັບ,
  • ໃບສະຫຼຸບສັບຊົມບັດ ( ຊັບສິນ, ໜີ້ສິນ ),
  • ເອກະສານຊ້ອນທ້າຍຕ່າງໆ ປະຈຳປີ.

 ແຜນວາດ ພາກສ່ວນພາຍໃນ ພາກສ່ວນພາຍນອກ - ຄະນະບໍລິຫານງານ - ເຈົ້າໜີ້ແລະລູກໜີ້ - ຄະນະອຳນວຍການ - ລັດ

- ພະນັກງານ ເພື່ອຄຸ້ມຄອງວິສາຫະກິດ - ຜູ້ຖືຮຸ້ນ - ທະນາຄານ

ຮັບປະກັນການເຕີບໃຫ່ຍ ຂະຫຍາຍຕົວຂອງ ວ/ກ ເພື່ອກຳນົດສະພາບການຂອງວິສາຫະກິດ

ການກວດກາ ແລະ ຮຸ້ນທຶນນຳກັນ

1.4. ແບບລະບົບບັນຊີຂອງ ສປປລາວ

          ແບບລະບົບບັນຊີຂອງ ສປປລາວ ມີ 3 ລະບົບຄື : ລະບົບປະຖົມພື້ນຖານ, ລະບົບທຳມະ ດາແລະລະບົບຂະຫຍາຍຕົວ ( ມາດຕາ 13,14,15 ຂອງດຳລັດນາຍົກລັດຖະມົນຕີ ), ການຈັດເຂົ້າ ສູ່ການຖືບັນຊີດັ່ງກ່າວແມ່ນຂຶ້ນກັບລະດັບຂອງ " ລາຍຮັບທຸລະກິດປະຈຳປີ "  ຊຶ່ງກຳນົດໄວ້ໃນ ມາດຕາ 41 ຂອງກົດໝາຍ ວ່າດ້ວຍສ່ວຍສາອາກອນ ຄື : 

 ລາຍຮັບທຸລະກິດປະຈຳປີ(ລາຍຮັບຈາກການຂາຍ,ການບໍລິການ,ລາຍຮັບຈາກິດຈະການສຳ  ຮອງ ) ຕ່ຳກ່ວາ 200 ລ້ານກີບ/ປີ : ຖືບັນຊີລະບົບປະຖົມພື້ນຖານ ( ບັນຊີຄີກ ),  ລາຍຮັບທຸລະກິດປະຈຳປີ(ລາຍຮັບຈາກການຂາຍ,ການບໍລິການລາຍຮັບຈາກກິດຈະການສຳ ຮອງ)ແຕ່ 200 ລ້ານ ເຖິງ 2,400 ລ້ານກີບ : ຖືບັນຊີ ລະບົບທຳມະດາ ( ບັນຊີຄູ່ ),  ລາຍຮັບທຸລະກິດປະຈຳປີ(ລາຍຮັບຈາກການຂາຍ,ການບໍລິການ,ລາຍຮັບຈາກກິດຈະການສຳ ຮອງ) ສູງກວ່າ 2,400 ລ້ານກີບຂຶ້ນໄປ  : ຖືບັນຊີ ລະບົບຂະຫຍາຍຕົວ ( ບັນຊີຄູ່ ).

II. ລະບຽບການພື້ນຖານກ່ຽວກັບການບັນຊີ

2.1. ຂໍ້ບັງຄັບໃນການຖືບັນຊີ

ເນື່ອງຈາກການບັນຊີວິສາຫະກິດແມ່ນເຄື່ອງມືທີ່ຈຳເປັນ ຮັບໃຊ້ຫຼາຍພາກສ່ວນຈຶ່ງຈຳເປັນຕ້ອງ

ມີຂໍ້ບັງຄັບໃນການກຳນົດໃຫ້ຖືບັນຊີ ( ມາດຕາ 8 ຂອງກົດໝາຍບັນຊີ ) ຄື ມີ 10 ຂໍ້ບັງຄັບ :

 ຖືບັນຊີເປັນພາສາລາວ ແລະ ເປັນຫົວໜ່ວຍເງິນຕາແຫ່ງຊາດ ( ເງິນກີບ ),

 ນຳໃຊ້ເຕັກນິກການບັນຊີຄູ່ ເວັ້ນເສຍແຕ່ຫົວນ່ວຍທຸລະກິດຂະໜາດນ້ອຍ ຈະໄດ້ຮັບການຍົກເວັ້ນ,

 ອີງໃສ່ບັນດາເອກະສານຢັ້ງຢືນທີ່ມີ ວັນ, ເດືອນ, ປີ ເກັບມ້ຽນ ແລະ ຈັດວາງຕາມລຳດັບທີ່ໄດ້ກຳ ນົດໄວ້ ແລະ ມີເລກໝາຍການຈົດກ່າຍເຂົ້າໃນປື້ມບັນຊີ ເພື່ອນຳໃຊ້ເປັນຫຼັກຖານ,

 ຕ້ອງຈົດກ່າຍບັນດາລາຍການເຄື່ອນໄຫວ ຕາມລຳດັບການເກີດຂຶ້ນ ຂອງແຕ່ລະລາຍການ,

 ຖືປື້ມບັນຊີ ແລະ ປື້ມຕິດຕາມ ເພື່ອໃຫ້ສາມາດສ້າງບັນດາເອກະສານລາຍງານສັງເຄາະ ( ເອກະ ສານລາຍງານການເງິນ ) ຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນມາດຕາ 5 ຂອງກົດໝາຍບັນຊີ,

 ໃຫ້ມີການຄວບຄຸມບັນຊີທີ່ໄວ້ໃຈໄດ້ ( ການຄວບຄຸ້ມພາຍໃນ ) ເພື່ອຕ້ານຂໍ້ຜິດພາດ, ການປອມ ແປງ, ລັກໂລບ ແລະ ເພື່ອປົກປ້ອງຊັບສົມບັດ, 

ກວດກາຄວາມຈິງ ແລະ ມູນຄ່າຂອງບັນດາອົງປະກອບຊັບສິນ ແລະ ໜີ້ສິນ ຕາມການບັນທຶກບັນຊີ, 

ການຈົດກ່າຍແຕ່ລະລາຍການເຂົ້າບັນຊີ ຕ້ອງໃຫ້ຮູ້ທີ່ມາ, ຂໍ້ຄວາມ, ເນື້ອໃນ, ລັກສະນະ ໂດຍມີ ເອກະສານຢັ້ງຢືນ, 

ປືື້ມຕິດຕາມບັນຊີທີ່ໃຊ້ ເພື່ອຈົດກ່າຍລາຍການເຄື່ອນໄຫວໃນປີ ແລະ ການປັບປຸງເວລາອັດບັນຊີ ທ້າຍປີ ບໍ່ໃຫ້ມີການຂ້າມແຖວ, ຍະຫວ່າງ ແລະ ຂີດຂ້າ ຫຼື ຂຽນທັບແຕ່ຢ່າງໃດ, 

ບັນດາເອກະສານບັນຊີ ແລະ ບັນດາໃບຢັ້ງຢືນຕ່າງໆ ຕ້ອງເກັບຮັກສາໄວ້ເປັນເວລາ 10 ປີ.

2.2. ບາງຂໍ້ຕົກລົງດ້ານບັນຊີ -

ການຕີລາຄາບັນດາອົງປະກອບຕ້ອງຈົດເຂົ້າບັນຊີ ຕາມມູນຄ່າຕົ້ນທຶນເດີມ. -ສະພາບຕໍ່ເນື່ອງກັນຂອງກທຸລະກິດການນຳໃຊ້ວິທີການຕີລາຄາຢ່າງຄົງຕົວຍາວນານແລະການຈັດ ຕັ້ງປະຕິບັດບັນດາຂໍ້ກຳນົດແລະລະບຽບວິທີການຢ່າງຄົງຕົວຍາວນານ. - ຄວາມເປັນເອກະລາດຂອງປີການບັນຊີ,ບໍ່ຂຶ້ນກັບປີຜ່ານມາແລະກັບປີຕໍ່ໄປ.

2.3. ບັນດາຫລັກການຊີ້ນຳ -

ຄວາມຖືກຕ້ອງຕາມລະບຽບຫລັກການແລະຄວາມຖືກຕ້ອງຕາມຕົວຈິງຂອງບັນດາບັນຊີ. -ຄຸນຄ່າເທົ່າທຽມກັນຂອງບັນດາຂໍ້ມູນຂ່າວສານຕາມໄລຍະເວລາແລະສິ່ງແວດລ້ອມພ້ອມທັງຊ່ວຍໃຫ້ ດຳເນີນການສົມທຽບກັນຢ່າງເປັນທີ່ໄວ້ໃຈໄດ້. -ການຕົກລົງເຫັນດີຈາກກົມກອງຮັບຜິດຊອບກ່ຽວກັບບັນດາລາຍການເຄື່ອນໄຫວສະເພາະຂອງຂະ ແໜງວຽກງານໃດນຶ່ງທີ່ບໍ່ໄດ້ກຳນົດໄວ້ຢູ່ໃນແຜນຜັງການບັນຊີທົ່ວໄປ. - ແຜນຜັງການບັນຊີທົ່ວໄປນຳໃຊ້ໃນທຸກໆຂະແໜງການແລະທຸກໆພາກສ່ວນເສດຖະກິດແຫ່ງຊາດ. - ຫລັກການແຫ່ງຄວາມຮອບຄອບ.

III. ຫົວຫນ່ວຍທຸລະກິດເອກະລາດ ( ຫ.ທ.ອ ) ຫລື ວິສາຫະກິດ (ວສ) 

ຫມາຍຄວາມວ່າ:

ກ - ເປັນຫົວຫນ່ວຍທຸລະກິດຜະລິດບັນດາຜະລິດຕະພັນຫລື ການບໍລິການທີ່ແນໃສ່ຕອບສະຫນອງ ບັນ ດາຄວາມຕ້ອງການຂອງບຸກຄົນ, ບັນດາວິສາຫະກິດອື່ນ ຫລື ບັນດາອົງການຈັດຕັ້ງອື່ນ ໆ.

ຂ-ເປັນຫົວຫນ່ວຍທຸລະກິດຜະລິດບັນດາຜະລິດຕະພັນຫລືການບໍລິການແລະສິນຄ້າເພື່ອຕະຫລາດ ຫມາຍຄວາມວ່າຂາຍຜະລິດຕະພັນ ຫລື ການບໍລິການທີ່ໄດ້ດຳເນີນ.

ຄ - ເປັນຫົວຫນ່ວຍທຸລະກິດ ເປັນເອກະລາດທາງດ້ານການເງິນ ຫມາຍຄວາມວ່າ: ຜະລິດ ແລະ ຂາຍເອົາເອງ, ຮັບຜິດຊອບເອົາເອງ ແລະ ສ່ຽງໄພເອົາເອງ. ຫົວຫນ່ວຍທຸລະກິດເອກະລາດ ຫລື ວິສາຫະກິດ ອາດຈະນິຍາມ ຢ່າງກະທັດລັດໄດ້ວ່າ ເປັນອົງການ ທີ່ເປັນເອກະລາດທາງດ້ານການເງິນ,ດຳເນີນການຜະລິດສິນຄ້າແລະການບໍລິການເພື່ອຕະຫລາດ.

3.1 ການເຄື່ອນໄຫວເສດຖະກິດຂອງວິສາຫະກິດ.

3.1.1 ຮູບແບບການເຄື່ອນໄຫວ: "

ຜົນຜະລິດ " ດ້ານເສດຖະກິດຂອງວິສາຫະກິດ ມີ 2 ລັກສະນະດັ່ງນີ້:

ກ. ລັກສະນະການຄ້າ: ວິສາຫະກິດຂາຍຄືນສິນຄ້າທີ່ໄດ້ຊື້ມາອອກຕາມສະພາບເດີມ. ຕົວຢ່າງ: - ຮ້ານຂາຍເຂົ້າຫນົມ, ຮ້ານຂາຍປຶ້ມ, ຮ້ານສັບພະສິນຄ້າ...

	               -  ວິສາຫະກິດໃຫ້ບໍລິການອື່ນໆເຊັ່ນ:  ຂົນສົ່ງ,ຕັດຜົມ,ອັດຮູບ........

ຂ. ລັກສະນະອຸດສາຫະກຳ: ວິສາຫະກິດ ຜະລິດບັນດາຜະລິດຕະພັນ ຫລື ສິນຄ້າບົນພື້ນ ຖານວັດຖຸດິບ ແລະ ວັດຖຸປະກອບທີ່ໄດ້ຊື້; ຖືວ່າວິສາຫະກິດມີການປຸງແຕ່ງວັດຖຸດັ່ງກ່າວ.  ຕົວຢ່າງ: - ໂຮງງານໄມ້ອັດ,ໂຮງງານເຂົ້າຈີ່, ໂຮງງານເບັຽລາວ....................

		   -   ບໍລິສດກໍ່ສ້າງເຄຫາສະຖານ, ໂຮງງານຫັດຖະກຳ ...............
3.1.2	ຮູບການເຄື່ອນໄຫວ:

- ການເຄື່ອນໄຫວເສດຖະກິດຂອງວິສາຫະກິດ ສະແດງອອກຕົ້ນຕໍດ້ວຍການແລກປ່ຽນກັບພາຍນອກ ເຊັ່ນ: ມີການແລກປ່ຽນດ້ານສິນຄ້າ, ດ້ານການບໍລິການ ແລະ ເງິນຕຣາ...... - ວິສາຫະກິດແມ່ນໃຈກາງ ແຫ່ງການແລກປ່ຽນທາງດ້ານເສດຖະກິດ. ຕົວຢ່າງ:

         ຮ້ານຂາຍປຶ້ມແລະເຄື່ອງໃຊ້ຫ້ອງການແຫ່ງຫນື່ງ.ໃນປີໜຶ່ງໆ ການເຄື່ອນໄຫວເສດຖະກິດຂອງວິສາຫະກິດ ມີດ່ັງນີ້:

1/ - ລາວໄດ້ຊື້ເຄື່ອງນຳຜູ່ສະຫນອງຕ່າງໆເຊັ່ນ:ໂຮງພິມ,ສຳນັກພິມ,ອາດຈະແມ່ນພາຍໃນແລະຕ່າງປະເທດ.

2/- ລາວໄດ້ຊື້ການໃຫ້ບໍລິການຂອງວິສາຫະກິດອື່ນໆເຊັ່ນ:ການຂົນສົ່ງ,ບໍລິສັດໄຟຟ້າ,ນ້ຳປະປາ,ໄປສະນີ,ຄ່າເຊົ່າສະຖານທີ່, ຫນັງສືພິມ ແລະອື່ນໆ.

3/- ລາວຍັງໄດ້ຮັບການບໍລິການອື່ນໆ ທີ່ວິສາຫະກິດອື່ນບໍ່ໄດ້ຂາຍໃຫ້ແຕ່ເປັນການບໍລິການທີ່ໄດ້ສະຫນອງໃຫ້ເຊັ່ນ:

-  ພະນັກງານຂອງລາວເອງທີ່ໄດ້ປະກອບແຮງງານຮັບໃຊ້ວິສາຫະກິດ.
-  ທະນາຄານຕ່າງໆທີ່ໃຫ້ບໍລິການແກ່ວິສາຫະກິດເຊ່ັນ: ການກູ້ຢືມເງິນ.

4/ - ລາວຍັງໄດ້ຊຳລະສະສາງການຊື້ສິນຄ້າ ແລະ ການໃຫ້ບໍລິການຂອງພາກສ່ວນອື່ນໆ ຫລື ລາວອາດໄດ້ຮັບການຊຳລະການຂາຍຈາກພາກສ່ວນອື່ນໆ ເປັນເງິນສົດ ຫລື ຜ່ານທະນາຄານ (ດ້ວຍແຊ໊ກ ຫລື ການໂອນ) ເຊີ່ງພວກເຮົາເອີ້ນວ່າ: ຊັບສິນເປັນເງິນ.

5/- ລາວຂາຍສິນຄ້າ ທີ່ໄດ້ຊື້ຜ່ານມາ ໃຫ້ແກ່ລູກຄ້າ ໃນນັ້ນ ລູກຄ້າ ອາດຊື້ໂດຍກົງກັບຮ້ານ ຫລືບາງຄັ້ງ ການຂາຍກໍມີການຈັດສົ່ງໃຫ້ຮອດເຮືອນ ຫລື ສະຖານທີ່ ຂອງວິສາຫະກິດອື່ນ.

3.2 ແຜນວາດກ່ຽວກັບທຸລະກິດການຄ້າ ວິສາຫະກິດ ຜູ້ສະນອງສິນຄ້າ

ຕະຫລາດ ລູກຄ້າ ຜູ້ສະໜອງບໍລິການ ພະນັກງານ

3.3 ສະພາບທົ່ວໄປຂອງວິສາຫະກິດ:

ວິສາຫະກິດ ແມ່ນທາງຄົບ ແຫ່ງການແລກປ່ຽນ ທາງດ້ານເສດຖະກິດ ທຸກວິສາຫະກິດ ຂາຍສິນຄ້າ,ຜະລິດຕະພັນ ແລະ ການບໍລິການ ໃຫ້ແກ່ລູກຄ້າຂອງຕົນ ເຊິ່ງປະກອບເປັນຕະຫລາດ ຂອງຕົນເອງ ເພື່ອບັນລຸເຖິງວັດຖຸປະສົງ ໃນການຂາຍດັ່ງກ່າວນີ້ ວິສາຫະກິດຕ້ອງໄດ້ຊື້ສິນຄ້າ ແລະ ການບໍລິການ ລັກສະນະສິນຄ້ານຳບັນດາຜູ້ສະຫນອງຕ່າງໆ ຈາກບັນດາຕົວແທນເສດຖະກິດຫລືຈາກບັນດາປັດໃຈການຜະລິດ ເຊ່ນ:ພະນັກງານ,ລັດ,ແລະ ທະນາຄານ..........ບັນດາລາຍການເຄື່ອນໄຫວເຫລົ່ານີ້ ໄດ້ຮັບການຊຳລະສະສາງໃນທັນໃດໂລດ ຫລື ວ່າ ໄລຍະໃດຫນຶ່ງຕາມຫລັງ ເຊິ່ງເຮັດໃຫ້ມີການຮັບເງິນເຂົ້າ ແລະ ການຈ່າຍເງິນອອກ. ຕະຫລາດ ລູກຄ້າ ວິສາຫະກິດ ຜູ້ສະໜອງ ປັດໄຈການຜະລິດ

4/10/18

IV ການວາດພາບກ່ຽວກັບ ກິດຈະການກະແສເສດຖະກິດ.

4.1 ສະພາບທົ່ວໄປ

ການປະກອບທຸລະກິດຕ່າງ ໆ ທັງໃນການຂາຍບໍລິການ ຫລື ການຈຳໜ່າຍສິນຄ້າ, ຊຶ່ງເອີ້ນແບບງ່າຍໆວ່າ :ການຂາຍ ອັນເປັນການລວບລວມເງິນທຶນ ຫລື ປັດໃຈຕ່າງ ໆ ມາດຳເນີນການໃຫ້ເກີດຜົນອອກມາໃນຮູບກຳໄລ.ໝາຍເຖິງໄດ້ຮັບເງິນຫລືສິ່ງຂອງເພີ້ມຂື້ນ.ເຈົ້າຂອງກິດຈະການຈຳເປັນຕ້ອງມີເງິນທືນ ເພື່ອໃຊ້ໃນການດຳເນີນກິດຈະການ ຫລືທຸລະກິດເຊັ່ນ : - ຕ້ອງມີເງິນສົດ ສຳລັບຊື້ສິນຄ້າເພື່ອມາຈຳໜ່າຍ ຫລືຈ່າຍຄ່າໃຊ້ຈ່າຍຕ່າງ ໆ. - ຕ້ອງມີສະຖານທີ່ປະກອບການຄ້າ ແລະເຄື່ອງໃຊ້ທີ່ຈຳເປັນ. ດັ່ງນັ້ນ ໃນປະຈຸບັນນີ້ເຮົາຈະເຫັນໄດ້ວ່າ ອົງການທຸລະກິດ ທີ່ຈະເລີນກ້າວໜ້າ ກໍ່ຍ້ອນເຈົ້າຂອງກິິດຈະການ ຫລື ຜູ້ປະກອບການຄ້າ ໄດ້ປັບປຸງວິທີການໃໝ່ເຂົ້າມານຳໃຊ້ ແລະ ຜົນສຳເລັດ ຂອງການດຳເນີນງານນັ້ນແມ່ນຂື້ນກັບການເຮັດບັນຊີ. ສະເພາະການບັນຊີສາມາດສະແດງຜົນງານໃຫ້ຮູ້ວ່າມີກຳໄລ ຫລື ຂາດທຶນຕະຫລອດຈົນຮອດຖານະການເງິນເປັນແນວໃດ ? ມີຊັບສິນ, ໜີ້ສິນ ແລະ ທຶນ ເປັນຈຳນວນເທົ່າໃດ? ນອກຈາກນັ້ນຍັງສາມາດວິໃຈຜົນຂອງການດຳເນີນງານ ຕ່າງໆທີ່ແລ້ວມານັ້ນ ແລະຈະຊ່ວຍໃຫ້ຜູ້ບໍລິຫານຕັດສິນໃຈເຮັດວຽກງານໄດ້ຢ່າງຖືກຕ້ອງ. ຖ້າບໍ່ມີຄວາມຮັບຮູ້ໂດຽກົງ ແລະ ປະສົບການ ກ່ຽວກັບຫົວຫນ່ວຍທຸລະກິດເອກະລາດ ເຊິ່ງຕົນເອງຍັງບໍ່ທັນມີ, ນັກຮຽນ ຕ້ອງໄດ້ອີງໃສ່ບົດຮຽນ ກ່ຽວກັບເສດຖະກິດ ກໍ່ຄື ແນວຄິດສັງເກດການ ຂອງຕົນເອງ ເພື່ອຈະໃຫ້ຄຸ້ນເຄີຍກັບ ຄຳສັບ " ວິສາຫະກິດ "

4.2 ການຄິດໄລ່ເສດຖະກິດຢູ່ໃນວິສາຫະກິດ:

4.2.1.- ລາຍການເຄື່ອນໄຫວ ທຸລະກິດ :

ລາຍການເຄື່ອນໄຫວທຸລະກິດຄືລາຍການທີ່ເກີດຂື້ນໃນການຊື້,ການຂາຍແລະການແລກປ່ຽນ.ຊຶ່ງອາດຈະເປັນລາຍການກ່ຽວກັບສິນຄ້າ ຫລື ການບໍລິການອັນເຮັດໃຫ້ເກີດການໃຊ້ຈ່າຍເງິນຫລືສິ່ງຂອງທີ່ກຳນົດມູນຄ່າເປັນເງິນ ລະຫວ່າງ ກິດຈະການກັບບຸກຄົນພາຍນອກທີ່ກ່ຽວຂ້ອງ. ຕົວຢ່າງ :

  ສ/ຫ ກ   ເປີດຮ້ານຄ້າຂາຍບໍລິການຕ່າງ ໆ.ລາຍການເຄື່ອນໄຫວຂອງ ສ/ຫ ກ ຈະປະກອບດ້ວຍລາຍການດັ່ງນີ້: 

- ລົງທຶນເປັນເງິນສົດ ຫລື ສິ່ງຂອງທ່ີ່ຈຳເປັນໃນການປະກອບກິດຈະການ. -ຊື້ຊັບສິນຕ່າງໆທີ່ຈຳເປັນຕ້ອງໃຊ້ເຊັ່ນ:ຊື້ເຄື່ອງພິມດີດ ສຳລັບໃຊ້ໃນສຳນັກງານຊຶ່ງອາດເປັນເງິນສົດຫລື.ເງິນເຊື່ອ. - ການຂາຍບໍລິການເປັນເງິນສົດ ຫລືເງິນເຊື່ອ. - ຊື້ອຸປະກອນໃນການບໍລິການເປັນເງິນສົດ ຫລື ເງິນເຊື່ອ. - ຈ່າຍເງິນສົດ ຊຳລະໜີ້ ຫລື ຮັບຊຳລະໜີ້ຈາກລູກຄ້າ. - ຈ່າຍຄ່າໃຊ້ຈ່າຍຕ່າງ ໆ ຫລືຮັບລາຍໄດ້ຕ່າງ ໆ. - ຖ້າເງິນສົດບໍ່ພໍສຳລະໜີ້ ຫລື ບໍ່ພໍດຳເນີນງານ ອາດຈະຕ້ອງກູ້ຢືມ ຈາກບຸກຄົນ ພາຍນອກຕະຫລອດຈົນຈ່າຍເງິນສຳລະໜີ້ ຫລື ດອກເບັ້ຍ.ລາຍການດັ່ງກ່າວຂ້າງເທິງນີ້ຕ້ອງບັນທຶກໄວ້ໃນປື້ມບັນຊີຂອງຮ້ານຄ້າ.

4.2.2.- ລາຍການເຄື່ອນໄຫວທີ່ບໍ່ບັນທຶກລົງໃນບັນຊີ :

ລາຍການເຄື່ອນໄຫວທີ່ບໍ່ບັນທຶກລົງໃນບັນຊີ ຄືການດຳເນີນກິດຈະການໃນອົງການທຸລະກິດທີ່ບໍ່ໄດ້ເຮັດໃຫ້ເກີດການໂອນເງິນ ຫລືສິ່ງຂອງເຊັ່ນ : ສ/ຫ ກຈັດສິນຄ້າໃນຮ້ານຄ້າໃຫ້ເປັນລະບຽບ, ຈັດຮ້ານຄ້າໃຫ້ສະອາດງາມຕາ,ການຕ້ອນຮັບລູກຄ້າທີ່ມາຕິດຕໍ່ພົວພັນ, ການເຊີນຊວນລູກຄ້າໃຫ້ເຂົ້າຊົມສິນຄ້າໃນຮ້ານຄ້າ, ການເຮັດໜັງສືໄປທວງໜີ້ຈາກລູກຄ້າ... ທັງໝົດນີ້ບໍ່ນັບວ່າເປັນລາຍການເຄື່ອນໄຫວທີ່ຈະຕ້ອງມາບັນທຶກລົງໃນບັນຊີ. 4.2.3.- ການຄິດໄລ່ລາຍການເຄື່ອນໄຫວທຸລະກິດ : ກ່ອນຈະບັນທຶກລາຍການເຄື່ອນໄຫວຕ່າງໆ ລົງໃນປື້ມບັນຊີ ຈະຕ້ອງສາມາດແຍກ ລາຍການເຄື່ອນໄຫວໃຫ້ໄດ້ເສຍກ່ອນຖ້າແຍກລາຍການເຄື່ອນໄຫວຖືກຕ້ອງກໍສາມາດ ບັນທຶກລາຍ ການເຄື່ອນໄຫວລົງໃນບັນຊີໄດ້ຢ່າງຖືກຕ້ອງ ແລະ ຖ້າແຍກ ຫລືວິໃຈບໍ່ຖືກກໍຈະເຮັດໃຫ້ບັນທຶກລາຍການເຄື່ອນໄຫວລົງໃນບັນຊີຜິດໄປເຊັ່ນດຽວກັນ. ໃນການວິໃຈລາຍການເຄື່ອນໄຫວທຸລະກິດນັ້ນ ຈະຕ້ອງສຶກສາຄົ້ນຄ້ວາໃຫ້ເຂົ້າໃຈວ່າ : ລາຍການດັ່ງກ່າວນັ້ນແມ່ນຫຍັງ ? ແຕ່ລະລາຍການໄດ້ມີສ່ວນເຮັດໃຫ້ຊັບສິນ, ໜີ້ສິນ ແລະທຶນປ່ຽນ ແປງໄປແນວໃດ ? ແລະບາງຄັ້ງນັ້ນອາດຈະປ່ຽນແປງສະເພາະທາງດ້ານຊັບສິນເທົ່ານັ້ນ, ສ່ວນໜີ້ສິນ ແລະ ທຶນອາດຈະບໍ່ໄດ້ປ່ຽນແປງຕາມປົກກະຕິແລ້ວ ຊັບສິນເພີ້ມຂື້ນເຮັດໃຫ້ທຶນເພີ້ມຂື້ນ, ຊັບສິນຫລຸດລົງ ທຶນກໍ່ຈະຫລຸດລົງ, ໜີ້ສິນເພີ້ມຂື້ນຈະເຮັດໃຫ້ທຶນຫລຸດລົງ ແລະໜີ້ສິນຫລຸດລົງຈະເຮັດໃຫ້ທຶນເພີ້ມຂື້ນ 

ຕົວຢ່າງ :

ລດ ຊັບສິນ ໜີ້ສິນ ທຶນ
1 1000 100 900
2 1400 100 1300
3 1400 100 1300
4 900 200 700
5 900 50 850

4.2.4- ການກໍ່ໃຫ້ເກີດລາຍໄດ້ ແລະ ລາຍຈ່າຍ :

	ໃນການປະກອບທຸລະກິດທຸກຊະນິດ ຈະມີລູກຄ້າ ມາຮັບບໍລິການຈາກ ຜູ້ປະກອບການຄ້ານັ້ນໆເຊັ່ນ :     ກິດຈະການຊັກແຫ້ງ ລູກຄ້າກໍ່ຈະນຳເສື້ອຜ້າມາຊັກລີດ    ແລະ  ລູກຄ້າຈະເພີ້ມຫລາຍຂື້ນໃນເມື່ອເຂົາໄດ້ຮັບບໍລິການທີ່ດີ. ດັ່ງນັ້ນ,ການຈ່າຍຄ່າໃຊ້ຈ່າຍອອກໄປກໍ່ເພື່ອເຮັດໃຫ້ເກີດລາຍໄດ້ຄືນມາຊຶ່ງອາດຈະໄດ້ຮັບເປັນເງິນສົດ ຫລື ຊັບສິນອື່ນ ໆ.

 ຕົວຢ່າງ : ຊື່ທຸລະກິດ ປະເພດລາຍໄດ້ ສໍານັກງານແພດ (ຄຣີນິກ) ການປິນປົວຮັກສາຄົນໄຂ້ ທະນາຄານ ການບໍລິການ ຮ້ານຂາຍເຄື່ອງທົ່ວໄປ ການຂາຍສິນຄ້າ ໂຣງເລື່ອຍ ຜະລິດຕະພັນ  ຕົວຢ່າງ  : ຮ້ານຂາຍປຶ້ມ ແລະ ເຄື່ອງໃຊ້ຫ້ອງການ ທຸລະກິດຈະສຳເລັດການເຄື່ອນໄຫວຂອງຕົນເອງໄດ້ ກໍ່ແມ່ນໄດ້ຜ່ານການຄົ້ນຄິດ ແລະມີການກະທຳຕົວຈິງອັນສອດຄ່ອງທີ່ສຸດໃນລະດັບຕ່ຳສຸດ,ພາຍຫລັງໄດ້ມີການຄິດໄລ່ຢ່າງແທ້ຈິງວັດຖຸປະສົງຂອງເຂົາເຈົ້າ ແມ່ນຮັບປະກັນໃຫ້ມີກຳໄລດັ່ງນັ້ນມູນຄ່າຂາຍຕ້ອງສູງກ່ວາມູນຄ່າຊື້ສິນຄ້າແລະ ການບໍລິການ. - ຖ້າວ່າ ມູນຄ່າຂາຍ > ມູນຄ່າຊື້ສິນຄ້າ + ການບໍລິການ ------> ກຳໄລ

 	-  ຖ້າວ່າ ມູນຄ່າຂາຍ   <   ມູນຄ່າຊື້ສິນຄ້າ +  ການບໍລິການ  ------>  ຂາດທຶນ

1 ຊື້ສິນຄ້າ 2.500.000 ກີບ 6 ເງິນເດືອນຂອງຜູ່ຂາຍ 580.000 ກີບ

2 ຊື້ການບໍລິການຈາກທາງນອກ 1.000.000 ກີບ 7 ດອກເບັ້ຽທະນາຄານ 2.400 ກີບ

3 ຄ່າໄຟຟ້າ 100.000 ກີບ 8 ມູນຄ່າຂາຍ 5.600.000 ກີບ

4 ຄ່າຂົນສົ່ງ 40.000 ກີບ 9 ຮັບຄ່າເຊົ່າ 60.000 ກີບ.

5 ຄ່າໂຄສະນາ 50.000 ກ

ບັນດາຂໍ້ມູນການຄິດໄລ່ຂອງວິສາຫະກິດ ຈະສະແດງອອກດັ່ງນີ້:ຄ່າໃຊ້ຈ່າຍ:

- ຊື້ສິນຄ້າ 2.500.000

- ລາຍຮັບ-ຂາຍສິນຄ້າ 5.600.000

- ຄ່າເຊົ່າ1.000.000

- ຮັບຄ່າເຊົ່າ 60.000

- ຄ່າໄຟຟ້າ 100.000

- ຄ່າຂົນສົ່ງ140.000

- ຄ່າໂຄສະນາ 50.000

- ເງິນເດືອນຜູ່ຂາຍ 580.000

- ດອກເບັ້ຽທະນາຄານ 24.000

ລວມລາຍຈ່າຍ 4.394.000 ລວມລາຍຮັບ 5.660.000

4.2.5ແຜນວາດການຄິດໄລ່:

ລາຍຮັບ - ລາຍຈ່າຍ = ຜົນໄດ້ຮັບ 5.660.000 - 4.394.000 = 1.266.000

ລາຍຮັບ > ລາຍຈ່າຍ = ຜົນໄດ້ຮັບຕິດບວກ (ກຳໄລ) ລາຍຮັບ < ລາຍຈ່າຍ = ຜົນໄດ້ຮັບຕິດລົບ (ຂາດທຶນ)

ຕົວຢ່າງ ວິສາຫະກິດອຸດສາຫະກຳ (ວິສາຫະກິດການຜະລິດ)ແຕ່ລະຂະແຫນງ ການຜະລິດ ວັດຖຸດິບ ແລະ ວັດຖຸປະກອບແມ່ນແຕກຕ່າງກັນ, ຜະລິດຕະພັນກໍແຕກຕ່າງກັນເຊັ່ນ:

1 ວັດຖຸດິບ: - ຊ່າງໄມ້  : ຊື້ໄມ້ແປຮູບ,ຕະປູກຽວ, ມືຈັບປະຕູ , ແລະ ອື່ນໆ - ຊ່າງຕັດຫຍິບ  : ຊື້ແຜ່ນແພ, ໄຫມຫຍິບ, ກະດຸມ ແລະ ອື່ນໆ

2 ຜະລິດຕະພັນ: - ຊ່າງໄມ້: ປະຕູ,ໂຕະ,ຕັ່ງ, ຕຽງ, ແລະອື່ນໆ - ຊ່າງຕັດຫຍິບ : ສົ້ງ, ກະໂປ່ງ, ເສື້້ອ, ແລະ ອື່ນໆ


ລາຍຈ່າຍ ລາຍຮັບ ລາຍຈ່າຍ ລາຍຮັບ

ຊື້ສິນຄ້າ ຂາຍສິນຄ້າ ຊື້ສິນຄ້າ ຂາຍສິນຄ້າ

ຊື້ບໍລການຈາກທາງນອກ ຊື້ບໍລການຈາກທາງນອກ ລາຍຈ່າຍອື່ນໆ ລາຍຈ່າຍອື່ນໆ ລາຍຮັບອື່ນໆ ກຳໄລ ລາຍຮັບອື່ນໆ ຂາດທຶນ ຜົນໄດ້ຮັບເປັນກຳໄລ ຜົນໄດ້ຮັບເປັນຂາດທຶນ


4.2.6 ການຄິດໄລ່ເສດຖະກິດ ແລະ ການຄຸ້ມຄອງ:

ເປັນສິ່ງປະຈັກແຈ້ງແລ້ວວ່າ ຖ້າວ່າ ບຸກຄົນໃດຫນ່ຶ່ງ ຫລື ກຸ່ມຄົນໃດຫນຶ່ງ ໄດ້ສ້າງຕັ້ງ ວິສາຫະກິດ ຂອງຕົນເອງຂຶ້ນແລ້ວ ແມ່ນລາວຫວັງວ່າ: ຖ້າເປັນໄປໄດ້, ໄດ້ກຳໄລ ເປັນຈຳນວນເງິນທີ່ ເປັນຫນ້າເພິງພໍໃຈ. ອັນທີ່ຈິງແລ້ວກຳໄລ ເປັນທັງ:

- ຄ່າທົດແທນໃຫ້ແກ່ແຮງງານ ແລະ ຄວາມຊຳນິຊຳນານຂອງເຂົາເຈົ້າ. ເປັນຄ່າທົດແທນຕົ້ນທຶນ ທີ່ໄດ້ນຳໃຊ້ເຂົ້າໃນການທຸລະກິດ.

ຈາກນີ້ການຄິດໄລ່ຄາດຄະເນ ຂອງວິສາຫະກິດ ຈິ່ງດຳເນີນບົນພື້ນຖານ ການຄິດໄລ່ໃຫ້ມີກຳໄລ , ແຕ່ຜົນໄດ້ຮັບຕົວຈິງສະແດງອອກໃນທ້າຍປີ ກໍບໍ່ສົມຫວັງສະເຫມີ ຫາກແຕ່ວ່າ ຜົນໄດ້ຮັບ ທີ່ໄດ້ສະແດງອອກໃນທ້າຍປີ ຫລື ໃນປີ ແມ່ນຈະບ່ໍກົງກັບຄວາມຫວັງໃນເບື້ອງຕົ້ນສະເຫມີ; ຜົນໄດ້ຮັບ ອາດເປັນການຂາດດູນໄດ້. ການຄຸ້ມຄອງວິສາຫະກິດ ສະແດງອອກດ້ວຍ ການກຳນົດວັດຖຸປະສົງ ທີ່ບັນລຸໄດ້ແລະນຳເອົາບັນດາພາຫານະທີ່ມີ ເຂົ້າໃນການເຄື່ອນໄຫວທຸລະກິດ ເພື່ອໃຫ້ໄດ້ຜົນໄດ້ຮັບ ທີ່ເປັນຫນ້າເພິ່ງພໍໃຈ:ຕາມທຳມະດາການຄຸ້ມຄອງທີ່ດີຕ້ອງນຳກ້າວໄປສູ່ການສ້າງໃຫ້ມີຜົນກຳໄລຖ້າວ່າການຄິດໄລ່ຄາດຄະເນຫາກມີພື້ນຖານອັນໜັກແໜ້ນ.

4.3 ບັນດາການເຄື່ອນໄຫວຂອງວິສາຫະກິດ:

ການເຄື່ອນໄຫວເສດຖະກິດຂອງວິສາຫະກິດ ຈະຂະຫຍາຍຕົວໄດ້ ກໍໃນເມື່ອວ່າ ມີບັນດາພາຫານະການຜະລິດ ຫລື ປັດໃຈການຜະລິດຢ່າງຄົບຖ້ວນຄື

- ຄົນ ທີ່ປະກອບແຮງງານ ; ມີຄວາມສາມາດ, ຮູ້ເຮັດ.

- ບັນດາພາຫານະ,ວັດຖຸປະກອນຫລືເຄື່ອງປະກອບເຊັ່ນ:ສິ່ງປຸກສ້າງ,ພາຫານະ, ເຄື່ອງຈັກ ແລະ ອື່ນໆ

- ທຶນ ( ປະກອບມີທຶນຕົນເອງ ແລະເງິນກູ້ຢືມເພື່ອປະກອບທຶນ)

ກົງກັນຂ້າມກັບລາຍການເຄື່ອນໄຫວຜ່ານມານີ້ , ບັນດາລາຍການທຸລະກິດມີລັກຊະນະປົກກະຕິ ຊ້ຳໄປ ຊ້ຳມາເຮັດໃຫ້ເກີດມີ ລາຍຈ່າຍ, ລາຍຮັບເປັນຫລາຍລາຍການທີ່ສຸດ ເຊິ່ງຈະຕ້ອງໄດ້ມີການບັນທຶກເພື່ອຄິດໄລ່ຜົນໄດ້ຮັບ.

4.3.1 ການລົງທຶນແລະການປະກອບທຶນ

ສະແດງອອກໃນການຊື້ຊັບສົມບັດຄົງທີ່ເຊັ່ນ : ວັດຖຸປະກອນ,ເຄື່ອງຕິດຕັ້ງເຊິ່ງແນໃສ່ປະກອບ

ເຂົ້າຢູ່ໃນວິສາຫະກິດຢ່າງຄົງຕົວຍາວນານເພາະວ່າເປັນສິ່ງທີ່ຂາດບໍ່ໄດ້ເພື່ອດຳເນີນງານ.ການປະກອບ
 ທຶນໝາຍເຖິງບັນດາແຫລ່ງທຶນປະກອບ(ທຶນ)ຫລືທີ່ໄດ້ກູ້ຢືມມາ.(ເງິນກູ້ຢືມ)

ການລົງທຶນ

ການປະກອບທຶນວິສາຫະກິດ ຊຄທ 80.000 = ທຶນ 50.000 + ເງິນກູ້ຢືມ 30.000

ຢູ່ໃນວິສາຫະກິດຂະໜາດນ້ອຍແລະຂະໜາດກາງບັນດາການລົງທຶນແລະການປະກອບທຶນມີລັກສະນະບັງເອີນຄື: ເກີດຂຶ້ນເວລາສ້າງຕັ້ງ ຫລື ຂະຫຍາຍກິດຈະການເທົ່ານັ້ນ.

 ຂ ບັນດາການເຄື່ອນໄຫວທຸລະກິດ:           

ກົງກັນຂ້າມກັບບັນດາລາຍການຜ່ານມານີ້,ບັນດາລາຍການທຸລະກິດ(ຊື້ແລະຂາຍສິນຄ້າ,ຊຳລະອາກອນເບີກຈ່າຍເງິນເດືອນ,ແລະລາຍຈ່າຍອື່ນໆ)ມີລັກສະນະສະໝ່ຳສະເໝີຊ້ຳໄປຊ້ຳມາເຮັດໃຫ້ເກີດມີລາຍຈ່າຍແລະລາຍຮັບເປັນຫລາຍລາຍການທີ່ສຸດເຊີ່ງຈະຕ້ອງໄດ້ມີການບັນທຶກເພື່ອຄິດໄລ່ຜົນໄດ້ຮັບ.ຄ ຮອບວຽນການທຸລະກິດ:

	ກ່ອນຈະຂາຍສິນຄ້າອອກໄດ້ ວິສາຫະກິດຕ້ອງໄດ້ຊື້ສິນຄ້າດັ່ງກ່າວໄວ້ໃຫ້ມີຢູ່ສາງ, ບັນດາສິນຄ້າທີ່ມີຢູ່ໃນສາງລໍຖ້າຊຳຊາເອົາອອກຂາຍນັ້ນ ເອີ້ນວ່າ: ເຄື່ອງໃນສາງ. ຕ້ອງໄດ້ມີການຊື້ຄືນໃຫມ່ເພື່ອເຮັດໃຫ້ມີເຄື່ອງໃນສາງ ໃນລະດັບອັນເຫມາະສົມຕາມລະດັບການເຫນັງຕີງເບື້ອງການຂາຍ.

4.3.1 ແຜນວາດການເຄື່ອນໄຫວສະແດງອອກຄືກັນກັບການເປ່ງນ້ຳໃສ່ອ່າງ.


ຊື້

(ເປັ່ງນໍ້າເຂົ້າ)

ລະດັບນໍ້າ

ຂາຍ

(ເທນໍ້າອອກຈາກອ່າງ)

                 ເວລາຂາຍ		ເວລາຊື້


ບັນດາສິນຄ້າ ຈະຖືກຮັກສາໄວ້ຢູ່ໃນສາງ ເປັນໄລຍະເວລາໃດຫນຶ່ງ ກ່ອນຈະນຳອອກຂາຍຄືນ ປະມານ 5 ຫາ 6 ເດືອນ , ກໍລະນີຂອງຮ້ານຂາຍປຶ້ມ ແລະ ເຄື່ອງໃຊ້ຫ້ອງການ, 3 ຫາ 4 ອາ ທິດ ສຳລັບຮ້ານສັບພະສິນຄ້າເພາະວ່າເຄື່່ອງໃນສາງ ຖືກເທອອກໄວກ່ວາ ແລະ ຖືກປ່ຽນແທນຄືນໃຫມ່ເປັນແຕ່ລະໄລຍະເພື່ອເຮັດໃຫ້ລະດັບເຄື່ອງໃນສາງ ຮັກສາລະດັບເກົ່າ.ເອີ້ນວ່າ ໄລຍະຮອບວຽນການທຸລະກິດແມ່ນໄລຍະເວລາສະເລ່ຍ ຫ່າງກັນລະຫວ່າງ ການຊື້ສິນຄ້າໃດຫນຶ່ງ ແລະ ການຂາຍອອກຄືນ.

ຕົວຢ່າງ: ຢູ່ໃນວິສາຫະກິດ ການຜະລິດ, ໄລຍະດັ່ງກ່າວກວມທັງ ໄລຍະເວລາຜະລິດ ຜະລິດຕະພັນ, ໄລຍະເກັບມ້ຽນວັດຖຸດິບໃນສາງ ແລະ ໄລຍະເກັບມ້ຽນ ຜະລິດຕະພັນທີ່ໄດ້ຜະລິດອອກສາງ ກ່ອນຈະຂາຍໃຫ້ແກ່ລູກຄ້າ. ຊື້/ເກັບມ້ຽນວັດຖຸດິບໃນສາງ /////////////////// ເກັບມ້ຽນຜະລິດຕະພັນໃນສາງ ຂາຍ

 //////////////////    

ໄລຍະດໍາເນີນການຜະລິດ ////////////////// ໄລຍະເວລາ






	ວິຊາ : ການເຄື່ອນໄຫວບັນຊີທົ່ວໄປ	ບົດທີ 2


ໃບຄວາມຮູ້

ການຄິດໄລ່ແລະການຈົດກ່າຍບັນຊີຄວາມຮູ້ກ່ຽວກັບການບັນຊີຄູ່

ເວລາ: 9 ຊມ ຜູ້ສອນ: ອຈ ບຸນດາວ ປິຍະວົງ ຜູ້ຮຽນ: ປີທີ 2 ບັນຊີ ນັກຮຽນໂຄງການ STVETS

I ບັນດາກະແສເສດຖະກິດ

1 ບັນດາການເຄື່ອນໄຫວ ແລະ ບັນດາກະແສເສດຖະກິດ:

1.1 ບັນດາການເຄື່ອນໄຫວ ຂອງວິສາຫະກິດ:

ສ່ວນຫລວງຫລາຍຂອງບັນດາລາຍການເຄື່ອນໄຫວ ສະແດງອອກດ້ວຍການແລກປ່ຽນລະຫວ່າງ ວິສາຫະກິດ ແລະ ບັນດາຕົວແທນເສດຖະກິດອື່ນໆ ເຊິ່ງໝາຍເຖິງບັນດາຜູ່ສະໜອງ, ຄົນງານຂອງຕົນເອງ,ລັດ, ບັນດາທະນາຄານ ແລະບັນດາລູກຄ້າຂອງຕົນເອງ. ສ່ວນບັນດາລາຍການອື່ນໆນັ້ນເປັນລາຍການສະເພາະພາຍໃນ ວິສາຫະກິດ.

ຕົວຢ່າງ : ( ການພົວພັນກັບພາຍນອກ.)

ຊື້ສິນຄ້ານຳຜູ່ສະໜອງ 20.000 ກີບ,ແລະໄດ້ຊຳລະເງິນພ້ອມໃນທັນໃດໂລດ.ລາຍການເຄື່ອນໄຫວດັ່ງກ່າວນີ້ ແມ່ນການເຄື່ອນໄຫວ ສອງຝ່າຍ, ແຕ່ລະຕົວແທນເສດຖະກິດ ສະໜອງການບໍລິການໃຫ້ແກ່ຜູ້ອື່ນ.

ວິສາຫະກິດ ຮັບສິນຄ້າ ຈາກຜູ້ສະໜອງ

ລາວຈ່າຍເງິນອອກຄັງ 20.000 ກີບ ໃຫ້ແກ່ຜູ້ສະໜອງ.ຈາກນີ້ພວກເຮົາຈະສັງເກດເຫັນໄດ້ ສອງລາຍການ ເຄື່ອນໄຫວເປັນມູນຄ່າ 20.000 ກີບ ຕາມລວງກົງກັນຂ້າມວິສາຫະກິດສິນຄ້າ20.000ເງິນຕຣາຜູ້ສະໜອງ

ຕົວຢ່າງ : (ການພົວພັນພາຍໃນ)ໂຮງງານປຸງແຕ່ງໄມ້ຂຸນຕາ ໄດ້ເອົາໄມ້ແປຮູບ(ວັດຖຸດິບ) ມູນຄ່າ 15.000 ກີບ ອອກຈາກສາງໄປປຸງແຕ່ງເປັນໂຕະ (ຜະລິດຕະພັນສຳເລັດຮູບ)

ວັດຖຸດິບໃນສາງໂຮງງານປຸງແຕ່ງໄມ້ຜະລິດຕະພັນສຳເລັດຮູບ ໃນສາງ

ພວກເຮົາສັງເກດເຫັນວ່າ ໃນກໍລະນີມີການເຄື່ອນໄຫວທາງດ້ານມູນຄ່າ ລະຫວ່າງສອງຂະແໜງການ ຫລື ສອງ ພະແນກການ ຂອງວິສາຫະກິດ ຄື: ລະຫວ່າງ ສາງວັດຖຸດິບ ແລະ ສາງຜະລິດຕະພັນ.15.000 ກີບ.

1.2 ບັນດາກະແສເສດຖະກິດ:

- ບັນດາລາຍການເຄື່ອນໄຫວດ້ານມູນຄ່າ ທີ່ໄດ້ສັງເກດເຫັນຂ້າງເທິງນີ້ ມີສອງລາຍການຄື:

- ລາຍການທີ່ພົວພັນກັບພາຍນອກ.

- ລາຍການທີ່ພົວພັນກັບພາຍໃນ.ປະກອບເປັນກະແສເສດຖະກິດ.

ຄຳສັບ ກະແສໄດ້ຖືກນຳໃຊ້ເພື່ອຍົກໃຫ້ເຫັນແນວຄວາມຄິດກ່ຽວກັບການເຄື່ອນໝູນ,ການລະບາຍເຄື່ອງອອກ, ຄືດັ່ງກະແສໄຟຟ້າ, ກະແສເລືອດ, ກະແສນ້ຳຫ້ວຍ, ນີ້ແມ່ນບັນດາມູນຄ່າທີ່ຢູ່ໃນພາວະເຄື່ອນເໜັງ.

1.3 ການຈຳແນກບັນດາກະແສ:

- ເພື່ອສະແດງລັກສະນະຂອງກະແສໃດໜຶ່ງ ພວກເຮົາຕ້ອງໄດ້ສັງເກດ:

- ຈຸດເລີ້ມຕົ້ນຂອງກະແສ.

- ຈຸດໄປເຖິງຂອງກະແສ.

- ມູນຄ່າຂອງກະແສ.

- ເນື້ອໃນຂອງກະແສ.

ລາຍການເຄື່ອນໄຫວທີ່ພົວພັນກັບພາຍນອກ: ລາຍການດັ່ງກ່າວ ເຮັດໃຫ້ກຳເນີດ ສອງກະແສເສດຖະກິດຕາມລວງກົງກັນຂ້າມມີ:

- ກະແສສິນຄ້າ ຫລື ກະແສບໍລິການ, ເອີ້ນວ່າກະແສຕົວຈິງ ,

- ຖືກແລກປ່ຽນກັບກະແສເງິນຕຣາ, ທີ່ເອີ້ນວ່າກະແສການເງິນ.

ລາຍການເຄື່ອນໄຫວທີ່ພົວພັນກັບພາຍໃນ ຈາກຕົວຢ່າງຂອງໂຮງງານປຸງແຕ່ງໄມ້ເຮັດໃຫ້ກຳເນີດພຽງແຕ່ກະແສດຽວເທົ່ານັ້ນເຊີ່ງເອີ້ນວ່າກະແສການຜະລິດ.

1.3.1 ຈຸດເລີ້ມຕົ້ນຂອງກະແສ: (ຕົ້ນກຳເນີດ ຫລື ແຫລ່ງ)

  ໂດຽທົ່ວໄປເອີ້ນວ່າ  " ແຫລ່ງ "  ໝາຍເຖິງ ທີ່ມາ ຫລື ຕົ້ນກຳເນີດ ຂອງການເຄື່ອນເໜັງເປັນມູນຄ່າ.

 ຕົວຢ່າງ :

- ວິສາຫະກິດກູ້ຢືມເງິນນຳທະນາຄານ.- ວິສາຫະກິດ ຈ່າຍເງິນໃຫ້ນັກສະຖາປະນິກ.- ອື່ນໆ ຊື້ຫັຽງ ?ຫລື ບ່ອນມາ ຊື້ສິນຄ້າ (ພາຍໃນ,ຕ່າງປະເທດ)

1.3.2 ຈຸດໄປເຖິງຂອງກະແສ:(ຈຸດຫມາຍ ຫລື ການນຳໃຊ້ ) ຈຸດໄປເຖິງຂອງກະແສ ໝາຍເຖິງການນຳໃຊ້ມູນຄ່າການເຄື່ອນໄຫວ ທາງດ້ານເສດຖະກິດ(ນຊ)ຂາຍຫັຽງ ? ຫລື ບ່ອນໄປຂາຍສິນຄ້າ (ພາຍໃນ,ຕ່າງປະເທດ)

ຕົວຢ່າງ:ໂຮງງານປຸງແຕ່ງໄມ້.

- ແຫລ່ງທຶນ  : ວັດຖຸດິບໃນສາງ (ແຫລ່ງກຳເນີດຂອງກະແສ)- ນຳໃຊ້ທຶນ :ຜະລິດຕະພັນສຳເລັດຮູບໃນສາງ ( ບ່ອນໄປຮອດຂອງກະແສ)

1.3.3 ຈຳນວນເງິນຂອງກະແສ:

ຈຳນວນເງິນຂອງບັນດາກະແສ ສະແດງອອກຢູ່ໃນທະນະບັດເອງ ຖ້າແມ່ນກະແສເງິນຕຣາໃດໜຶ່ງ(ກະແສການເງິນ).ສະແດງອອກຢູ່ໃນເອກກະສານຢັ້ງຢືນພື້ນຖານ (ໃບເກັບເງິນ,ໃບເບີກຈ່າຍເງິນເດືອນ,ໃບແຈ້ງໃຫ້ເສັຍອາກອນ.)ຖ້າແມ່ນບັນດາກະແສຕົວຈິງ(ກະແສວັດຖຸຕົວຈິງ ຫລື ກະແສບລິການຕົວຈິງ)

1.3.4 ເນື້ອໃນຂອງກະແສ:

ຕ້ອງໄດ້ເອົາໃຈໃສ່ ຈັດບັນດາກະແສ ທີ່ໄດ້ສັງເກດເຫັນນັ້ນເປັນປະເພດ,ເພາະວ່າ ມີລັກສະນະແຕກຕ່າງກັນ :  ພວກເຮົາໄດ້ຈຳແນກບັນດາກະແສຕົວຈິງ ແລະ ບັນດາກະແສການເງິນ.

ກ ບັນດາປະເພດກະແສຕົ້ນຕໍ : ພວກເຮົາສາມາດຈຳແນກບາງປະເພດກະແສດັ່ງລຸ່ມນີ້:

ກ.1 ບັນດາກະແສພາຍນອກ: (ລະຫວ່າງວິສາຫະກິດ ແລະ ຕົວແທນເສດຖະກິດອື່ນໆ) ບັນດາກະແສຕົວຈິງ:ພົວພັນກັບບັນດາຜະລິດຕະພັນແລະການບໍລິການທີ່ເປັນສິນຄ້(ສະໜອງຈາກວິສາຫະກິດອື່ນ)

ຕົວຢ່າງ: ຊື້ສິນຄ້າ, ຄ່າຂົນສົ່ງ, ຄ່າເຊົ່າ, ການບໍລິການດ້ານທີ່ປຶກສາ,ສະໜອງໃຫ້ແກ່ວິສາຫະກິດອື່ນໆ.

ຕົວຢ່າງ :ການຈ່າຍເງິນເດືອນໃຫ້ແກ່ຜູ້ຂາຍ 50.000 ກີບ.ວິສາຫະກິດ ກະແສແຮງງານເງິນຕຣາ 50.000 ກີບຜູ້ສະໜອງ

 ຕົວຢ່າງ:		ໄດ້ຈ່າຍຄ່າບໍລິການໃຫ້ນັກສະຖາປະນິກ  10.000 ກີບ.

ວິສາຫະກິດ ບໍລິການທີ່ໄດ້ສະໜອງ ຄ່າບໍລິການ (ເງິນຕຣາ) 10.000 ກີບ ສະຖາປານິກ


 ບັນດາກະແສບໍລິການ:     ເຊິ່ງເປັນການບໍລິການທີ່ໄດ້ສະໜອງ ໃຫ້ແກ່ວິສາຫະກິດຈາກ:

- ຄົນງານ  : ຈຳນວນເງິນເດືອນທີ່ໄດ້ຈ່າຍ.- ລັດ  : ຈຳນວນເງິນເສັຽອາກອນ.- ຜູ້ໃຫ້ກູ້ຢືມ  : ຈຳນວນດອກເບັ້ຽທີ່ໄດ້ຈ່າຍ.

ບັນດາກະແສການເງິນ: ສະແດງອອກ ເປັນກະແສເງິນຕຣາ,ໜີ້ຕ້ອງຮັບ, ໜີ້ຕ້ອງສົ່ງເພາະມີການຄາດເຄື້ອນດ້ານການຊຳລະສະສາງ. ຕົວຢ່າງ: ວິສາຫະກິດຊື້ສິນຄ້ານຳຜູ້ສະໜອງ ຕິດໜີ້ 20.000 ກີບ, ກະແສຕົວຈິງ (ສິນຄ້າ)

ວິສາຫະກິດ ກະແສການເງິນ “ ໜີ້ຕ້ອງຮັບ-ຕ້ອງສົ່ງ 20.000 ກີບ. ຜູ້ສະໜອງ


ໃນການແລກປ່ຽນກັບກະແສຕົວຈິງ, ບໍ່ແມ່ນການເຄື່ອນເໜັງ ຂອງເງິນຕຣາ ທີ່ພວກເຮົາສັງເກດເຫັນແຕ່ຊ້ຳພັດມີໜີ້ ຈະຕ້ອງໄດ້ສົ່ງໃຫ້ແກ່ຜູ້ສະໜອງ ຈາກນີ້ຈຶ່ງໃຫ້ຊື່ວ່າ ກະແສ " ໜີ້ຕ້ອງຮັບ-ຕ້ອງສົ່ງ " ພວກເຮົາສັງເກດເຫັນວ່າ: ກະແສດັ່ງກ່າວຫັນທິດໄປລວງ ລູກໜີ້.ຄວາມສຳນຶກກ່ຽວກັບ ໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ ມີສອງດ້ານ ແລະ ຢັ້ງຢືນເຖີງການທີ່ມີສອງຊື່ຄືແນວນີ້ ຍ້ອນວ່າໜີ້ຕ້ອງສົ່ງຂອງວິສາຫະກິດໜຶ່ງ ຊ້ຳພັດເປັນໜີ້ຕ້ອງຮັບຂອງອີກວິສາຫະກິດໜຶ່ງ. ຖ້າວ່າ ວິສາຫະກິດ ກ ໄດ້ຕິດໜີີ້ ວິສາຫະກິດ ຂ ກ່ຽວກັບຄ່າຂົນສົ່ງ 10.000 ກີບ , ໝາຍວ່າ: - ວິສາຫະກິດ ກ ມີໜີ້ຕ້ອງສົ່ງ ໃຫ້ແກ່ ວິສາຫະກິດ ຂ 10.000 ກີບ. - ວິສາຫະກິດ ຂ ມີໜີຕ້ອງຮັບຈາກ ວິສາຫະກິດ ກ 10.000 ກີບ.

ກ.2 ບັນດາກະແສພາຍໃນ: ບັນດາກະແສພາຍໃນຈຳແນກອອກເປັນ:  ກະແສຕົວຈິງ: ວັດຖຸຈ່າຍອອກຈາກໂຮງຊ່າງໜຶ່ງໄປຫາອີກໂຮງຊ່າງໜຶ່ງ.  ບັນດາກະແສການເງິນ: ການໂອນເງິນຈາກຄັງເງິນສົດໜຶ່ງ ໄປຫາອີກ ຄັງເງິນສົດອື່ນ.  ບັນດາກະແສຜົນໄດ້ຮັບ:ການຂາຍມີກຳໄລ. ຄຳແດງຂາຍສິນຄ້າໃນລາຄາ 20.000 ກີບ(ລາຄາຕົ້ນທຶນຊື້ 14.000 ກີບ) ວິໃຈການເຄື່ອນໄຫວ - ແຫລ່ງທຶນ (ທີ່ໄດ້ນຳໃຊ້)  : ສິນຄ້າໃນສາງ 14.000 ກີບ. - ນຳໃຊ້ທຶນ (ທີ່ໄດ້ຮັບ)  : ໜີ້ຕ້ອງຮັບ 20.000 ກີບ. ວິສາຫະກິດໄດ້ສ້າງແຫລ່ງທຶນອັນໃຫມ່ເພີ້ມເຕີມ ທີ່ຈະຮັກສາໄວ້ ເພາະເປັນແຫລ່ງທຶນສະເພາະ ແລະ ຖາວອນຂອງວິສາຫະກິດ ຄື: ມີກຳໄລ 6.000 ກີບ ຕະຫລາດລູກຄ້າ 20.000 ສິນຄ້າໃນສາງ 14.000

ກໍາໄລ່ 6.000 ສັງເກດເຫັນໄດ້ວ່າມີ 2 ກະແສຄື : - ກະແສຕົວຈິງ (ຊື້ສິນຄ້າ 14.000 ກີບ ) - ກະແສຜົນໄດ້ຮັບ 6.000 ກີບ. ກຳໄລສະແດງວ່າ ວິສາຫະກິດ ໄດ້ສ້າງມູນຄ່າຂຶ້ນ (ຮັ່ງມີຂຶ້ນ)  ຕົວຢ່າງ: 2 ການຂາຍຂາດທຶນ ຄຳແດງຂາຍສິນຄ້າ ໃນລາຄາ 10.000 ກີບ(ລາຄາຕົ້ນທຶນຊື້ 14.000 ກີບ)  ວິໃຈການເຄື່ອນໄຫວ - ແຫລ່ງທຶນ (ທີ່ໄດ້ນຳໃຊ້)  : ສິນຄ້າໃນສາງ 14.000 ກີບ. - ນຳໃຊ້ທຶນ (ທີ່ໄດ້ຮັບ)  : ໜີ້ຕ້ອງຮັບ 10.000 ກີບ.

   ວິສາຫະກິດໄດ້ນຳໃຊ້ທຶນບໍ່ດີປານໃດ ແຕ່ກໍແບບຂາດຕົວເລີຍແລ້ວ ຕາມຈຳນວນທີ່ຂາດ 4.000 ກີບ.  ການນຳໃຊ້ທຶນຢ່າງຂາດຕົວນີ້ ແມ່ນການຂາດທຶນ.

ສັງເກດເຫັນໄດ້ວ່າມີ 2 ກະແສຄື : - ກະແສຕົວຈິງ (ຊື້ສິນຄ້າ 14.000 ກີບ ) - ກະແສຜົນໄດ້ຮັບ 6.000 ກີບ. ກຳໄລສະແດງວ່າ ວິສາຫະກິດ ໄດ້ສ້າງມູນຄ່າຂຶ້ນ (ຮັ່ງມີຂຶ້ນ) ຕະຫລາດ ລູກຄ້າ 10.000 ສິນຄ້າໃນສາງ 14.000 ຂາດທຶນ 4.000 ສັງເກດເຫັນໄດ້ວ່າມີ 2 ກະແສຄື : - ກະແສຕົວຈິງ (ຊື້ສິນຄ້າ 14.000 ກີບ ) - ກະແສຜົນໄດ້ຮັບ (ຂາດທຶນ) 4.000 ກີບ. ສະແດງວ່າ ວິສາຫະກິດ ໄດ້ນຳໃຊ້ທຶນຢ່າງຂາດຕົວ ຫລື ທຳລາຍ ມູນຄ່າ (ທຸກຈົນລົງ) 2 - ການສະແດງບັນດາກະແສອອກໃນກຣາບຟິກ: 2.1 ຫລັກການ:  ກະແສພາຍໃນ ກະແສພາຍໃນ ເຮັດໃຫ້ 2 ພະແນກການ, 2 ຂະແໜງການພາຍໃນ ຕິດພັນກັນ ດັ່ງນັ້ນພວກເຮົາສາມາດສະແດງອອກເປັນກຣາບຟິກດັ່ງນີ້

ຫລ ນ ພະແນກ ກ ກະແສດຽວ

ພະແນກ ຂ


 ຕົວຢ່າງ:

ຮັບຜະລິດຕະພັນທີ່ໄດ້ຜະລິດ (ອອກຈາກໂຮງຊ່າງຜະລິດ)ໄປຢູ່ສາງຜະລິດຕະພັນສຳເລັດຮູບ10.000 ກີບ

ຫລ 10.000 ກີບ ນ ໂຮງຊ່າງຜະລິດ ກະແສດຽວ ສາງຜ/ພສຳເລັດຮູບ


 ບັນດາກະແສພາຍນອກ: ບັນດາກະແສພາຍນອກ ເກີດຂື້ນ ເນື່ອງໃນໂອກາດການເຄື່ອນໄຫວ ສອງຝ່າຍ ທາງດ້ານການແລກປ່ຽນກັນທາງດ້ານເສດຖະກິດ, ແຕ່ລະລາຍການເຄື່ອນໄຫວ ເຮັດໃຫ້ເກີດມີກະແສຕາມລວງກົງກັນຂ້າມກັນ. ນ ກະແສຕົວຈິງ ຫລ ວິສາຫະກິດ (ສິນຄ້າ) ກະແສການເງິນ ຜູ້ສະໜອງ

ຫລ (ຄັງເງິນສົດ)10.000 ກີບ ນ ຫາກແຕ່ວ່າ,ວິສາຫະກິດກ່ຽວຂ້ອງ ບໍ່ສົນໃຈຫຍັງໝົດ ກ່ຽວກັບບັນດາຈຸດເລີ້ມຕົ້ນ ແລະ ຈຸດໄປເຖິງຂອງກະແສຢູ່ທີ່ຜູ້ສະໜອງ ແຕ່ກົງກັນຂ້າມ ບັນດາກະແສທີ່ກ່ຽວພັນກັນໂດຽກົງ ມີ: - ກະແສນຳເຂົ້າ (ກະແສສິນຄ້າ) - ກະແສອອກ ( ກະແສການເງິນ)

ວິສາ ຫະກິດ ສິນຄ້າໃນສາງ ນຊ


ຄັງເງິນສົດ ຫລ 2.2. ການສະແດງອອກເປັນແຜນວາດ ຢູ່ໃນຫົວໜ່ວຍທຸລະກິດ: ກ ການຂາຍເທົ່າທຶນ: ວິສາຫະກິດໄດ້ຂາຍສິນຄ້າ 8.000 ກີບ, (ລາຄາຕົ້ນທຶນຊື້ 8.000 ກີບ) ຄັງ ເງິນສົດ ນຊ ວິສາ ຫະ ກິດ ສິນຄ້າ ໃນສາງ ຫລ


8.000 ກີບ

ຂ ຂາຍຕິດໜີ້ 1 ຂາຍຕິດໜີ້ມີກຳໄລ: ວິສາຫະກິດໄດ້ຂາຍສິນຄ້າຊະນິດໜຶ່ງ ໃຫ້ແກ່ລູກຄ້າໃນມູນຄ່າ11.000 ກີບ(ລາຄາຊື້ສິນຄ້າ 8.000 ກີບ) ຕະຫລາດ ລູກຄ້າ11.000

ສິນຄ້າໃນສາງ 8.000

ກຳໄລ 3.000

ຄ ຂາຍຂາດທຶນຊຳລະພ້ອມ: ວິສາຫະກິດໄດ້ຂາຍສິນຄ້າຊະນິດໜຶ່ງໃຫ້ແກ່ລູກຄ້າໃນມູນຄ່າ20.000 ກີບ(ລາຄາຊື້ສິນຄ້າ26.000 ກີບ)

ຕະຫລາດ ລູກຄ້າ 20.000 ນຊ

ຜົນໄດ້ຮັບ(ຂາດທຶນ) 6.000 ນຊ

ສິນຄ້າໃນສາງ 26.000 ຫລ

ງ ຊື້ຕິດໜີ້ ຊື້ສິນຄ້ານຳບໍລິສັດ A ໃນມູນຄ່າ 30.000 ກີບ.(ຕິດໜີ້).ການນຳໃຊ້ເງິນແບບເສດຖະກິດ ຈຳນວນເງິນ30.000ກີບເປັນສິນຄ້າໄດ້ມາຈາກໜີ້ສິນ ທີ່ໄດ້ຕິດໜີ້ A ເຊີ່ງເອີ້ນວ່າແຫລ່ງທຶນ ຫລືແຫລ່ງເງິນ.

      ສິນຄ້າໃນສາງ

30.000 ນຊ 30.000 ກີບ ຜູ້ສະໜອງ 30.000 ຫລ


ຈ ການຊຳລະໜີ້ຕ້ອງສົ່ງ ວິສາຫະກິດໄດ້ຊຳລະຄ່າສິນຄ້າໃຫ້ແກ່ບໍລິສັດ A ເປັນເງິນສົດ 30.000 ກີບ,

ສິນຄ້າໃນສາງ 30.000 ນຊ

ຜູ້ສະໜອງ 30.000 ຫລ

ນຊ

ຄັງເງິນສົດ 30.000 ຫລ



3 ສະເໝີຜົນຂອງກະແສ: ກ ຫລັກການ : ຈຳນວນເງິນ ນຳໃຊ້ທຶນ = ຈຳນວນເງິນ ແຫລ່ງທຶນ ການບັນທຶກລາຍການບັນດາກະແສ ຫລື ການເຄື່ອນໄຫວ ຂອງມູນຄ່າ ນັບແຕ່ຈຸດເລີ້ມໄປຮອດຈຸດໄປເຖິງ : ຈຳນວນເງິນແຫລ່ງທຶນ ແມ່ນຈະຕ້ອງເທົ່າກັນກັບ ຈຳນວນເງິນນຳໃຊ້ທຶນ.  - ຈຳນວນເງິນ ນຳໃຊ້ທຶນ 1 = ຈຳນວນເງິນ ແຫລ່ງທຶນ 1 ສ່ວນຫລາຍສະເໝີຜົນດັ່ງກ່າວ ຈະເປັນສິ່ງທີ່ແນ່ນອນທີ່ສຸດ.ແຕ່ລະລາຍການເຄື່ອນໄຫວ ຈະຕ້ອງໄດ້ຈົດ 1 ໜີ້ = 1ມີ 1ໜີ້ = ຫຼາຍມີ 1ມີ = ຫຼາຍໜີ້


 ຄວາມໝາຍຂອງຄຳວ່າ : ໜີ້ ຄື : ( ນຳໃຊ້ທຶນ) 1 ຈຳນວນເງິນທີ່ສະແດງທາງດ້ານຊ້າຍຂອງບັນຊີ. 2 ການລົງລາຍການທາງດ້ານຊ້າຍຂອງບັນຊີ ຫລືການຜ່ານບັນຊີອັນເຮັດໃຫ້ຊັບສິນ ແລະຄ່າໃຊ້ຈ່າຍເພີ້ມຂື້ນ. 3 ການລົງລາຍການທາງດ້ານຊ້າຍຂອງບັນຊີອັນເຮັດໃຫ້ໜີ້ສິນ, ລາຍການເງິນທຶນແລະລາຍໄດ້ຫລຸດລົງ.  ຄວາມໝາຍຂອງຄຳວ່າ : ມີ ຄື : ( ແຫລ່ງທຶນ) 1 ຈຳນວນເງິນທີ່ສະແດງທາງດ້ານຂວາຂອງບັນຊີ. 2 ການລົງລາຍການທາງດ້ານຂວາຂອງບັນຊີຫລືການຜ່ານບັນຊີທີ່ເຮັດໃຫ້ເງິນທຶນ,ໜີ້ສິນແລະລາຍໄດ້ເພີ້ມຂື້ນ. 3 ການຜ່ານບັນຊີທີ່ເຮັດໃຫ້ຊັບສິນ ແລະຄ່າໃຊ້ຈ່າຍຫລຸດລົງ.  ຕົວຢ່າງ ກະແສພາຍໃນ ລາຍການຮັບເຄື່ອງເຂົ້າສາງ 10.000 ກີບ.ນຳໃຊ້ ສາງ 10.000 ກີບ = ແຫລ່ງທຶນ : ໂຮງຊ່າງ 10.000 ກີບ (ຜ/ພສຳເລັດຮູບໃນສາງ) (ຜະລິດ)ຊື້ສິນຄ້າຊຳລະພ້ອມ10.000 ກີບນຳໃຊ້ : ສາງ 10.000 ກີບ =ແຫລ່ງທຶນ :ຄັງເງິນສົດ10.000 ກີບ (ສິນຄ້າໃນສາງ) - ຈຳນວນເງິນ ນຳໃຊ້ທຶນ 1 = ຈຳນວນເງິນ ຫລາຍ ແຫລ່ງທຶນ - ຈຳນວນເງິນ ນຳໃຊ້ທຶນຫລາຍ = ຈຳນວນເງິນ ແຫລ່ງທຶນ 1  ຕົວຢ່າງ :

 ຂາຍຕິດໜີ້ມີກຳໄລ :  ຂາຍ 11.000 ກີບ, ຕົ້ນທຶນຊື້ ສິນຄ້າ  8.000 ກີບ.
          							            ສິນຄ້າໃນສາງ  8.000 ກີບ
                        ກຳໄລ             3.000 ກີບ