ບອກໂດ

ຈາກ ວິກິພີເດຍ

ບອກໂດ (ຝຣັ່ງ: Bordeaux, [bɔʁ.do]) ແມ່ນເມືອງທ່າຕັ້ງຢູ່ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຝະລັ່ງ. ແມ່ນເມືອງເອກຂອງແຂວງຢີລອງ (Gironde) ແລະຂອງແຄວ້ນອາກີແຕນ (Aquitaine). ມີຊື່ສຽງຢ່າງຫຼາຍຫຼວງຈາກໄຮ່ໝາກອະງຸ່ນທີ່ພົບເຫັນໃນຕະຫຼອດເສັ້ນທາງເຂົ້າສູ່ເມືອງແລະແວງປະຈຳແຄວ້ນຕັ້ງແຕ່ສະຕະວັດທີ 18. ມີແມ່ນ້ຳກາລອນ (Garonne) ໄຫຼກາຍແລະອອກສູ່ມະຫາສະໝຸດແອດແລນຕິກ ແລະຍັງມີທ່າເຮືອປອກເດີລາລືນ (Port de la Lune) ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນມໍລະດົກໂລກຈາກອົງການຢູເນດໂກຕັ້ງແຕ່ປີ ຄ.ສ. 2007 ອີກນຳ.