ນ້ຳຕົກຕາດແຝກ

ຈາກ ວິກິພີເດຍ

ນ້ຳຕົກຕາດແຝກ: ຕັ້ງຢູ່ຫ່າງຈາກຕົວເມືອງມາທາງທິດໃຕ້ປະມານ 20 ກິໂລແມັດ ນ້ຳຕົກຕາດແຝກ ເປັນພູຜາຫີນຍາວເກືອບ 100 ແມັດ ຊ່ວງລະດູຝົນນ້ຳຈະໄຫລ ຂ້ອນຂ້າງແຮງ ສາມາດຍ່າງລົງໄປທີ່ຕົວນ້ຳຕົກຕາດໄດ້ ແຕ່ຖ້າຈະລົງຫລິ້ນຕ້ອງລະມັດລະວັງເພາະນ້ຳບ່ອນນີ້ໄຫລແຮງ ແລະ ມີປານ້ຳຈືດອາໄສຢູ່. ການຫລິ້ນນ້ຳຄວນຫລິ້ນບໍລິເວນທີ່ເປັນແອ່ງ ຫລື ດ້ານເທິງໂຂດຫີນເທົ່ານັ້ນ ແລະ ຍັງສາມາດຍ່າງຂຶ້ນມາຊົມທິວທັດເບິ່ງເຫັນຕົວນ້ຳຕົກຕາດແຝກ ໃນລັກສະນະແນວຍາວເກືອບ 100 ແມັດ ເປັນຊັ້ນນ້ຳຕົກເຄື່ອນຕົວມາຍັງດ້ານລຸ່ມສວຍງາມ ບໍລິເວນນ້ຳຕົກມີເຕັນພັກແຮມທີ່ສາລາຊົມວິວອີກດ້ວຍ.