ນ້ຳຕົກຕາດທອງ

ຈາກ ວິກິພີເດຍ

ຕາດ​ທອງ​ໃນ​ເມືອງ​ພູ​ຄູນແຂວງ​ຫລວງ​ພະ​ບາງເປັນ​ອີກ​ເຂດ​ຫນຶ່ງ​ທີ່​ສຳ­ຄັນ​ຂອງ​ຫລາຍໆນ້ຳ­ຕົກ­ຕາດ, ແຕ່​ບ່ອນ​ນີ້ ອາດ​ຈະແຕກ​ຕ່າງ​ຈາກ​ບ່ອນ​ອື່ນ​ຍ້ອນເປັນ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ສາ­ມາດ ເຂົ້າ​ເຖິງ​ທຳ​ມະ​ຊາດ​ໃນ​ເຂດ​ປ່າ­ດົງ​ດິບ​ໄດ້​ຕາມ​ອັດ­ທະ­ຍາ­ໄສ ດ້ວຍ​ການ​ບໍ­ລິ­ການ​ອັນ​ເປັນ​ກັນເອງ​ຂອງ​ພໍ່­ຄ້າ​ຊາວ​ຂາຍ​ໃນ​ເຂດນັ້ນ, ພ້ອມ​ທັງ​ອາບ ແລະ ເບິ່ງ​ນ້ຳທີ່​ໄຫລ​ມາ​ຈາກ​ຕີນ​ພູ​ຜ່ານ​ໂງ່ນ​ຫີນ​ລົງ​ມາ ແລະ ກິນ​ອາ­ກາດ​ສົດໆ​ພາຍ​ໃນ​ປ່າ​ພາຍ​ໃຕ້​ຮົ່ມ​ສີ­ຂຽວ​ທີ່​ຫາ​ເບິ່ງ​ຍາກ​ໃນ​ເຂດ​ເມືອງ​ເຫມືອ.

ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້ ເປັນ​ຈຸດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ແຫ່ງສຳ­ຄັນ​ຍ້ອນ​ອາ­ກາດ​ເຢັນ​ສະບາຍ​ປະ­ກອບ​ກັບ​ພູ­ຜາ​ປ່າ­ໄມ້​ທີ່ປົກ​ຄຸມ​ເປັນ​ຜູ້​ຜະ­ລິດ​ອາ­ກາດ​ສົດໆທັງ​ສອງ​ຟາກ​ທາງ​ນັບ​ຕັ້ງ­ແຕ່ ບ່ອນ​ຈອດ​ລົດ​ຈົນ​ຮອດ​ນ້ຳ­ຕົກປະ­ມານ 200 ແມັດ, ຮົ່ມ​ເຢັນ​ສະບາຍ​ບວກ​ກັບ​ສາຍ​ນ້ຳ​ທີ່​ທະ­ຍອຍກັນ​ຢັງ​ຢາຍ​ລົງ​ມາ​ຈາກ​ຕີນ​ພູ​ສູງຄ່ອຍໆ​ໄຫລ​ລີນ​ລົງ​ມາ​ຕາມ​ຮ່ອງຫ້ວຍ​ລົງ​ຕາມ​ຮ່ອງ​ຫີນ​ເປັນ​ຊັ້ນໆບັນ­ດາ​ນັກ​ທ່ອງ​ທ່ຽວ​ສາ­ມາດອາບ­ນ້ຳ​ໄດ້​ຢ່າງ​ສະ­ບາຍ​ຢູ່​ກ້ອງນ້ຳ­ຕົກ, ເປັນ​ນ້ຳ​ທີ່​ໄຫລ​ຜ່ານຮາກ​ໄມ້​ທຳ​ມະ​ຊາດ, ໄຫລ​ຜ່ານຕົ້ນ­ໄມ້​ແບບ​ສົດໆ​ຄື​ຈັ່ງ​ຊີ້, ນັກທ່ອງ​ທ່ຽວ​ບາງ​ກຸ່ມ​ພະ­ຍາ­ຍາມ ຍ່າງ​ຂຶ້ນ​ໄປ​ຕາມ​ເນີນ​ພູ ເພື່ອ​ໄປ ເບິ່ງ​ຈຸດ​ທີ່​ນ້ຳ​ໄຫລ​ອອກ​ມາ​ຈາກຜາ​ຫີນ, ເພາະ​ສາຍ​ນ້ຳ​ດັ່ງ­ກ່າວ ແມ່ນ​ໄຫລ​ໂຮມ​ເອົາ​ນ້ຳ​ຫລາຍ​ຕໍ່ຫລາຍ​ບ່ອນ​ມາ​ຈວບ​ກັນ​ຢູ່​ບ່ອນດຽວ​ເປັນ​ນ້ຳ​ທີ່​ໄຫລ​ມາ​ຈາກ​ແຕ່ລະ​ຮ່ອມ​ພູ ແລະ ຜາ​ຫີນ​ມາ​ລົງໃສ່​ບ່ອນ​ພະ­ລາດ​ຫີນ​ໃຫຍ່​ທາງເບື້ອງ​ເທິງ​ເຮັດ​ໃຫ້​ສັດ­ປ່າ​ນາໆ ຊະ­ນິດ​ທີ່​ອາ​ໃສ​ໃນ​ເຂດ​ນັ້ນ ອອກມາ​ກິນ​ນ້ຳ, ອັນ​ຫລາຍ​ກວ່າ​ຫມູ່ແມ່ນ​ນົກ ແລະ ແມງ­ກະ­ ເບື້ອ​ນາໆຊະ­ນິດ​ມີ​ຫລາກ​ຫລາຍ​ສີ​ນັບ​ວ່າ ເປັນ​ແມງ­ໄມ້​ທີ່​ປະ­ດັບ​ເອ້​ຢ້ອງ​ໃນ​ຕາດ​ແຫ່ງ​ນີ້ ໃນ​ເມື່ອ​ມັນ​ພົບ​ຜູ້​ຄົນ​ທີ່​ຂຶ້ນ​ໄປ​ມັນ​ກໍ່​ຈະ​ແຕກ​ຕື່ນ​ເປັນ​ບາງ​ຄັ້ງ​ຄາວ, ແຕ່​ໂດຍ​ລວມ ແລ້ວ​ມັນ​ຈະ​ຄຸ້ນ​ໃຫ້​ຄົນ​ເຮົາ​ໄດ້​ໃກ້ກັບ​ມັນ​ຫລາຍ​ຂຶ້ນ​ເພາະ​ໃນ​ສະຖານ​ທີ່​ແຫ່ງ​ນີ້ ເປັນ​ເຂດ​ອາ​ນຸ​ຮັກມັນ​ບໍ​ເຄີຍ​ຖືກ​ທຳ­ຮ້າຍ ສະ­ນັ້ນ ຈິ່ງ​ບໍ່​ເປັນ​ອຸ­ປະ­ສັກ​ໃດ​ເລີຍ​ໃນຍາມ​ພໍ້​ຄົນ​ຜ່ານ​ໄປ-ມາ, ສຽງ​ນ້ຳປະ­ສານ​ກັບ​ສຽງ​ນົກ ແລະ ແມງ­ໄມ້​ຮ້ອງ​ສະ­ຫນັ່ນ​ຫວັ່ນ­ໄຫວ​ປາກົດ​ວ່າ ເວົ້າ​ກັນ​ຈົນ​ຊິ​ບໍ່​ໄດ້​ຍິນ​ພຸ້ນລະ! ສິ່ງ​ເຫລົ່າ­ນັ້ນ ຈະ​ເຮັດ​ໃຫ້ທ່ານ​ເພີດ­ເພີນ​ກັບ​ມັນ​ຈົນ​ບາດຂາ​ກັບ​ຮອດ​ຊິ​ບໍ່​ຈື່​ທາງ​ເພາະ​ມັນຈະ​ມີ​ຫລາຍ​ທາງ​ຂຶ້ນŒລົງ ແຕ່​ກໍ່ຕ້ອງ​ໄດ້​ລະ­ວັງ​ຢ້ານ​ມື່ນ​ຫີນ​ຕົກລົງ​ມາ​ກໍ່​ເປັນ​ໄດ້ ສະ­ນັ້ນ ກໍ່​ຕ້ອງ​ອາ​​ໄສ​ຜູ້​ສຳ​ນານ​ທາງ​ເປັນ​ພິເສດ​ພາ​ໄປ.

ຕາດ​ທອງ​ເປັນ​ຕາດ​ທີ່​ຖືກສ້າງ​ຂຶ້ນ​ໂດຍ​ທຳ​ມະ​ຊາດ​ໄດ້​ຮັບການ​ພັດ­ທະ­ນາ​ມາ​ເປັນ​ສະ­ຖານ­ທີ່​ການ­ທ່ອງ­ທ່ຽວ​ໃຫມ່​ຂອງ​ເຂດເທ­ດສະ​ບານ​ເມືອງ​ພູ​ຄູນ ແຂວງຫລວງ​ພະ​ບາງ ແຕ່​ປີ 2006 ເປັນຕົ້ນ​ມາ ເພື່ອ​ຂະ­ຫຍາຍ​ສະ­ຖານ­ທີ່ດັ່ງ­ກ່າວ ໃຫ້​ເປັນ​ສະ­ຖານ­ທີ່​ທ່ອງທ່ຽວ​ທີ່​ຫນ້າ​ຈັບ­ໃຈ​ຂອງ​ຜູ້​ທີ່​ໄດ້ເຫັນ​ໃນ​ແຕ່​ລະ​ປີ ດັ່ງ­ນັ້ນ ທາງ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຈິ່ງ​ໄດ້​ບູລະ­ນະ​ປົວ­ແປງ ແລະ ກໍ່​ອາ​ນຸ​ຍາດໃຫ້​ພໍ່­ຄ້າ​ຊາວ​ຂາຍ, ນັກ­ທຸ­ລະ­ກິດມາ​ລົງ­ທຶນ​ດ້ານ​ການ​ບໍ­ລິ­ການ​ໃນເຂດ​ອ້ອມ​ຮອບ​ບໍ­ລິ­ເວນ​ນ້ຳ­ຕົກ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ນັກ​ທ່ອງ​ທ່ຽວທັງ​ເປັນ​ການ​ສົ່ງ­ເສີມ​ຕະ­ຫລາດການ­ທ່ອງ­ທ່ຽວ​ພາຍ​ໃນ​ແຂວງໃຫ້​ມີ​ບາດ­ກ້າວ​ຂະ­ຫຍາຍ­ຕົວໃຫມ່, ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທີ່ ເຂົ້າ​ມາ​ທ່ຽວ​ໃນ​ເມືອງ​ຫລວງ​ພະບາງ​ໄດ້​ຮູ້­ຈັກ​ສະ­ຖານ­ທີ່​ດັ່ງ­ກ່າວນີ້​ຕື່ມ​ອີກ.