ນ້ຳ­ຕົກ­ຕາດ​ແສ​ຟ້າ

ຈາກ ວິກິພີເດຍ

ນ້ຳ­ຕົກ­ຕາດ​ແສ​ຟ້າ ກຳ­ເນີດມາ​ຈາກ​ສາຍ​ນ້ຳ​ເຊ​ປຽນ, ຕັ້ງ​ຢູ່ທ່າມ­ກາງ​ການ​ຫຸ້ມ​ລ້ອມ​ຂອງ​ປ່າສະ­ຫງວນ​ແຫ່ງ​ຊາດ​ເຊ​ປຽນ, ບັນ­ດາ​ນັກ​ທ່ອງ​ທ່ຽວ​ສາ­ມາດເຂົ້າ​ເຖິງ​ສະ­ຖານ­ທີ່​ແຫ່ງ​ນີ້ ດ້ວຍ ການ​ຍ່າງ​ປ່າ​ໃນ​ລະ­ດູ​ແລ້ວ, ແຕ່ປະ­ຈຸ​ບັນ​ນີ້ ການ​ເຂົ້າ​ເຖິງ​ສະ­ຖານທີ່​ດັ່ງ­ກ່າວ​ແມ່ນ​ຕ້ອງ​ອາ­ໄສ​ການຂີ່​ເຮືອ​ເຂົ້າ​ໄປ ເນື່ອງ​ຈາ​ກວ່າ ລະດູ​ນີ້​ແມ່ນ​ຢູ່​ໃນ​ໄລ­ຍະ​ລະ­ດູ­ຝົນ​ນັ້ນເອງ, ເຖິງ​ແມ່ນ​ວ່າ​ທາງ​ພາກສ່ວນ​ກ່ຽວ­ຂ້ອງ​ຈະ​ບໍ່​ໄດ້​ມີ​ການກຳ­ນົດ​ເຖິງ​ລວງ​ສູງ​ຂອງ​ສະຖານ​ທີ່​ນ້ຳ­ຕົກ­ຕາດ​ແຫ່ງ​ນີ້​ຢ່າງລະ­ອຽດ​ກໍ່​ຕາມ ແຕ່​ຄວາມ​ງາມ ທີ່​ເກີດ​ຂຶ້ນ​ໂດຍ​ທຳ​ມະ​ຊາດ​ນັ້ນ ແມ່ນ​ບໍ່​ມີ​ສະ­ຖານ­ທີ່​ແຫ່ງ​ໃດ​ຄື ແລະ ສະ­ເຫມີ​ເຫມືອນ, ໃນ​ຄວາມຈິງ​ແລ້ວ​ປະ­ເທດ​ລາວ​ຂອງ​ພວກເຮົາ ຈັດ​ໄດ້​ວ່າ​ເປັນ​ປະ­ເທດ​ທີ່​ມີຄວາມ​ແຕກ​ຕາງ​ກັນ​ທາງ​ດ້ານພູມ​ສັນ­ຖານ ຈິ່ງ​ບໍ່​ເປັນ​ທີ່​ແປກ​ໃຈເລີຍ​ວ່າ​ທຸກໆ​ສະ­ຖານ­ທີ່​ທ່ອງທ່ຽວ​ທາງ​ທຳ​ມະ​ຊາດ ລ້ວນ​ແຕ່ມີ​ຄວາມ​ງາມ​ທີ່​ເປັນ​ເອ­ກະ­ລັກ​ທີ່ແຕກ​ຕ່າງ​ກັນ.