Jump to content

ນ້ຳ­ຕົກ­ຕາດ​ຊະ­ເນາະ​

ຈາກ ວິກິພີເດຍ

ນ້ຳ­ຕົກ­ຕາດ​ຊະ­ເນາະ​ເປັນສະ­ຖານ­ທີ່​ທ່ອງ​ທ່ຽວ​ອີກ​ແຫ່ງຫນຶ່ງ​ຂອງ​ຫລາຍໆ​ແຫ່ງ​ໃນແຂວງ​ວຽງ​ຈັນ ທີ່​ຕັ້ງ​ຢູ່​ເຂດ​ເທດສະ​ບານ​ເມືອງ​ຫີນ​ເຫີບ ຫ່າງ​ຈາກເສັ້ນ­ທາງ​ເລກ​ທີ 13 ເຫນືອ​ໄປ​ປະ ມານ 20 ກວ່າ​ກິ­ໂລ­ແມັດ ໄປທາງ​ທິດ­ເຫນືອ​ເບື້ອງ​ທາງ​ທິດ​ຕາເວັນ​ຕົກ​ເສັ້ນ­ທາງ​ເຂົ້າ​ອອກ​ເປັນສາຍ​ທາງ​ດິນ​ແດງ​ຄົດ​ໂຄ້ງ​ຕາມເນີນ​ພູ ແລະ ຕີນ​ພູ ເຊິ່ງ​ໄດ້​ຜ່ານບ້ານ​ຂອງ​ປະ­ຊາ­ຊົນ​ເປັນ​ຍ່ານໆ ກ່ອນ​ຈະ​ຮອດ​ສະ­ຖານ­ທີ່​ນັ້ນ.

ນ້ຳ­ຕົກ​ແຫ່ງ​ນີ້ ມີ​ຄວາມ​ສູງປະ­ມານ 80 ກວ່າ​ແມັດ ມີ​ລັກ​ສະນະ​ສູງ​ຊັນ​ຕົກ​ຈາກ​ຫນ້າ­ຜາ​ທີ່​ເດ່ອອກ​ມາ​ສ່ວນ​ໃຕ້​ຜາ​ນັ້ນ​ຈະ​ໂກນເຂົ້າ​ ເບິ່ງ​ແລ້ວ​ຄ້າຍ­ຄື​ກັນ​ກັບ​ຫົວ​ງູຈົງ­ອາງ​ວາດ­ໃດ­ວາດ­ຫນຶ່ງ​ທຳອິດ​ມັນ​ຈະ​ຕົກ​ຈາກ​ຈອມ​ຜາ​ຕົກໃສ່​ຜະ​ລານ​ຫີນ ປະ­ມານ 10 ແມັດ ແລ້ວ​ໄຫລ​ຕົກ­ລົງ​ມາ​ອີກ 3 ຂັ້ນ​ທີ່​ຜ່ານ​ຜາ​ຫີນ​ເປັນ​ຊັ້ນໆ ຈາກນັ້ນ​ມັນ​ຈະ​ຜ່ານ​ພັກ​ຜະ​ລານ​ຫີນນ້ອຍໃຫຍ່​ລົງ​ມາ​ແລ້ວ​ໄຫລ​ໄປຕາມ​ຮ່ອມ​ຫີນ​ລົງ​ມາ​ທາງ​ດ້ານລຸ່ມ​ມີ​ບ່ອນ​ໃຫ້​ຫລິ້ນ​ນ້ຳ​ເພາະ​ຜະລານ​ຫີນ​ໄດ້​ລວມ​ຕົວ​ກັນ​ເປັນອ່າງ­ເກັບ­ນ້ຳ​ໄວ້​ທາງ​ດ້ານ​ລຸ່ມກ່ອນ​ຈະ​ລົງ​ຕາມ​ສາຍ​ຫ້ວຍ​ອີກສາຍ​ທາງ​ດ້ານ​ລຸ່ມ​ຖັດ​ໄປ​ເຮົາ​ສາມາດ​ຂຶ້ນ​ໄປ​ທາງ​ດ້ານ​ເທິງ​ບ່ອນນ້ຳ​ຕົກ­ລົງ​ຈາກ​ຫນ້າ­ຜາ​ສູ່​ຜະລານ​ຫີນ​ທຳ​ອິດ​ໄດ້​ເພາະ​ເປັນຜະ​ລານ​ຫີນ​ເນີນ ສ່ວນ​ບ່ອນ​ຫີນຊັນ​ເຮົາ​ຈະ​ໄປ​ອີກ​ທາງ ໂດຍ​ອາໄສ​ຕົ້ນ­ໄມ້​ທີ່​ເກີດ​ລຽບ​ຕາມ​ແຄມນ້ຳ­ຕົກ​ທັງ​ສອງ​ຟາກ​ຂ້າງ​ເປັນໂຕ​ຊ່ວຍ, ຖ້າ​ຫາກ​ເຮົາ​ຂຶ້ນ​ໄປ​ຢືນຢູ່​ກາງ​ຜະ​ລານ​ແລ້ວ ແນມ​ລົງ​ມາປາ­ກົດ​ວ່າ ເຫັນ​ຄົນ​ສ່ຳ​ແຂນ​ນີ້ ແຫລະ, ພິ­ເສດ​ສຸດ​ແມ່ນ​ເຮົາ​ຈະລົມ​ກັນ​ບໍ່​ຮູ້​ເລື່ອງ​ກໍ່​ຍ້ອນ​ຄວາມແຮງ​ຂອງ​ນ້ຳ​ຖອກ​ລົງ​ມາ​ຈາກຫນ້າ­ຜາ​ກະ­ທົບ​ໃສ່​ຫີນ​ເຮັດ​ໃຫ້ຫີນ​ເຟືອນ​ເປັນ​ບາດໆ, ສຽງ​ຮ້ອງຄວນ​ຄາງ​ຂອງ​ຫີນ​ນ້ອຍໃຫຍ່ດັງ​ຢູ່​ຮື່ນໆ​ບວກ​ກັບ​ສຽງ​ນົກ ແລະ ແມງ­ໄມ້​ທີ່​ອາ­ໄສ​ຕາມ​ທຳ​ມະ​ຊາດປະ­ສານ​ກັນ​ກາຍ­ເປັນ​ສຽງ​ດັງອອນ­ຊອນ​ປະ­ດັບ​ເອ້​ໃນ​ເຂດ​ສາຍພູ​ກ້ອຍ​ແຫ່ງ​ນີ້.

ຍ້ອນ​ສະ­ຖານ­ທີ່​ດັ່ງ­ກ່າວ ປົກຄຸມ​ໄປ​ດ້ວຍ​ຕົ້ນ­ໄມ້​ນ້ອຍໃຫຍ່ຫລາຍ​ຊະ­ນິດ​ພະ­ນັກ­ງານ​ອະ­ນຸຮັກ​ນ້ຳ­ຕົກ​ແຫ່ງ​ນີ້ ເລົ່າ​ສູ່​ຟັງ​ວ່າ: ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ໃນສະ­ຖານ­ທີ່​ແຫ່ງ​ນີ້ ຫລາຍ​ກວ່າຫມູ່​ຈະ​ແມ່ນ​ຍາມ​ແລ້ງ ແລະ ຫລາຍ​ເປັນ​ພິ­ເສດ​ແມ່ນ​ວັນ​ພັກ ຫລື ງານ​ບຸນ​ສຳ­ຄັນ ເພາະ​ຈະ​ມີລົດ​ທົວ​ຂົນ­ສົ່ງ​ນັກ​ທ່ອງ​ທ່ຽວ​ທັງພາຍ​ໃນ ແລະຕ່າງ­ປະ­ເທດ​ເຂົ້າມາ​ທ່ຽວ​ເປັນ​ປະ­ຈຳ ສ່ວນ​ຍາມຝົນ​ກໍ່​ບໍ່​ຫລາຍ​ປານ­ໃດນັບ​ແຕ່​ໄດ້ຮັບ​ການ​ບູ­ລະ­ນະ​ປົວ­ແປງ ແລະ ຈັດ​ສັນ​ໃຫ້​ສະ­ອາດ​ງາມ​ຕາ ແລະ ປະ­ດັບ​ປາ​ດາ​ໂດຍ​ຮັກ­ສາ​ຮູບ­ຊົງຂອງ​ທຳ​ມະ​ຊາດ​ໄວ້​ຄື­ເກົ່າ ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ເຂົ້າ​ມາ ທ່ຽວ​ຊົມ​ນ້ຳ­ຕົກ​ແຫ່ງ​ນີ້ ນັບ​ມື້​ນັບຫລາຍ​ຂຶ້ນ ນ້ຳ­ຕົກ­ຕາດ​ຊະ­ເນາະຈະ​ມີ​ໄມ້­ເຮ້ຍ​ຫລາກ​ຫລາຍ​ສີ​ປົກຄຸມ​ຕາມ​ບໍ­ລິ­ເວນ​ນ້ຳ­ຕົກກວ່າ​ໄມ້ຊະ­ນິດ​ອື່ນໆ ນັບ​ແຕ່​ລານ​ຈອດ​ລົດລົງ​ໄປ​ຕາມ​ທາງ​ຍ່າງ​ທັງ​ສອງຟາກ​ຮອດ​ເຂດ​ນ້ຳ­ຕົກ ແລະ ສະຖານ​ທີ່​ພັກ​ເຊົາ ສິ່ງ​ສຳ­ຄັນ​ເຂົາເຈົ້າ​ໄດ້​ມີ​ກະ​ຕູບ​ນ້ອຍ​ທີ່​ປູ ແລະ ມຸງ​ດ້ວຍ​ໄມ້­ເຮ້ຍ​ທັງ​ຫມົດ​ເປັນ 10 ກວ່າ​ຕູບ​ໄວ້​ໃຫ້​ນັກ​ທ່ອງ​ທ່ຽວໄດ້​ພັກ​ເຊົາ​ຕາມ​ອັດ­ທະ­ ຍາ­ໄສ, ເຊິ່ງ​ເຫມາະ​ສົມ​ທີ່​ສຸດ​ໃນ​ການ​ກິນເຂົ້າ​ປ່າ ຫລື ບໍ່​ຢາກ​ກິນ​ກັບ​ຕູບ ທ່ານ​ກໍ່​ສາ­ມາດ​ເອົາ​ສາດ​ໄປ​ປູນອນ ຫລືກິນ​ເຂົ້າ, ໂອ້​ລົມ​ກັນ, ອາດ​ຈະ​ເປັນ​ການ​ສ້າງ​ສີ­ສັນ​ເລັກນ້ອຍ​ຢູ່​ເທິງ​ຜະ​ລານ​ຫີນ​ກໍ່​ໄດ້ ແຕ່ກໍ່​ຕ້ອງ​ໄດ້​ລະ­ມັດ­ລະ­ວັງ​ນຳ​ອີກ, ທາງ​ດ້ານ​ລຸ່ມ​ຂອງ​ນ້ຳ­ຕົກ​ນອກຈາກ​ມີ​ອ່າງ​ນ້ຳ​ໄວ້​ໃຫ້​ອາບ​ແລ້ວ ຍັງ​ມີ​ຜະ​ລານ​ຫີນ​ນ້ອຍໃຫຍ່​ພໍບັນ­ຈຸ​ຄົນ​ໄດ້​ປະ­ມານ 8-10 ຄົນຂຶ້ນ​ໄປ ສາຍ​ລົມ​ເຢັນໆ​ໄດ້​ຫອບອູ້ມ​ເອົາ​ອາຍ​ນ້ຳ​ມາ­ສູ່​ເປັນ​ບາດໆ ຈົນ​ຮູ້­ສຶກ​ຫນາວ​ເຖິງ​ແມ່ນ​ໃນຍາມ​ຮ້ອນ​ປາ­ກົດ​ວ່າ ຮູ້­ສຶກ​ອົບອຸ່ນ​ບວກ​ກັບ​ອາ­ກາດ​ສົດໆ​ທີ່​ທຳມະ​ຊາດ​ສ້າງ​ຂຶ້ນ​ໄຕ້​ຮົ່ມ​ປ່າ­ໄມ້ອັນ​ຂຽວ​ສະ​ອຸ້ມ​ຕະ­ ຫລອດ​ປີ ພ້ອມ​ກັນ​ນັ້ນ ກໍ່​ຍັງ​ມີ​ເດີ່ນ​ຫຍ້າ, ເດີ່ນ​ກາງ­ແຈ້ງ​ເພື່ອ​ຫລິ້ນ​ກິດ​ຈະກຳ ແລະ ສວນ​ດວກ​ໄມ້​ໃຫ້​ທ່ານໄດ້​ທ່ຽວ​ຊົມ​ກັນ.[1]

  1. We¹