ນັກອາວະກາດ

ຈາກ ວິກິພີເດຍ

ນັກອາວະກາດ ຫຼື ນັກບິນອາວະກາດ ແມ່ນ ຜູ້ຂັບຂີ່ ຍານອາວະກາດ ໄປ ສູ່ ອາວະກາດ. ນັກອາວະກາດ ຜູ້ທຳອິດ ໃນໂລກ ແມ່ນ ທ່ານ ຢຸຣິ ອາເລັກເຊເຢວິຊ ກາກາຣິນ ຄົນສັນຊາດ ອະດີດສະຫະພາບໂຊວຽດ ທີ່ ໄປສູ່ອາວະກາດ ໂດຍ ຍານອາວະກາດວົສໂຕກ 1 ໃນ ວັນທີ 12 ເມສາ ປີ 1961. ປະຈຸບັນ ລັດເຊຍ, ສະຫະລັດອາເມລິກາ ແລະ ຈີນ ແມ່ນ 3 ປະເທດ ທີ່ສາມາດສົ່ງນັກອາວະກາດຂອງຕົນເອງໄປສູ່ອາວະກາດໂດຍຍານອາວະກາດຂອງຕົນເອງໄດ້.